ບົດບັນທຶກກ່ຽວກັບຊີວະປະຫວັດ
Louise Glück ເປັນນັກກະວີຍິງ ຊາວອາເມລິການ ເກີດເມື່ອປີ ຄສ 1943 ໃນນີວຢອກ ແລະ ອາໄສຢູ່ Cambridge, Massachusetts ນອກຈາກການຂຽນແລ້ວ ລາວຍັງເປັນສາດສະດາຈານ ດ້ານພາສາອັງກິດ ທີ່ Yale University, New Haven, Connecticut ລາວເປີດໂຕໃນວົງການນັກຂຽນຄັ້ງທຳອິດໃນປີ ຄສ 1968 ພ້ອມກັບລູກຊາຍຄົນທຳອິດ ແລະ ຫຼັງຈາກນັ້ນອີກບໍ່ດົນກໍ່ໄດ້ຮັບການຍົກຍ້ອງວ່າເປັນນັກກະວີທີ່ໂດດເດັ່ນທີ່ສຸດຄົນໜຶ່ງ ໃນວັນນະຄະດີຮ່ວມສະໄໝ ຂອງອາເມລິກາ ຊຶ່ງລາວໄດ້ຮັບລາງວັນອັນຊົງກຽດຫຼາຍລາງວັນໄດ້ແກ່: ລາງວັນ Pulitzer (ຄສ 1993) ແລະ ລາງວັນໜັງສືແຫ່ງຊາດ (ຄສ 2014).
Louise Glück ໄດ້ຕີພິມຜົນງານບົດກະວີນິພົນຈຳນວນ 12 ຊຸດ ແລະ ບົດຄວາມກ່ຽວກັບກະວີນິພົນຈຳນວນໜຶ່ງ ລ້ວນແຕ່ໂດດເດັ່ນ ດ້ວຍຄວາມມຸ່ງໝັ້ນ ເພື່ອຄວາມຊັດເຈນ. ຊີວິດໃນໄວເດັກ ແລະ ຄອບຄົວມີຄວາມສຳພັນອັນໃກ້ຊິດກັບພໍ່ແມ່ ແລະ ພີ່ນ້ອງເປັນເລື່ອງສຳຄັນທີ່ປັນສູນກາງໃນບົດກະວີຂອງລາວ. ລາວຮັບຮູ້ສິ່ງທີ່ຫຼົງເຫຼືອຈາກຄວາມຝັນ ແລະ ຄວາມຫຼົງຜິດ ແລະ ບໍ່ມີພົບລຳບາກເທົ່າກັບລາວ ໃນການປະເຊີນໜ້າກັບພາບລວງຕາຂອງຕົນເອງ.

ແຕ່ເຖິງວ່າ Glück ຈະບໍ່ປະຕິເສດຄວາມສຳຄັນຂອງພູມຫຼັງທາງອັດຕະຊີວະປະຫວັດ ແຕ່ລາວກໍບໍ່ໄດ້ຮັບການຍົກຍ້ອງໃຫ້ເປັນກະວີສາລະພາບບາບ. Glück ຍັງຄົງສະແຫວງຫາຄວາມເປັນສາກົນ ແລະ ດ້ວຍເຫດນີ້ ລາວຈຶ່ງໄດ້ຮັບແຮງບັນດານໃຈຈາກຕຳນານ ແລະ ລວດລາຍຄາສສິກ ທີ່ນຳສະເໜີໃນຜົນງານສ່ວນໃຫຍ່ຂອງລາວ. ສຽງຂອງ Dido, Persephone ແລະ Eurydice ຜູ້ຖືກຖິ້ມ, ຜູ້ຖືກລົງໂທດ, ຜູ້ຖືກທໍລະຍົດ ເປັນໜ້າຕາຕໍ່ການປ່ຽນແປງຕົນເອງໃຫ້ກາຍເປັນທີ່ຍອມຮັບໃນລະດັບສາກົນ.

