ຂ່າວ ຕ່າງປະເທດ

ເກີດເຫດແຜ່ນດິນໄຫວຮຸນແຮງ ມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ…

ຕາມແຫຼ່ງຂ່າວ CNN ລາຍງານໃຫ້ຮູ້ວ່າ: ເກີດມີແຜ່ນດິນໄຫວຮຸນແຮງໃນທະເລ ອີຈຽນ ເມື່ອຕອນບ່າຍຂອງວັນທີ 30 ຕຸລາ ທີ່ຜ່ານມາ ໃນເມືອງ ອິສຕັນບຣູ ປະເທດ ຕວກກີີ ມີແຮງສັ່ນສະເທືອນສູງເຖິງ 7.0 ຣິກເຕີ ລາຍງານມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ ໃນຕວກກີ ແລະ ເກຣັກ ສົ່ງຜົນໃຫ້ອາຄານຕ່າງໆຫັກພັງລົງມາ ແລະ ກໍໃຫ້ເກີດມີ “ຄື້ນສຶນາມິຂະໜາດນ້ອຍ” ເບື້ອງຕົ້ນເຈົ້າໜ້າທີ່ລະບຸວ່າ: ມີຜູ້ເສຍຊີວິດ 25 ຄົນ ໃນເຂດຊາຍຝັ່ງທາງຕາເວັນຕົກຂອງ ຕວກກີ ແລະ ພົບເດັກນ້ອຍເສຍຊີວິດອີກ 2 ຄົນ ບົນເກາະ ຊາມອດ ຂອງ ເກຣັກ. ໃນຂະນະດຽວກັນ ກຳແພງໃນຕວກກີ ຖະລົ່ມລົງມາ ມີອາຄານເສຍຫາຍຢ່າງຕໍ່າ 20 ແຫ່ງ ໃນເມືອງ ອິຊເມຍ ພຽງແຫ່ງດຽວທີ່ເສຍຫາຍຢ່າງໜັກ. ນອກນັ້ນ ຍັງມີພະຫະນະອີກຈຳນວນໜຶ່ງທີ່ຖືກຖົມຢູ່ກ້ອງອາຄານທີ່ຫັກພັງລົງມາ ແລະ ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ກຳລັງເລັ່ງຄົ້ນຫາຜູ້ມີຊີວິດລອດຈາກຊາກຕຶກດັ່ງກ່າວ ທ່ານນາຍົກລັດຖະມົນຕີ Tunc Soyer ກ່າວ. ໃນເບື້ອງຕົ້ນເຈົ້າໜ້າທີ່ກູ້ໄພກ່າວວ່າ: ...

Read More »

