ສິງກະໂປ ຈະກວດຫາເຊື້ອໂຄວິດ-19 ທຸກຄົນໃນຫໍພັກ ແຮງງານຕ່າງປະເທດ

ຕາມ​ຂ່າວ​ ຈາກ​ສິງກະ​ໂປ, ວັນ​ທີ 12 ພຶດສະພາ​ນີ້, ທ່ານ ກັນ ຄິມ ຢຸງ(Kan Kim Young), ລັດຖະມົນ ຕີ ກະຊວງ ​ສາທາລະນະ​ສຸກ ສິງກະ​ໂປ ຖະ​ແຫຼ​ງວ່າ: ຄະນະ​ກຳມະການ ສະ​ເພາະ​ກິດ ພວມວາງແຜນ​ ໂດຍຈະ​ກຳນົດ​ໃຫ້​ແຮງ​ງານ ​ຕ່າງປະ​ເທດ ທີ່​ອາ​ໄສ ​ຢູ່​ໃນ​ຫໍ​ພັກ ​ເຂົ້າຮັບ​ການ ກວດ​ຫາ ​ເຊື້ອ​ພະຍາດ ​ໂຄ​ວິດ-19 ​ເພື່ອ​ກຽມ​ ຄວາມ​ພ້ອມ ​ໃນ​ການ ​ກັບ​ຄືນມາ ​ເຮັດ​ວຽກ​ໄດ້​ ຢ່າງ​ປອດ​ໄພ , ​ເຊິ່ງ​ກຸ່ມ​ແຮງ​ງານ ​ຕ່າງປະ​ເທດ​ ລວມມີ ທັງ​ໝົດ 323.000 ຄົນ ທີ່​ອາ​ໄສ ​ຢ່າງ​ແອ​ອັດ ​ໃນ​ຫໍ​ພັກ ​ແຮງ​ງານ​ ຕ່າງປະ​ເທດ. ໃນຂະນະ​ທີ່ ການແຜ່ ລະບາດ ​ຂອງ​ໂຄ​ວິ​ດ-19 ​​ໃນ​ຫໍ​ພັກ​ ແຮງ​ງານ ເລີ່​ມຢຸດ​ຈື້ງ​ແລ້ວ ​ໂດຍ​ຍອດຜູ້​ຕິດ​ເຊື້ອ ​ໃນແຕ່ລະວັນ ຫຼຸດ​ລົງ​ເຫຼືອ ປະມານ 700 ຄົນ ​ໃນ​ໄລຍະ​ອາທິດ ​ຜ່ານ​ມາ ຈາກ 1.000 ກວ່າ​ຄົນ ​ເມື່ອທ້າ​ຍ​ເດືອນ​ເມສາ. ​ແຕ່​ຢ່າງ​ໃດ​ກໍຕາມ ອັດຕາ ​ການ​ແຜ່​ ລະບາດ​ອາດ ຈະ​ຍັງສືບຕໍ່ເພີ່ມຂຶ້ນ​ ຢ່າງ​ຕໍ່​ເນື່ອງ​ ຈາກ​ກໍລະນີ ທີ່​ມີ​ ການກວດ​ຫາ ​ເຊື້ອ​ພະຍາດ ຫລາຍ​ຂຶ້ນ ​. ຄາດ​ວ່າ ຈະ​ຕ້ອງໃຊ້​ເວລາ ຫລາຍ​ອາທິດ ​ໃນ​ການ ຈັດຕັ້ງ ປະຕິບັດ ​ວຽກ​ງານ ​ດັ່ງ​ກ່າວ ​ໃຫ້​ສຳ​ເລັດ.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

ທີ່ມາ: https://www.mcot.net/viewtna/5ebb658ee3f8e40af9442d94

Comments