ກະແສສັງຄົມ

ຮຽກຮ້ອງໃຫ້ທຸກຄົນປະຕິບັດມາດຕະການປ້ອງກັນ ໂຄວິດ ໃຫ້ເຂັ້ມງວດຫລາຍຂຶ້ນກວ່າເກົ່າ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ຮຽກຮ້ອງມາຍັງທຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິ ບັດມາດຕະການຕ່າງໆ ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ການຫ້າມຈັດງານລ້ຽງສັງສັນ, ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ ເພື່ອຫລຸດຜ່ອນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດໂຄວິດ-19. ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະ ຈຳການ, ຫົວໜ້າກອງເລຂາຄະນະສະເພາະກິດ ກ່າວໃນພິທີຖະແຫລງຂ່າວ ໃນວັນທີ 29 ມິຖຸນາ 2021 ນີ້ ວ່າ: ພວກເຮົາຍັງມີຄວາມສ່ຽງໃນການຕິດເຊື້ອ ເນື່ອງຈາກວ່າມີສາຍເຫດການແຜ່ລະບາດໃນຊຸມຊົມເຊັ່ນ: ການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີກໍລະນີການຈຳກັດບໍລິເວນບໍ່ທັນເຄັ່ງຄັດ, ຍັງມີການຊຸມແຊວ ແລະ ແຮງງານທີ່ກັບມາແຕ່ຕ່າງປະເທດຍັງເພີ່ມຂຶ້ນ. ສະນັ້ນ, ຂໍໃຫ້ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ, ເຊັ່ນດຽວກັບບັນດາຜູ້ປະກອບການ ກໍຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ໃຫ້ລະເມີດ ຫລື ມີການລັກເປີດບໍລິການ, ...

Read More »

ລາວ-ມາຣົກ ລົງນາມວ່າດ້ວຍການຍົກ ເວັ້ນວິຊາ ແລະ ບົດບັນທຶກຄວາມເຂົ້າໃຈລະຫວ່າງສອງສະຖາບັນ

ໃນວັນທີ 25 ມິຖຸນາ 2021, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ໄດ້ມີພິທີລົງ ນາມໃນສັນຍາວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ໜັງສືຜ່ານແດນລັດຖະການ ຂອງສອງປະເທດ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືລະຫວ່າງ ສະຖາບັນການຕ່າງປະເທດ ຂອງ ສປປ ລາວ ແລະ ວິທະຍາຄານການທູດ ແຫ່ງຣາຊະອາ ນາຈັກມາຣົກ.ລົງນາມໃນພິທີດັ່ງກ່າວ, ຕາງໜ້າໃຫ້ລັດ ຖະບານ ປປປ ລາວ ແມ່ນທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ແລະ ຕາງໜ້າໃຫ້ລັດຖະບານມາຣົກ ແມ່ນທ່ານ ອານເດລອີລາ ເອລ ຮຸດສະນີ (Andelilha El Housni), ເອກອັກຄະລັດຖະທູດວິສາ ມັນ ຜູ້ມີອຳນາດເຕັມ ແຫ່ງຣາຊະອາ ນາຈັກ ມາຣົກ ປະຈໍາ ສປປ ລາວ ທີ່ມີສຳນັກ ງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ. ສາທາລະນະລັດ ...

Read More »

ໄຟຟ້າລາວ ຫາລືກ່ຽວກັບກໍລະນີໃບບິນຄ່າໄຟຟ້າສູງເກີນຄວາມເປັນຈິງ ແລະ ມາດຕະການປະຕິບັດວິໄນຕໍ່ຜູ້ກະທໍາຜິດ

