ຕາມເວັບໄຊ ສເຕຣດ ທາມ(Straits Times),ວັນທີ15ມີນານີ້, ສິງກະໂປພວມດຳເນີນມາດຕະການ ດຶງດູດການລົງທຶນຈາກຕ່າງປະເທດໃນຖານະເປັນຕະຫລາດເສລີເກັບພາສີໃນອັດຕາຕ່ຳ ເຮັດໃຫ້ໃນໄລຍະເກີດການແຜ່ລະບາດ ໂຄວິດ-19 ບັນດານັກລົງທຶນຕ່າງປະເທດ ແລະ ບໍລິສັດ ຄຸ້ມຄອງຊັບສິນຂອງຕ່າງປະເທດຫັນມາລົງທຶນໃນປະເທດເພີ່ມຂຶ້ນໂດຍເສດຖີອາຊີມີຊັບສິນທັງໝົດ 22,2 ພັນຕື້ ໂດລາສະຫະລັດໃນປີ2019 ຫລາຍກວ່າອາເມລິກາເໜືອ, ສ.ອາເມລິກາ ແລະ ເອີຣົບ. ຂະນະທີ່ໃນສິງກະໂປບັນດານັກລົງທຶນທີ່ໝັ້ນຄົງຕ່າງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນບັນດາສະຖາບັນການເງິນເລັ່ງຂະຫຍາຍການບໍລິການທາງການເງິນ ແລະ ລັດຖະບານສິງກະໂປເລັ່ງເຮັດວຽກເພື່ອແນະນຳບັນດາກອບງານໃໝ່ທີ່ຊ່ວຍອຳນວຍຄວາມສະດວກແກ່ກອງທຶນຕ່າງໆ ທີ່ຕ້ອງການເຂົ້າມາລົງທຶນໃນປະເທດນີ້ ຂປລ.
Read More »ຂ່າວ ຕ່າງປະເທດ
ເປັນຄັ້ງທຳອິດທີ່ປະເທດບຣາຊິນ ມີຜູ້ເສຍຊີວິດຈາກໂຄວິດ-19 ຈໍານວນ 2.000 ກວ່າຄົນພາຍໃນມື້ດຽວ
ຕາມຂ່າວຈາກ ບຣາຊິນ, ເມື່ອບໍ່ດົນມານີ້ກະຊວງສາທາລະນະສຸກຂອງບຣາຊິນລາຍງານວ່າ: ສະຖິຕິຕົວເລກເສຍຊີວິດ ໂຄວິດ-19 ໃນຮອບ 24 ຊົ່ວໂມງຂອງ ວັນພຸດ 10 ມີນາ ຜ່ານມາ ໃນບຣາຊິນລວມມີ 2.286ຄົນ ນັບເປັນຄັ້ງທຳອິດຕັ້ງແຕ່ຜະເຊີນກັບການແຜ່ລະບາດເມື່ອເດືອນເມສາປີກາຍນີ້. ຂະນະທີ່ຈຳນວນຜູ້ເສຍຊີວິດໃນຮອບລາຍວັນລ້າສຸດເຮັດໃຫ້ສະຖິຕິສະສົມຂອງຜູ້ເສຍຊີວິດຈາກໂຄວິດ-19 ໃນບຣາຊິນເພີ່ມເປັນຢ່າງໜ້ອຍ 270.656ຄົນ ຫລາຍທີ່ສຸດໃນທະວີບອາເມລິກາໃຕ້ ແລະ ເປັນອັນດັບ 2 ຂອງໂລກ ຮອງຈາກ ສ.ອາເມລິກາ. ສ່ວນຜູ້ຕິດເຊື້ອລາຍວັນເພີ່ມຂຶ້ນ 79.876ຄົນ ເຮັດໃຫ້ເພີ່ມຈຳນວນຜູ້ຕິດເຊື້ອສະສົມຈາກໂຄວິດ-19 ໃນບຣາຊິນມາເປັນ 11,2 ລ້ານກວ່າຄົນ ຫລາຍທີ່ສຸດໃນພາກພື້ນ ແລະ ເປັນອັນດັບ 3 ຂອງໂລກຮອງຈາກ ສ.ອາເມລິກາ ແລະ ອິນເດຍ. ຂປລ.