ດ້ວຍຄວາມແຕກຕ່າງເຊັ່ນ The Triumph of Achilles (1985) แລະ Ararat (1990) Glück ມີຜູ້ຊົມເພີ່ມຂຶ້ນໃນສະຫະລັດອາເມລິການ ແລະ ຕ່າງປະເທດ ໃນ Ararat ການຂຽນຂອງລາວໃນເວລາຕໍ່ມາ ມີສາມລັກສະນະລວມກັນມີຫົວຂໍ້: ຊີວິດຄອບຄົວ; ສະຕິປັນຍາທີ່ເຂັ້ມງວດ ແລະ ຄວາມຮູ້ສຶກທີ່ລະອຽດອ່ອນ ໃນການຈັດອົງປະກອບທີ່ບົ່ງບອກເຖິງໜັງສືໂດຍລວມ Glück ຍັງຊີ້ໃຫ້ເຫັນວ່າໃນບົດກະວີເຫຼົ່ານີ້ ເຂົາທົບທວນເຖິງວິທີການໃຊ້ຄຳສັບທຳມະດາໃນບົດກະວີຂອງລາວ ໂດຍການດັດແປງໂທນສີທຳມະຊາດນັ້ນໃຫ້ໂດດເດັ່ນ ເຮົາເຫັນໄດ້ກັບພາບເຫດການອັນສຳຄັນໃນຄອບຄົວທີ່ແຝງໄປດ້ວຍເຈັບປວດທີ່ໂຫດຮ້າຍຢ່າງຊັດເຈນ ແລະ ປະກົດໃນບາງຕອນໃນບົດກະວີ.

Louise Glück ບໍ່ພຽງແຕ່ມີສ່ວນຮ່ວມໃນຄວາມຜິດພາດ ແລະ ສະພາບການປ່ຽນແປງຂອງຊີວິດເຂົາເອງ ແຕ່ເປັນກະວີແຫ່ງການປ່ຽນແປງ ແລະ ການເກີດໃໝ່ທີ່ຮຸນແຮງ ຊຶ່ງເກີດຈາກຄວາມຮູ້ສຶກສູນເສຍຢ່າງເລິກເຊິ່ງ ເພື່ອການກ້າວກະໂດດໄປທາງໜ້າ ເປັນຮູບແນນທີ່ໄດ້ຮັບການຍົກຍ້ອງຫຼາຍທີ່ສຸດຢ່າງໜຶ່ງຂອງລາວ The Wild Iris (1992) ຊຶ່ງລາວໄດ້ຮັບລາງວັນ Pulitzer ທີ່ໄດ້ອະທິບາຍເຖິງການກັບມາມີຊີວິດອີກຄັ້ງ ຫຼັງລະດູໜາວຢ່າງໜ້າອັດສະຈັນໃນບົດກະວີ "Snowdrops" ໄດ້ຂຽນວ່າ:
"ຂ້ອຍບໍ່ໄດ້ຄາດຫວ້ງວ່າຈະມີຊີວິດລອດ ຍ້ອນແຜ່ນດິນປາບປາມຂ້ອຍ, ຂ້ອຍບໍ່ໄດ້ຄາດຫວັງຈະມີຄວາມຮູ້ສຶກອີກຄັ້ງບົນໂລກໃບນີ້, ບາງຢ່າງໃນຮ່າງກາຍຂອງຂ້ອຍສາມາດຕອບສະໜອງອີກຄັ້ງ ເພື່ອຈົດຈຳ. ຫຼັງຈາກນີ້ອີກດົນປານໃດ ຈະມີວິທີການເປີດອີກເທື່ອໜຶ່ງ ໃນຄວາມເຢັນ ລະດູໃບໄມ້ປົ່ງທຳອິດ- ຢ້ານ, ແມ່ນແລ້ວ ແຕ່ໃນບັນດາພວກເຈົ້າ ອີກເທື່ອໜຶ່ງ ການຮ້ອງຮ້ອງໄຫ້ແມ່ນຄວາມສຸກ ຄວາມສ່ຽງ ໃນສາຍລົມແຫ່ງໂລກໃໝ່"