ບໍລິສັດໄຟຟ້າລາວ (ຟຟລ) ເປີດກອງປະຊຸມຄະນະກຳມະການຄົ້ນຄວ້າວິໄນ ເພື່ອປຶກສາຫາລືກ່ຽວກັບກໍລະນີໃບບິນຄ່າໄຟຟ້າສູງເກີນຄວາມເປັນຈິງ ແລະ ມາດຕະການ ປະຕິບັດວິໄນ ຕໍ່ຜູ້ກະທຳຜິດ ໃນວັນທີ 27 ມິຖຸນາ 2021 ຢູ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍການເປັນປະທານຂອງ ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່, ທັງເປັນປະທານຄະນະກໍາມະການຄົ້ນຄວ້າວິໄນ ຟຟລ, ມີຄະນະກໍາມະການຄົ້ນຄ້ວາວິໄນ ຟຟລ ພ້ອມດ້ວຍ ຫົວໜ້າສາຂາໄຟຟ້ານະຄອນຫລວງ ແລະ ໜ່ວຍງານທີ່ກ່ຽວ ຂ້ອງເຂົ້າຮ່ວມ. ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບສາເຫດ, ທີ່ມາຂອງການອອກໃບບິນຄ່າໄຟຟ້າ ທີ່ສູງຜິດປົກກະຕິ ເພື່ອຫາວິທີການ ແລະ ມາດຕະການແກ້ໄຂ, ພ້ອມທັງ ຄົ້ນຄວ້າພິຈາລະ ນາ ມາດຕະການປະຕິບັດວິໄນ ຕໍ່ພະນັກງານຜູ້ທີ່ຖືເບົາຕໍ່ການປະຕິບັດໜ້າທີ່ ໂດຍອີງໃສ່ ແຈ້ງການເພີ່ມເຕີມ ເລື່ອງ: ການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການໃຫ້ບໍລິການສັງຄົມ ໃນວຽກງານລະບົບໃບບິນ BS 2000 ເລກທີ 1859/ຟຟລ.ຝລຈ ລົງວັນທີ 26 ພຶດສະພາ 2021 ກ່ຽວກັບມາດຕະການຕໍ່ຜູ້ກະທໍາຜິດໃນການຈົດຕົວເລກພະລັງງານ, ການປ້ອນຕົວເລກພະລັງງານ, ການກວດກາ, ການກັ່ນຕອງ ຄວາມຖືກຕ້ອງກ່ອນພິມໃບບິນ, ການສົ່ງໃບບິນ, ...

Read More »

ກອງປະຊຸມສຳມະນາ ເຜີຍແຜ່ ການເຂົ້າເຖິງຂໍ້ມູນດ້ານ ການຄ້າອາຊຽນ ແລະ ການເຜີຍແຜ່ຂໍ້ມູນນໍາໃຊ້ລະບົບ ASSIST ໃຫ້ສະມາຊິກ ສທຍ

ໃນຕອນບ່າຍຂອງວັນທີ 23 ມິຖຸນາ 2021 ທີ່ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງຮ່ວມກັບ ARISE Plus ຈັດກອງປະຊຸມສຳມະນາຂຶ້ນ ທີ່ ໂຮງແຮມ ຄຣາວ-ພລາຊາ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ມີທ່ານ Mr. PAUL Mandl Team Leader, ARISE Plus, ທ່ານ ນາງ ສຸພາພອນ ຖາວອນສຸກ ຜູ້ບໍລິຫານໂຄງການ ການຄ້າ ແລະ ພາກເອກະຊົນ, ຜູ້ແທນສະຫະພາບເອີລົບປະຈໍານະຄອນຫລວງວຽງຈັນ ພ້ອມດ້ວຍບັນດານັກທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ. ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ກໍເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ມີໂອກາດຮັບຮູ້, ແລກປ່ຽນບົດຮຽນນຳບັນດາທ່ານນັກວິທະຍາກອນ ກ່ຽວກັບລະບົບໃຫ້ຄໍາປຶກສາດ້ານຄ້າ, ການບໍລິການ ແລະ ການລົງທຶນຂ້າມແດນໃນລະດັບອາຊຽນ. ຄວາມເຂົ້າໃຈຕໍ່ກັບການປຶກສາຫາລືຜ່ານລະບົບອອນລາຍເປັນປະເດັນສໍາຄັນ ແລະ ສາມາດຊ່ວຍນັກທຸລະກິດຂອງບັນດາປະເທດໃນຂອບເຂດອາຊຽນໄດ້ກ້າວຂ້າມສິ່ງກີດຂວາງໄດ້ ແລະ ສາມາດດໍາເນີນທຸລະກິດຕາມແບບວິຖີຊີວິດແບບໃໝ່ໃນຍຸກປັດຈຸບັນ. ໃນພິທີດັ່ງກ່າວທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ກ່າວວ່າ: ປັດຈຸບັນດັ່ງທີ່ພວກເຮົາຮູ້ນຳກັນວ່າພະຍາດໂຄວິດ-19 ຈະແກ່ຍາວຢ່າງຄາດກະບໍ່ໄດ້. ສະນັ້ນ, ຈໍາເປັນສັງຄົມເຮົາຕ້ອງດໍາລົງຊີວິດຕາມແບບວິຖີຊີວິດແບບໃໝ່ (New normal) ...

