ສະຫລຸບໄດ້ສະຖານະການໂຄວິດ ສປປ ລາວ ມື້ນີ້ມີຜູ້ຕິດເຊື້ອໃຫມ່ +956 ຄົນ, ລວມທັງໝົດຜູ້ຕິດເຊື້ອໃນລາວ 45,020 ຄົນແລ້ວ. ແລະ ຖ້າຍັງເປັນແບບເກົ່າອາດຈະເພິ່ມຂື້ນຮອດ 5 ໝື່ນຄົນພາຍໃນອາທິດນີ້ກໍ່ເປັນໄດ້.ສ່ວນຈຳນວນຜູ້ ເສຍຊີວິດເພິ່ມ 1 ຄົນ . ສ່ວນລາຍລະອຽດເພີ່ມຕື່ມ ຈະມີການຖະແຫຼງຂ່າວ ຈາກຄະນະສະເພາະກິດ ໃນເວລາ 10:30 ຂໍໃຫ້ທຸກທ່ານຈົ່ງຮັກສາສຸຂະພາບ ອັດປາກອັດດັງທຸກຄັ້ງ ແລະ ລ້າງມືທຸກຄັ້ງ ເມຶ່ອອອກຈາກບ້ານ ດ້ວຍຄວາມເປັນຫ່ວງຈາກທີມງານ#TargetMagazine UPDATE COVID-19 CASES IN LAOS NOVEMBER 5TH 2021
Read More »ກະແສສັງຄົມ
ນັກວິເຄາະເປັນຫ່ວງບັນດາປະເທດອາຊຽນເລັ່ງເປີດປະເທດແຕ່ອາດຍັງບໍ່ທັນພ້ອມ
ນັກວິເຄາະມີຄວາມເປັນຫ່ວງກ່ຽວກັບບັນດາປະເທດອາຊຽນເລັ່ງເປີດບໍລິການຄືນໃໝ່ ທ່າມກາງຄວາມເປັນຫ່ວງກ່ຽວກັບຄວາມບໍ່ສະເໝີພາບດ້ານວັກແຊງ ແລະ ຈຳນວນຜູ້ຕິດເຊື້ອທີ່ສູງ. ສິ່ງດັ່ງກ່າວເຮັດໃຫ້ຄວາມຈໍາເປັນໃນການຊັ່ງຊາລະຫວ່າງ ບັນຫາປາກທ້ອງຂອງຜູ້ອອກແຮງງານໃນອຸດສາຫະກໍາການທ່ອງທ່ຽວ ແລະ ຄວາມສ່ຽງຕໍ່ການແຜ່ລະບາດຂອງໂຄວິດການແຜ່ລະບາດຂອງໂຄວິດ -19 ເຮັດໃຫ້ມີ ກົດລະບຽບແລະຂໍ້ບັງຄັບແກ່ ນັກທ່ອງທ່ຽວ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ. ປັດໃຈເຫຼົ່ານີ້ເຮັດໃຫ້ຜູ້ເດີນທາງ ກໍ່ຄື ນັກທ່ອງທ່ຽວ ບໍ່ສາມາດມີເສລີຄືກັບກ່ອນການລະບາດຂອງພະຍາດໂຄວິດໄດ້ອີກ.ໃນນັ້ນມາດຕະການ ແລະ ລະບຽບການຕ່າງໆ ທັງໝົດນັ້ນແມ່ນປັດສະຈາກບໍ່ໄດ້ທີ່ຈະໄປຂັດຂວາງການ ວຽກງານການກະຕຸ້ນການທ່ອງທ່ຽວ. ມັນໄດ້ກະທົບຕໍ່ການຕັດສິນໃຈໃນການເດີນທາງໄປຕ່າງປະເທດ, ຕາມຂໍ້ມູນຂອງອົງການທ່ອງທ່ຽວໂລກຂອງສະຫະປະຊາຊາດມີວ່າ, ນັກທ່ອງທ່ຽວຈີນໃຊ້ເງິນໄປທ່ຽວຕ່າງປະເທດຫຼາຍເຖິງ 254,6 ຕື້ໂດລາສະຫະລັດ, ເຮັດໃຫ້ນັກທ່ອງທ່ຽວຈີນມີຄວາມສຳຄັນທີ່ສຸດຕໍ່ການຂະຫຍາຍຕົວຂອງຂະແໜງການທ່ອງທ່ຽວ. ບັນດາປະເທດໃນພາກພື້ນອາຊຽນ ໄດ້ກ້າວເຂົ້າສູ່ການເປີດເສດຖະກິດຄືນໃໝ່ ພາຍຫຼັງໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19, ໃນປີ 2019, ຂະແໜງການທ່ອງທ່ຽວໃນພາກພື້ນອາຊຽນມີມູນຄ່າ 393 ຕື້ໂດລາສະຫະລັດ. ລາຍຮັບການທ່ອງທ່ຽວກວມເອົາ 1 ສ່ວນ 5 ຂອງ GDP ຂອງປະເທດໄທ ແລະ 1 ສ່ວນ 3 ຂອງ GDP ຂອງກຳປູເຈຍ (ຂໍອະໄພທີ່ບໍ່ມີຂໍ່ມູນຂອງປະເທດລາວເຮົາ) ແຕ່ COVID-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຂະແໜງການທ່ອງທ່ຽວ ນັກທ່ອງທ່ຽວໄດ້ຫຼຸດລົງ 81 ເປີເຊັນໃນປີກາຍນີ້. ນັກວິເຄາະເປັນຫ່ວງບັນດາປະເທດອາຊຽນເລັ່ງເປີດປະເທດແຕ່ອາດຍັງບໍ່ທັນພ້ອມ
Read More »ພູມຄຸ້ມກັນໝູ່ແມ່ນຫຍັງ? ມະຫານະຄອນນິວເດລີ ເກີດແລ້ວ… COVID ANTIBODIES
ພູມຄຸ້ມກັນໝູ່ແມ່ນຫຍັງ? ມະຫານະຄອນນິວເດລີ ເກີດແລ້ວ…ພູມຕ້ານທານຂອງ Covid ພົບຢູ່ໃນ 97% ຂອງຜູ້ຢູ່ເມືອງ Delhiທີ່ນິວແດນລີ ຂອງອິນເດຍ: ການສໍາຫຼວດຊີວະສາດຄັ້ງທີ 6 ໃນນະຄອນຫຼວງໄດ້ເປີດເຜີຍວ່າ ມີຈຳນວນຫຼາຍເຖິງ 97% ຂອງປະຊາກອນໃນເມືອງເດລີມີພູມຕ້ານທານ Covid-19, ເພີ່ມຂຶ້ນຢ່າງຫຼວງຫຼາຍຈາກ 56.1% ທີ່ໄດ້ລາຍງານໃນການສໍາຫຼວດທີ່ຜ່ານມາທີ່ປະຕິບັດໃນເດືອນມັງກອນ, ກ່ອນທີ່ຈະມີການສຳຫລວດຄັ້ງທີສອງໃນ ປະເທດ. ລາຍງານຂອງອົງການດັ່ງກ່າວໃນວັນພຸດວານນີ້ໄດ້ເຮັດໃຫ້ຕົວເລກດັ່ງກ່າວຢູ່ໃນລະດັບ 90%.ອັດຕາການແຜ່ລະບາດຂອງພະຍາດໂຄວິດຢູ່ລະຫວ່າງ 93,3% ຫາ 99,8% ຢູ່ທົ່ວ 11 ເມືອງ. ເກືອບທຸກຄົນທີ່ໄດ້ຮັບການສັກຢາປ້ອງກັນໄດ້ພັດທະນາພູມຕ້ານທານ. ໃນ 4 ເມືອງມີຫຼາຍກວ່າ 99% ທີ່ຜີຜົນຕອບຮັບໃນທາງທີ່ດີ. ອັດຕາການແຜ່ລະບາດທີ່ສູງທີ່ສຸດແມ່ນ 92.3% ໃນບັນດາຄົນອາຍຸສູງກວ່າ 50 ປີ, ຕິດຕາມມາດ້ວຍ 90.3% ໃນກຸ່ມອາຍຸ 18-49 ປີ ແລະ 81.8% ໃນກຸ່ມອາຍຸຕໍ່າກວ່າ 18 ປີ.ຂ່າວຈາກ: The Time of India#TargetMagazine COVID ANTIBODIES
Read More »ຄ່າໃຊ້ຈ່າຍນຳ້ມັນຕໍ່ເດືອນຂອງທ່ານແມ່ນເທົ່າໃດ?
