ກະແສສັງຄົມ

3 ເດືອນຕົ້ນປີ ສປປ ລາວ ສາມາດສົ່ງອອກສິນຄ້າ ໄດ້ 1.600 ລ້ານໂດລາ

ມູນຄ່າການສົ່ງອອກສິນຄ້າ ຂອງ ສປປ ລາວ ນັບແຕ່ເດືອນມັງກອນ ເຖິງ ເດືອນມີນາ 2021 ບັນລຸໄດ້ປະມານ 1.600 ລ້ານໂດລາສະຫະລັດ, ສ່ວນມູນຄ່າການນໍາເຂົ້າ ປະມານ 1.500 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 100 ລ້ານໂດລາສະຫາລັດ. ໃນນັ້ນ, ຄູ່ຮ່ວມການຄ້າທັງນໍາເຂົ້າ ແລະ ສົ່ງອອກ ມີຫລາຍກ່ວາ 19 ປະເທດ, ເຊິ່ງມີ 3 ປະເທດຫລັກ ທີ່ເປັນຄູ່ການຄ້າ ທີ່ມີຊາຍແດນຕິດຈອດກັນ, ໃນນັ້ນມີມູນຄ່າໃນການນໍາເຂົ້າ ແລະ ສົ່ງອອກ ຫລາຍສຸດແມ່ນ ປະເທດໄທ, ຈີນ ແລະ ຫວຽດນາມ. ໝວດສິນຄ້າສົ່ງອອກຫລັກ ແມ່ນ ມັນຕົ້ນ ມີມູນຄ່າປະມານ 175 ລ້ານໂດລາສະຫະລັດ, ແຮ່ທອງ ມີມູນຄ່າປະມານ 124 ລ້ານໂດລາສະຫະລັດ ແລະ ຄໍາປະສົມ, ຄໍາແທງ ມີມູນຄ່າປະມານ 268 ລ້ານໂດລາສະຫະລັດ. ສຳລັບໝວດສິນຄ້ານໍາເຂົ້າ ທີ່ມີມູນຄ່າສູງສຸດ ແມ່ນ ພາຫະນະທາງບົກ (ນອກຈາກລົດຈັກ, ...

Read More »

ລັດຖະບານ ອະນຸຍາດເປີດຂົນສົ່ງໂດຍສານ ແຕ່ຕ້ອງ ສັກວັກແຊງຄົບ 2 ເຂັມ ໄດ້ 1 ເດືອນຂຶ້ນໄປຈຶ່ງເດີນທາງໄດ້

ໃນວັນທີ 4 ພຶດສະພາ 2021 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 595/ຫສນຍ ເລື່ອງ: ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະ ກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນໄລຍະ ວັນທີ 5-19 ມິຖຸນາ 2021. ອີງຕາມແຈ້ງການສະບັບເລກທີ 595 /ຫສນຍ ລົງວັນທີ 4 ມິຖຸນາ 2021 ກໍານົດ 12 ມາດຕະ ການຜ່ອນຜັນ, ສຳລັບຂໍ້ 9. ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນໄດ້ປົກກະຕິ. ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ ລະຫວ່າງ ແຂວງຕໍ່ແຂວງ ທີ່ບໍ່ມີການລະບາດໃນຊຸມຊົນໄດ້ໂດຍບໍ່ໃຫ້ກັກໂຕ, ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ເຈລລ້າງມືຄັກແນ່. ອະນຸຍາດການຂົນສົ່ງໂດຍສານທາງບົກ ແລະ ທາງອາກາດ ລະຫວ່າງນະຄອນຫລວງວຽງຈັນ ກັບບັນດາແຂວງທົ່ວປະເທດ ສຳລັບຜູ້ໂດຍສານທີ່ສັກວັກແຊງ ຄົບ 02 ເຂັມໄດ້ ...