Read More »ຄົນທົ່ວໂລກເຊື່ອໝັ້ນວັກຊິນຕ້ານໂຄວິດ-19 ຫຼາຍຂຶ້ນ
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອິມພີຣຽວ ຄອນເລດ ລອນດອນ ຂອງອັງກິດ ໄດ້ເປີດເຜີຍຜົນການສຳຫຼວດ ໂດຍຊີ້ໃຫ້ເຫັນວ່າ: ປະຊາຊົນທົ່ວໂລກ ມີຄວາມເຊື່ອໝັ້ນຫຼາຍຂຶ້ນ ທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19. ຂະນະທີ່ມີປະຊາຊົນຈຳນວນຫຼາຍຂຶ້ນເຂົ້າຮັບການສີດວັກຊິນນັບຕັ້ງແຕ່ເດືອນພະຈິກ 2020 ທີ່ຜ່ານມາ. ຕາມຜົນການສຳຫຼວດຫຼ້າສຸດ ຊຶ່ງຄວບຄຸມເຖິງປະຊາຊົນປະມານ 500-1.000 ຄົນ ໃນ 14 ປະເທດ ລວມເຖິງຍີ່ປຸ່ນ, ອັງກິດ, ຝຣັ່ງ ແລະ ສ.ເກົາຫຼີ ຜູ້ຕອບແບບສຳຫຼວດໄດ້ຖືກຖາມວ່າ: ພວກເຂົາພໍໃຈທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19, ປະຊາຊົນອັງກິດ ສະແດງຄວາມເຊື່ອໝັ້ນສູງສຸດ ໂດຍ 77% ຂອງຜູ້ຕອບແບບສຳຫຼວດພໍໃຈຫຼາຍທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19, ຮອງລົງມາໄດ້ແກ່ປະຊາຊົນໃນດານມາກ ກວມປະມານ 70% ລະບຸວ່າ: ພໍໃຈທີ່ຈະສີດວັກຊິນ. ສ່ວນປະຊາຊົນໃນຍີ່ປຸ່ນ ແລະ ສິງກະໂປ ປະມານ 48% ລະບຸວ່າ: ພໍໃຈທີ່ຈະສີດວັກຊິນ. ຂະນະທີ່ມີປະຊາຊົນໃນຝຣັ່ງ 40% ພໍໃຈທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19. ອັດຕາສ່ວນໂດຍລວມຂອງຜູ້ທີ່ລະບຸວ່າ: ຕ້ອງການທີ່ຈະສີດວັກຊິນກວມ 58%, ເພີ່ມຂຶ້ນ 17% ຈາກເດືອນພະຈິກທີ່ຜ່ານມາ ຊຶ່ງເລີ່ມມີການສຳຫຼວດເປັນຄັ້ງທຳອິດ. ຂະນະດຽວກັນ, ຜູ້ຕອບແບບສຳຫຼວດ 45% ລະບຸວ່າ: ພວກເຂົາມີຄວາມກັງວົນຫຼາຍກ່ຽວກັບຜົນຂ້າງຄຽງທີ່ອາດຈະເກີດຂຶ້ນຈາກການສີດວັກຊິນປ້ອງກັນພະຍາດໂຄວິດ-19. ...
Read More »ສ.ອາເມລິກາ ຈະລົງນາມແຜນກະຕຸ້ນເສດຖະກິດ 1,9 ພັນຕື້ໂດລາສະຫະລັດ
ຕາມຂ່າວຈາກ ວໍຊີງຕັນ, ທ່ານ ໂຈ ໄບເດນ,ປະທານາທິບໍດີ ສ. ອາເມລິກາ ຈະບັງຄັບໃຊ້ແຜນກະຕຸ້ນເສດຖະກິດ ໃນວັນທີ 12 ມີນານີ້ ຫລັງຈາກສະມາຊິກສະພາ ສ.ອາເມລິກາ ຜ່ານມະຕິ ດ້ວຍຄະແນນສຽງ 220 ຕໍ່ 211 ຜ່ານຮ່າງກົດໝາຍກະຕຸ້ນເສດຖະກິດສະບັບທີ່ 6 ທີ່ມີຊື່ວ່າ “American Rescue Plan Act of 2021” ກວມເອົາການຈັດສັນງົບປະມານ 400 ຕື້ໂດລາ ສະຫະລັດເພື່ອແຈກຢາຍໃຫ້ກັບຊາວອາເມລິກາໂດຍກົງຄົນລະ 1.400 ໂດລາສະຫະລັດ, ໃຫ້ເງິນຊ່ວຍເຫລືອບັນດາລັດ ແລະ ລັດຖະບານກາງ ໃນວົງເງິນ 3,50 ຕື້ໂດລາສະຫະລັດ, ຈັດສັນງົບປະມານເພື່ອຮັບມືກັບການແຜ່ລະບາດຂອງໂຄວິດ-19 ແລະ ຂະຫຍາຍໂຄງການຊ່ວຍເຫລືອຄົນວ່າງງານອາທິດລະ 300 ໂດລາສະຫະລັດຕໍ່ຄົນຈົນເຖິງເດືອນກັນຍາປີນີ້. ປັດຈຸບັນ ສ.ອາເມລິກາ ມີຜູ້ຕິດເຊື້ອ ໂຄວິດ-19 ເກືອບ30 ລ້ານ ຄົນ ແລະ ເສຍຊີວິດ 540.640 ຄົນ ຕິດເປັນ ອັນດັບໜຶ່ງ ຂອງໂລກ ຂປລ.