ຄ່າໃຊ້ຈ່າຍນຳ້ມັນຕໍ່ເດືອນຂອງທ່ານແມ່ນເທົ່າໃດເນື້ອຂ່າວ: ເມື່ອລາຄານຳ້ມັນແພງຂຶ້ນ ທຸກທ່ານທີ່ໃຊ້ລົດໃນການເດີນທາງແຕ່ລະວັນກໍຈະໄດ້ຮັບຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້. ໂດຍສະເລ່ຍແລ້ວເດືອນໜຶ່ງທ່ານຈ່າຍນຳ້ມັນທໍ່ໃດ?ອີງຕາມ ຂ່າວຈາກປະເທດໄທ ຄ່າໃຊ້ຈ່າຍຄົວເຮືອນໃນການໃຊ້ນຳ້ແມ່ນ 1.361ບາດຕໍ່ເດືອນ (ປະມານ 480.000 ກີບ), ເຊິ່ງເມື່ອລາຄານຳ້ມັນພຸ່ງຂຶ້ນເກືອບ 25% ສະແດງວ່າຄ່າໃຊ້ຈ່າຍເພີ່ມແມ່ນ 340ບາດ (ປະມານ 120.000 ກີບ). ທ້າຍສຸດນີ້, ຫວັງວ່າສະພາບການລາຄານຳ້ມັນໃນຕະຫຼາດໂລກຈະຫລຸດລົງ ແລະ ຂໍໃຫ້ລັດຖະບານລາວ ອອກນະໂຍບາຍຊ່ວຍເຫຼືອປະຊາຊົນ ຫລຸດຜ່ອນຜົນກະທົບດ້ວຍ. #TargetMagazine ຄ່າໃຊ້ຈ່າຍນຳ້ມັນຕໍ່ເດືອນຂອງທ່ານແມ່ນເທົ່າໃດ?
Read More »ໂລກໄດ້ສັນຍາວ່າຈະ ຢຸດການປ່ອຍອາຍພິດທາດເຮືອນແກ້ວ.
ໂລກລໍຖ້າສັນຍາຈາກມວນມະນຸດ, ທີ່ໂລກໄດ້ສັນຍາວ່າຈະ ຢຸດການປ່ອຍອາຍພິດທາດເຮືອນແກ້ວ. ປະເທດເຫຼົ່ານີ້ບໍ່ບັນລຸເປົ້າໝາຍຂອງພວກເຂົາ.(CNN) ເກືອບ 200 ປະເທດໄດ້ໃຫ້ຄຳໝັ້ນສັນຍາຈະຢຸດການປ່ອຍອາຍພິດທາດເຮືອນແກ້ວ ເພື່ອປ້ອງກັນຜົນສະທ້ອນທີ່ຮ້າຍແຮງທີ່ສຸດຂອງວິກິດການດິນຟ້າອາກາດ, ແຕ່ຍັງມີຊ່ອງຫວ່າງອັນໃຫຍ່ຫຼວງລະຫວ່າງສິ່ງທີ່ໄດ້ສັນຍາໄວ້ກັບສິ່ງທີ່ນັກວິທະຍາສາດເວົ້າ ເຖິງຄວາມຈໍາເປັນ, ອີງຕາມບົດລາຍງານຂອງອົງການສິ່ງແວດລ້ອມຂອງສະຫະປະຊາຊາດ. . ເຫຼືອເວລາພຽງ 5 ມື້ ຈົນກວ່າບັນດາຜູ້ນຳຈະພົບປະກັນຢູ່ກອງປະຊຸມການເຈລະຈາກ່ຽວກັບດິນຟ້າອາກາດ COP26 ຂອງ ສປຊ ທີ່ນະຄອນ Glasgow, ປະເທດສະກັອດແລນ, ຫຼາຍສິບປະເທດຍັງບໍ່ທັນໄດ້ແກ້ໄຂຕາມຄຳໝັ້ນສັນຍາຂອງຕົນຢ່າງເປັນທາງການ ທີ່ຈະຫຼຸດຜ່ອນການປ່ອຍອາຍພິດ, ເພາະມັນເປັນສິ່ງທີ່ເຂົາເຈົ້າຄວນປະຕິບັດໃຫ້ໄດ້ຕາມກົດລະບຽບຂອງສັນຍາປາຣີ ທີ່ໄດ້ຕົກລົງກັນໃນປີ 2015.ໃນບັນດາປະເທດ G20 ເຊິ່ງກວມເອົາ 80% ຂອງການປ່ອຍອາຍພິດຂອງໂລກ, ມີພຽງ 6 ປະເທດເທົ່ານັ້ນທີ່ໄດ້ເຮັດໄດ້ຕາມເປົ້າໝາຍຢ່າງເປັນທາງການ. ບົດລາຍງານຍັງໄດ້ພົບເຫັນວ່າ 6 ປະເທດ G20 ລວມທັງສະຫະລັດບໍ່ເຄີຍບັນລຸເປົ້າໝາຍເກົ່າຂອງຕົນ. ລວມທັງ ການາດາ, ອົດສະຕາລີ, ບຣາຊິນ, ເກົາຫຼີໃຕ້ ແລະ ເມັກຊິໂກ. ເຫັນໄດ້ວ່າ ນັກການເມືອງຂີ້ຕົວະມາຕະຫລອດ ມື້ແຕ່ເວົ້າວ່າຈະເຮັດ ແຕ່ບໍ່ໄດ້ເຮັດແທ້ ໂລກຈັງຮ້ອນເກີດໄພທຳມະຊາດຫລາຍຂຶ້ນ ເພາະທຳມະຊາດ ຕ້ອງການສັນຍາໃໝ່ທີ່ເຮັດແທ້ທຳຈິງຈາກມວນມະນຸດ ໂລກລໍຖ້າສັນຍາໃໝ່ທີ່ເຮັດແທ້ທຳຈິງຈາກມວນມະນຸດ
