ຈາກລູກຄ້າກາຍເປັນເຈົ້າຂອງສວນ! ຈີນ ປູກຖົ່ວລຽນເອງໄດ້ແລ້ວ ກຽມເກັບກ່ຽວ 2.450 ໂຕນ

ຈາກລູກຄ້າກາຍເປັນເຈົ້າຂອງສວນ! ຈີນ ປູກຖົ່ວລຽນເອງໄດ້ແລ້ວ ກຽມເກັບກ່ຽວ 2.450 ໂຕນ ປະມານ 0,3% ຂອງການນໍາເຂົ້າຖົ່ວລຽນປີ 2022.

ເວັບໄຊ້ Say ປະເທດ ມາເລເຊຍ ລາຍງານວ່າ: ສປ ຈີນ ສາມາດປູກຖົ່ວລຽນເອງໄດ້ແລ້ວ ແລະ ຄາດວ່າ ຈະເກັບກ່ຽວປະມານ 2.450 ໂຕນ ໃນເດືອນ ມິຖຸນານີ້ ເນື່ອງຈາກຖົ່ວລຽນເປັນໝາກໄມ້ທີ່ຄົນຈີນນິຍົມ ຈົນຕະຫຼາດຖົ່ວລຽນໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ເຕີບໂຕ ຈາກການສົ່ງອອກຖົ່ວລຽນໄປ ສປ ຈີນ.

ແຕ່ຜົນສໍາເລັດໃນການປູກຖົ່ວລຽນຂອງ ສປ ຈີນຄັ້ງນີ້ ອາດກະທົບການສົ່ງອອກຖົ່ວລຽນ “ໄທ” ເນື່ອງຈາກປີຜ່ານມາ ໄທ ສົ່ງອອກຖົ່ວລຽນໄປຈີນສູງເປັນອັນດັບຕົ້ນໆ ເຖິງ 90%.

ມີຂໍ້ມູນຈາກໂລກອອນລາຍ ທີ່ເຜີຍແຜ່ຄຣິບຂອງຊາຍຈີນ ກຳລັງຖ່າຍວິດີໂອໃຫ້ເບິ່ງສວນຖົ່ວລຽນທີ່ມີຕົ້ນຖົ່ວລຽນຈໍານວນຫຼາຍ ໂດຍລະບຸວ່າ “ທີ່ນີ້ບໍ່ແມ່ນມາເລເຊຍ ຫຼື ໄທ ແຕ່ເປັນ ຈີນ ຊາວສວນຢູ່ນີ້ກໍແມ່ນຄົນຈີນ”.ໂດຍໃຫ້ຂໍ້ມູນວ່າສວນຖົ່ວລຽນແຫ່ງນີ້ຈະເກັບກ່ຽວຜົນຜະລິດປະມານ 93 ເຮັກຕາ ໃນເດືອນມມິຖຸນານີ້ ຄາດວ່າຜົນຜະລິດທັງໝົດຈະໄດ້ປະມານ 2.450 ໂຕນ ຫຼືປະມານ 0,3% ຂອງການນໍາເຂົ້າຖົ່ວລຽນຂອງຈີນໃນປີ 2022 ທີ່ຜ່ານມາ.

ຂໍ້ມູນ: Chiang Mai News

#TargetMagazine

Comments