Read More »

ສປປ ລາວ ຍັງຕ້ອງການວັກຊິນ 7 ແສນກວ່າໂດສ ເພື່ອບັນລຸເປົ້າໝາຍການສັກວັກຊິນໃນປີ 2021

ໃນໂອກາດເຂົ້າຮ່ວມເວທີສົນທະນາ ກ່ຽວກັບວັກຊິນ ແລະ ການສັກວັກຊິນກັນພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 22 ມິຖຸນາ 2021, ທີ່ນະຄອນຫລວງວຽງຈັນ, ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ປັດຈຸບັນພວກເຮົາຍັງມີຊ່ອງຫວ່າງ ຕໍ່ກັບຄວາມຮຽກຮ້ອງຕ້ອງການວັກຊິນກັນພະຍາດໂຄວິດ-19 ແມ່ນຍັງບໍ່ພຽງພໍ ຕໍ່ຄວາມຮຽກຮ້ອງຕ້ອງການທີ່ຈະບັນລຸ 50% ປະມານ 7 ແສນກວ່າໂດສ ຕາມທີ່ລັດຖະບານໄດ້ວາງຄາດໝາຍໄວ້ໃນທ້າຍປີ 2021. ຕໍ່ກັບບັນຫາດັ່ງກ່າວ, ທາງລັດຖະບານ ສປປ ລາວ ໄດ້ມີການລະດົມທຶນ ຈາກພາກເອກະຊົນເຂົ້າມາໃຫ້ມີສ່ວນຮ່ວມ ເພື່ອເຮັດໃຫ້ບັນດາໂຮງຈັກ, ໂຮງງານ ຫລື ພາກທຸລະກິດ ໃຫ້ເຂົ້າມາມີສ່ວນຮ່ວມໃນການຈັດສັນຫາງົບປະມານ ເພື່ອມາຈັດຊື້ວັກຊິນ. ພ້ອມນັ້ນ, ກໍໄດ້ມີການສົບທົບກັບບັນດາປະເທດເພື່ອນມິດຍຸດທະສາດ ໂດຍໄດ້ສະເໜີ ສືບຕໍ່ການສະໜັບສະໜູນ ແລະ ຊື້ຈາກ ສປ ຈີນ ຕື່ມອີກ, ເຊິ່ງຖ້າຫາກລໍຖ້າແຕ່ການຊ່ວຍເຫລືອຈາກໂຄງການສະໜອງວັກຊິນ ຫລື COVAX ແມ່ນຈະໄດ້ຊ້າ ເພາະໂຄງການດັ່ງກ່າວ ໄດ້ມີການສະໜອງວັກຊິນໃຫ້ກັບຫລາຍປະເທດໃນໂລກ. ມາຮອດປັດຈຸບັນ ປະຊາຊົນເຂົ້າຮັບວັກຊິນເຂັມທີ ...

Read More »

ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ

ໃນວັນທີ 23 ມິຖຸນາ 2021 ທີ່ນະຄອນຫລວງວຽງຈັນ, ລັດຖະບານ ແຫ່ງ ສາທາ ລະນະລັດ ເກົາຫລີ ໄດ້ນຳເອົາເຂົ້າສານຈ້າວ ຈຳນວນ 1.320 ໂຕນ ມູນຄ່າປະມານ 1,26 ລ້ານໂດລາສະຫະລັດ ມອບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫລືອຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິ ບັດທໍາມະຊາດ ທີ່ເກີດຂຶ້ນ ໃນ ສປປ ລາວ, ໂດຍຜ່ານອົງການອາຫານໂລກ. ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະບໍລິຫານໄພພິບັດໃນລະດັບຊາດ ແລະ ທ້ອງຖິ່ນ ໃນວຽກງານແຈກຢາຍອາຫານສຸກເສີນ, ເຊິ່ງລວມທັງການກໍານົດເປົ້າໝາຍ ບັນດາຜູ້ທີ່ຈະໄດ້ຮັບຜົນປະໂຫຍດ, ລະບົບການ ແຈກຢາຍອາຫານ ລວມທັງລະບົບການຕິດຕາມນຳອີກ. ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ໄດ້ກ່າວວ່າ: ເຂົ້າຈໍານວນໜຶ່ງ ຈະໄດ້ນໍາໃຊ້ເປັນເຂົ້າສໍາຮອງ ລວມໃນຂັ້ນສູນກາງ ໃນກໍລະນີທີ່ເກີດມີໄພພິບັດ ທີ່ບໍ່ທັນໄດ້ຄາດຄິດ, ເຂົ້າສໍາຮອງເຫລົ່ານີ້ ຈະຖືກນໍາໃຊ້ໂດຍອົງການອາຫານໂລກ ເພື່ອຮັບປະກັນວ່າ ບັນດາເຂົ້າເຫລົ່ານີ້ຈະເປັນປະໂຫຍດ ໃຫ້ແກ່ປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ ແລະ ສໍາລັບສ່ວນທີ່ເຫລືອຂອງເຂົ້າຈຳນວນໜຶ່ງ ແມ່ນຈະຖືກນໍາໃຊ້ເຂົ້າໃນກິດຈະກໍາຄວາມໝັ້ນຄົງທາງດ້ານສະບຽງອາຫານອື່ນໆ ຂອງອົງການອາຫານໂລກ ເປັນຕົ້ນ ເປັນເຂົ້າສໍາຮອງໃຫ້ແກ່ຊຸມຊົນໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ...

