ຜົນກະທົບທາງເສດຖະກິດໂລກ ຈາກການແຜ່ລະບາດໂຄວິດ-19 ເຮັດໃຫ້ລາຄານໍ້າມັນຫຼຸດລົງ

ລາຄານໍ້າມັນໃນຕະຫຼາດໂລກຫຼຸດລົງຫຼາຍ, ໃນປັດຈຸບັນ, ເກີດຈາກທັງບັນຫາອຸປະສົງ ແລະ ອຸປະທານພ້ອມໆກັນ ລວມເຖິງຄວາມບໍ່ແນ່ນອນກ່ຽວກັບອະນາຄົດ ແລະ ສົ່ງຜົນໃຫ້ເກີດຄວາມຜິດພາດໃນຕະຫຼາດການເງິນ ແຕ່ສິ່ງໃດຄືສາເຫດຂອງການລາຄາຖືກລົງຄັ້ງນີ້ ແລະ ແມ່ນຫຍັງຄືຜົນກະທົບເສດຖະກິດການສົ່ງອອກນໍ້າມັນ ແລະ ການນຳເຂົ້ານໍ້າມັນ? ເຮົາມາວິເຄາະນຳກັນ.

ດ້ານອຸປະສົງ

ຄວາມຕ້ອງການຂອງຕະຫຼາດພະລັງງານໂລກນໍ້າມັນແກ໊ສ໌ທໍາມະຊາດ ແລະ ຖ່ານຫີນ ຫຼຸດລົງເນື່ອງຈາກຜົນກະທົບຂອງ ໂຄວິດ-19 ແຜ່ກະຈາຍໄປທົ່ວໂລກຄວາມຕ້ອງການໃຊ້ນໍ້າມັນທີ່ຫຼຸດລົງນີ້ ມີຄວາມສຳຄັນ ເນື່ອງຈາກນໍ້າມັນສ່ວນໃຫຍ່ຈະຖືກໃຊ້ໃນຂະແໜງການທຸລະກິດຂົນສົ່ງ ແລະ ການເດີນທາງ, ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ລວມເຖິງການລ໋ອກດາວ ແລະ ການກັກກັ້ນໃນຫຼາຍປະເທດ ເຮັດໃຫ້ການບໍລິໂພກພາຍໃນປະເທດທີ່ຫຼຸດລົງເປັນຈຳນວນຫຼວງຫຼາຍ ແລະ ການລົງທຶນໃຫມ່ທີ່ຫຼຸດລົງ  ແລະ ເສດຖະກິດຜ່ານການເຊື່ອມໂຍງການຄ້າ ແລະ ການຜະລິດທີ່ຢຸດສະງັກດ້ານອຸປະທານ ແລະ ການຄ້າ, ການຫັນຄ່າໃຊ້ຈ່າຍໄປຂະແໜງສາທາລະນະສຸກທີ່ມີີພຽງບາງຊ່ອງທາງໄດ້ສົ່ງຜົນກະທົບດ້ານອຸປະສົງໃນຕະຫຼາດນໍ້າມັນ.

ຄວາມຕ້ອງການນໍ້າມັນທົ່ວໂລກຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ປີ 2009 ທີ່ພາວະເສດຖະກິດຫຼຸດລົງທົ່ວໂລກ, ຄວາມຕ້ອງການຄາດວ່າຈະຫຼຸດລົງ 9,3 ລ້ານບາເຣວຕໍ່ມື້ (mbd) ປີຕໍ່ປີ ໃນປີ 2020 ຕາມທີ່ສຳນັກງານພະລັງງານ ລະຫວ່າງປະເທດໃນໄຕມາດທີ 2 ປີ 2020 ຄາດວ່າຄວາມຕ້ອງການຈະຕໍ່າກວ່າລະດັບປີແລ້ວ 23,1 ລ້ານບາເຣວ ເຖິງແມ່ນວ່າຜົນກະທົບທີ່ແນ່ນອນຂອງການລະບາດຂອງໂຄວິດ-19 ຕໍ່ຄວາມຕ້ອງການນໍ້າມັນຈະຂຶ້ນຢູ່ກັບຄວາມໄວວາຂອງໄວຣັດໃນການປ້ອງກັນຂອງລັດຖະບານ ແລະ ນະໂຍບາຍກະຕຸ້ນເສດຖະກິດ ແຕ່ເບິ່ງຄືກັບວ່າປະເມີນການຂອງ IEA (2020) ຈະເປັນເລື່ອງດີ.