Read More »ອົງການ FAO ມອບອຸປະກອນ ແລະ ເຄື່ອງ ໃຊ້ທີ່ຈຳເປັນ ແກ່ລາວ ເພື່ອຕອບໂຕ້ໂຄວິດ-19
ອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (UN FAO) ໄດ້ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອຕອບໂຕ້ພະຍາດໂຄວິດ-19 ມູນຄ່າ ປະມານ 370 ລ້ານກີບ (37.810 ໂດລາສະຫະລັດ) ປະກອບມີ ຕູ້ເກັບຕົວຢ່າງ, ຊຸດນໍ້າຢາ ແລະ ເຄື່ອງໃຊ້ເພື່ອກວດຫາພະຍາດໂຄວິດ-19 ໃຫ້ແກ່ສູນວິເຄາະ ແລະ ລະບາດວິທະຍາ ຂອງກົມຄວບຄຸມພະຍາດຕິດຕໍ່, ກະ ຊວງສາທາລະນະສຸກ ແລະ ໂຮງໝໍ ຫລື ແຂວງຕາມຄວາມຕ້ອງການ. ພິທີມອບ-ຮັບເຄື່ອງໃນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2012 ທີ່ນະຄອນຫລວງວຽງຈັນ, ຕາງໜ້າມອບໂດຍ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າຂອງອົງການ FAO ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງ ສາທາລະນະສຸກ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ. ທ່ານ ນາຊາ ຮາຢັດ ໄດ້ກ່າວວ່າ: ...
Read More »ສະພາ ສະເໜີຮ່າງມະຕິ ວ່າດ້ວຍການພິຈາລະນາ ເເຜນພັດທະນາພະລັງງານໄຟຟ້າ, ແຮ່ທາດເເຫ່ງຊາດ
ໃນວັນທີ 12 ກໍລະກົດ 2021 ສະພາແຫ່ງຊາດ ໄດ້ຈັດຕັ້ງສໍາມະນາເປີດກວ້າງ ເພື່ອປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ເນື້ອໃນຮ່າງມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການພິຈາລະນາ ແຜນພັດທະນາພະລັງງານໄຟຟ້າ ແລະ ແຮ່ທາດ ເເຫ່ງຊາດ, ໂຄງການສໍາປະທານ ພັດທະນາໄຟຟ້າ, ບໍ່ແຮ່ ແລະ ໂຄງລ່າງພື້ນຖານ ເພື່ອຮັບປະກັນເຮັດໃຫ້ເນື້ອໃນຂອງຮ່າງມະຕິດັ່ງ ກ່າວ ມີຄວາມອຸດົມສົມບູນ, ຄົບຖ້ວນ, ຊັດເຈນ ແລະ ເປັນເອກະພາບກັບບັນດາຂະແໜງການກ່ຽວຂ້ອງ ກ່ອນນຳເຂົ້າພິຈາລະນາ ແລະ ຮັບຮອງ ໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ໂດຍມີ ທ່ານ ລິນຄໍາ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ, ພ້ອມດ້ວຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ມະນິໂສ ຊາມຸນຕີ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ໄດ້ສະເໜີຫຍໍ້ ກ່ຽວກັບການສ້າງຮ່າງມະຕິດັ່ງກ່າວ, ໂດຍທ່ານ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນຂອງການສ້າງຮ່າງມະຕິດັ່ງກ່າວ, ເຊິ່ງເປັນການຜັນຂະຫຍາຍບັນດາມາດຕາຂອງກົດໝາຍ ...
