ຕາມຂ່າວຈາກ ນະຄອນຫລວງ ວໍຊີງຕັນ,ສ.ອາເມລິກາ ສັກວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ແກ່ ບຸກຄະລາກອນ ຫລາຍອາຊີບ ເປັນຕົ້ນ ຄູ-ອາຈານ, ຜູ້ຂາຍເຄື່ອງຍ່ອຍ,ເຈົ້າໜ້າທີ່ ທາງການແພດ ແລະ ໜ່ວຍກູ້ໄພ ພາຍໃນທຳນຽບຂາວ ໃນວັນທີ 25ກຸມພາຜ່ານມາ ຈຳນວນ 50 ລ້ານຫລອດ.ຂະນະທີ່ ສ.ອາເມລິກາ ສູ້ຊົນ ໃຫ້ບັນລຸ ເປົ້າໝາຍ 100 ລ້ານຫລອດ ພາຍໃນໄລຍະເວລາ 100ວັນ ນັບແຕ່ ທ່ານ ໂຈ ໄບເດນ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ສ.ອາເມລິກາ ວ່າເປັນວາລະສຳຄັນ ທີ່ຕ້ອງຊຸກຍູ້ ໃຫ້ປະສົບຄວາມສຳເລັດ ແລະ ສ.ອາເມລິກາ ເຂົ້າໃກ້ເປົ້າໝາຍນັ້ນ ຫລາຍຂຶ້ນ ເມື່ອປະຊາຊົນ ຮ່ວມມື ເຂົ້າຮັບວັກຊິນ ເຄິ່ງໜຶ່ງ ຂອງເປົ້າໝາຍກຳນົດໄວ້ ໃນໄລຍະເວລາພຽງ 37ວັນ. ນອກນີ້ ຍັງຕັ້ງເປົ້າໃຫ້ປະຊາຊົນ ຜູ້ສູງອາຍຸ ໃນປະເທດ ປະມານ 80% ຮັບວັກຊິນ ໄດ້ຢ່າງທົ່ວເຖິງ ເພື່ອສ້າງພູມຕ້ານທານ ຮ່າງກາຍ ...
Read More »ຂ່າວ ຕ່າງປະເທດ
ສິງກະໂປ ຈະເຮັດຂໍ້ຕົກລົງໃບຮັບຮອງສັກວັກຊິນຮ່ວມກັບຫລາຍປະເທດ
ຕາມຂ່າວຈາກ ສິງກະໂປ, ວັນທີ24ກຸມພານີ້, ທ່ານ ລີ ຊຽນລຸງ, ນາຍົກລັດຖະມົນຕີ ສິງກະໂປ ພວມປຶກສາຫາລື ກ່ຽວກັບ ການເຮັດ ຂໍ້ຕົກລົງ ຍອມຮັບໃບຮັບຮອງການສັກວັກຊິນປ້ອງກັນ ໂຄວິດ-19 ຮ່ວມກັບຫລາຍປະເທດໃນຕໍ່ໜ້າເນື່ອງຈາກເປັນປັດໄຈສຳຄັນໃນການຟື້ນຟູການທ່ອງທ່ຽວ ໂດຍສະເພາະ ກຸ່ມປະເທດພວມພັດທະນາສາມາດເຂົ້າເຖິງວັກຊິນ ປ້ອງກັນ ໂຄວິດ-19 ແລະ ນຳໄປສັກໃຫ້ແກ່ປະຊາຊົນ. ຂະນະທີ່ ເກຣັກ, ອັງກິດ, ແອັດສະປາຍ ຢູ່ໃນກຸ່ມ ປະເທດ ທີ່ສົນໃຈແນວຄິດດັ່ງກ່າວໃຫ້ເປັນພັດສະປອດວັກຊິນ(Vaccine passport) ເພື່ອຟື້ນຟູ ເສດຖະກິດ ແລະ ການເດີນທາງ ທົ່ວໂລກ ຂປລ.
