ອູ່ຮັ່ນ ຕໍ່ຕ້ານກັບໂຄວິດ-19 ກວດເຊື້ອ ປະຊາຊົນ 11 ລ້ານຄົນ

ໃນວັນທີ 12 ພຶດສະພາ 2020  ສຳນັກຂ່າວຕ່າງປະເທດ BBC & CNN  ລາຍງານວ່າ ທາງການເມືອງອູ່ຮັ່ນ ມົນທົນຫູເປ່ຍ ຂອງຈີນ ກຽມດຳເນີນມາດຕະການຕໍ່ຕ້ານສະກັດກັ້ນການກັບຄືນມາລະບາດຂອງເຊື້ອໄວຣັດໂຄວິດ-19 ຄັ້ງໃຫຍ່ ກຽມກວດຫາເຊື້ອໃຫ້ແກ່ປະຊາຊົຍໃນເມືອງອູ່ຮັນ ປະມານ 11 ລ້ານຄົນ ຫຼັງຈາກພົບຜູ້ຕິດເຊື້ອລາຍໃຫມ່ 6 ຄົນໃນເມືອງອູ່ຮັນ ທີ່ມີຄວາມກ່ຽວຂ້ອງພົວພັນກັນ. ເຊິ່ງກ່ອນໜ້ານີ້ ທາງການຈີນໄດ້ປະກາດໃຊ້ມາດຕະການລ໋ອກດາວຢ່າງເຄັ່ງຄັດ ແລະ ດົນນານເຖິງ 76 ວັນ ກ່ອນຈະເປີດລ໋ອກດາວເນື່ອງຈາກບໍ່ພົບຜູ້ຕິດເຊື້ອຕໍ່ເນື່ອງ.

ທັງນີ້, ທາງການເມືອງອູ່ຮັນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃຫມ່ ມາຕັ້ງແຕ່ວັນທີ 3 ເມສາ 2020 ຫຼັງຈາກໄດ້ດຳເນີນມາດຕະການລ໋ອກດາວປິດເມືອງອູ່ຮັ່ນ ເຊິ່ງເປັນສູນກາງການລະບາດຂອງເຊື້ອໂຄວິດ-19 ມາດົນນານເຖິງ 11 ອາທິດ ແລະ ໄດ້ເລີ່ມປົດລ໋ອກໃນວັນທີ 8 ເມສາ ກ່ອນຈະເລີ່ມມາພົບຜູ້ຕິດເຊື້ອລາຍໃຫມ່ ທີ່ມີຄວາມກ່ຽວຂ້ອງພົວພັນກັນ ເນື່ອງຈາກວ່າ ຢ້ານເຊື້ອໂຄວິດຈະກັບຄືນມາລະບາດອີກຄັ້ງ.

Comments