ມາເບິ່ງ…!! ແນວຄິດການພັດທະນາຂອງ ສປ ຈີນ ມີຄຸນນະພາບສູງຂຶ້ນສູ່ລະດັບໃໝ່…

ປະເທດໃດໜຶ່ງຄັດເລືອກແນວຄິດການພັດທະນາແບບໃດ, ກໍຈະມີສະພາບການພັດທະນາແບບນັ້ນ. ກ່ອນໜ້ານີ້ 5 ປີ, ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 18 ໄດ້ສະເໜີແນວຄິດການພັດທະນາຄື: ການພັດທະນາດ້ວຍການປະດິດສ້າງໃໝ່, ປະສານສົມທົບກັນ, ສີຂຽວ, ເປີດປະຕູສູ່ພາຍນອກແລະແບ່ງປັນກັນ, ເຊິ່ງເປັນການໃຫ້ທິດຊີ້ນຳທາງທິດສະດີ ແລະ ການເຄື່ອນໄຫວແກ່ການພັດທະນາດ້ວຍຄຸນນະພາບສູງ. ໃນໄລຍະ 5 ປີຜ່ານມາ, ການລົງທຶນດ້ານການຄົ້ນຄວ້າເພື່ອການພັດທະນາຂອງຈີນໄດ້ເພີ່ມຂຶ້ນຈາກ 2,06% ຂອງ GDP ຂອງຈີນເປັນ 2,23%, ທຶນຄົ້ນຄວ້າພື້ນຖານເພີ່ມຂຶ້ນເກືອບໜຶ່ງເທົ່າ, ດັດຊະນີປະດິດສ້າງໃໝ່ລະດັບໂລກໄດ້ຫຍັບຂຶ້ນຈາກອັນດັບທີ 29 ເປັນອັນດັບທີ 14. ໃນໄລຍະ 5 ປີຜ່ານມາ, ຊາວກະສິກອນຫຼາຍກວ່າ 100 ລ້ານຄົນໄດ້ກາຍເປັນຊາວເມືອງໃໝ່; ຮອດທ້າຍປີ 2019, ລະດັບການຫັນເປັນຕົວເມືອງຂອງປະຊາກອນຈີນໄດ້ຖືກຍົກສູງຂຶ້ນເປັນ 60,6%, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015 ເພີ່ມຂຶ້ນ 4,5%; ເງື່ອນໄຂການຜະລິດ ແລະ ຊີວິດການເປັນຢູ່ຂອງຊາວກະສິກອນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ, ການພັດທະນາແບບປະສານສົມທົບລະຫວ່າງຕົວເມືອງແລະຊົນນະບົດກັນໄດ້ເກີດມີສະພາບການໃໝ່. ໃນໄລຍະ 5 ປີຜ່ານມາ, ການພັດທະນາແບບສີຂຽວຂອງຈີນໄດ້ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ປີ 2019, ການສິ້ນເປືອງໃຊ້ພະລັງງານຕໍ່ຫົວໜ່ວຍ GDP ທຽບໃສ່ປີ 2015 ໄດ້ຫຼຸດລົງ ...

Read More »

ຈີນ ເລັ່ງລັດໃຫ້ເສດຖະກິດກາງຄືນເຊື່ອມໂຍງດີຈີຕອນ…

ອ້າງຈາກແຫຼ່ງຂ່າວຊີອາໄອວ່າ: ເສດຖະກິດກາງຄືນຂອງຈີນ ກຳລັງເຊື່ອມໂຍງກັບເສດຖະກິດດີຈີຕອນ ຢ່າງວ່ອງໄວ ຊຶ່ງໄດ້ເປີດກວ້າງຂົງເຂດໃໝ່ໃນດ້ານການບໍລິໂພກທາງສັງຄົມ ແລະ ດ້ານການປະຍຸກທາງວິທະຍາສາດເຕັກນິກ. ຂ່າວລະບຸວ່າ: ກອງປະຊຸມເວທີປຶກສາຫາລືເສດຖະກິດກາງຄືນຈີນ 2020 ທີ່ເປີດຂຶ້ນຢູ່ນະຄອນໜານກິ່ງຂອງຈີນ ໄດ້ລາຍງານເມື່ອທ້າຍອາທິດຜ່ານມາວ່າ: ເຕັກນິກດີຈີຕອນ ພວມສ້າງຮູບແບບການພັດທະນາຂອງທຸກຂະແໜງການຢ່າງຮອບດ້ານ, ເສດຖະກິດກາງຄືນ ໄດ້ເປີດກວ້າງຕະຫຼາດການບໍລິໂພກຕື່ມອີກ ໂດຍນຳໃຊ້ເສດຖະກິດດີຈີຕອນ. ສ່ວນເສດຖະກິດດີຈີຕອນ ກໍ່ໄດ້ຮັບພະລັງຂັບເຄື່ອນດ້ານປະດິດສ້າງໃໝ່ ແລະ ຖືກນຳໃຊ້ໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ ໂດຍຜ່ານຈາກການເຊື່ອມໂຍງກັບເສດຖະກິດກາງຄືນ. ເສດຖະກິດກາງຄືນຂອງຈີນ ກຳລັງເຊື່ອມໂຍງກັບເສດຖະກິດດີຈີຕອນ ຢ່າງວ່ອງໄວ ຊຶ່ງໄດ້ເປີດກວ້າງຂົງເຂດໃໝ່ ໃນດ້ານການບໍລິໂພກທາງສັງຄົມ ແລະ ດ້ານການປະຍຸກທາງວິທະຍາສາດເຕັກນິກ. ກອງປະຊຸມເວທີປຶກສາຫາລືກ່ຽວກັບເສດຖະກິດກາງຄືນຈີນ 2020 ມີຫົວຂໍ້ຫຼັກຄື: “ເສດຖະກິດດີຈີຕອນກັບການສ້າງກໍລະນີ ໂດຍໄດ້ສະເໜີອອກໃຫ້ຖືການຫັນເປັນດີຈີຕອນ, ຫັນເປັນເຄືອຂ່າຍ, ຫັນເປັນອັດສະລິຍະ” ເປັນການນຳພາໃນການເພີ່ມທະວີການນຳໃຊ້ເຕັກນິກໃໝ່ເຊັ່ນ: ຂໍ້ມູນໃຫຍ່, ຄຼາວຄອມພິວຕິງ, ເຄືອຂ່າຍສິ່ງຂອງ (IOT), ປັນຍາປະດິດ ແລະ ອື່ນໆ ຢູ່ໃນເສດຖະກິດກາງຄືນ, ເພື່ອສ້າງຕົວແບບປະດິດສ້າງກໍລະນີໃໝ່ ດ້ານການນຳໃຊ້ເສດຖະກິດດີຈີຕອນ ໃຫ້ຕົວເມືອງເກີດມີພະລັງຊີວິດໃໝ່ ໃນການພັດທະນາ.