Read More »ນາຊາ ສົ່ງຍານລົງຈອດເທິງດາວອັງຄານສຳເລັດ
ຕາມຂ່າວຈາກ ສ.ອາເມລິກາ,ວັນທີ 23 ກຸມພາ ທີ່ຜ່ານມານີ້, ອົງການບໍລິຫານການບິນ ແລະ ອາວະກາດ ແຫ່ງຊາດ (ນາຊາ) ເປີດເຜີຍ ຄຣິບວີດີໂອ ໃກ້ຊາວໂລກ ໄດ້ເຫັນ ກ່ຽວ ກັບ ຍານສຳຫລວດ ເພີເຊີເວຍແລນສ “Perseverance” ລົງຈອດ ບໍລິເວນ ໃນອ່າງຫລຸມ ອຸກາບາດ ເຢເຊໂຣ”Jezero”ເທິງດາວອັງຄານ ກ່ອນຈະເລີ່ມ ປະຕິບັດໜ້າທີ່ພາລະກິດຄົ້ນຫາສິ່ງທີ່ມີຊີວິດ. ຍານດັ່ງກ່າວ ຕິດກ້ອງ 23ໂຕ ທຸກສ່ວນ ຕັ້ງແຕ່ຂັ້ນຕອນ ການເຂົ້າສູ່ ຊັ້ນບັນຍາກາດລົງຈອດພື້ນທີ່ ກຳນົດໄວ້ປະສົບຜົນສຳເລັດ ຫລັງຈາກ ສົ່ງຂໍ້ມູນ ແລະ ພາບກັບຄືນມາສູ່ໂລກຜ່ານຍານ ໂຄຈອນສຳຫລວດດາວອັງຄານ ເປັນພາບສີ ທີ່ຊັດເຈນ. ຫລັງຈາກນີ້ ເປັນເວລາ 2ປີ ຍານສຳຫລວດ ຂັບເຄື່ອນດ້ວຍ 6 ລໍ້ ຈະເຮັດໜ້າທີ່ ຂຸດເຈາະຫີນ ແລະ ດິນເທິງດາວ ອັງຄານ ເພື່ອຫາຮ່ອງຮອຍ ຂອງສິ່ງທີ່ມີຊີວິດ ບໍລິເວນອ່າງຫລຸມ ດັ່ງກ່າວ ທີ່ເຊື່ອວ່າ ເຄີຍເປັນທະເລສາບ ຂະໜາດໃຫຍ່ ...
Read More »ເຟສບຸກປິດກັ້ນຄົນໃນອົດສະຕຣາລີ ເບິ່ງ ແລະ ແຊຣ໌ ຂ່າວສານ ຫຼັງຈາກເກີດຄວາມຂັດແຍ້ງກັບລັດຖະບານອົດສະຕຣາລີ
ເຟສບຸກປິດກັ້ນບໍ່ໃຫ້ປະຊາຊົນໃນປະເທດອົດສະຕຣາລີສາມາດ ເບິ່ງ ແລະ ແຊຣ໌ເນື້ອຫາຂ່າວແລ້ວ ຫຼັງເກີດຄວາມຂັດແຍ້ງກັບລັດຖະບານອົດສະຕຣາລີທີ່ຕ້ອງການໃຫ້ສື່ສັງຄົມອອນລາຍ ຈ່າຍຄ່າຂ່າວທີ່ໄດ້ມາຈາກສຳນັກຂ່າວພາຍໃນປະເທດ ທີ່ຖືກແຊຣ໌ໃນແພລັດຟອມຂອງເຟສບຸກ. ສຳນັກງານຂ່າວ ບີບີຊີ ລາຍງານວ່າ: ເຟສບຸກປະກາດ ຈະປິດກັ້ນບໍ່ໃຫ້ຜູ້ໃຊ້ເຟສບຸກໃນອົດສະຕຣາລີເບິ່ງ ແລະ ແຊຣ໌ເນື້ອໃນຂ່າວ ຫຼັງຈາກລັດຖະບານອົດສະຕຣາລີອອກກົດໝາຍໃຫ້ສັງຄົມອອນລາຍຄື Facebook ແລະ Google ຕ້ອງຈ່າຍເງິນຄ່າຂ່າວສານຕ່າງໆ ກໍລະນີມີເນື້ອໃນຖືກນຳມາໂພສ ແລະ ນຳໄປແຊຣ໌ຕໍ່ໃນແພລັດຟອມຂອງສື່ສັງຄົມອອນລາຍ. ລັດຖະບານອົດສະຕຣາລີໄດ້ສະເໜີກົດໝາຍດັ່ງກ່າວເປັນຄັ້ງທຳອິດໃນເດືອນ ທັນວາ ປີ 2020 ທີ່ຜ່ານມາ ໂດຍຄະນະກຳມະການການແຂ່ງຂັນ ແລະ ຜູ້ບໍລິໂພກຂອງອົດສະຕຣາລີ (ACCC) ກ່າວວ່າ: ພວກເຂົາໄດ້ຮ່າງກົດໝາຍນີ້ຂຶ້ນມາ ເພື່ອສ້າງຄວາມສະເໝີພາບໃນການແຂ່ງຂັນທາງທຸລະກິດລະຫວ່າງ ບໍລິສັດເຕັກໂນໂລຊີຍັກໃຫຍ່ ກັບຜູ້ຜະລິດສື່ຂ່າວສານ ແລະ ຈະຊຸກຍູ້ກົດໝາຍໃຫ້ມີການອະພິປາຍ ແລະ ລົງມັດຕິໃນສະພາພາຍໃນສອງສາມອາທິດຂ້າງໜ້າ. ເຊິ່ງກ່ອນໜ້ານີ້ ເຟສບຸກໄດ້ເຕືອນໄວ້ວ່າຈະສະກັດກັ້ນເນື້ອຫາຂ່າວຂອງສື່ທີ່ຖືກແຊຣ໌ອອກໄປແທນການຈ່າຍເງິນ ເຊິ່ງໄດ້ປະກາດນະໂຍບາຍໃໝ່ຜ່ານການປິດກັ້ນ ໃນວັນພຸດທີ 17 ກຸມພາ 2021 ທີ່ຜ່ານມາ ໂດຍລະບຸວ່າ ກົດໝາຍສະບັບນີ້ ເຮັດໃຫ້ເຟສບຸກຕ້ອງພົບກັບທາງເລືອກທີ່ຫຍຸ້ງຍາກ ຄືເຮັດຕາມກົດໝາຍທີ່ບໍ່ສົນກັບຄວາມເປັນຈິງໃນການພົວພັນລະຫວ່າງສື່ສັງຄົມອອນລາຍ ແລະ ຜູ້ຜະລິດສື່ ຫຼືຢຸດການອະນຸຍາດໃຫ້ເຂົ້າເຖິງເນື້ອຫາຂ່າວຕ່າງໆໃນເຟສບຸກຂອງອົດສະຕຣາລີ ແລະ ພວກເຂົາຂໍເລືອກອັນສຸດທ້າຍ. ພາຍໃຕ້ນະໂຍບາຍໃໝ່ ເຟສບຸກລະບຸວ່າ: ຜູ້ໃຊ້ຊາວອົດສະຕຣາລີ ຈະບໍ່ສາມາດອ່ານ ແລະ ...