ດ້ານອຸປະທານ

ໃນວັນທີ 5 ມີນາ 2020 ອົງກອນຂອງປະເທດຜູ້ສົ່ງອອກນໍ້າມັນ (OPEC) ສະເໜີການຫຼຸດການຜະລິດ 1,5 mbd ສຳລັບໄຕມາດທີ 2 ປີ 2020 ເຊິ່ງ 1 mbd ຈະມາຈາກປະເທດໃນກຸ່ມ OPEC ແລະ 0,5 mbd ຈາກກຸ່ມຜູ້ຜະລິດນອກກຸ່ມໂອເປັກ ທີ່ເປັນພັນທະມິດ, ແຕ່ວ່າ ມື້ຕໍ່ມາ ລັດເຊຍປະຕິເສດຂໍ້ສະເໜີ ແລະ ຊາອຸດິອາລະເບຍ ກໍປະກາດສ່ວນຫຼຸດເປັນປະຫວັດສາດເກືອບ 20% ໃນຕະຫຼາດສຳຄັນ. ຜົນທີ່ໄດ້ຄືລາຄານໍ້າມັນກໍຫຼຸດລົງເລື້ອຍໆ ພາວະເສດຖະກິດຖົດຖອຍທີ່ທະວີຄວາມຮຸນແຮງຂຶ້ນເນື່ອງຈາກຄວາມຢ້ານຕໍ່ການແຜ່ລະບາດ ໂຄວິດ-19 ເຮັດໃຫ້ລາຄານໍ້າມັນໃນຕະຫຼາດໂລກປັບຕົວລົງອີກເປັນ 11,57 ໂດລາຕໍ່ບຣາເຣວ (ນໍ້າມັນດິບ WTI) ໃນວັນທີ 21 ເມສາ. ເນື່ອງຈາກໃຫ້ລາຄານໍ້າມັນທີ່ຫຼຸດລົງເຮັດໃຫ້ອຸປະທານນໍ້າມັນທົ່ວໂລກຖືກກຳນົດໃຫ້ຫຼຸດລົງ 12 ລ້ານບຣາເຣວຕໍ່ມື້ ໃນເດືອນພຶດສະພາ ໂດຍ OPEC+ ໄດ້ຫຼຸດການຈັດການຜະລິດລົງ 9,7 mbd ຈາກລະດັບພື້ນຖານທີ່ຕົກລົງກັນໄວ້ ແລະ ການຫຼຸດລົງເພີ່ມຕື່ມຈາກປະເທດອື່ນໆ ກັບສະຫະລັດອາເມລິກາ ແລະ ແຄນນາດາ (IEA 2020). ເຖິງຢ່າງໃດກໍຕາມ ເບິ່ງຄືກັບວ່າການຕັດອຸປະທານເຫຼົ່ານີ້ບໍ່ໄດ້ມີຂະໜາດໃຫຍ່ເກີນໄປສຳລັບຄວາມຕ້ອງການທີ່ຫຼຸດລົງໃນປັດຈຸບັນ ແລະ ຕະຫຼາດຍັງຄົງມີອຸປະທານສ່ວນເກີນ.