Read More »

ນະຄອນຫລວງວຽງຈັນ ມີແຜນສືບຕໍ່ສັກວັກຊິນໃຫ້ຄົບທຸກຄົນ

ປັດຈຸບັນ ການສັກຢາວັກຊິນ ປ້ອງກັນພະຍາດໂຄວິດ-19 ໃນນະຄອນຫລວງວຽງຈັນ, ແມ່ນເປັນທີ່ຕ້ອງການຂອງພໍ່ແມ່ປະຊາຊົນ ເປັນຈຳນວນຫລາຍ, ເຊິ່ງໄລຍະຜ່ານມາເຮັດໃຫ້ບາງຈຸດ ບໍລິການສັກວັກຊິນ ມີຄວາມແອອັດ, ສັບສົນຫລາຍ ແລະ ເກີດມີຫາງສຽງຕ່າງໆນາໆທີ່ບໍ່ດີ ຢູ່ໃນສັງຄົມ ໂດຍສະເພາະ ແມ່ນສື່ສັງຄົມອອນລາຍ. ຂະນະດຽວກັນ, ນະຄອນຫລວງວຽງຈັນ ກໍໄດ້ມີການຢືນຢັນວ່າ ຍັງມີແຜນສືບຕໍ່ສັກວັກຊິນ ເປັນແຕ່ລະໄລຍະໃຫ້ພໍ່ແມ່ປະຊາຊົນຈົນກວ່າຈະຄົບທຸກຄົນ. ທ່ານ ດຣ. ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກ ສາທາລະນະສຸກນະ ຄອນຫລວງວຽງຈັນ, ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອທ້າຍອາທິດຜ່ານມາວ່າ: ວຽກງານການໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ໃນນະຄອນຫລວງວຽງຈັນ ແມ່ນໄດ້ຈັດຕັ້ງປະຕິບັດສັກວັກຊິນຮອບທີ 2 ເຂັມທີ 1 ແຕ່ວັນທີ 15-25 ມິຖຸນາ 2021 ແລະ ຈະມີແຜນສືບຕໍ່ສັກ ໃຫ້ພໍ່ແມ່ປະຊາຊົນເປັນແຕ່ລະໄລຍະ ຈົນກວ່າຈະຄົບທຸກຄົນ, ເຊິ່ງມີວັກຊິນ 3 ຊະນິດຄື: ຊີໂນຟາມ (Sinopharm), ແອັດສຕາຊີເນກາ (AstraZeneca) ແລະ ໄຟເຊີ (Pfizer) ໂດຍສະເພາະ ແມ່ນວັກຊິນ Pfizer ທີ່ສັກໃຫ້ກຸ່ມຄົນສູງອາຍຸ 60 ປີຂຶ້ນໄປ ແລະ ຜູ້ມີພະຍາດຊໍາເຮື້ອເທົ່ານັ້ນ, ...

Read More »

