ກະແສສັງຄົມ

ອັດຕະປື ຮີບຮ້ອນສັກຢາວັກຊິນໃຫ້ປະຊາຊົນ ເພື່ອປ້ອງກັນພະຍາດໂຄວິດ-19

ແຂວງອັດຕະປື ຮີບຮ້ອນສຸມໃສ່ການສັກວັກຊິນກັນພະຍາດໂຄວີດ-19 ຢ່າງເປັນຂະບວນກວ້າງຂວາງ,ໂດຍແມ່ນທີມງານສັກຢາຂັ້ນແຂວງ, ຂັ້ນເມຶອງ ໄດ້ລົງເຄຶ່ອນໄຫວສັກວັກຊີນປອ້ງກັນການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ເມຶອງສະໝາມໄຊ, ປະກອບມີ 6 ຈຸດ ຄຶ: ຈຸດບ້ານດົງບາກ, ບ້ານແທ , ບ້ານຕະມໍຢອດ , ບ້ານໄຊດອນໂຂງ, ບ້ານປາກບໍ່ ແລະ ບ້ານແບ່ງວິໄລ , ເຊີ່ງເປັນຂະບວນການໃນການສັກວັກຊິນປ້ອງກັນພະຍາດໂຄວິດ 19 ເພື່ອໃຫ້ບັນລຸຕາມຕົວເລກເປົ້າໝາຍທີ່ວາງໄວ້ ໂດຍໄດ້ແຕ່ງຕັ້ງໜ່ວຍເຄື່ອນທີ່ບໍລິການສັກວັກຊິນໃຫ້ປະຊາຊົນແຕ່ວັນທີ 12 – 18 ພຶດສະພາ 2021, ທາງທີມງານແພດໝໍ ໄດ້ລົງໃຫ້ບໍລິການຢູ່ທີ່ 6 ຈຸດຂອງເມືອງສະໝາມໄຊ ແຂວງອັດຕະປື,ເຊິ່ງເຫັນວ່າຈຳນວນຜູ້ມາຮັບການສັກວັກຊິນ ແມ່ນຍັງມີໜ້ອຍເມື່ອທຽບໃສ່ບ້ານອື່ນທີ່ໄດ້ເຄື່ອນໄຫວຜ່ານມາ ສາເຫດອາດຍ້ອນວ່າປະຊາຊົນຍັງມີຄວາມກັງວົນເລື່ອງຜົນຂ້າງຄຽງ,ແຕ່ທາງອຳນາດການປົກຄອງບ້ານ ກໍ່ຈະໄດ້ສືບຕໍ່ເອົາໃຈໃສ່ປຸກລະດົມເຊີນຊວນປະຊາຊົນພາຍໃນບ້ານໃຫ້ອອກມາຮັບສັກວັກຊິນ ເພື່ອປ້ອງກັນພະຍາດໂຄວິດ 19 ໃຫ້ໄດ້ຄົບຕາມເປົ້າໝາຍ. ໃນນັ້ນຍັງໄດ້ຮຽກຮ້ອງໃຫ້ປະຊົນຈົ່ງພ້ອມກັນໄປສັກວັກຊີນກັນພະຍາດໂຄວິດ-19 ໂດຍບໍ່ໄດ້ເສຍຄ່າ ຢູ່ຕາມສະ ຖານທີ່ໃກ້ບ້ານທ່ານໃນໂມງລັດຖະການ ເນື່ອງຈາກຜູ້ທີ່ສັກວັກຊີນ ຊ່ວຍໃຫ້ສາມາດມີພູມຄຸ້ມກັນປ້ອງກັນຈາກການຕິດເຊື້ອພະຍາດໂຄວິດໄດ້.ຂໍສະແດງຄວາມຍອ້ງຍໍຊົມເຊີຍມາຍັງ ອົງການ KOICA ທີ່ມີຄວາມເປັນຫວ່ງເປັນໄຍ ແລະເຫັນຄວາມສຳຄັນຕໍ່ຊີວິດ ແລະ ສຸຂະພາບຂອງປະຊາຊົນບັນດາເຜົ່າແຂວງອັດຕະປຶ ,ເຊີ່ງສະໝັບສະໜູນງົບປະມານໃນການລົງເຄຶ່ອນທີ່ໃນຄັ້ງນີ້. ຂ່າວ: ບັງອອນ ສທຂ

Read More »

ແຂວງຫລວງພະບາງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວ 6 ຄົນ

ແຂວງຫລວງພະບາງ ໄດ້ຮັບການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທັງໝົດ 13 ຄົນ, ຍິງ 9 ຄົນ, ມີເດັກນ້ອຍ 2 ຄົນ. ໃນນີ້, ຢູ່ ນະຄອນ ຫລວງພະບາງ ມີ 8 ຄົນ ແລະ ເມືອງຊຽງເງິນ 5 ຄົນຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວ ນັບແຕ່ວັນທີ 24 ເມສາ 2021 ເປັນຕົ້ນມາ. ຈາກການທຸ່ມເທເຫື່ອແຮງສະຕິປັນຍາ ປະຕິບັດມາດຕະການຕ່າງໆ ຂອງແພດໝໍ ແລະ ຕິດຕາມອາການຢ່າງໃກ້ຊິດ ມາຮອດວັນທີ 15 ພຶດສະພາ 2021 ໄດ້ປິ່ນປົວຫາຍດີແລ້ວ 6 ຄົນ ແລະ ໃຫ້ກັບບ້ານໄດ້. ສໍາລັບຜູ້ປ່ວຍໂຄວິດ-19 ທີ່ຫາຍດີ 6 ຄົນ, ປະກອບມີ ນາງ ຕຸລີ ອາຍຸ 34 ປີ ຢູ່ບ້ານນາຊ່າງເຫວີຍ, ນາງ ເມລິນ ອາຍຸ 19 ປີ ຢູ່ບ້ານ ເມືອງງາ, ...

Read More »

ຫວຽດນາມ ສະເໜີຫລາຍວິທີ ໃນການຊ່ວຍເຫລືອ ເພື່ອສະກັດກັ້ນການລະບາດເຊື້ອພະຍາດ COVID-19

ຄະນະຜູ້ແທນກະຊວງສາທາລະນະສຸກຫວຽດນາມ ໄດ້ປະສານສົມທົບກັບເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງ ເພື່ອຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນການສະກັດກັ້ນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ COVID-19. ພາຍຫລັງມາຮອດປະເທດລາວ, ຄະນະຜູ້ແທນກະຊວງສາທາລະນະສຸກ ໄດ້ປະສານສົມທົບກັບເຈົ້າໜ້າທີ່ເພື່ອປະຕິບັດມາດຕະການສະກັດກັ້ນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ COVID-19. ໃນວັນທີ 11-13 ພຶດສະພາ 2021, ຄະນະຜູ້ແທນໄດ້ມີແຜນການເຄື່ອນໄຫວ ເຮັດວຽກຢູ່ພະແນກສາທາລະນະສຸກ ແຂວງ ຈຳປາສັກ, ຮັບຟັງການລາຍງານສະພາບການລະບາດຂອງພະຍາດ ຢູ່ແຂວງຈຳ ປາສັກ. ພ້ອມດຽວກັນ, ກໍໄດ້ປຶກສາຫາລືກ່ຽວກັບມາດຕະການທີ່ໄດ້ ແລະ ກຳລັງຈັດຕັ້ງປະຕິບັດໃນການສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດຂອງແຂວງ; ປຶກສາຫາລືບັນຫາຄົນເຂົ້າເມືອງ ແລະການກັກກັນແຍກປ່ຽວ; ແລກປ່ຽນປະສົບການ ແລະ ບົດຮຽນຈາກການຕອບໂຕ້ກັບການສະກັດກັ້ນ ແລະຄວບຄຸມການລະບາດຂອງເຊື້ອພະຍາດ COVID-19 ຢູ່ເມືອງດານັ໋ງ, ກວ໋າງນາມ, ແລະ ກວາງງ໊າຍ; ປະສົບການການວິເຄາະກວດຫາເຊື້ອໃນຊຸມຊົນຂອງຫວຽດນາມ. ປະເທດລາວກຳລັງຈັດຕັ້ງປະຕິບັດ ການລ໋ອກດາວຕາມຄຳສັ່ງເລກທີ 15/ນຍາ ຂອງນາຍົກລັດ ຖະມົນຕີ, ໄດ້ປີດການເຂົ້າອອກລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ບ້ານຕໍ່ບ້ານ. ຕໍ່ກັບສະພາບການທີ່ກຳລັງມີການຜັນແປຢ່າງສັບສົນ ຂອງການລະບາດຢູ່ແຂວງຈຳປາສັກຂອງລາວ, ຄະນະຜູ້ແທນກະຊວງສາທາລະນະສຸກຫວຽດນາມ ໄດ້ແບ່ງອອກເປັນ 2 ກຸ່ມ ຄື: ທີມງານປ້ອງກັນນຳໂດຍ ...