ອຸປະທານສ່ວນເກີນອຸປະສົງທີ່ຫຼຸດລົງ ແລະ ຄວາມບໍ່ແນ່ນອນກ່ຽວກັບອະນາຄົດ ລ້ວນມີສ່ວນເຮັດໃຫ້ລາຄານໍ້າມັນປັບຕົວຫຼຸດລົງ ລາຄານໍ້າມັນທີ່ຫຼຸດລົງເປັນອັນຕະລາຍຕໍ່ທັງລັດເຊຍ ແລະ ຊາອຸດິອາລະເບຍ ທີ່ມີຕົ້ນທຶນການຜະລິດນໍ້າມັນຂອງທັງສອງປະເທດແມ່ນຕໍ່າ, ແຕ່ງົບປະມານ ແລະ ການສົ່ງອອກຂອງລັດຖະບານຂຶ້ນຢູ່ກັບລາຍໄດ້ຈາກນໍ້າມັນເປັນຈຳນວນຫຼາຍ. ໃນປີ 2020 ນໍ້າມັນຈະຕ້ອງມີລາຄາຢູ່ທີ 78,30 ໂດລາ ຕໍ່ບາເຣວ ສຳລັບຊາອຸດິອາລະເບຍ ເພື່ອສ້າງຄວາມສົມດຸນຂອງງົບປະມານຂອງລັດຖະບານຂອງປະເທດເຫຼົ່ານີ້.

ການຫຼຸດລົງຂອງລາຄານໍ້າມັນຈະເຮັດໃຫ້ງົບປະມານລັດຖະບານຂອງປະເທດຜູ້ຜະລິດນໍ້າມັນຫຼຸດລົງ ການສົ່ງອອກນໍ້າມັນຄິດເປັນສັດສ່ວນຫຼັກຂອງລາຍໄດ້ລັດຖະບານເຊັ່ນ: ປະເທດ ອາເຊໄບຈານ, ບຣູໄນດາຣຸສຊາລາມ, ຄາຊັດສະຖານ, ຄູເວດ, ອີຣັກ, ໂອມານ, ກາຕາ, ໄນຈີເລີຍ ແລະ ເວນຊຸເອລາ. ສິ່ງນີ້ຈະມີຜົນກະທົບດ້ານລົບຕໍ່ແຜນການພັດທະນາຂອງເສດຖະກິດ ແລະ ສຳຄັນທີ່ສຸດໃນໄລຍະເວລາປັດຈຸບັນຄືການໃຫ້ເງິນທຶນລັດຖະບານທີ່ພຽງພໍຕໍ່ຂະແໜງດູແລສຸຂະພາບເພື່ອຕໍ່ສູ້ກັບ ໂຄວິດ-19. ນອກຈາກນີ້ ເສດຖະກິດຂອງປະເທດ ທີ່ສົ່ງອອກຂຶ້ນຢູ່ກັບສິນຄ້າເຊື້ອເພີງ ລວມເຖິງແກ໊ສ໌ທຳມະຊາດ ແລະ ຖ່ານຫີນ ລວມເຖິງນໍ້າມັນ ແລະ ຜະລິດຕະພັນນໍ້າມັນກໍຈະໄດ້ຮັບຜົນກະທົບໃນທາງລົບເຊັ່ນກັນ, ເກືອບ 30% ຂອງການສົ່ງອອກຂອງອິນໂດເນເຊຍ ແລະ 20% ຂອງການສົ່ງອອກຂອງມາເລເຊຍ ຂຶ້ນຢູ່ກັບສິນຄ້າ ເຊື້ອເພີງ. ດັ່ງນັ້ນ, ຈຶ່ງຕ້ອງພົບກັບການຫຼຸດລົງຂອງລາຍຮັບຈາກພາສີ-ອາກອນ ຂອງລັດຖະບານໃນຍຸກລາຄານໍ້າມັນຕົກຕໍ່າ (World Economic Forum 2016).