Read More »ພະຍາດອີໂບລາແຜ່ລະບາດໃໝ່ອີກຮອບ ທີ່ປະເທດກິເນ
ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ໂກນາກຼີ ຂອງປະເທດ ກີເນ ເມື່ອວັນທີ 15 ກຸມພາທີ່ຜ່ານວ່າ: ກະຊວງສາທາ ລະນະສຸກຂອງ ກິເນ ອອກຖະແຫລງການ ປະກາດ ການແຜ່ລະບາດ ຄັ້ງໃໝ່ໃນປະເທດຂອງ ເຊື້ອພະຍາດ ອີໂບລາ ຢູ່ເມືອງ ກູເອເຄ ໃນແຂວງ ເອັນເຊເຣກໍເຣ ທາງພາກໃຕ້ ຂອງປະເທດ ຫລັງຈາກພົບຜູ້ເສຍຊີວິດ ຢ່າງໜ້ອຍ 3 ຄົນ ແລະ ຜູ້ຕິດເຊື້ອ ສະສົມ 4 ຄົນ, ພາຍໃນໄລຍະເວລາພຽງບໍ່ເທົ່າໃດອາທິດ, ໃນໄລຍະລະຫວ່າງທ້າຍເດືອນ ມັງກອນ ເຖິງຕົ້ນເດືອນ ກຸມພາ ຂະນະດຽວກັນ ລັດຖະບານ ກິເນ ຮຽກຮ້ອງຄວາມຮ່ວມມື ຈາກປະຊາຊົນໃນການລາຍງານຜູ້ຕ້ອງສົງໄສຈາກພະຍາດ ອີໂບລາ ແລະ ຜູ້ທີ່ຄິດວ່າຕົນເອງມີອາການດັ່ງກ່າວ ຮຽກຮ້ອງໃຫ້ຮີບດ່ວນ ເດີນທາງມາພົບ ເຈົ້າໜ້າທີ່ ສາທາລະນະສຸກ ພ້ອມທັງ ເນັ້ນວ່າ: ລັດຖະບານ ດຳເນີນການດ້ວຍຄວາມຮ່ວມມື ເລັ່ງດ່ວນ ຢ່າງສຸດ ຄວາມສາມາດ ເພື່ອໃຫ້ ການຄວາມຄຸມ ...
Read More »ຈີ7 ຈະສະໜັບສະໜູນດ້ານການເງິນໃຫ້ຫລາຍຂຶ້ນເພື່ອກະຕຸ້ນເສດຖະກິດ
ກະຊວງ ການເງິນ ຂອງສ.ອາເມລິກາ ຖະແຫລງ ເມື່ອບໍ່ດົນມານີ້ວ່າ:ໃນກອງປະຊຸມ ຜ່ານທາງອອນລາຍ ຮ່ວມກັບ ລັດຖະມົນຕີ ການເງິນ ແລະ ຜູ້ວ່າການ ທະນາຄານ ຂອງປະເທດ ກຸ່ມຈີ 7 ຈະໃຫ້ການ ສະໜັບ ສະໜູນ ດ້ານການເງິນ ຫລາຍຂຶ້ນ ເພື່ອກະຕຸ້ນ ເສດຖະກິດ ໃຫ້ຟື້ນຕົວ ຢ່າງເຂັ້ມແຂງ ແລະ ຍືນຍົງ ຈາກການ ແຜ່ລະບາດ ໂຄວິດ-19 ຫລັງຈາກ ທ່ານ ໂຈ ໄບເດນ, ປະທານາທິບໍດີ ສ.ອາເມລິກາ ໄດ້ເພີ່ມຄວາມພະຍາຍາມ ໃຫ້ສະພາ ຄອງເກຣສ ອະນຸມັດ ມາດຕະການ ທົດແທນ ຜົນກະທົບ ຂອງໂຄວິດ-19 ດ້ວຍວົງເງິນ 1,9 ພັນຕຶ້ ໂດລາ ສະຫະລັດ.ສຳລັບ ກຸ່ມປະເທດຈີ7 ນັ້ນ ປະກອບດ້ວຍ ອັງກິດ, ການາດາ,ຝຣັ່ງ,ເຢຍລະມັນ, ອີຕາລີ,ຍີ່ປຸ່ນ ແລະ ສ.ອາເມລິກາ ຂປລ.