Read More »

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ປະທານມູນນິທິກອງທຶນ ແບ່ງປັນເຊິ່ງກັນ ແລະ ກັນ

ໃນວັນທີ 4 ມິຖຸນາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຫລຽງ ເຈິນ ຢິງ ຮອງປະທານສະພາທີ່ປຶກສາການເມືອງ ແຫ່ງ ສປ ຈີນ, ປະທານມູນນິທິ ກອງທຶນແບ່ງປັນເຊິ່ງກັນ ແລະ ກັນ (GX Foundation) ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດທີ່ມາມອບເຄື່ອງຊ່ວຍເຫລືອເພື່ອປ້ອງກັນ ແລະ ຄວບຄຸມ ການລະບາດຂອງພະຍາດໂຄວິດ -19 ແກ່ ສປປ ລາວ. ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ທີ່ທາງມູນນິທິ GX Foundation ໄດ້ໃຫ້ການຊ່ວຍ ເຫລືອດ້ານອຸປະກອນການແພດແກ່ ສປປ ລາວ, ເຊິ່ງເປັນປະກອບສ່ວນອັນສຳຄັນ ເຂົ້າໃນການຊ່ວຍໃຫ້ ສປປ ລາວ ...

Read More »

ລັດຖະບານລາວ ກໍານົດເປົ້າໝາຍສັກວັກຊິນປ້ອງກັນໂຄວິດ-19 ໃຫ້ປະຊາຊົນ ໃຫ້ໄດ້ 3,7 ລ້ານຄົນ ໃນປີ 2021

ໃນວັນທີ 4 ມິຖຸນາ 2021 ທີ່ກະຊວງສາທາລະສຸກ ໄດ້ມີກອງປະຊຸມຮ່ວມກັບສື່ມວນຊົນ ກ່ຽວກັບວັກແຊງກັນພະຍາດໂຄວິດ-19, ໂດຍການເປັນປະທານຂອງ ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ມີຕາງໜ້າອົງການຢູນີເຊບ, ອົງການອະນາໄມໂລກ ປະຈຳ ລາວ, ພ້ອມດ້ວຍບັນດາສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຮ່ວມກັບສື່ມວນຊົນຄັ້ງນີ້, ເພື່ອແນະນໍາໃຫ້ແກ່ສື່ມວນຊົນກ່ຽວກັບວັກຊິນກັນພະຍາດໂຄວິດ-19 ທີ່ກໍາລັງສ້າງຄວາມເຊື່ອໝັ້ນຕໍ່ຄວາມປອດໄພ ແລະ ປະສິດທິຜົນຂອງວັກຊິນ. ພ້ອມນີ້, ກອງປະຊຸມ ຍັງຈະຖືໂອກາດແຈ້ງ ໃຫ້ບັນດານັກຂ່າວ ກ່ຽວກັບຜົນໄດ້ຮັບຂອງການສັກວັກຊິນໃນໄລຍະຜ່ານມາ ແລະ ເປົ້າໝາຍທີ່ຈະສັກຢາວັກຊິນໃນໄລຍະຕໍ່ໄປ ສະບັບປັບປຸງທີ່ລັດຖະບານ ແຫ່ງ ສປປ ລາວ ກໍານົດໄວ້ ສໍາລັບ ປີ 2021. ໃນໂອກາດດັ່ງກ່າວ, ທ່ານ ດຣ. ພອນປະເສີດ ອຸນາພົມ ໄດ້ກ່າວວ່າ: ລັດຖະບານ ແຫ່ງ ສປປ ລາວ ໄດ້ກໍານົດເປົ້າໝາຍໃຫ້ປະຊາຊົນລາວ ໃຫ້ຮັບວັກຊິນປ້ອງກັນໂຄວິດ-19 ໃຫ້ໄດ້ 50% ຂອງປະຊາກອນທັງໝົດ ຫລື 3,7 ...

Read More »

ກອງປະຊຸມລະດັບຊາດ ເພື່ອຮ່ວມກັນ ສ້າງລະບົບສະບຽງອາຫານທີ່ຍືນຍົງ

ໃນວັນທີ 2 ມິຖຸນາ 2021, ກະຊວງກະສິກຳ ແລະ ປ່າໄມ້ ໂດຍຮ່ວມມືກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ອົງການສະຫະປະຊາຊາດ (ສປຊ) ໄດ້ຈັດກອງປະຊຸມລະດັບຊາດ ກ່ຽວກັບລະບົບສະບຽງອາຫານ 2021 ຂຶ້ນ (ກອງປະຊຸມທາງໄກ) ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດລະບົບສະບຽງອາຫານໂລກ 2021. ກອງປະຊຸມດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ເພັດ ພົມພິພັກ ລັດ ຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ຊາຣາ ເຊັກເກນເນສ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ເຊິ່ງໄດ້ລວບລວມເອົາຄູ່ຮ່ວມງານທີ່ຫລາກຫລາຍ ຈາກທຸກລະດັບຂອງລະບົບສະບຽງອາຫານພາຍໃນປະເທດ ແລະ ເນັ້ນໜັກໃສ່ການປຶກສາຫາລືກັນຢ່າງຮອບດ້ານ ລະຫວ່າງຄູ່ຮ່ວມງານ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດໃນປີນີ້ ທີ່ແນໃສ່ສ້າງລະບົບສະບຽງອາຫານໃນອະນາຄົດໃນທົ່ວໂລກໃຫ້ມີຄວາມຍືນຍົງ ແລະ ຍັງຈຸດປະກາຍ ວິທີທາງໃນການໄປເຖິງເປົ້າໝາຍດັ່ງກ່າວນຳອີກ.ກອງປະຊຸມລະດັບຊາດ ກ່ຽວກັບລະບົບສະບຽງອາຫານ 2021 ນີ້ ແນໃສ່ກໍານົດທິດທາງແຫ່ງຊາດ ເພື່ອກ້າວໄປສູ່ການສ້າງລະບົບສະບຽງອາຫານທີ່ຍືນຍົງ ໂດຍເນັ້ນໜັກໃສ່ 4 ຂົງເຂດຕົ້ນຕໍດັ່ງຕໍ່ໄປນີ້: 1) ຮັບປະກັນສະບຽງອາຫານທີ່ປອດໄພ ແລະ ...

Read More »

ກະຊວງ ຖວທ ມອບໃບຍ້ອງຍໍ ໃຫ້ທີມແພດໂຮງໝໍເດັກ ທີ່ໄດ້ຊ່ວຍເຫລືອສັກວັກຊີນ ໃຫ້ແກ່ພະນັກງານ

ໃນວັນທີ 3 ມິຖຸນາ 2021 ທີ່ຫໍວັດທະນະທໍາແຫ່ງຊາດ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕາງໜ້າມອບໃບຍ້ອງຍໍໃຫ້ກັບທີມແພດໂຮງໝໍເດັກ ທີ່ໄດ້ໃຫ້ການຊ່ວຍເຫລືອ ສັກວັກແຊງປ້ອງກັນໂຄວິດ-19 ໃຫ້ພະນັກງານ-ລັດ ຖະກອນ ຂອງກະຊວງດັ່ງກ່າວ, ພາຍຫລັງສັກວັກແຊງຄົບຈໍານວນ 2 ເຂັມ, ຕາງໜ້າຮັບໃບຍ້ອງຄັ້ງນີ້, ໂດຍ ທ່ານ ດຣ ໄຊຍະວົງ ບົວທອງທິບ ຮອງຜູ້ອຳນວຍການໂຮງໝໍເດັກ. ໂອກາດດຽວກັນນີ້, ກະຊວງ ຖວທ ຍັງໄດ້ປະກອບສ່ວນ ດ້ານອຸປະກອນການແພດຈຳນວນໜຶ່ງໃຫ້ແກ່ໂຮງໝໍເດັກ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ ໂຄວິດ-19 ນໍາອີກ. ທ່ານ ດຣ. ໄຊຍະວົງ ບົວທອງທິບ ກ່າວວ່າ: ການສັກວັກແຊງປ້ອງກັນໂຄວິດ-19 ທີ່ຢູ່ໃນຄວາມຮັບຜິດຊອບຂອງໂຮງໝໍເດັກພວກເຮົາ ທັງໝົດມີ 7 ກະຊວງ ແລະ 1 ບໍລິສັດ, ເຊິ່ງວັກແຊງທີ່ສັກປະກອບມີ ຊີໂນຟາມ (Sinopharm) ແລະ ແອສຕຣາເຊນີກາ (Astra ...

