ເກີດເຫດແຜ່ນດິນໄຫວຮຸນແຮງ ມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ…

ຕາມແຫຼ່ງຂ່າວ CNN ລາຍງານໃຫ້ຮູ້ວ່າ: ເກີດມີແຜ່ນດິນໄຫວຮຸນແຮງໃນທະເລ ອີຈຽນ ເມື່ອຕອນບ່າຍຂອງວັນທີ 30 ຕຸລາ ທີ່ຜ່ານມາ ໃນເມືອງ ອິສຕັນບຣູ ປະເທດ ຕວກກີີ ມີແຮງສັ່ນສະເທືອນສູງເຖິງ 7.0 ຣິກເຕີ ລາຍງານມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ ໃນຕວກກີ ແລະ ເກຣັກ ສົ່ງຜົນໃຫ້ອາຄານຕ່າງໆຫັກພັງລົງມາ ແລະ ກໍໃຫ້ເກີດມີ “ຄື້ນສຶນາມິຂະໜາດນ້ອຍ”

ເບື້ອງຕົ້ນເຈົ້າໜ້າທີ່ລະບຸວ່າ: ມີຜູ້ເສຍຊີວິດ 25 ຄົນ ໃນເຂດຊາຍຝັ່ງທາງຕາເວັນຕົກຂອງ ຕວກກີ ແລະ ພົບເດັກນ້ອຍເສຍຊີວິດອີກ 2 ຄົນ ບົນເກາະ ຊາມອດ ຂອງ ເກຣັກ. ໃນຂະນະດຽວກັນ ກຳແພງໃນຕວກກີ ຖະລົ່ມລົງມາ ມີອາຄານເສຍຫາຍຢ່າງຕໍ່າ 20 ແຫ່ງ ໃນເມືອງ ອິຊເມຍ ພຽງແຫ່ງດຽວທີ່ເສຍຫາຍຢ່າງໜັກ. ນອກນັ້ນ ຍັງມີພະຫະນະອີກຈຳນວນໜຶ່ງທີ່ຖືກຖົມຢູ່ກ້ອງອາຄານທີ່ຫັກພັງລົງມາ ແລະ ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ກຳລັງເລັ່ງຄົ້ນຫາຜູ້ມີຊີວິດລອດຈາກຊາກຕຶກດັ່ງກ່າວ ທ່ານນາຍົກລັດຖະມົນຕີ Tunc Soyer ກ່າວ.


ໃນເບື້ອງຕົ້ນເຈົ້າໜ້າທີ່ກູ້ໄພກ່າວວ່າ: ມີລາຍງານຜູ້ໄດ້ຮັບບາດເຈັບ 804 ຄົນ ໃນການບັນທຶກແຮງສັ່ນສະເທືອນດັ່ງກ່າວລວມ 470 ຄັ້ງ ໂດຍ 35 ຄັ້ງ ມີແຮງສັ່ນສະເທືອນສູງກວ່າ 4.0 ຣິກເຕີ ແລະ ແຮງສັ່ນສະເທືອນສູງສຸດຢູ່ທີ 7.0 ຣິກເຕີ ເຮັດໃຫ້ອາຄານຫັກພັງລົງໄດ້ເປ່ເພຢ່າງຫຼວງຫຼາຍ.

ປະທານາທິບໍດີ Recep Tayyip Erdogan ຂອງຕວກກີກ່າວວ່າ: ໃນບັນດາຜູ້ໄດ້ຮັບບາດເຈັບ ຂອງຕວກກີ ມີຜູ້ໄດ້ຮັບການຜ່າຕັດ 5 ຄົນ ແລະ 8 ຄົນໄດ້ບາດເຈັບໜັກ. ນອກນັ້ນ Idil Gungor ໄດ້ລາຍງານວ່າ: ເສັ້ນທາງ Cesme แລະ Seferihisar ຂອງຕວກກີ ແລະ ບົນເກາະ Samos ໄດ້ມີນ້ຳໄຫຼຖ້ວມຢ່າງຮຸນແຮງ ອັນກໍໃຫ້ເກີດຄວາມເສຍຫາຍຫຼາຍກວ່າແຮງສັ່ນສະເທືອນຈາກແຜ່ນດິນໄຫວເສຍອີກ. ເນື່ອງຈາກແຮງດັນນ້ຳຈາກ “ຄື້ນສຶນາມິຂະໜາດນ້ອຍ” ເຮັດໃຫ້ຮ້ານຄ້າທີ່ເກົ່າແກ່ກວ່າ 100 ປີ ຖືກນ້ຳຖວ້ມ ແລະ ສິນຄ້າເສຍຫາຍອີກຈຳນວນຫຼວງຫຼາຍ.


ປັດຈຸບັນ ທີມງານກູ້ໄພ ແລະ ພາກສ່ວນທີ່ກ່ຽວຂ້ອງ ພວມເລັ່ງຄົ້ນຫາຜູ້ສູນຫາຍ ແລະ ຊ່ວຍເຫຼືອຜູ້ໄດ້ຮັບບາດເຈັບຈາກການຫັກພັງຂອງຊາກຕຶກໃນແຕ່ລະແຫ່ງຢ່າງຕໍ່ເນື່ອງ.

Comments