Report

ສອງເອື້ອຍນ້ອງຜູ້ຮ່ວມສ້າງຕັ້ງ ກຸ່ມບໍລິສັດ ເອໄອເອັຟ

ໃນສະບັບເດືອນ ມິຖຸນາ 2020 ນີ້, ຖືເປັນຄັ້ງທໍາອິດທີ່ ວາລະສານພວກເຮົາໄດ້ຂຶ້ນປົກພາບຄູ່ ແລະໄດ້ຮັບກຽດການໃຫ້ສໍາພາດສອງເອື້ອຍ-ນ້ອງ ຄອບຄົວພູມມະສັກ, ຜູູ້ຮ່ວມສ້າງຕັ້ງກຸ່ມບໍລິສັດ ເອໄອເອັຟ (AIF Group). ປັດຈຸບັນ, ກຸ່ມບໍລິສັດມີພະນັກງານຫຼາຍກວ່າ 3.000 ຄົນ ທີ່ມາຈາກ 17 ປະເທດ ແລະ ໄດ້ດໍາເນີນທຸລະກິດຢູ່ ສປປ ລາວ, ຫວຽດນາມ, ກໍາປູເຈຍ, ໄທ ແລະ ສິງກະໂປ. ການດໍາເນີນທຸລະກິດຂອງກຸ່ມບໍລິສັດໃນປັດຈຸບັນມີໃນຂົງເຂດທະນາຄານ, ປະກັນໄພ, ຕະຫຼາດທຶນ, ພະລັງງານ, ໂທລະຄົມ, ທາງດ່ວນ, ນໍ້າປະປາ, ກໍ່ສ້າງ, ການຄ້າ, ກະສິກໍາ, ອະສັງຫາລິມະຊັບ, ວັດຖຸມີຄ່າ, ໄອທີ, ໂຮງແຮມ ແລະ ຮ້ານອາຫານ. ກຸ່ມ ເອໄອເອັຟ, ມີບໍລິສັດໃນເຄືອ ແລະ ບໍລິສັດຮ່ວມທຶນຫຼາຍກວ່າ 25 ບໍລິສັດ, ເຊັ່ນ: ບໍລິສັດ ເອໄອເອັຟເອັສ (AIFS), ບໍລິສັດ ເອໄອດີຊີ (AIDC), ທະນາຄານ ບີໄອຊີ ...

Read More »

ບໍລິສັດ ຕັນຈົງ ມໍເຕີ ລາວ ຈະເຕີບໃຫຍ່ຄຽງຄູ່ກັບສັງຄົມລາວ.

ກຸ່ມບໍລິສັດ TCMH  ເລີ່ມຕົ້ນຈາກການເປັນຜູ້ຈໍາໜ່າຍລົດຂະໜາດນ້ອຍໃນຊ່ວງຊຸມປີ 1950 ຢູ່ ມາເລເຊຍ, ເຊິ່ງໃນປັດຈຸບັນໄດ້ຂະຫຍາຍໂຕເປັນກຸ່ມທຸລະກິດຂະໜາດໃຫຍ່ທີ່ດຳເນີນຫຼາກຫຼາຍກິດຈະການ; ນັບຕັ້ງແຕ່ການປະກອບ ແລະ ວາງແຜນການຕະຫຼາດໃຫ້ແກ່ລົດ, ລວມທັງການຜະລິດຊິ້ນສ່ວນພາຫະນະ ໄປຈົນເຖິງການລົງທຶນດ້ານອະສັງຫາ ແລະ ການຄ້າຂາຍກົນຈັກໜັກ, ເຄື່ອງມືອຸດສະຫະກຳ ລວມທັງເຄື່ອງອຸປະໂພກ-ບໍລິໂພກ ທັງພາຍໃນ ແລະ ຕ່າງປະເທດ. ໃນປັດຈຸບັນ, TCMH ແມ່ນບໍລິສັດຖືຫຸ້ນການລົງທຶນ ແລະ ມີກິດຈະການຫຼັກໆດັ່ງຕໍ່ໄປນີ້: ການປະກອບ, ຜະລິດ, ຂາຍ ແລະ ຈໍາໜ່າຍພາຫະນະທົ່ວໄປ ແລະ ພາຫະນະເພື່ອການຄ້າ; ການບໍລິການຫຼັງການຂາຍ ແລະ ເປັນຜູ້ສະໜອງອາໄຫຼ່ລົດ; ການບໍລິການດ້ານການເງິນທີ່ກ່ຽວຂ້ອງກັບລົດ, ເຊັ່ນວ່າການເຊົ່າຊື້, ຕົວແທນປະກັນໄພ ແລະ ສິນເຊື່ອ ແລະ ທ້າຍສຸດແມ່ນການລົງທຶນດ້ານອະສັງຫາລິມະຊັບ. ບໍລິສັດ ຕັນ ຈົງ ມໍເຕີ (ລາວ) ຈໍາກັດ ຜູ້ດຽວ (“TCML”), ເຊິ່ງເປັນບໍລິສັດສາຂາພາຍໃຕ້ Tan Chong Motor Holdings Berhad (ມາເລເຊຍ), ແມ່ນຕົວແທນຈໍາໜ່າຍຢ່າງເປັນທາງການພຽງຜູ້ດຽວຂອງລົດຍີ່ຫໍ້ Nissan ໃນ ສປປ ...

