VinFast ຈາກຫວຽດນາມ ຍື່ນສະເໜີຂາຍຫຸ້ນແກ່ປະຊາຊົນທົ່ວໄປ ເຂົ້າຕະຫຼາດຫຼັກຊັບອາເມລິກາ

VinFast ຜູ້ຜະລິດລົດໄຟຟ້າຂອງຫວຽດນາມ ໄດ້ຍື່ນແບບສະແດງລາຍການຂໍ້ມູນການສະເຫນີຂາຍຫລັກຊັບໃນແບບຟອມ F-1 ຕໍ່ຄະນະກໍາມະການເບິ່ງແຍງຫລັກຊັບ ແລະ ຕະຫລາດຫລັກຊັບຂອງອາເມລິກາ (SEC) ເພື່ອການສະເຫນີຂາຍຫຸ້ນແກ່ປະຊາຊົນທົ່ວໄປຄັ້ງທໍາອິດ ຫລື IPO..

ຈາກການລາຍງານຂອງ Bloomberg ຄາດວ່າ VinFast ຈະໄດ້ສະເໜີຂາຍຫຸ້ນ (ຊື່ຫຍໍ້ “VFS”) ໃຫ້ແກ່ປະຊາຊົນທົ່ວໄປເປັນຄັ້ງທໍາອິດ (IPO) ໃນປີໜ້າ ໂດຍມີທະນາຄານ ແລະ ບໍລິສັດຫຼັກຊັບ Citigroup Global Markets, Morgan Stanley, Credit Suisse และ J.P. Morgan Securities ເປັນທີ່ປຶກສາດ້ານການເງິນ ແລະ ຜູ້ດຳເນີນການສະເໜີຂາຍຫຸ້ນ.

VinFast ຂຶ້ນເປັນຜູ້ຜະລິດລົດໃນປະເທດແຫ່ງທໍາອິດຂອງຫວຽດນາມ ຈາກການຜະລິດລົດສັນດາບພາຍໃນ (ICE) ໃນປີ 2019 ໂດຍປັດຈຸບັນບໍລິສັດເນັ້ນການຜະລິດລົດໄຟຟ້າຢ່າງເຕັມຮູບແບບ ໂດຍມີໂຊລູມລະດັບໂລກ ໃນອາເມລິກາ, ການາດາ ແລະ ເອີຣົບ.

ສະມາຄົມຜູ້ຜະລິດລົດແຫ່ງຫວຽດນາມ ລະບຸວ່າ: ຈໍານວນຈໍາຫນ່າຍລົດຂອງຕະຫລາດຫວຽດນາມໄລຍະເດືອນ ມັງກອນ-ຕຸລາ ລວມມີ 332.963 ຄັນ ເພີ່ມຂຶ້ນ 52% ເມື່ອທຽບໃສ່ປີຕໍ່ປີ.

ທີ່ມາ: spotlight

#TargetMagazine

Comments