Read More »

ມື້ນີ້!!! ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວຫາຍດີອີກ 82 ຄົນ

ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ຮສ ດຣ ບົວເທບ ພູມີນ ຮອງຫົວໜ້າກົມປິ່ນປົວ ແລະ ຟືນຟູໜ້າທີການ ກະຊວງສາທາລະນະສຸກ ໄດ້ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ໄດ້ຖະແຫລງຂ່າວປະຈຳວັນ ທີ 14 ພຶດສະພາ 2021. ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ກ່າວວ່າ: ໃນວັນທີ 13 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1. 200ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 16 ຕົວຢ່າງ (15ຄົຍແມ່ນກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກ ແລະ ອີກ1ຄົນ ແມ່ນກໍລະນີຕິດເຊື້ອພາຍໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ). ເຮັດໃຫ້ຈໍານວນຜູ້ຕິດເຊື້ອສະສົມທັງໝົດ ເປັນ 1.498 ຄົນ, ເສຍຊີວີດໃໝ່ 1 ຄົນ(ເສຍຊິວິດສະສົມທັງໝົດ 2 ຄົນ). ໃນຈຳນວນຜູ້ຕິດເຊື້ອທັງໝົດ ...

Read More »

ຄະນະແພດແລະຊ່ຽວຊານຈາກ ສສ ຫວຽດນາມ ຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ

ວັນທີ 11ພຶດສະພາ 2021 ຜ່ານມານີ້ ທີ່ໂຮງແຮມຈຳປາສັກແກຣນ ແຂວງຈຳປາສັກມີພິທີຕ້ອນຮັບຄະນະແພດແລະຊ່ຽວຊານຈາກ ສສ ຫວຽດນາມທີ່ເດີນ ທາງມາຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ເຊິ່ງໃຫ້ກຽດຕ້ອນຮັບຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າຈຳປາສັກ, ຫົວໜ້າຄະນະສະເພາະກິດຂັ້ນແຂວງ, ມີທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ, ບັນດາຕາງໝ້າຄະນະສະເພາະກິດພ້ອມດ້ວຍພະນັກງານແພດໝໍຂອງແຂວງເຂົ້າຮ່ວມ. ການລົງເຄື່ອນໄຫວຂອງຄະນະແພດແລະ ຄະນະແພດຊ່ຽວຊານຂອງ ສສຫວຽດນາມໃນຄັ້ງນີ້ມີຈຳນວນ 18 ທ່ານ, ນໍາໂດຍ ທ່ານ ເວືອງແອ໋ງເຢືອງ ຮອງກົມຄຸ້ມຄອງກວດແລະປີ່ນປົວພະຍາດ, ຄະນະແພດຈາກກະຊວງສາທາລະນະສຸກ ຈຳນວນ5 ທ່ານ ນໍາໂດຍທ່ານ ດຣ ປະນອມ ຟອງມະນີ ຮອງຫົວໜ້າກົມອະນາໄມແລະສົ່ງ ເສີມ ສຸຂະພາບກະຊວງສາທາລະນະສຸກ. ໃນໂອກາດດັ່ງກ່າວ ກໍ່ໄດ້ມີການພົບປະກັບການນຳຂັ້ນແຂວງ,ປະຊຸມຮ່ວມກັບຄະນະສະເພາະກິດຂອງແຂວງ ແລະໄດ້ຮັບຟັງການ ລາຍງານເຖິງສະພາບການຈັດຕັ້ງປະຕິບັດຕົວຈິງຂອງແຂວງຈຳປາສັກໃນໄລຍະຜ່ານມາໃຫ້ແກ່ຄະນະແພດຮັບຊາບ,ເພື່ອຕີລາຄາຄືນອັນດີ,ອັນຄົງຄ້າງບົດຮຽນທີ່ຖອດ ຖອນໄດ້ເພື່ອວາງແຜນໃນການຈັດຕັ້ງປະຕິບັດການປ້ອງກັນ, ຄວບຄຸມການລະຍາດຂອງພະຍາດໂຄວິດ-19ໃຫ້ແທດເໝາະກັບສະພາບຕົວຈິງໃນຕໍ່ໝ້າ