Read More »ສ.ເກົາຫລີ ຫລຸດຜ່ອນມາດຕະການຮັກສາໄລຍະຫ່າງທາງສັງຄົມ
ຕາມເວັບໄຊ ສຳນັກຂ່າວຢອນຮັບ, ລັດຖະບານ ສ.ເກົາຫລີ ຕັດສິນໃຈ ຫລຸດຜ່ອນ ມາດຕະການ ຮັກສາ ໄລຍະຫ່າງ ທາງສັງຄົມ ຕັ້ງແຕ່ວັນ15ກຸມພາ ເປັນຕົ້ນໄປ ໃນນະຄອນຫລວງ ເຊອຸນ ແລະ ພື້ນທີ່ອ້ອມຮອບລົງ 1ລະດັບ ຈາກ2,5 ເປັນ 2 ແລະ ພື້ນທີ່ອື່ນໆ ທົ່ວປະເທດລົງ 1ລະດັບ ຈາກ 2 ເປັນລະດັບ1,5 ໂດຍ ສ.ເກົາຫລີ ເລີ່ມໃຊ້ ມາດຕະການ 5 ລະດັບຕັ້ງເດືອນພະຈິກ ປີກ່ອນ ປະກອບດ້ວຍ 1. 1,5.2. 2,5 ແລະ 3 ເປັນລະດັບ ສູງສຸດ. ນອກຈາກນີ້ ຍັງຈະຫລຸດຜ່ອນ ມາດຕະການຈຳກັດ ກັບຮ້ານອາຫານ,ຮ້ານກາເຟ, ສະຖານທີ່ ອອກກຳລັງກາຍ ແລະ ສະຖານທີ່ ສາທາລະນະ ໃນເຂດນະຄອນຫລວງ ເຊອຸນ ໃຫ້ເປີດດຳເນີນ ທຸລະກິດ ເພີ່ມຂຶ້ນອີກ 1ຊົ່ວໂມງ ຈົນຮອດ 22:00 ໂມງ ...
Read More »ສິ່ງທ້າທາຍໃຫຍ່ສຳລັບອາຊຽນ ໃນປີ 2021
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໄພຂົ່ມຂູ່ຈາກໂຣກລະບາດໂຄວິດ-19 ຕໍ່ສຸຂະພາບຂອງມະນຸດ, ປັດຈຸບັນ ແມ່ນສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງພາກພື້ນ.ຂ່າວລະບຸວ່າ: ໂຣກລະບາດໂຄວິດ-19 ແລະ ຜົນກະທົບຍັງແມ່ນສິ່ງທ້າທາຍໃຫຍ່ ສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນປີ 2021, ນັ້ນແມ່ນໝາກຜົນການສຳຫຼວດ ໂດຍສູນຄົ້ນຄ້ວາ ອາຊຽນ ສັງກັດສະຖາບັນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້, ມີສໍານັກງານຕັ້ງຢູ່ ປະເທດສິງກະໂປ ປະກາດໃນວັນທີ 10 ກຸມພາຜ່ານມາ. ການສຳຫຼວດໄດ້ດຳເນີນຢູ່ 10 ປະເທດສະມາຊິກ ອາຊຽນ ໂດຍໄດ້ສອບຖາມຈໍານວນ 1.032 ຄົນ ສ່ວນຫຼາຍແມ່ນນັກຮຽນຮູ້, ປະຊາຄົມວິສາຫະກິດ ແລະ ນັກຂ່າວ.ຜົນການສໍາຫຼວດປາກົດວ່າ: ມີ 76% ຈຳນວນຜູຸ້ຖືກຖາມເວົ້າວ່າ: ໄພຂົ່ມຂູ່ຂອງໂຣກລະບາດໂຄວິດ-19 ຕໍ່ສຸຂະພາບຂອງມະນຸດ, ປັດຈຸບັນ ແມ່ນສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງພາກພື້ນ. 60,7% ປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ ເຫັນດີຕໍ່ມາດຕະການປ້ອງກັນ, ຕ້ານໂຣກລະບາດ ຂອງລັດຖະບານ. ການສຳຫຼວດ ສະແດງໃຫ້ເຫັນວ່າ: ສ່ວນຫຼາຍເຂົາເຈົ້າມີຄວາມວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກ ແລະ ສະໜັບສະໜູນຫຼັກການເຄົາລົບກົດໝາຍສາກົນໃນບັນຫານີ້. ແຫຼ່ງຂ່າວ: ປະຊາຊົນ
Read More »ສ.ອາເມລິກາ ສັ່ງຍົກເລີກຖ້ຽວບິນ 1.600 ກວ່າຖ້ຽວຍ້ອນພາຍຸຫິມະ
ຕາມຂ່າວຈາກ ນີວຢອກ, ວັນທີ2ກຸມພາ, ພາຍຸຫິມະ ຂະໜາດໃຫຍ່ ພັດເຂົ້າພື້ນທີ່ ແຄມຝັ່ງ ຕາເວັນອອກຂອງສ.ອາເມລິກາ ສົ່ງຜົນໃຫ້ຕ້ອງ ຍົກເລີກຖ້ຽວບິນ 1.600 ກວ່າຖ້ຽວ,ປິດການຮຽນ-ການສອນໃນໂຮງຮຽນ ແລະ ເລື່ອນ ການສັກຢາ ປ້ອງກັນ ໂຄວິດ-19 ອອກໄປ ຫລັງຈາກ ສຳນັກງານ ບໍລິການ ສະພາບອາກາດ ແຫ່ງຊາດ ຂອງ ສ.ອາເມລິກາ ປະກາດ ເຕືອນໄພ ພາຍຸຫິມະ ໃນພື້ນທີ່ ລັດເວີຈີເນຍ ໄປຈົນເຖິງ ລັດເມນ ທີ່ມີປະຊາກອນ ປະມານ 10 ລ້ານຄົນ ກຽມພ້ອມຮັບມື ກັບພາຍຸ ດັ່ງກ່າວ. ຂະນະນີ້ ສ.ອາເມລິກາ ມີຜູ້ຕິດເຊື້ອໂຄວິດ-19 ສະສົມເກືອບ 27 ລ້ານຄົນ ແລະ ເສຍຊີວິດ 454.200 ກວ່າຄົນ ຫລາຍເປັນອັນດັບ1ຂອງໂລກ ແຫຼ່ງທີ່ມາ: ຂປລ.
Read More »ຈີນຈະຜະລິດວັກຊິນປ້ອງກັນໂຄວິດ-19 ໃຫ້ໄດ້ 400 ລ້ານຫລອດຕໍ່ປີ
ຕາມຂ່າວຈາກ ປັກກິ່ງ,ເຊີນເຈີ້ນ ຄັງໄຖ່ ໄບໂອໂລຈິຄໍລ ໂປຣດັກ(Shenzhen Kang Tai Biological Products Co., Ltd.) ບໍລິສັດຜູ້ຜະລິດ ວັກຊິນ ແຫ່ງໃຫຍ່ຂອງຈີນ ສ້າງໂຮງງານ ຂະໜາດໃຫຍ ທີ່ສາມາດຜະລິດວັກຊິນປ້ອງກັນ ໂຄວິດ-19 ຂອງແອສຕຣາເຊເນກາ 400 ລ້ານຫລອດຕໍ່ປີ ຈະຜະລິດວັກຊິນເພີ່ມຂຶ້ນຈາກ ປີກ່ອນສອງເທົ່າ ຫລັງຈາກ ບໍລິສັດດັ່ງກ່າວ ໄດ້ຮັບສິດ ເປັນຜູ້ສົ່ງມອບ ວັກຊິນ AZD1222 ທີ່ພັດທະນາ ໂດຍແອສຕຣາເຊເນກາ ແລະ ມະຫາວິທະຍາໄລ ອ໋ອກຟອດ ຂອງອັງກິດໃນຈີນ ເມື່ອປີກາຍນີ້ ໂດຍແລກກັບ ການຜະລິດວັກຊິນໃຫ້ໄດ້ຢ່າງໜ້ອຍ 200 ລ້ານຫລອດ ໃນທ້າຍປີນີ້. ຈີນມີຍອດ ຜູ້ຕິດເຊື້ອ ໂຄວິດ-19 ສະສົມ 89.500 ກວ່າຄົນ ແລະ ເສຍຊີວິດ ປະມານ 4,640ຄົນ. ແຫຼ່ງທີ່ມາ:ຂປລ
Read More »