Read More »ລາຄາອາຫານໂລກ ເພີ່ມຂື້ນຢ່າງຕໍ່ເນື່ອງ
ສຳນັກຂ່າວ ຊິນຮວາຂອງຈີນ, ອົງການອາຫານ ແລະ ກະສິກຳແຫ່ງສະຫະປະຊາຊາດລາຍງານ ວ່າ: ເມື່ອເດືອນກຸມພາ ຜ່ານມາ, ລາຄາອາຫານໂລກໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ 9 ໂດຍສະເພາະດັດສະນີລາຄາອາຫານ ລວມມີ 116 ຈຸດ, ເພີ່ມຂຶ້ນ 26,5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2019. ໃນນັ້ນລາຄານ້ຳຕານບໍລິໂພກເພີ່ມຂຶ້ນຫລາຍກວ່າ 6,4%, ລາຄານ້ຳມັນພືດ ເພີ່ມຂື້ນ 6,2% ເປັນຕົວເລກສູງສຸດ ນັບແຕ່ ເດືອນເມສາປີ 2012 ເປັນຕົ້ນມາ. ສ່ວນດັດສະນີລາຄາຜະລິດຕະພັນນົມ, ທັນຍາພືດ ແລະ ຊີ້ນສັດຕ່າງໆເພີ່ມຂຶ້ນຫລາຍກວ່າ 1,7%, 1,2% ແລະ 0,6% ຕາມລຳດັບ. ນອກຈາກນັ້ນ, ອົງການດັ່ງກ່າວຍັງໄດ້ປັບເພີ່ມປະລິມານການຜະລິດທັນຍາພືດໂລກ ໃນປີ 2020 ໃຫ້ເປັນ 2.761 ລ້ານໂຕນ, ເພີ່ມຂຶ້ນ 1,9% ເມື່ອທຽບໃສ່ປີ 2019. ຄາດວ່າ: ການຜະລິດເຂົ້າ, ສາລີ ຂອງ ໂລກ ໃນປີ 2021 ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນປີທີ 3 ແລະ ...
Read More »ຈີນ ເລີ່ມໃຊ້ໃບຮັບຮອງດ້ານສຸຂະພາບສຳລັບນັກທ່ອງທ່ຽວ
ຕາມຂ່າວຈາກ ປັກກິ່ງ,ວັນທີ 9 ມີນາທີ່ຜ່ານມາ,ຈີນ ເລີ່ມໂຄງການ ອອກໃບຮັບຮອງ ດ້ານສຸຂະພາບ(Virus passport) ສຳລັບ ນັກທ່ອງທ່ຽວ ຊາວຈີນ ທີ່ມີແຜນການເດີນທາງ ຂ້າມຊາຍແດນ ໂດຍຈະຮ່ວມມືກັບ ປະເທດອື່ນໆ ທີ່ໃຊ້ເອກະສານ ຮັບຮອງ ສຸຂະພາບ ໃນລັກສະນະ ດຽວກັນ ເພື່ອກັບມາ ເປີດເສດຖະກິດ ໃຫ້ເດີນໜ້າ ຕໍ່ໄປອີກຄັ້ງ. ສຳລັບການອອກໃບຮັບຮອງ ສຸຂະພາບ ຂອງພົນລະເມືອງຈີນ ຈະເປັນຮູບແບບ ດີຈີຕອລ ເພື່ອສະແດງ ສະຖານະການສັກວັກຊິນ ປ້ອງກັນ ໂຄວິດ-19 ແລະ ຜົນການກວດ ຫາເຊື້ອໂຄວິດ- 19 ຂອງຜູ້ໃຊ້ງານ ຜ່ານໂປຣແກມ ທາງວີແຊດ(WeChat) ແຫຼ່ງທີ່ມາ: ຂປລ.