Read More »

IMF ຊີ້ເສດຖະກິດອາຊີ ລຳບາກ ຕິດລົບເພີ່ມຂຶ້ນ 2.2%

ກອງທຶນການເງິນລະຫວ່າງປະເທດ ຫຼື IMF ໄດ້ອັບເດດສະພາບເສດຖະກິດຂອງອາຊີຈະລຳບາກໜັກໃນປະຫວັດສາດ ໂຕເລກຄາດການ GDP ອາຊີ ອາດຈະຕິດລົບ -2.2% ເຊິ່ງໄດ້ປັບຫຼຸດລົງມາຕື່ມອີກຈາກຜົນປະເມີນການຄັ້ງເກົ່າ ໃນການລາຍງານເດືອນມິຖຸນາ ທີ່ຄາດວ່າຈະຫົດໂຕລົງພຽງແຕ່ -1.6% ເນື່ອງຈາກເສດຖະກິດອິນເດຍ, ຟີລິປິນ ແລະ ມາເລເຊຍ ທີ່ຫົດຕົວຢ່າງໜັກ ໃນຂະນະທີ່ ຈີນ ຄາດວ່າເສດຖະກິດໜ້າຈະມີການຂະຫຍາຍຕົວຢູ່ທີ 1.9% ໃນປີນີ້. ຢ່າງໃດກໍຕາມ IMF ຍັງເຊື່ອວ່າເສດຖະກິດອາຊີຈະຟື້ນຕົວກັບມາຂະຫຍາຍຕົວໄດ້ 6.9% ໃນປີໜ້າ ແຕ່ກໍຂຶ້ນກັບຫຼາຍປັດໄຈ ໂດຍສະເພາະການຄວບຄຸມໂຄວິດ-19 ຊຶ່ງເປັນທິດທາງທີ່ດີຂຶ້ນການປະເມີນການ ເມື່ອເດືອນມິຖຸນາ ທີ່ຄາດວ່າເສດຖະກິດອາຊີຈະເຕີບໂຕພຽງ 6.6% ໃນປີໜ້າ ໂດຍຈີນທີ່ກຳລັງຟື້ນໂຕຈາກວິກິດໂຄວິດ-19 ຈະມີບົດບາດສຳຄັນຢ່າງຍິ່ງຕໍ່ເສດຖະກິດໃນພາກພື້ນດັ່ງກ່າວ. IMF ເບິ່ງວ່າ ອາດຈະໃຊ້ເວລາດົນ ທີ່ຈະໃຫ້ເສດຖະກິດຈະຟື້ນຕົວເຕັມທີ່ ຈາກການລະບາດໃຫຍ່ຈາກໂຄວິດ-19 ຊຶ່ງຈະກະທົບກັບປະເທດທີ່ກຳລັງອາໄສການທ່ອງທ່ຽວເປັນຫຼັກ ຂະນະທີ່ການຈ້າງງານໃນອາຊີ ກໍໄດ້ຮັບຜົນກະທົບໜັກໜ່ວງກວ່າວິກິດການເງິນຄັ້ງທີ່ຜ່ານມາ ແລະ IMF ຍັງເບິ່ງວ່າ ຄວາມຕຶງຄຽດລະຫວ່າງສະຫະລັດອາເມລິກາ ແລະ ສປ ຈີນ ລວມເຖິງການຄວບຄຸມການລະບາດໂຄວິດ-19 ຍັງເປັນປັດໄຈສຳຄັນຕໍ່ການເຕີບໂຕທາງເສດຖະກິດໃນອາຊີຕໍ່ເນື່ອງໃນໄລຍະນີ້. ທ່ານ ໂຈນາທານ ດີ ອອດຊີ ຮັກສາການຜູ້ອຳນວຍການຝ່າຍອາຊີ ແລະ ...

