ຈີນ ເລັ່ງລັດໃຫ້ເສດຖະກິດກາງຄືນເຊື່ອມໂຍງດີຈີຕອນ…

ອ້າງຈາກແຫຼ່ງຂ່າວຊີອາໄອວ່າ: ເສດຖະກິດກາງຄືນຂອງຈີນ ກຳລັງເຊື່ອມໂຍງກັບເສດຖະກິດດີຈີຕອນ ຢ່າງວ່ອງໄວ ຊຶ່ງໄດ້ເປີດກວ້າງຂົງເຂດໃໝ່ໃນດ້ານການບໍລິໂພກທາງສັງຄົມ ແລະ ດ້ານການປະຍຸກທາງວິທະຍາສາດເຕັກນິກ.

ຂ່າວລະບຸວ່າ: ກອງປະຊຸມເວທີປຶກສາຫາລືເສດຖະກິດກາງຄືນຈີນ 2020 ທີ່ເປີດຂຶ້ນຢູ່ນະຄອນໜານກິ່ງຂອງຈີນ ໄດ້ລາຍງານເມື່ອທ້າຍອາທິດຜ່ານມາວ່າ: ເຕັກນິກດີຈີຕອນ ພວມສ້າງຮູບແບບການພັດທະນາຂອງທຸກຂະແໜງການຢ່າງຮອບດ້ານ, ເສດຖະກິດກາງຄືນ ໄດ້ເປີດກວ້າງຕະຫຼາດການບໍລິໂພກຕື່ມອີກ ໂດຍນຳໃຊ້ເສດຖະກິດດີຈີຕອນ.

China and AI: what the world can learn and what it should be wary of

ສ່ວນເສດຖະກິດດີຈີຕອນ ກໍ່ໄດ້ຮັບພະລັງຂັບເຄື່ອນດ້ານປະດິດສ້າງໃໝ່ ແລະ ຖືກນຳໃຊ້ໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ ໂດຍຜ່ານຈາກການເຊື່ອມໂຍງກັບເສດຖະກິດກາງຄືນ. ເສດຖະກິດກາງຄືນຂອງຈີນ ກຳລັງເຊື່ອມໂຍງກັບເສດຖະກິດດີຈີຕອນ ຢ່າງວ່ອງໄວ ຊຶ່ງໄດ້ເປີດກວ້າງຂົງເຂດໃໝ່ ໃນດ້ານການບໍລິໂພກທາງສັງຄົມ ແລະ ດ້ານການປະຍຸກທາງວິທະຍາສາດເຕັກນິກ.

HD wallpaper: Oriental Pearl tower, Shanghai China, urban, city, night,  architecture | Wallpaper Flare

ກອງປະຊຸມເວທີປຶກສາຫາລືກ່ຽວກັບເສດຖະກິດກາງຄືນຈີນ 2020 ມີຫົວຂໍ້ຫຼັກຄື: “ເສດຖະກິດດີຈີຕອນກັບການສ້າງກໍລະນີ ໂດຍໄດ້ສະເໜີອອກໃຫ້ຖືການຫັນເປັນດີຈີຕອນ, ຫັນເປັນເຄືອຂ່າຍ, ຫັນເປັນອັດສະລິຍະ” ເປັນການນຳພາໃນການເພີ່ມທະວີການນຳໃຊ້ເຕັກນິກໃໝ່ເຊັ່ນ: ຂໍ້ມູນໃຫຍ່, ຄຼາວຄອມພິວຕິງ, ເຄືອຂ່າຍສິ່ງຂອງ (IOT), ປັນຍາປະດິດ ແລະ ອື່ນໆ ຢູ່ໃນເສດຖະກິດກາງຄືນ, ເພື່ອສ້າງຕົວແບບປະດິດສ້າງກໍລະນີໃໝ່ ດ້ານການນຳໃຊ້ເສດຖະກິດດີຈີຕອນ ໃຫ້ຕົວເມືອງເກີດມີພະລັງຊີວິດໃໝ່ ໃນການພັດທະນາ.

Comments