Read More »

ມື້ນີ້!!!ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວດີ ອີກ 103 ຄົນ

ທ່ານດຣ. ນາງລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຖະແຫລງຂ່າວປະຈຳວັນວ່າ:  ໃນວັນທີ 12 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 4.143 ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 65 ຕົວຢ່າງ, ລວມຍອດຜູ້ຕິດເຊື້ອສະສົມ 1.482 ຄົນ ສໍາລັບຄົນເຈັບຕິດເຊື້ອໃໝ່ ຈາກ ເມືອງຕົ້ນເຜີ້ງແຂວງບໍ່ແກ້ວ 24 ຄົນ, ນະຄອນຫຼວງ 26 ຄົນ,ຈໍາປາສັກ 12 ຄົນ ແລະ ສະຫວັນນະເຂດ 3 ຄົນ. (ກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກແມ່ນມີ 12 ຄົນ ແລະ ສະຫວັນນະເຂດ 3 ຄົນ; ເຫຼືອຈາກນັ້ນ ແມ່ນ ກໍລະນີຕິດເຊື້ອພາຍໃນຊຸມຊົນ 50 ກໍລະນີ ທີ່ພົວພັນກັບຜູ້ຕິດເຊື້ອເກົ່າ). ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວດີ ທັງໝົດ 431 ຄົນ (ໃໝ່ ...

Read More »

ແຂວງດຽນບຽນ ມອບອຸປະກອນການແພດໃຫ້ 6 ແຂວງພາກເໜືອຂອງລາວ

ໃນທຸກໆມື້ພວກເຮົາຕິດຕາມຂ່າວທຸກປະເທດມີຕົວເລກຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນບໍ່ມີຢຸດ ໃນນັ້ນລວມທັງປະເທດເພື່ອນມິດຍຸດທະສາດຢ່າງ ສປ ຈີນ ແລະ ສສ ຫວຽດນາມ ແຕ່ເພິ່ນຍັງມີຄວາມເຫັນຫ່ວງ ເຫັນໃຈ ແລະບິແບ່ງວັດຖຸອຸປະກອນ ລວມເຖິງບຸກຄະລາກອນການແພດມາຊ່ວຍ ສປປ ລາວເຮົາ ນີ້ເປັນສາຍພົວພັນແບບພິເສດທີ່ຫາແນວປຽບບໍ່ໄດ້ ຫຼ້າສຸດ ແຂວງດຽນບຽນຂອງ ສສ ຫວຽດນາມໄດ້ນຳອຸປະກອນການແພດມາຊ່ວຍ 6 ແຂວງພາກເໜືອຂອງລາວຕື່ມອີກ. ພິທີ ມອບ-ຮັບ ອຸປະກອນການແພດຈາກ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໃຫ້ 6 ແຂວງພາກເໜືອ ຂອງ ສປປ ລາວ ເພື່ອຊ່ວຍເຫຼືອເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໃນນີ້ມີ: ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງບໍ່ແກ້ວ ພິທີມອບໄດ້ຈັດຂື້ນໃນວັນທີ່ 11 ພຶດສະພານີ້ ທີ່ຫຼັກໝາຍຊາຍແດນ 113 ລະຫວ່າງກາງ ດ່ານສາກົນເຕີຍຈ່າງ – ປາງຮົກ ເມືອງໃໝ່ ແຂວງຜົ້ງສາລີ. ຕາງໜ້າຝ່າຍ ແຂວງດຽນບຽນ ...

Read More »

ສປປລາວໄດ້ ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກແຊັງປ້ອງກັນໂຄວິດ-19 ຈາກລັດຖະບານ ອົດສະຕຣາລີ ຈຳນວນ 1 ລ້ານໂດສ

ໃນວັນທີ 12 ພຶດສະພາ 2020, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດພິທີປະກາດການຊ່ວຍເຫຼືອຢາວັກແຊັງ ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ, ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ຈາກ ລັດຖະບານ ອົດສະຕຣາລີ ຢ່າງເປັນທາງການ ກໍຄື ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ. ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະເວລາ 69 ປີ ທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ...