Read More »ສະວິດເຊີແລນ ໃຫ້ການຊ່ວຍເຫລືອດ້ານສະບຽງອາຫານ ໃຫ້ແກ່ແຮງງານລາວ ຢູ່ສູນຈຳກັດບໍລິເວນ
ໃນວັນທີ 12 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ, ອົງການເພື່ອການພັດທະ ນາ ແລະ ຮ່ວມມືສະວິດເຊີແລນ ມອບການຊ່ວຍເຫລືອດ້ານສະບຽງອາຫານ ມູນຄ່າເກືອບ 790.000 ໂດລາສະຫະລັດ ໃຫ້ແກ່ບັນດາສູນຈຳກັດບໍລິເວນ ໃນ 6 ແຂວງ ຄື ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ, ບໍ່ແກ້ວ, ສະຫວັນນະເຂດ ແລະ ຈຳປາສັກ. ການມອບການຊ່ວຍເຫລືອໃນຄັ້ງນີ້, ຈະຊ່ວຍໃຫ້ອົງການອາຫານໂລກ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດ ເພື່ອສືບຕໍ່ສະໜອງອາຫານທີ່ມີໂພຊະນາການ 3 ຄາບໃນແຕ່ລະມື້ ໃຫ້ແກ່ແຮງງານປະມານ 8.000 ຄົນ ທີ່ເດີນທາງມາຈາກປະເທດເພື່ອນບ້ານ ກັບຄືນສູ່ບ້ານເຮືອນຂອງເຂົາເຈົ້າ, ເຊິ່ງຈະສາມາດສະໜອງອາຫານຫລາຍກວ່າ 335.000 ຄາບອາຫານ ໃນໄລຍະເວລາປະມານ 2 ເດືອນເຄິ່ງ. ຕາງໜ້າລົງນາມຄັ້ງນີ້, ໂດຍທ່ານ ຈອນ ຟລັງຊົວ ຄິວໂນດ ຜູ້ອຳນວຍການພາກພື້ນແມ່ນໍ້າຂອງ, ອົງການເພື່ອການພັດທະນາ ແລະ ຮ່ວມມີ ສະວິດເຊີແລນ ແລະ ທ່ານ ດຣ. ບຸນແຟງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ...
Read More »ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ-ຫວຽດນາມ ພົບປະຫາລືກັນ ທີ່ນະຄອນຫລວງຮ່າໂນ້ຍ
ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ້ຽມຢາມພົບປະ ກັບ ສະຫາຍ ບຸ່ຍ ແທັງ ເຊີນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ກະຊວງການຕ່າງປະເທດ ສສ ຫວຽດນາມ ນະຄອນຫລວງຮ່າໂນ້ຍ, ເນື່ອງໃນໂອກາດທີ່ ສະຫາຍ ລັດຖະມົນຕີ ກະຊວງການຕ່າງປະເທດລາວ ຕິດຕາມ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ລະຫວ່າງ ວັນທີ 28-29 ມິຖຸນາ 2021. ໃນໂອກາດນີ້, ສະຫາຍ ບຸ່ຍ ແທັງ ເຊີນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະ ກັບ ສະຫາຍ ...
Read More »ຮຽກຮ້ອງໃຫ້ທຸກຄົນປະຕິບັດມາດຕະການປ້ອງກັນ ໂຄວິດ ໃຫ້ເຂັ້ມງວດຫລາຍຂຶ້ນກວ່າເກົ່າ
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ຮຽກຮ້ອງມາຍັງທຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິ ບັດມາດຕະການຕ່າງໆ ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ການຫ້າມຈັດງານລ້ຽງສັງສັນ, ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ ເພື່ອຫລຸດຜ່ອນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດໂຄວິດ-19. ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະ ຈຳການ, ຫົວໜ້າກອງເລຂາຄະນະສະເພາະກິດ ກ່າວໃນພິທີຖະແຫລງຂ່າວ ໃນວັນທີ 29 ມິຖຸນາ 2021 ນີ້ ວ່າ: ພວກເຮົາຍັງມີຄວາມສ່ຽງໃນການຕິດເຊື້ອ ເນື່ອງຈາກວ່າມີສາຍເຫດການແຜ່ລະບາດໃນຊຸມຊົມເຊັ່ນ: ການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີກໍລະນີການຈຳກັດບໍລິເວນບໍ່ທັນເຄັ່ງຄັດ, ຍັງມີການຊຸມແຊວ ແລະ ແຮງງານທີ່ກັບມາແຕ່ຕ່າງປະເທດຍັງເພີ່ມຂຶ້ນ. ສະນັ້ນ, ຂໍໃຫ້ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ, ເຊັ່ນດຽວກັບບັນດາຜູ້ປະກອບການ ກໍຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ໃຫ້ລະເມີດ ຫລື ມີການລັກເປີດບໍລິການ, ...
Read More »