ສຳນັກຂ່າວ ຣອຍເຕີ້ ລາຍງານໃນວັນທີ 19 ພະຈິກ 2020 ໂດຍໃຫ້ຮູ້ວ່າ: ທະນາຄານກາງຂອງຟີລິປິນ ປັບຫຼຸດອັດຕາດອກເບ້ຍ ໃນວັນທີ 18 ພະຈິກ ທີ່ຜ່ານມາ ຊຶ່ງເປັນການຫຼຸດລົງຄັ້ງທີ 5 ໃນປີນີ້ ເນື່ອງຈາກ ຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ຫຼາຍລູກ ແລະ ການແຜ່ລະບາດຂອງ ໂຄວິດ-19 ເພີ່ມຂຶ້ນ ເຮັດໃຫ້ເກີດແຮງກົດດັນຕໍ່ເສດຖະກິດຢ່າງໜັກ.

Bangko Sentral ng Pilipinas (BSP) ໄດ້ຫຼຸດອັດຕາການຊື້ຄືນ ສິນຄ້າກາງຄືນລົງທີ 0,25% ສູ່ລະດັບຕໍ່າສຸດເຖິງ 2,0%. ນອກຈາກນີ້, ຍັງຫຼຸດອັດຕາດອກເບ້ຍເງິນຝາກຂ້າມຄືນ ແລະ ສິ່ງອຳນວຍຄວາມສະດວກໃຫ້ກູ້ຍືມເຫຼືອ 1,5% ແລະ 2,5% ຕາມລຳດັບ.
ນັກເສດຖະສາດພຽງ 2 ໃນ 11 ຄົນ ຂອງຣອຍເຕີ້ ທີ່ສຳຫຼວດການທົບທວນນະໂຍບາຍຂອງ BSP ທີ່ໄດ້ໃຫ້ທັດສະນະວ່າຈະຫຼຸດອັດຕາດອກເບ້ຍລົງ 0,25%, ພວກເຂົາສ່ວນໃຫຍ່ໄດ້ຄາດການວ່າ ທະນາຄານກາງຍັງຄົງຖືກລະງັບ ເນືື່ອງຈາກປະເມີນຜົນກະທົບຂອງການຜ່ອນຜັນກ່ອນໜ້ານີ້.
BSP ກ່າວວ່າ: ນະໂຍບາຍຜ່ອນຜັນໃນອີກບໍ່ພໍເທົ່າໃດເດືອນຕໍ່ໜ້ານີ້ ແລະ ໄລຍະເວລາ ໃນການອອກຈາກມາດຕະການຜ່ອນຜັນຢ່າງບໍ່ເຄີຍມີມາກ່ອນ ຈະຂຶ້ນຢູ່ກັບອັດຕາເງິນເຟີ້ ແລະ ການຟື້ນຕົວຂອງເສດຖະກິດ.

ທ່ານ Benjamin Diokno ກ່າວວ່າ: ຄວາມເຊື່ອໝັ້ນທາງທຸລະກິດ ແລະ ຄອບຄົວທີ່ຖືກປິດກັ້ນ ແລະ ຜົນກະທົບຈາກໄພພິບັດທາງທຳມະຊາດ ທີ່ຜ່ານມາອາດສົ່ງຜົນກະທົບຢ່າງຮຸນແຮງ ຕໍ່ການຟື້ນຕົວຂອງເສດຖະກິດໃນອີກບໍ່ພໍເທົ່າໃດເດືອນຕໍ່ໜ້ານີ້.
ທ່ານກ່າວຕື່ມວ່າ: ໂຄວິດ-19 ເພີ່ມສູງຂຶ້ນທົ່ວໂລກ ເຮັດໃຫ້ຄວາມບໍ່ແນ່ນອນເພີ່ມສູງຂືຶ້ນ. ຍິ່ງໄປກວ່ານັ້ນ ພາຍຸ ໄຊໂຄຣນ 6 ລູກໄດ້ພັດຖະລົ່ມຟີລິປີນໃນໄລຍະເວລາພຽງແຕ່ 4 ອາທິດ ຊຶ່ງລວມເຖິງ Vamco แລะ Super Typhoon Goni ທີ່ຮຸນແຮງໃນປີນີ້ ເຮັດໃຫ້ເກີດມີນ້ຳຖ້ວມໃຫຍ່ ແລະ ຜົນຜະລິດໄດ້ຮັບຄວາມເສຍຫາຍ.

ທ່ານ Alex Holmes, ນັກເສດຖະສາດທີ່ Capital Economics ກ່າວວ່າ, ການຫຼຸດອັດຕາເພີ່ມເຕີມສາມາດຄາດຫວັງໄດ້ໃນປີໜ້າ, ເຊິ່ງເປັນການຫຼຸດລົງທີ່ຮ້າຍແຮງກ່ວາການຫຼຸດລົງ 6,9% ຂອງທະນາຄານໂລກ, ເຊິ່ງເປັນການຫຼຸດລົງທີ່ໃຫຍ່ທີ່ສຸດນັບຕັ້ງແຕ່ຊຸມປີ 1980.
ເຖິງຈະມີການຜ່ອນຜັນຕໍ່ໄປ ແຕ່ອັດຕາເງິນເຟີ້ ກໍບໍ່ເປັນທີ່ໜ້າກັງວົນສຳລັບທະນາຄານກາງ ໂດຍທ່ານ ກ່າວວ່າ: ການຄາດການນັ້ນ ຍຶດໝັ້ນຢ່າງໝັ້ນຄົງພາຍໃນຂອບເປົ້າໝາຍ 2% -4% ໃນປີ 2020 ຫາ 2022.
BSP ປັບການຄາດການອັດຕາເງິນເຟີ້ ເປັນ 2,4% ໃນປີນີ້ ຈາກອັນເກົ່າ 2,3% ແລະ ເປັນ 2,7% ໃນປີໜ້າ ຈາກ 2,8% ອັດຕາເງິນເຟີ້ໃນປີ 2022 ຄາດວ່າຈະຢູ່ທີ່ 2,9% ທຽບກັບ 3% ກ່ອນໜ້ານີ້.