ຜົນກະທົບທາງເສດຖະກິດ ທັງທາງກົງ ແລະ ທາງອ້ອມ ຈາກການຫຼຸດລົງຂອງລາຄານໍ້າມັນ(ພະລັງງານ)  ທົ່ວໂລກຢ່າງໄວວາ ເຊັ່ນ: ໃນໄລຍະທີ່ລາຄາມັນຫຼຸດລົງສົ່ງຜົນກະທົບໂດຍກົງຕໍ່ການຜະລິດພາຍໃນຂອງປະເທດ (GDP) ຂອງຜູ້ສົ່ງອອກນໍ້າມັນສຸດທິ ເນື່ອງຈາກລາຍຮັບນໍ້າມັນຫຼຸດລົງ, ໃນເວລາດຽວກັນໃນທາງກົງກັນຂ້າມ ສຳລັບຜູ້ນໍາເຂົ້ານໍ້າມັນສຸດທິລາຄານໍ້າມັນທີ່ຫຼຸດລົງຢ່າງໄວວານີ້ ຖືເປັນອຸປະທານດ້ານບວກ ເປັນຜົນໃຫ້ຄວາມຕ້ອງການພະລັງງານຈາກຜູ້ນຳເຂົ້າພະລັງງານເພີ່ມຂຶ້ນ ແລະ ຜົນກະທົບທາງອ້ອມນີ້ຄາດວ່າຈະເປັນຜົນບວກຕໍ່ຜູ້ສົ່ງອອກນໍ້າມັນ. ​ເຖິງຢ່າງໃດກໍຕາມ ນີ້ເປັນກໍລະນີປົກກະຕິ ສະຖານະການປັດຈຸບັນບໍ່ປົກກະຕິ ຄວາມຕ້ອງການຜູ້ນໍາເຂົ້ານໍ້າມັນກຳລັງຫຼຸດລົງເນື່ອງຈາກທຸລະກິດ ແລະ ບໍລິການທີ່ບໍ່ຈຳເປັນຖືກປິດຕົວລົງ ເພື່ອຢຸດການແຜ່ລະບາດຂອງໄວຣັດໃນປະເທດ ທີ່ໄດ້ຮັບຜົນກະທົບທົ່ວໂລກ ແລະ ເຈົ້າໜ້າທີ່ຂອງລັດໄດ້ກະຕຸ້ນໃຫ້ປະຊາຊົນ ມາດຕະການເຫຼົ່ານີ້ໄດ້ຢຸດກິດຈະກຳທາງເສດຖະກິດຢ່າງມີປະສິດທິພາບເຮັດໃຫ້ຄວາມຕ້ອງການນໍ້າມັນຫຼຸດລົງ ໂດຍສະເພາະໃນຂະແໜງການຂົນສົ່ງ ດັ່ງນັ້ນ, ຜົນກະທົບທາງອ້ອມ ຕໍ່ຜູ້ສົ່ງອອກນໍ້າມັນສຸດທິຈຶ່ງຄາດວ່າຈະເປັນຜົນລົບ ແລະ ຜົນລວມຂອງຜົນກະທົບໂດຍກົງ ແລະ ຜົນທາງອ້ອມຈະມີຂະໜາດໃຫຍ່ກວ່າຫຼາຍ ຜົນກະທົບເຊິ່ງລົບທັງໝົດຈະນຳໄປສູ່ການຫຼຸດລົງຂອງລາຍໄດ້ຂອງຜູ້ອອກພະລັງງານຫຼາຍກວ່າຈຳນວນທີ່ຄາດຫວັງ (Taghizadeh-Hesary et al. 2019)