Read More »

ສປປ ລາວ ເລັ່ງສັກວັກຊີນຮອບທີ 2 ຕ້ານການແຜ່ລະບາດພະຍາດໂຄວິດ-19

ສປປ ລາວ ພວມເລັ່ງສັກວັກແຊງຮອບທີສອງ ໃຫ້ພະນັກງານ-ລັດຖະກອນ, ພະນັກງານ ທະ ຫານ-ຕ່ຳຫລວດ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເພື່ອຕ້ານ ແລະ ສະກັດກັ້ນ ການແຜ່ລະບາດລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ບໍ່ໃຫ້ແຜ່ລາມເປັນວົງກວ້າງ ແລະ ໝົດໄປໂດຍໄວ. ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກແຊງ ຫລື ບໍ່ເປັນກຸ່ມສ່ຽງ ພັກ-ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ກະຊວງສາທາລະນະສຸກ ຈັດຫາວັກແຊງ ເພື່ອສັກໃຫ້ປະຊາຊົນໃຫ້ໄດ້ຢ່າງໝ້ອຍ 50 ເປີເຊັນ ຂຶ້ນໄປ. ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ ໃນວັນທີ 2 ມິຖຸນາ 2021 ນີ້ ວ່າ: ມາຮອດວັນທີ 2 ມິຖຸນາ 2021 ນີ້, ສປປ ລາວ ສາມາດສັກວັກແຊງ ເຂັມທີ 1 ໄດ້ 664.661 ໂດສ ແລະ ເຂັມທີ 2 ໄດ້ ...

Read More »

ລັດຖະບານໄທ ຊ່ວຍເຫລືອອຸປະກອນການແພດ ໂຮງໝໍແຂວງບໍ່ແກ້ວ ແລະແຂວງໄຊຍະບູລີ

ວັນທີ 28 ພຶດສະພາ ຜ່ານມານີ້ ທີ່ດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 4 (ຊຽງຂອງ-ຫ້ວຍຊາຍ)ໄດ້ມີພິທີມອບການຊ່ວຍເຫຼືອ ຈາກຊວງການຕ່າງປະເທດໄທ ເພື່ອສະໜັບສະໜູນ ສປປ ລາວ ໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ຕາງໜ້າຝ່າຍໄທ ກ່າວມອບໂດຍທ່ານ ວັດຊະຣະພົງ ຄຳຫຼ້າ ຫົວໜ້າພະແນກສາທາລະນະສຸກ ຈັງຫວັດຊຽງຮາຍ, ຕາງໜ້າຝ່າຍລາວກ່າວຮັບໂດຍ ດ.ຣ. ບຸນຍະເວດ ວົງຄຳຊາວ ຫົວໜ້າພະແນກສາທາລະນະສຸກແຂວງບໍ່ແກ້ວ ແລະຄະນະ. ເຄື່ອງຊ່ວຍເຫລືອດັ່ງກ່າວ ເປັນຫ້ອງກວດຫາເຊື້ອ, ເປັນສ່ວນໜຶ່ງຂອງໂຄງການເພີ່ມຂີດຄວາມສາມາດໃນການກວດຫາເຊື້ອພະຍາດໂຄວິດ 19. ຊຶ່ງໃນໂອກາດທີ່ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໄດ້ແຈ້ງໄວ້ເມື່ອວັນທີ 7 ພຶດສະພາ 2021 ວ່າ: ລັດຖະບານໄທ ໄດ້ຈັດໂຄງການເພື່ອຮັບມືກັບພະຍາດໂຄວິດ 19 ໂດຍມີແຜນ ຈະສະໜັບສະໜູນອຸປະກອນດ້ານການແພດ ເພື່ອເພີ່ມຂີດຄວາມສາມາດໃນການກວດຫາເຊື້ອໂຄວິດ 19 ໃຫ້ໂຮງໝໍແຂວງບໍ່ແກ້ວ ແລະ ໂຮງໝໍ ແຂວງໄຊຍະບູລີ ດ້ວຍການຕິດຕັ້ງເຄື່ອງກວດຫາເຊື້ອແບບ RT-PCR ພ້ອມເຄື່ອງມື ແລະ DNA/RNA Extract ...

Read More »

ຄໍາເຫັນຂອງທ່ານ ນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 01 ມິຖຸນາ 2021

– ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ ! – ລູກຫຼານລາວບັນດາເຜົ່າ ທີ່ຮັກແພງທັງຫລາຍ ! ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຂ້າພະເຈົ້າຕາງໜ້າໃຫ້ການນຳ ພັກ-ລັດ ຂໍຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງ ລູກໆ ຫຼານໆ ເດັກນ້ອຍລາວບັນດາເຜົ່າ ທຸກຖ້ວນໜ້າ ໃນທົ່ວປະເທດ. ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ໃນທຸກໆປີຜ່ານມາ ແມ່ນປາງບຸນໃຫຍ່ຂອງເດັກນ້ອຍໃນທົ່ວໂລກ ກໍ່ຄືເດັກນ້ອຍລາວ. ແຕ່ເປັນໜ້າເສຍດາຍທີ່ວ່າ ການສະເຫຼີມສະຫຼອງຢູ່ປະເທດເຮົາໃນປີນີ້ ແມ່ນ ບໍ່ສາມາດຈັດພິທີສະຫຼອງໃຫຍ່ ແລະ ບໍ່ສາມາດເຕົ້າໂຮມລູກຫຼານ ເພື່ອສະແດງອອກເຖິງຄວາມຮູ້ຄວາມສາມາດໃນ ລາຍການສິລະປະວັນນະຄະດີ ແລະ ການແຂ່ງຂັນຕ່າງໆ ຕິດພັນກັບຂະບວນການປູກຕົ້ນໄມ້ແຫ່ງຊາດ ຢ່າງກວ້າງຂວາງໄດ້, ເນື່ອງຈາກມີການແຜ່ລະບາດຂອງເຊື້ອພະຍາດ COVID-19 ເປັນວົງກວ້າງຢູ່ຫຼາຍບໍລິເວນ ຊຶ່ງເປັນໄພອັນຕະລາຍຕໍ່ ຄວາມປອດໄພດ້ານສຸຂະພາບ ແລະ ຊີວິດຂອງປະຊາຊົນເຮົາ ກໍ່ຄື ເດັກນ້ອຍເຮົາ. ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ ! ໃນປະຈຸບັນນີ້ ທົ່ວພັກ, ທົ່ວລັດ ແລະ ...

Read More »

ລັດຖະບານສະຫະລັດອາເມຣິກາ ມອບອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ 1.870 ລ້ານກີບ ໃຫ້ກະຊວງສາທາລະນະສຸກ

ລັດຖະບານສະຫະລັດອາເມລິກາ ໄດ້ນຳເອົາຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ1.870ລ້ານກີບ ມອບໃຫ້ກະຊວງສາທາລະນະສຸກ ແຫ່ງ ສປປ ລາວໃນວັນທີ 25 ພຶດສະພາ 2021; ຕາງໜ້າມອບໂດຍ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ.ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. ອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກ ທີ່ນຳມາມອບໃນຄັ້ງນີ້, ແມ່ນເປັນການມອບຄັ້ງທຳອິດ ຈາກການມອບຮັບສອງຄັ້ງໂດຍຜ່ານການຊ່ວຍເຫລືອ ຂອງສູນບັນຊາການກອງທັບສະຫະລັດປະຈຳພາກພື້ນອິນໂດປາຊີຟິກ, ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໃຫ້ແກ່ສູນກັກບໍລິເວນ 25 ແຫ່ງ ທົ່ວປະເທດຂອງ ສປປ ລາວ. ການມອບເຄື່ອງດັ່ງກ່າວ ແມ່ນເພື່ອຕອບສະໜອງຕາມຄວາມຕ້ອງການຂອງທາງບຸກຄະລາກອນແພດໝໍ, ຜູ້ທີ່ເຮັດວຽກປະຈຳຢູ່ສູນກັກບໍລິເວນ ແລະ ຜູ້ທີຖືກກັກບໍລິເວນໃນແຕ່ລະສູນ, ທັງນີ້ກໍ່ເພື່ອເປັນການສຶບຕໍ່ຊ່ວຍເຫລືອວຽກງານຂອງອົງການອາຫານໂລກທີ່ດຳເນີນການຊ່ວຍເຫຼືອຢູ່ສູນດັ່ງກ່າວນັ້ນ. ການຊ່ວຍເຫຼືອນີ້ ມີມູນຄ່າລວມທັງໝົດແມ່ນ 203,000 ໂດລາສະຫະລັດ ທ່ານ ປີເຕີ ເຮມ໋ອນ ໄດ້ຊົມເຊີຍຕໍ່ລັດຖະບານລາວ ທີ່ສາມາດສືບຕໍ່ຄວບຄຸມສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ພ້ອມທັງຈະສືບຕໍ່ຊ່ວຍເຫລືອ ສປປ ລາວ ໃນການຄວມຄຸມພະຍາດໂຄວິດ-19, ...

Read More »