Read More »ຫຸ່ນຍົນສຳຫລວດດາວອັງຄານ ເລີ່ມປະຕິບັດໜ້າທີ່ແລ້ວ!!!
ຕາມຂ່າວຈາກ ວໍຊີງຕັນ,ເມື່ອບໍ່ດົນມານີ້, ອົງການ ບໍລິຫານ ການບິນ ແລະ ອາວະກາດ ແຫ່ງສ.ອາເມລິກາ(ນາຊາ)ເປິດເຜີຍວ່າ:ຫຸ່ນຍົນສຳຫລວດ ດາວອັງຄານ ເພີຊີເວຍແລນ(Percivalance) ພວມປະຕິບັດໜ້າທີ່ ເທິງພື້ນຜີວ ດາວອັງຄານ ເປັນຄັ້ງທຳອິດ. ຫຸ່ນຍົນສຳຫລວດນີ້ ມີນ້ຳໜັກ ປະມານ 1ໂຕນ ເຄື່ອນຕົວພ້ອມລໍ້ທັງ 6 ໄປໄດ້ໄກ ເປັນໄລຍະທາງ 6,5 ແມັດ ເຊິ່ງເປັນການເຄື່ອນທີ່ ໄປຂ້າງໜ້າ 4 ແມັດ ຫລັງຈາກນັ້ນ ຫັກລ້ຽວ 150 ອົງສາ ໄປທາງຊ້າຍ ແລ້ວເຄື່ອນຖອຍຫລັງອີກ 2,5 ແມັດ ການທົດລອງ ດັ່ງກ່າວ ໃຊ້ເວລາປະມານ 30ນາທີ. ຫຸ່ນຍົນດັ່ງກ່າວ ມີກຳນົດ ປະຕິບັດໜ້າທີ່ ເທິງດາວອັງຄານ ເປັນເວລາ 2 ປີ ເພື່ອເກັບຕົວຢ່າງດິນ ແລະ ຫີນ ໂດຍໃນລະຫວ່າງປີ 2026 ຫາ 2028 ນາຊາ ມີແຜນສົ່ງຍານ ເກັບຕົວຢ່າງ ເດີນທາງໄປຍັງ ດາວອັງຄານ ເພື່ອຕິດຕາມຍານ ...
Read More »ເຢຍລະມັນ ເຕືອນຄວາມສະເໝີພາບ ຍິງ-ຊາຍ ນັບມື້ຫຼຸດລົງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມບົດລາຍງານສະບັບຫຼ້າສຸດຂອງເອີຣົບ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ໂຣກລະບາດໂຄວິດ – 19 ໄດ້ເຮັດໃຫ້ສະພາບຂາດຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ໃນຊີວິດການເປັນຢູ່ເກືອບທັງໝົດ ນັບມື້ຮ້າຍແຮງຂຶ້ນຕື່ມໃນບັນດາຂົງເຂດ. ຂ່າວລະບຸວ່າ: ພະຍາດລະບາດໂຄວິດ – 19 ມີຄວາມສ່ຽງເຮັດໃຫ້ບັນດາຄວາມກ້າວໜ້າທີ່ບັນລຸໄດ້ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຖືກກະທົບໜັກ ຊຶ່ງເຫດຜົນ ແມ່ນຍ້ອນແມ່ຍິງຮັບປະກັນວຽກງານເບິ່ງແຍງດູແລເດັກນ້ອຍ ໃນກໍລະນີຖືກປິດລ້ອມ ແລະ ຕ້ອງເຮັດວຽກງານທີ່ມີຄວາມສ່ຽງຫຼາຍຢ່າງ. ນີ້ແມ່ນຄຳກ່າວເຕືອນຂອງທ່ານ ນາງ ແອງເຈລາ ເມີແຄວ ນາຍົກລັດຖະມົນຕີ ເຢຍລະມັນ ທີ່ໄດ້ຍົກອອກມາໃນວັນທີ 6 ມີນາຜ່ານມາ, ໃນສານສະບັບໜຶ່ງ ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ. ທ່ານ ນາງ ເມີແຄວ ຊີ້ອອກວ່າ: ບັນດາປະເທດ ຕ້ອງມີການກະທຳຕົງຈິງໃນການກໍາຈັດໂຣກລະບາດ ບໍ່ເຮັດໃຫ້ໂລກກັບຄືນສູ່ສະພາບການຂາດຄວາມສະເໝີພາບ ລະຫວ່າງ ຍິງ – ຊາຍ ຄືເມື່ອກ່ອນ. ທ່ານນາງ ເມີແຄວ ເນັ້ນໜັກວ່າ: ວິກິດການດ້ານສາທາລະນະສຸກ ໄດ້ກໍ່ຜົນກກະທົບຕໍ່ແມ່ຍິງຢ່າງບໍ່ມີຄວາມຍຸຕິທຳ. ຕາມບົດລາຍງານສະບັບຫຼ້າສຸດຂອງ ເອີຣົບ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ...