Read More »

ນາງສາວ Jacinda Ardern ຊະນະການເລືອກຕັ້ງ ສືບຕໍ່ດຳລົງຕຳແໜ່ງສະໄໝທີ 2…

ຈາກການນັບຄະແນນສຽງທັງໝົດ ພັກແຮງງານ ຂອງນາງສາວ Jacinda Ardern ໄດ້ຮັບໄຊຊະນະ 49.1% ໂດຍມີຄະແນນສຽງ 64 ບ່ອນນັ່ງ ແລະ ສຽງສ່ວນຫຼາຍໃນລັດຖະສະພາ. ສ່ວນພັກປະຊາຊາດທີ່ຢູ່ເຄິ່ງກາງຝ່າຍຄ້ານ ຍາດໄດ້ສຽງ 26.8%. ຜ່ານການສຳຫຼວດຄວາມຄິດເຫັນ ໃນວັນທີ 17 ທີ່ຜ່ານມາ ມີພຽງ 35 ບ່ອນນັ່ງ ຈາກ 120 ບ່ອນນັ່ງ. ການສຳຫຼວດຄວາມຄິດເຫັນເກົ່າ ໄດ້ຈັດຂຶ້ນໃນເດືອນກັນຍາ ແຕ່ຖືກເລື່ອນອອກໄປໜຶ່ງເດືອນ ຫຼັງຈາກການລະບາດຂອງພະຍາດໂຄວິດ-19.ກ່ອນການລົງຄະແນນໃນວັນທີ 17 ຕຸລາ 2020 ຜູ້ຄົນຫຼາຍກວ່າ 1 ລ້ານຄົນໄດ້ລົງຄະແນນໄປແລ້ວ. ໂດຍການລົງຄະແນນກ່ອນກຳນົດ ຊຶ່ງເປີດເມື່ອວັນທີ 3 ຕຸລາ ຊາວນິວຊີແລນຍັງຖືກຂໍໃຫ້ລົງຄະແນນສຽງໃນການລົງປະຊາມະຕິສອງຄັ້ງຄວບຄູ່ໄປກັບການເລືອກຕັ້ງທົ່ວໄປ. ສ່ວນຂອງ Ardern ຜົນລວມສຸດທ້າຍຂອງຄະນະກຳມະການການເລືອກຕັ້ງຍັງໃຫ້ຄະແນນ ACT New Zealand 8% (ຄາດການ 10 ບ່ອນນັ່ງ), ພັກກຣີນ 7.6% (10), ພັກເມົາຣີ 1% (1) ແລະ ອື່ນໆ 7.7% (0). ...

Read More »

