ທົ່ວໂລກກັງວົນ! ອາເມຣິກາ ປິດທະນາຄານ 3 ແຫ່ງ ສັນຍານເຕືອນເງິນເຟີ້ອີກຄັ້ງ

ເປັນຂ່າວດັງຮືຮາຢ່າງຕໍ່ເນື່ອງ, ທີ່ທົ່ວໂລກໃຫ້ຄວາມສົນໃຈເປັນພິເສດ ກັບການປິດຕົວລົງຂອງທະນາຄານທຸລະກິດໃນສະຫະລັດອາເມຣິກາ, ຊຶ່ງອາທິດດຽວ ຢຸດຕິການດຳເນີນທຸລະກິດແລ້ວ 3 ແຫ່ງ ເຊັ່ນ: ທະນາຄານ ຊິວເວີເກດ (Silvergate) ທະນາຄານ ເອັສວີບີ (SVB) ແລະ ຊິກເນເຈີແບັງ (SIGNATURE BANK). ສິ່ງດັ່ງກ່າວໄດ້ກະທົບຕໍ່ຄວາມເຊື່ອໝັ້ນຂອງນັກລົງທຶນທົ່ວໂລກ ແລະ ກັງວົນວ່າຈະເກີດວິກິດການເງິນອີກຮອບໃໝ່.

ເຖິງຢ່າງໃດກໍ່ຕາມ, ນັກເສດຖະສາດໃຫ້ທັດສະນະວ່າ: ເຫດການດັ່ງກ່າວແຕກຕ່າງຈາກຫຼາຍປີຜ່ານມາ ທີ່ໂລກຜະເຊີນກັບວິກິດຄັ້ງກ່ອນໆ; ເຖິງຈະເປັນວິກິດຂັ້ນເລີ່ມຕົ້ນ ແຕ່ບໍ່ຄວນປະໝາດ ເພາະນີ້ອາດເປັນສັນຍານເຕືອນຈຸດເລີ່ມຕົ້ນຂອງເສດຖະກິດໂລກຖົດຖອຍ.

ເຫດຜົນທີ່ເກີດເຫດການດັ່ງກ່າວ: ບັນຫາຂອງທະນາຄານທຸລະກິດທັງ 3 ແຫ່ງເກີດມາຈາກ ການບໍລິຫານຊັບສິນ ແລະ ໜີ້ສິນທີ່ຜິດພາດເທົ່ານັ້ນ, ບໍ່ເຖິງຂັ້ນເປັນວິກິດການເງິນທົ່ວໂລກແຕ່ຢ່າງໃດ?. ແນວໃດກໍ່ດີ, ສະຫະລັດອາເມຣິກາ ໄດ້ມີມາດຕະການເພື່ອດູແລເງິນຝາກຂອງລູກຄ້າ, ການປົກປ້ອງລູກຄ້າ ແລະ ມີນະໂຍບາຍຫຼາຍຢ່າງ ເພື່ອດຶດຄວາມເຊື່ອໝັ້ນໄດ້ໃນລະດັບໃດໜຶ່ງ.

ນັດເສດຖະສາດທ່ານໜຶ່ງ ກ່າວວ່າ: ເມື່ອໃດກໍ່ຕາມທີ່ທະນາຄານກາງສະຫະລັດ ມີການຂຶ້ນດອກເບ້ຍສູງໆ ເພື່ອສູ້ກັບເງິນເຟີ້ ກໍ່ມັກຈະມີບັນຫາຕາມມາ, ສິ່ງທີ່ຫຼີກລຽງບໍ່ໄດ້ກໍ່ຄືພາວະເສດຖະກິດຖົດຖອຍ ແລະ ນີ້ຄືຕົວຢ່າງທີ່ຕ້ອງເອົາເປັນບົດຮຽນ.

ສໍາລັບຜົນກະທົບ ຕໍ່ສະຖຽນລະພາບດ້ານເງິນໃນອາຊຽນຍັງບໍ່ມີ ເພາະວ່າທະນາຄານທຸລະກິດໂດຍສ່ວນໃຫຍ່ ບໍ່ໄດ້ມີການເຮັດທຸລະກໍາໂດຍກົງກັບ 3 ທະນາຄານດັ່ງກ່າວ ແລະ ປະລິມານທຸລະກຳໃນຟິນເທັກ Fintech ແລະ ສະຕາດອັບ Startup ທົ່ວໂລກມີໜ້ອຍກວ່າ 1% ຂອງເງິນກອງທຶນກຸ່ມທະນາຄານທຸລະກິດໃນທົ່ວໂລກ.

ທີ່ມາ: https://www.bangkokbiznews.com

Comments