ຜູ້ນໍາຫວຽດນາມເຮັດໄດ້ແນວໃດ? ນໍາພາປະເທດເຕີບໂຕສວນທາງກັບວິກິດໂລກ

ນາຍົກ ຟ້າມ ມິງ ຈິງ ຜູ້ນໍາຫວຽດນາມ ມີແນວທາງບໍລິຫານປະເທດແນວໃດ ຈຶ່ງເຮັດໃຫ້ປະເທດເຕີບໂຕໄດ້ພາຍໃຕ້ວິກິດ?

ເວົ້າໄດ້ວ່າ ອີກປະເທດໜຶ່ງທີ່ທົ່ວໂລກກໍາລັງຈັບຕາຄື “ຫວຽດນາມ” ເຊິ່ງປະເທດໄດ້ຮັບການຟື້ນຟູໄດ້ໄວຫຼາຍທັງດ້ານການທ່ອງທ່ຽວ, ການດຶງດູດການລົງທຶນເຊິ່ງຖືໄດ້ວ່າເປັນໂຕເລືອກອັນດັບຕົ້ນໆຂອງບັນດານັກລົງທຶນທົ່ວໂລກ ແລະ ໃນອະນາຄົດ ຫວຽດນາມ ໄດ້ຖືກເລັງເປົ້າ “ຈະກາຍເປັນໂຮງງານຜະລິດຂອງໂລກ”

ທ່ານ ຟ້າມ ມິງ ຈິງ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ໃນວັນທີ 4 ເມສາ 2021 ການເລືອກຕັ້ງຄັ້ງນີ້ກໍເປັນກໍລະນີທີ່ໜ້າສົນໃຈຢ່າງຍິ່ງ ເນື່ອງຈາກວ່າເປັນຄັ້ງທໍາອິດທີ່ບໍ່ໄດ້ມາຈາກການສືບທອດຕໍາແໜ່ງ ເຊິ່ງປົກກະຕິແລ້ວຫວຽດນາມຈະເລືອກແບບການໄຕ່ເຕົ້າເຊັ່ນ ຜູ້ທີ່ຈະມາເປັນນາຍົກລັດຖະມົນຕີແມ່ນຕ້ອງໄດ້ເປັນຮອງນາຍົກລັດຖະມົນຕີມາກ່ອນ ຍົກເວັ້ນທ່ານ ທ່ານ ຟ້າມ ມິງ ຈິງ ແຕ່ທ່ານເຄີຍດຳລົງຕໍາແໜ່ງເປັນອະດີດປະທານຄະນະກຳມະການກາງພັກກອມມູນິດ, ອະດີດລັດຖະມົນຕີຜູ້ຊ່ວຍວ່າການກະຊວງຄວາມໝັ້ນຄົງສາທາລະນະ.

ສໍາລັບແຜນພັດທະນາປະເທດທີ່ລັດຖະບານຫວຽດນາມໄດ້ເນັ້ນແມ່ນ ແຜນລົງທຶນດ້ານພັດທະນາໂຄງສ້າງພື້ນຖານເສດຖະກິດ ແລະ ຊັບພະຍາກອນມະນຸດຢ່າງຈິງຈັງ ເພື່ອໃຫ້ສອດຄ່ອງຮັບການເຕີບໂຕຂອງປະເທດທີ່ກ້າວໜ້າຢ່າງໄວວາ ໂດຍເນັ້ນບໍລິຫານການລະດົມ ແລະ ໃຊ້ຊັບພະຍາກອນທັງໝົດຢ່າງມີປະສິດທິພາບເພື່ອການພັດທະນາປະເທດ

ເນັ້ນການສົ່ງເສີມພັດທະນາໂຄງສ້າງທາງກົນລະຍຸດ ໃຫ້ຄວາມສໍາຄັນກັບການປ່ຽນແປງທາງດິຈິຕອລ, ທຸ້ມພັດທະນາຊັບພະຍາກອນມະນຸດໃຫ້ເປັນຊັບພະຍາກອນທີ່ສໍາຄັນ ແລະ ເປັນແຮງຍູ້ໃນການສ້າງສາພັດທະນາປະເທດ ໂດຍເນັ້ນການປັບປຸງຄຸນນະພາບການເບິ່ງແຍງດ້ານສາທາລະນະສຸກ, ການສຶກສາ ແລະ ການເຝິກອົບຮົມ ໃຫ້ຄວາມສໍາຄັນກັບການພັດທະນາທັກສະຂອງຄົນໃນປະເທດໃຫ້ມີສັກກະຍາພາບສູງ ແລະ ມີຄວາມສາມາດ ແທນການເປັນແຮງງານດ້ອຍຝີມືທີ່ເນັ້ນຄ່າແຮງຖືກ

ຂໍ້ມູນ: Reporter Journey

ຮຽບຮຽງ: #TargetMagazine

Comments