ຈີນ ເດີນໜ້າທົດລອງ ໃນໃຊ້ເງິນດິຈິຕ໋ອນ ແກ່ຜູ້ຊື້ຫຼາຍໝື່ນຄົນ…

ໃນອາທິດຜ່ານມານີ້ ຊາວຈີນຫຼາຍໝື່ນຄົນ ໄດ້ນຳໃຊ້ເງິນຢວນດີຈິຕ໋ອນ ໃນປ້ຳນ້ຳມັນ Walmart ແລະ ຮ້ານສະດວກຊື້ທົ່ວສູນກາງເຕັກໂນໂລຊີ ທາງຕອນໃຕ້ຂອງ ເຊິນເຈິນ ການທົດລອງຄັ້ງນີ້ ໄດ້ດຳເນີນໄປຢ່າງບໍ່ເຄີຍມີມາກ່ອນທາງດ້ານຂອບເຂດ ແລະຂະໜາດ. ໂດຍບໍ່ພົບຄວາມຫຍຸ້ງໃດໆ ເຮັດໃຫ້ເສດຖະກິດອັນດັບ 2 ຂອງໂລກ ກ້າວໄປສູ່ແຖວໜ້າ ເພື່ອການພັດທະນາສະກຸນເງິນ. ການທົດສອບໃນໂລກແຫ່ງຄວາມເປັນຈິງ ຖືເປັນການທົດລອງທີ່ໃຫຍ່ທີ່ສຸດ ໃນແງ່ຂອງຜູ້ໃຊ້ ແລະ ເງິນທີ່ກ່ຽວຂ້ອງ ເນື່ອງຈາກທະນາຄານກາງຂອງຈີນ ເລີ່ມທົດລອງໃຊ້ເງິນສົດດິຈິຕ໋ອນຂອງຕົນ ໃນບາງຕົວເມືອງ ໃນເດືອນເມສາ, ລັດຖະບານໃນເຊິນເຈິນໄດ້ມອບເງິນໃໝ່ຈຳນວນ 10 ລ້ານຢວນ (1,5 ລ້ານໂດລາ) ຊຶ່ງເອີ້ນວ່າ: Digital Currency Electronic Payment (DCEP) ໃຫ້ກັບປະຊາຊົນທີ່ຄັດເລືອກແບບສຸ່ມ 50,000 ຄົນ ຜ່ານການຈັບສະຫຼາກລາງວັນໃນແອັບກະເປົາເງິນ ຜູ້ຊະນະແຕ່ລະຄົນຈະໄດ້ຮັບ 200 ຢວນ ເພື່ອໃຊ້ຈ່າຍກັບຮ້ານຄ້າຂາຍຍ່ອຍຫຼາຍກວ່າ 3,000 ແຫ່ງ ຊຶ່ງຕັ້ງຢູ່ຕົວເມືອງໜຶ່ງໃນເມືອງໃຫຍ່. ສິ່ງທີ່ດີທີ່ສຸດ ໃນອາທິດການລົງຢ້ຽມຢາມເຊິນເຈິນ ຂອງປະທານາທິບໍດີ Xi Jinping ຖືເປັນກ້າວທີ່ຍິ່ງໃຫຍ່ທີ່ສຸດໃນການທະເຍີທະຍານຂອງ ປັກກິ່ງ ໃນການຕິດຕາມ ແລະ ຄວບຄຸມເສດຖະກິດດິຈິຕ໋ອນຢ່າງວ່ອງໄວ ແລະ ...

Read More »

IMF ຄາດການ GDP ໂລກເຫຼືອ -4,4% ຫຼັງເສດຖະກິດມີການຟື້ນຕົວ…

ອ້າງຈາກສຳນັກຂ່າວບຣູມເບິກລາຍງານວ່າ: ກອງທຶນການເງິນສາກົນ (IMF) ໄດ້ປັບເພີ່ມຄາດການເສດຖະກິດໂລກໃນປີ 2020 ຫຼຸດລົງ -4,4% ເພີ່ມຂຶ້ນຈາກການຄາດຄະເນໃນເດືອນມິຖຸນາທີ່ ຫຼຸດລົງ -4,9%. IMF ເປີດເຜີຍວ່າ: ປັດໃຈສຳຄັນທີ່ເຮັດໃຫ້ IMF ປັບເພີ່ມຄາດການໃນຄັ້ງນີ້ ເປັນຜົນມາຈາກ ເສດຖະກິດໂລກໄດ້ກັບມາຂະຫຍາຍຕົວຢ່າງແຂງແກ່ນໃນໄຕມາດ 2 ໂດຍສະເພາະໃນປະເທດຈີນ ແລະ ບັນດາປະເທດທີ່ພັດທະນາແລ້ວໃນທະວີບເອີຣົບ ແລະ ປະເທດອາເມຣິກາ ເຊິ່ງເປັນສັນຍານສຳຄັນວ່າ ເສດຖະກິດໂລກກຳລັງຈະກັບມາຟື້ນຕົວໃນໄຕມາດທີ 3 ພາຍໃນປີນີ້. ນອກຈາກນີ້ IMF ຍັງໄດ້ປັບເພີ່ມຄາດການເສດຖະກິດໃນທຸກທະວີບທົ່ວໂລກ ໂດຍປັບເພີ່ມເສດຖະກິດຂອງອາເມຣິກາຈາກທີ່ເຄີຍຫຼຸດລົງ -8,0% ລົງເຫຼືອພຽງ -4,3% ກ່ອນຈະຂະຫຍາຍຕົວເພີ່ມເປັນ 3,1% ປີໜ້າ, ໃນຂະນະທີ່ຂອບການໃຊ້ເງິນເອີໂຣ (EU) ຈາກທີ່ເຄີຍຫຼຸດລົງ -10,2% ໄດ້ຫຼຸດມາເປັນຢູ່ -8,3% ກ່ອນຈະຂະຫຍາຍຕົວ 5,2% ໃນປີ 2021 ແລະ ປັບເພີ່ມຄາດການເສດຖະກິດຈີນ ຈາກທີ່ເຄີຍຂະຫຍາຍຕົວ 1,0% ໄດ້ປັບເພີ່ມເປັນ 1,9% ກ່ອນຈະຂະຫຍາຍຕົວເພີ່ມເປັນ 8,2% ໃນປີຕໍ່ໄປ. ເຖິງຢ່າງໃດກໍຕາມ IMF ກ່າວເຕືອນວ່າ: ເຖິງວ່າເສດຖະກິດໂລກຈະກັບມາຂະຫຍາຍຕົວໃນໄຕມາດ ...

