ທຸບສະຖິຕິ! ໂຕເລກການຄ້າຂອງ ລັດເຊຍ-ຈີນ ສູງສຸດເປັນປະຫວັດສາດ ຄາດປີນີ້ທະລຸ 2 ແສນລ້ານໂດລາ


ວັນທີ 23 ພຶດສະພານີ້ ທ່ານ Mikhail Mishustin ນາຍົກລັດຖະມົນຕີລັດເຊຍ ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຈີນ-ຣັດ​ເຊຍ ໃນຊຽງໄຮ້ໂດຍ​ການ​ຄາດ​ວ່າ ໂຕເລກການຄ້າລະຫວ່າງລັດເຊຍ ແລະ ຈີນ ຈະຮອດລະດັບສູງສຸດ ເປັນປະຫວັດສາດ ທີ່ລະດັບ 2 ແສນລ້ານໂດລາ.​.
ຄວາມສໍາພັນລະຫວ່າງສອງປະເທດ ລັດເຊຍ-ຈີນ ຖືກຈັບຕາເປັນພິເສດຫຼັງຈາກ ລັດເຊຍຖືກຍູ້ອອກຈາກລະບົບການເງິນ ແລະ ຖືກປິດກັ້ນຈາກເສດຖະກິດສ່ວນໃຫຍ່ຂອງໂລກ ເນື່ອງຈາກເກີດຄວາມຂັດແຍ່ງກັບ ອາເມລິກາ.


ໃນ​ໄລຍະ​ຜ່ານ​ມາ, ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ມິດຕະພາບ​ທີ່​ບໍ່​ມີ​ຂອບ​ເຂດ ​ໂດຍ​ການ​ຊ່ວຍ​ຫລຸດຜ່ອນ​ຜົນ​ກະທົບ​ທາງ​ດ້ານ​ເສດຖະກິດ​ຂອງຣັດ​ເຊຍ. ຂໍ້ມູນຈາກກົມພາສີຈີນພົບວ່າ ຕົວ​ເລກ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ໄດ້​ເພີ່ມ​ຂຶ້ນ​ເກືອບ 30% ​ໃນ​ປີ​ກາຍ​ນີ້ ແລະ ມູນຄ່າການຄ້າສູງສຸດທຸບສະຖິຕິທີ່ 1,9 ແສນລ້ານໂດລາ ຕົ້ນຕໍແມ່ນຍ້ອນການຊື້ພະລັງງານຈາກລັດເຊຍ. ປີນີ້, ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ຂຶ້ນ 41% ໃນ 4 ເດືອນ​ຕົ້ນ​ປີ.


ລັດຖະມົນຕີຂອງລັດເຊຍກ່າວຕື່ມວ່າ ການຮ່ວມມືດ້ານພະລັງງານກັບຈີນຍັງເປັນສິ່ງສໍາຄັນທີ່ສຸດຂອງລັດເຊຍ ປັດຈຸບັນ ລັດເຊຍ ເປັນຜູ້ຈັດຫານໍ້າມັນລາຍໃຫຍ່ທີ່ສຸດຂອງຈີນແຊງ ຊາອຸດິ ອາຣະເບຍ.


ທີ່ມາ: https://business.facebook.com/latest/composer?#TargetMagazine

Comments