ໃນທາງກົງກັນຂ້າມ ສຳລັບຜູ້ນໍາເຂົ້ານ້ຳມັນສຸດທິການຫຼຸດລົງຂອງລາຄານໍ້າມັນທີ່ຊັດເຈນ ຈະມີຜົນກະທົບສອງປະການຄື ຜົນກະທົບໂດຍກົງເຊິ່ງເປັນຜົນກະທົບດ້ານບວກຕໍ່ອຸປະທານ ເນື່ອງຈາກຕົ້ນທຶນການຜະລິດຫຼຸດລົງ ແລະ ຜົນກະທົບທາງອ້ອມເນື່ອງຈາກຂະບວນການຜະລິດ. ໝາຍຄວາມວ່າ ຈະມີຜົນກະທົບທາງລົບເນື່ອງຈາກການຫຼຸດລົງຂອງລາຍຮັບໃນປະເທດຜູ້ສົ່ງອອກນໍ້າມັນສຸດທິບັງຄັບໃຫ້ປະເທດຜູ້ນໍາເຂົ້ານໍ້າມັນເພື່ອສົ່ງອອກຜະລິດຕະພັນຂັ້ນສຸດທ້າຍນ້ອຍລົງ (ລົດ ແລະ ເຄື່ອງໃຊ້ໃນເຮືອນ ແລະ ອື່ນໆ), ສິນຄ້າ ໄປຍັງປະເທດຜູ້ສົ່ງອອກນໍ້າມັນ ແລະ ຫຼຸດກໍາໄລສຸດທິ  (Taghizadeh-Hesary et al. 2013; 2016)

ເຖິງຢ່າງໃດກໍຕາມ ການແຜ່ລະບາດຂອງ ໂຄວິດ-19 ໃນປັດຈຸບັນກໍາລັງຫຼຸດຄວາມຕ້ອງການທົ່ວໂລກຫຼາຍ ໂດຍສະເພາະໃນຂະແໜງການຂົນສົ່ງເຊິ່ງເປັນຂະແໜງການບໍລິໂພກນໍ້າມັນທີ່ໃຫຍ່ສຸດໃນສະຫະລັດອາເມລິກາ, ສະຫະພາບເອີຣົບ, ສປ ຈີນ ແລະ ຍີ່ປຸ່ນ. ດັ່ງນັ້ນ, ​ຈຶ່ງບໍ່ມີຄວາມຊັດເຈນວ່າລະດັບລາຄານໍ້າມັນທີ່ຈະເປັນປະໂຫຍດຕໍ່ຜູ້ບໍລິໂພກ ທ່າມກາງຜົນກະທົບຂອງ ໂຄວິດ-19 ເນື່ອງຈາກມີຄວາມຕ້ອງການບໍ່ພຽງພໍ.

Economic impacts of the COVID-19 pandemic and oil price collapse

Global energy market demand, such as for oil, natural gas, and coal, is declining as the impacts of COVID-19 spread around the world. This decline in oil demand has been particularly significant as oil is mainly used in the transportation sector, and business closures, declines in domestic and international travel, and the lockdowns and quarantines in many countries have all shrunk the demand for oil. A sharp decline in domestic consumption and a possible decline in new investments, declines in tourism and business travel, spillovers of weaker demand to other sectors and economies through trade and production linkages, supply-side disruptions to production and trade, and shifts in health care expenditure are only some of the channels through which the pandemic is affecting the demand side in the oil market.

Global oil demand has contracted for the first time since the global recession of 2009. Demand is expected to fall by a record 9.3 million barrels per day (mbd) year-on-year in 2020. According to the International Energy Agency, for Q2 2020, demand is expected to be 23.1 mbd below the previous year’s levels. Although the exact impact of the COVID-19 pandemic on oil demand will depend on how quickly the virus is contained through governments’ protection efforts and economic stimulus policies, it seems that the IEA’s (2020) projection is optimistic.

The supply side

On 5 March 2020, the Organization of the Petroleum Exporting Countries (OPEC) proposed a 1.5 mbd production cut for Q2 2020, of which 1 mbd would be by OPEC countries and 0.5 mbd from non-OPEC but aligned producers (most prominently, the Russian Federation). The following day, the Russian Federation rejected the proposal, and Saudi Arabia also announced unprecedented discounts of almost 20% in key markets. The result was a more than 30% plunge in prices to as low as $31.1 (WTI crude) per barrel on 9 March, and the crisis in the oil industry has continued to worsen. An intensifying recession due to COVID-19 fears drove global oil prices even further down to $11.57 per barrel (WTI crude) on 21 April.