Read More »

ບົດບົນທຶກ ຊີວິດໃນອະດີດ ເຂົ້າຮັບລາງວັນໂນເບວ ສາຂາ ວັນນະຄະດີ ປີ 2020…

ບົດບັນທຶກກ່ຽວກັບຊີວະປະຫວັດ Louise Glück ເປັນນັກກະວີຍິງ ຊາວອາເມລິການ ເກີດເມື່ອປີ ຄສ 1943 ໃນນີວຢອກ ແລະ ອາໄສຢູ່ Cambridge, Massachusetts ນອກຈາກການຂຽນແລ້ວ ລາວຍັງເປັນສາດສະດາຈານ ດ້ານພາສາອັງກິດ ທີ່ Yale University, New Haven, Connecticut ລາວເປີດໂຕໃນວົງການນັກຂຽນຄັ້ງທຳອິດໃນປີ ຄສ  1968  ພ້ອມກັບລູກຊາຍຄົນທຳອິດ ແລະ ຫຼັງຈາກນັ້ນອີກບໍ່ດົນກໍ່ໄດ້ຮັບການຍົກຍ້ອງວ່າເປັນນັກກະວີທີ່ໂດດເດັ່ນທີ່ສຸດຄົນໜຶ່ງ ໃນວັນນະຄະດີຮ່ວມສະໄໝ ຂອງອາເມລິກາ ຊຶ່ງລາວໄດ້ຮັບລາງວັນອັນຊົງກຽດຫຼາຍລາງວັນໄດ້ແກ່: ລາງວັນ Pulitzer (ຄສ 1993) ແລະ ລາງວັນໜັງສືແຫ່ງຊາດ (ຄສ 2014). Louise Glück ໄດ້ຕີພິມຜົນງານບົດກະວີນິພົນຈຳນວນ 12 ຊຸດ ແລະ ບົດຄວາມກ່ຽວກັບກະວີນິພົນຈຳນວນໜຶ່ງ ລ້ວນແຕ່ໂດດເດັ່ນ ດ້ວຍຄວາມມຸ່ງໝັ້ນ ເພື່ອຄວາມຊັດເຈນ. ຊີວິດໃນໄວເດັກ ແລະ ຄອບຄົວມີຄວາມສຳພັນອັນໃກ້ຊິດກັບພໍ່ແມ່ ແລະ ພີ່ນ້ອງເປັນເລື່ອງສຳຄັນທີ່ປັນສູນກາງໃນບົດກະວີຂອງລາວ. ລາວຮັບຮູ້ສິ່ງທີ່ຫຼົງເຫຼືອຈາກຄວາມຝັນ ແລະ ຄວາມຫຼົງຜິດ ແລະ ບໍ່ມີພົບລຳບາກເທົ່າກັບລາວ ໃນການປະເຊີນໜ້າກັບພາບລວງຕາຂອງຕົນເອງ. ແຕ່ເຖິງວ່າ Glück ...

