Fed ຂຶ້ນດອກເບ້ຍເພີ່ມ 0,25% ພ້ອມກ່າວວ່າປີນີ້ຍັງບໍ່ເໝາະສົມທີ່ຈະຫຼຸດດອກເບ້ຍລົງ

ທະນາຄານກາງສະຫະລັດ (Fed) ຫຼື Federal Reserve System ປະກາດຂຶ້ນດອກເບ້ຍເພີ່ມ 0,25% ສູ່ລະດັບ 4,50-4,75% ໃນກອງປະຊຸມຄັ້ງທໍາອິດຂອງຄະນະກໍາມະການນະໂຍບາຍການເງິນ (FOMC).

ທ່ານ Jerome Powell ປະທານ Fed ຖະແຫຼງຫຼັງປະຊຸມວ່າ ຍັງຄົງຍຶດໝັ້ນສູ່ເປົ້າໝາຍກົດເງິນເຟີ້ໃຫ້ລົງສູ່ລະດັບ 2% .ແລະ ປະທານ Fed ຍັງເຊີໄພຕະຫຼາດດ້ວຍການກ່າວວ່າ ຄະນະກຳມະການບໍ່ໄດ້ເຈາະຈົງຂຶ້ນດອກເບ້ຍໃຫ້ຮອດລະດັບ 5% ແຕ່ຍັງມີສັນຍານວ່າຈະຂຶ້ນອີກໃນການປະຊຸມເທື່ອຕໍ່ໄປ ແລະ ປີນີ້ຍັງບໍ່ເໝາະສົມທີ່ຈະຫຼຸດດອກເບ້ຍລົງ.

ສໍາລັບການຄາດເດົາອັດຕາເງິນເຟີ້ຂອງສະຫະລັດໃນອະນາຄົດ ຄາດວ່າເງິນເຟີ້ພື້ນຖານ (Core PCE) ຈະປັບໂຕລົງສູ່ລະດັບ 4% ໃນຊ່ວງກາງປີ 2023.

ທີ່ມາ: TODAY Bizview

#TargetMagazine

Comments