Read More »ອາຊຽນ ເພີ່ມການຮ່ວມມືດ້ານເສດຖະກິດ
ຕາມຂ່າວຈາກ ຫວຽດນາມ(VOVWORLD)ເມື່ອບໍ່ດົນມານີ້, ກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 27 (AEM Retreat 27) ໄດ້ຈັດຂຶ້ນ ຕາມຮູບການ ອອນລາຍ. ໃນໂອກາດນີ້ ບັນດາ ລັດຖະມົນຕີ ເສດຖະກິດ ອາຊຽນ ໄດ້ຮັບຮອງເອົາ 12 ຄາດໝາຍ ເສດຖະກິດ ບຸລິມະສິດຂອງ ບຣູໄນ ໃນປີ ປະທານ ອາຊຽນ 2021 ສຸມໃສ່ ການຟື້ນຟູ, ການຫັນເປັນ ດີຈີຕອນ ແລະ ລັກສະນະ ແບບຍືນຍົງ ພ້ອມທັງ ຢັ້ງຢືນຄືນ ຄຳໝັ້ນສັນຍາ ມານະພະຍາຍາມ ໃຫ້ສັດຕະຍາ ບັນສັນຍາ ຄູ່ຮ່ວມມື ເສດຖະກິດ ຮອບດ້ານ ພາກພື້ນ (RCEP) ຢູ່ພາຍໃນປະເທດ ເພື່ອແນໃສ່ ຮັບປະກັນ ເລື່ອງບັນດາ ວິສາຫະກິດ ແລະ ປະຊາຊົນ ອາດຈະໄດ້ຊົມໃຊ້ ຜົນປະໂຫຍດ ຈາກສັນຍານີ້.ນອກນີ້ ກອງປະຊຸມ, ບັນດາ ລັດຖະມົນຕີ ...
Read More »ອາເມຣິກາ ຊຸກຍູ້ສະພາສູງຮັບຮອງເງິນຊ່ວຍກູ້ 1.900 ຕື້ໂດລາ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ທ້າຍເດືອນກຸມພາຜ່ານມາ, ທ່ານ ໂຈ ໄບເດັນ ປະທານາທິບໍດີ ອາເມຣິກາ ໄດ້ຊົມເຊີຍສະພາຕ່ຳອາເມຣິກາ ໄດ້ຮັບຮອງເອົາບ້ວງເງິນຊ່ວຍກູ້ໂຣກລະບາດ ໂຄວິດ-19 ທີ່ມີມູນຄ່າ 1.900 ຕື້ໂດລາ, ພ້ອມທັງກະຕຸກຊຸກຍູ້ສະພາສູງ ຈົ່ງມີບາດກ້າວເດີນເຊັ່ນດຽວກັນ.ຂ່າວລະບຸວ່າ: ກ່າວຄຳເຫັນຕໍ່ນັກຂ່າວຢູ່ທຳນຽມຂາວ, ທ່ານ ໂຈ ໄບເດັນ ໄດ້ເນັ້ນໜັກວ່າ: ບ້ວງເງິນຊ່ວຍກູ້ຄວນໄດ້ຮັບການຮັບຮອງໂດຍໄວ. ບ້ວງເງິນຊ່ວຍໜູນດ້ານເສດຖະກິດຂອງອຳນາດການປົກຄອງປະທານະທິບໍດີ ມີຂອບຂະໜາດໃຫຍ່ທົບສອງເທົ່າ ເມື່ອທຽບໃສ່ບ້ວງເງິນຊ່ວຍໜູນ ຊຶ່ງສະພາແຫ່ງຊາດອາເມຣິກາ ໄດ້ຮັບຮອງເອົາເມື່ອປີ 2020, ພາຍຫຼັງດຳເນີນການເຈລະຈາ ລະຫວ່າງ ພັກປະຊາທິປະໄຕ ແລະ ພັກສາທາລະນະເປັນເວລາຫຼາຍເດືອນ.
Read More »