Read More »

ໄອເອັມເອັຟ ຂະຫຍາຍເວລາຊຳລະໜີ້ແກ່ 28 ປະເທດທຸກຍາກ…

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການບໍລິຫານກອງທຶນການເງິນສາກົນ ຫຼື ໄອເອັມເອັຟ ( IMF ) ໄດ້ເຫັນດີເປັນເອກະພາບຂະຫຍາຍເວລາຊຳລະໜີ້ໄປອີກ 6 ເດືອນ ສຳລັບ 28 ປະເທດທີ່ມີລາຍໄດ້ຕ່ຳ ເນື່ອງຈາກວິກິດໂຄວິດ – 19. ຖະແຫຼງການຂອງ ໄອເອັມເອັຟ ລະບຸວ່າ: ການຂະຫຍາຍເວລາຊຳລະໜີ້ຈະຊ່ວຍໃຫ້ປະເທດສະມາຊິກເຫຼົ່ານັ້ນມີເງິນພຽງພໍ ເພື່ອນຳໄປໃຊ້ເຂົ້າໃນທາງການແພດສຸກເສີນ ແລະ ນຳໄປບັນເທົາທຸກອື່ນໆ. ຂະນະທີ່ຫຼາຍປະເທດຍັງຄົງຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ – 19, ການເຄື່ອນໄຫວຄັ້ງນີ້ມີຂຶ້ນສືບເນື່ອງມາຈາກການຜ່ອນຜັນໜີ້ງວດທຳອິດໄດ້ຮັບການອະນຸມັດເມື່ອເດືອນເມສາຜ່ານມາ ພາຍໃຕ້ໂຄງການ Catastrophe Containment and Relief Trust ( CCRT ). ທ່ານ ນາງ ຄຣິສຕາຣີນາ ຈໍຈີວາ ຜູ້ອຳນວຍການ ໄອເອັມເອັຟ ເປີດເຜີຍທາງສື່ອອນລາຍວ່າ: ຂ້ອຍຮູ້ສຶກດີໃຈທີ່ ໄອເອັມເອັຟ ຂະຫຍາຍເວລາຊຳລະໜີ້ໃຫ້ແກ່ບັນດາປະເທດທີ່ທຸກຍາກ ຈຳນວນ 28 ປະເທດ ໄປຈົນເຖິງເດືອນເມສາປີ 2021 ເຊິ່ງຈະຊ່ວຍໃຫ້ປະເທດເຫຼົ່ານັ້ນມີເງິນສະໜັບສະໜູນກິດຈະກຳທາງເສດຖະກິດ ແລະ ການດຳລົງຊີວິດຂອງປະຊາຊົນໄດ້ໃນລະດັບໜຶ່ງ. ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ.

Read More »

genome ມີດຕັດພັນທຸກຳ ຮັບລາງວັນໂນເບວ ສາຂາເຄມີສາດ ປະຈຳປີ 2020…

Royal Swedish Academy of Sciences ໄດ້ຕັດສິນມອບລາງວັນ ໂນເບວ ສາຂາເຄມີສາດ ປະຈຳປີ 2020 ໃຫ້ແກ່ ນັກວິທະຍາສາດຜູ້ຍິງ 2 ຄົນຄື: Emmanuelle Charpentier Max Planck Unit for the Science of Pathogens, Berlin, Germany ແລະ Jennifer A. Doudna ມະຫາວິທະຍາໄລ California, Berkeley, USA “ສຳລັບການພັດທະນາວິທີແກ້ໄຂ genome” genome ແມ່ນ ມີດຕັດພັນທຸກຳ ຫຼື ເຄື່ອງມືສຳລັບຂຽນລະຫັດແຫ່ງຊີວິດໃໝ່ Emmanuelle Charpentier ແລະ Jennifer A. Doudna ໄດ້ຄົ້ນພົບໜຶ່ງໃນເຄື່ອງມືທີ່ແຫຼມຄົມທີ່ສຸດຂອງເຕັກໂນໂລຊີທາງຈຸລັງ ນັ້ນຄື: ມີດຕັດພັນທຸກຳ CRISPR / Cas9 ດ້ວຍການນຳໃຊ້ສິ່ງເຫຼົ່ານີ້ ນັກວິໄຈສາມາດປ່ຽນ DNA ຂອງສັດ, ພືດ, ແລະ ຈຸລິນຊີ ...

Read More »