Read More »

ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ

ວັນທີ 11 ພຶດສະພາ 2021 ນີ້, ທີ່ໂຮງແຮມໝອນທອງ ແຂວງບໍ່ແກ້ວ ໄດ້ມີພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາຊ່ວຍການແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວໃຫ້ກຽດຕ້ອນຮັບໂດຍ ທ່ານ ດຣ ບຸນຍາເວດ ວົງຄຳຊາວ , ຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍຄະນະສະເພາະກິດ ແຂວງບໍ່ແກ້ວ ຕະຫຼອດຮອດພະນັກງານແພດໝໍ. ການລົງເຄື່ອນໄຫວຂອງຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຄັ້ງນີ້ ມີຊ່ຽວຊານຈາກ ສປຈີນ 9 ທ່ານ ຈາກກະຊວງສາທາລະນະສຸກ 3 ທ່ານ ເຊິ່ງ ຈະໄດ້ພົບປະກັບການນຳແຂວງ,ປະຊຸມຮ່ວມກັບຄະນະສະເພາະກິດແຂວງ ແລະ ຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19. ແລກປ່ຽນຄໍາເຫັນຮ່ວມກັນ ກ່ອນຈະລົງເບິ່ງການປະຕິບັດວຽກງານຕົວຈິງ ຈາກທີມແພດທີ່ພົວປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງ,ເມືອງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ. ເພື່ອແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19ໃຫ້ໝົດໄປຈາກແຂວງບໍ່ແກ້ວໂດຍໄວແນໃສ່ຟື່ນຟູແຂວງບໍ່ແກ້ວໃຫ້ຄືນສູ່ສະພາບເດີມ. ແຫຼ່ງຂ່າວ:ໜັງສືພິມບໍ່ແກ້ວ Bokeo Newspaper

Read More »

ລັດຖະບານອອກ 10 ນະໂຍບາຍ ແລະ 9 ມາດຕະການໃນການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ 19 ຕໍ່ເສດຖະກິດຂອງຊາດ.

ທ່ານນາງຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໃຫ້ຮູ້ ໃນໂອກາດເຂົ້າຮ່ວມຖະແຫລງຂ່າວນຳກອງເລຂາຄະນະສະເພາະກິດ ເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 10 ພຶດສະ ພາ 2021 ທີ່ກະຊວງສາທາລະນະສຸກວ່າ: ນັບແຕ່ມີການລະບາດຂອງພະຍາດໂຄວິດ 19 ໃນຕົ້ນປີ 2020. ລັດຖະບານໄດ້ໃຫ້ບູລິມະສິດຄວາມສຳຄັນໃນການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ 19 ຕໍ່ເສດຖະກິດ ສປປ ລາວ, ມາຮອດປະຈຸບັນລັດຖະບານໄດ້ມີມາດຕະການອະນຸຍາດໃຫ້ພາກການຜະລິດ ແລະ ບໍລິການສາມາດດຳເນີນທຸລະກິດໄດ້, ແຕ່ໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ເພື່ອເຮັດໃຫ້ເສດຖະກິດມີສະພາບປົກກະຕິ, ເຖິງຢ່າງໃດກໍ່ຕາມຫລາຍຂະແໜງການຜະລິດ ແລະ ການບໍລິການເປັນຕົ້ນຂະແໜງການທ່ອງທ່ຽວ ແລະ ການບໍລິການທີ່ປິ່ນອ້ອມ ແລະ ຂະແໜງອຸດສາຫະກຳປຸງແຕ່ງ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກການລະບາດ ພະຍາດໂຄວິດ 19 ຮອບໃໝ່; ສະນັ້ນ ລັດຖະບານໄດ້ຄົ້ນຄ້ວາມາດຕະການຟື້ນຟູເສດຖະກິດຈຳນວນໜຶ່ງເພື່ອຊວ່ຍຊຸກຍູ້ໃຫ້ການຜະລິດ ແລະ ການບໍລິການໃຫ້ມີການຂະຫຍາຍຕົວໃຫ້ຫລາຍເທົ່າທີ່ຈະເປັນໄປໄດ້. ເພື່ອສືບຕໍ່ຊຸກຍູ້ການດໍາເນີນທຸລະກິດ ກໍ່ຄື ການອະນຸຍາດການລົງທຶນ ຢູ່ ສປປ ລາວ ໃຫ້ເປັນປົກກະຕິໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ຮອບໃໝ່ນີ້, ທາງກະຊວງ ແຜນການ ແລະ ການລົງທຶນ ໄດ້ມີການຈັດຕັ້ງປະຕິບັດຄືດັ່ງນີ້: ...

Read More »