Due to the drop in prices, global oil supply is set to contract by 12 mbd in May, with OPEC+ forging a supply cut by 9.7 mbd from an agreed baseline level and additional reductions from other countries with the United States and Canada (IEA 2020). However, it seems that these supply cuts are not too large for the present depressed demand, and the market will still tend to have excess supply.

Excess supply, shrinking demand, and uncertainty about the future have all contributed to the drop in oil prices. Low oil prices are harmful to both the Russian Federation and Saudi Arabia. The production cost of oil for both countries is relatively low, but their government budgets and exports depend heavily on oil revenue. In 2020, oil would need to be priced at $78.30 per barrel for Saudi Arabia to balance its government budget. The Russian Federation’s breakeven budget point is in the $40 range. Hence, this means that the low oil price will have a significant negative impact on shrinking these countries’ government budgets (Time 2020).

The plunge in oil prices will also shrink the government budgets of oil-producing countries for which oil exports account for a major part of their government revenue, such as Azerbaijan, Brunei Darussalam, Kazakhstan, Kuwait, Iraq, Iran, Oman, Qatar, Nigeria, and Venezuela. This will have negative impacts on the development plans of these economies and, most importantly in the current timing, for providing sufficient government funding to the healthcare sector for fighting COVID-19. Additionally, those economies whose exports depend on fuel commodities, including natural gas and coal, as well as oil and oil products, will also be negatively affected. Almost 30% of Indonesia’s exports and 20% of Malaysia’s exports depend on fuel commodities, and thus face shrinking government tax revenue in the current low oil price era (World Economic Forum 2016).

Direct and indirect economic impacts of an oil price collapse

When global oil (energy) prices go down sharply (when a negative price shock happens), like during the current oil price drop, a direct negative effect on the gross domestic product of a net oil exporter is expected due to a decrease in oil revenues. At the same time, on the opposite side for a net oil importer, this sharp decline in oil price is considered as a positive supply shock. As a result, energy demand from the energy importer increases and this indirect effect is predicted to be positive for the oil exporter. However, this is for the normal case—the current situation is not normal. The demand of oil importers is shrinking as non-essential businesses and services have been shut down to halt the spread of the virus in affected countries across the globe and government officials have been urging their citizens to stay home. These measures have effectively stopped economic activity, shrinking the demand for oil, especially in the transportation sector. Hence, the “indirect effect” on net oil exporters is also expected to be negative, and the total effect, which is the sum of the direct effect and indirect effect, will be much larger. The negative total impact will lead to a decrease in energy exporters’ revenue by more than the expected amount (Taghizadeh-Hesary et al. 2019).

On the other hand, for net oil importers, a sharp oil price decline will have two effects: a direct effect, which is a positive supply shock as production costs decrease; and an indirect effect due to the production process, meaning that there will be a negative indirect effect due to a decrease in revenue in net oil-exporting countries, forcing oil-importing nations to export fewer final products (automobiles, home appliances, and other goods) to oil-exporting countries and so decreasing their net gain (Taghizadeh-Hesary et al. 2013; 2016)

However, the current COVID-19 pandemic is drastically reducing global demand, especially in the transportation sector, which is the largest oil-consuming sector in the United States, the European Union, the People’s Republic of China, and Japan. Hence, it is unclear to what degree low oil prices will act as a benefit to consumers amidst the coronavirus fallout because there is just not enough demand.

Finally, it is important to mention that when assessing the impact of the COVID-19 fallout and the current oil drop on economies, a one-sided analysis is not sufficient. The substantial production disruptions as a result of forced business closures, disruptions to trade and business as a result of border closures, travel bans, and other restrictions on the movement of goods, people, and capital, all disrupt the global supply chain and hinder the manufacturing sector.

ທີ່ມາ: www.asiapathways-adbi.org

Comments