ມີກຸ່ມຄົນສວຍໂອກາດຮັບແລ່ນເອກະສານ ແລະ ເຮັດບັດສັກຢາກັນພະຍາດໂຄວິດປອມ

ໃນສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນທົ່ວໂລກ ຍັງບໍ່ມີແນວໂນ້ມທີ່ຈະຫລຸດລົງ ແລະ ຍັງມີການລະບາດເປັນວົງກວ້າງ ລວມທັງ ສປປ ລາວ, ແຕ່ປັດຈຸບັນ ໄດ້ມີກຸ່ມຄົນຈຳ ນວນໜຶ່ງສວຍໂອກາດຫາຜົນປະໂຫຍດໃຫ້ກັບຕົນເອງ ແບບຜິດລະບຽບກົດໝາຍໃນໄລຍະທີ່ມີການລະບາດຂອງເຊື້ອພະຍາດດັ່ງກ່າວ, ໂດຍສະເພາະການຮັບເຮັດ ຫລື ແລ່ນເອກະສານ ກ່ຽວກັບໃບຢັ້ງ ຢືນກວດໂຄວິດ-19 ເຮັດບັດຂຽວ ຫລື ບັດສັກຢາກັນພະຍາດໂຄວິດປອມ ຂຶ້ນເປັນຈໍານວນຫລາຍ, ເຊິ່ງໄດ້ໂພສລົງເຟສບຸກ ຫລື ໃນສື່ສັງຄົມອອນລາຍ. ທ່ານ ດຣ. ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ, ທັງເປັນຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 18 ມິຖຸນາ 2021 ຜ່ານມານີ້ວ່າ: ພາຍຫລັງທີ່ລັດຖະບານ ໄດ້ມີມາດຕະການ ແລະ ມີຄຳສັ່ງທີ່ເຂັ້ມງວດ ໂດຍສະເພາະ ຄຳສັ່ງເລກທີ 959/ສນຍ ໄດ້ລະບຸວ່າ ຖ້າມີການເດີນທາງເຂົ້າ-ອອກ ລະຫວ່າງແຂວງຕໍ່ແຂວງ ຫລື ອອກຕ່າງປະເທດ ແມ່ນທຸກຄົນຕ້ອງໄດ້ຮັບການສັກວັກແຊງຄົບ 2 ເຂັມ ຈຶ່ງສາມາດເດີນທາງໄປໄດ້ ໂດຍແມ່ນສູນແມ່ ແລະ ເດັກ, ແລະ ...

Read More »

ແຂວງໄຊຍະບູລີ ເສຍຫາຍເກືອບ 100 ຕື້ກີບ ຈາກໄພນໍ້າຖ້ວມ

ເລີ່ມແຕ່ວັນທີ 11-14 ມິຖຸນາ 2021 ໄດ້ເກີດມີສະພາບຝົນຕົກໜັກ ເນື່ອງຈາກຜົນກະທົບຂອງພາຍຸດິເປຣຊັນ (ພາຍຸໂຄກຸມະ) ແລະ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ໄດ້ພັດປົກຄຸມແຂວງໄຊຍະບູລີ ດ້ວຍກຳລັງແຮງເຮັດໃຫ້ເກີດນໍ້າໄຫລຊຸ, ດິນຖະຫລົ່ມ, ນໍ້າຖ້ວມເຮືອນປະຊາຊົນ, ຖ້ວມເນື້ອທີ່ການຜະລິດ, ເສັ້ນທາງຈໍານວນໜຶ່ງຂາດ, ເສົາໄຟຟ້າຫັກ, ມີ 7 ເມືອງທີ່ໄດ້ຮັບຜົນກະທົບຄື: ເມືອງໄຊຍະບູລີ, ເມືອງພຽງ, ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ, ເມືອງຫົງສາ ແລະ ເມືອງໄຊສະຖານ ລວມມູນຄ່າເສຍຫານທັງໝົດເກືອບ 100 ຕື້ກີບ. ໃນນັ້ນ ເມືອງໄຊຍະບູລີ ໄດ້ຮັບຜົນກະທົບຫລາຍກວ່າໝູ່. ມາໃນວັນທີ 16 ມິຖຸນາ 2021 ນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ລົງກວດກາພື້ນທີ່ນໍ້າຖ້ວມຢູ່ເມືອງໄຊຍະບູລີ, ໂດຍໃຫ້ການຕ້ອນຮັບຈາກ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ແລະ ເມືອງໄຊຍະບູລີ. ໂອກາດນີ້, ທ່ານ ເພັດພິໄຊ ...

Read More »

ຫ້ອງການສຳນັກງານນາຍົກປະກາດການຈັດຕັ້ງໃໝ່ 8 ຕຳແໜ່ງ ແລະອອກບຳນານ 6 ທ່ານ

ໃນຕອນບ່າຍ ວັນທີ 14 ມິຖຸນາ 2021 ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ (ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງ, ໂດຍການເປັນປະທານ ຂອງທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ; ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ, ຫົວໜ້າກົມ, ຮອງຫົວ ໜ້າກົມ ແລະ ທຽບເທົ່າ ເຂົ້າຮ່ວມ. ໃນພິທີ, ທ່ານ ຄົມສັນ ໄຊຍະສານ, ຫົວ ໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄື: ຂໍ້ຕົກລົງວ່າດ້ວຍການອະນຸມັດ ໃຫ້ພະນັກງານອອກພັກການຮັບອຸດໜູນບຳນານ ຈຳນວນ 6 ທ່ານ, ໃນນີ້ ແມ່ນຫົວໜ້າພະແນກ 4 ທ່ານ, ເປັນ ຍິງ 3 ທ່ານ ແລະ ຮອງຫົວໜ້າພະແນກ 2 ທ່ານ; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນ 8 ທ່ານ, ...

Read More »