Read More »

ພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ.

ໃນ​ໂອກາດ​​ວັນ​ສ້າງຕັ້ງພັກ​ປະຊາ​ຊົນ​ປະຕິວັດ​ລາ​ວຄົບຮອບ 65 ປີ (22/3/1955-22/3/2020) ແລະ ​ກ້າວ​ເຂົ້າ​ສູ່​ປີ​ທີ 34 ຂອງ​ການດຳ​ເນີນ​ພາລະກິດ​ປ່ຽນ​ແປງໃໝ່ ຫຼື “ຈິນຕະນາການໃໝ່” (1986-2020), ຊຶ່ງ​ລິ​ເລີ່ມ​ໂດຍປະທານ ​ໄກສອນ ພົມວິຫານ ​(ຖື​ກຮັບຮອງຈາກ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IV ຂອງ​ພັກໃນປີ 1986). ທາງວາລະສານທາເກັດຈິ່ງຂໍສັງລວມເອົາຜົນງານພົ້ນເດັ່ນຂອງພັກປະຊາຊົນ ປະຕິວັດລາວ ເປັນຕົ້ນແມ່ນການຊີ້ນໍາໆພາທາງດ້ານເສດຖະກິດມະຫາພາກ ມານໍາສະເໜີຕໍ່ທ່ານຜູ້ອ່ານ ເພື່ອເປັນສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມຄວາມດີ ຂອງທ່ານຜູ້ນໍາ 7 ທ່ານຮຸ່ນທໍາອິດ ທີ່ເປັນແກນນໍາຊີ້ນໍານຳພາປະຊາຊົນບັນດາເຜົ່າຕໍ່ສູ້ໃນແຕ່ລະໄລຍະຂອງການປະຕິວັດຈົນໄດ້ຮັບໄຊຊະນະເປັນກ້າວໆມາ. ຈົນສາມາດປົດປ່ອຍທົ່ວປະເທດ ແລະ ລຶບລ້າງອໍານາດການປົກຄອງຂອງພວກປະຕິການຂາຍຊາດ ແລະ ລະບອບຣາຊາທິປະໄຕ ແລ້ວສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຜ່ານການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ໃນ 34 ປີຜ່ານມາເຫັນວ່າປະເທດເຮົາຍາດໄດ້ຜົນງານອັນໃຫຍ່ຫຼວງຮອບດ້ານ, ໃນນັ້ນຂົງເຂດເສດຖະກິດແມ່ນພາກສ່ວນໜຶ່ງທີ່ປະສົບຜົນສຳເລັດຢ່າງໜ້າເພິ່ງພໍໃຈທີ່ສຸດ ເປັນຕົ້ນແມ່ນ:…………(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 164 ເດືອນມີນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) ...

Read More »

ຂົວມິດຕະພາບ 5 ຈະເລີ່ມລົງມືກໍ່ສ້າງໃນປີ 2020.

ຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ, ແມ່ນຕັ້ງຢູ່ເຂດບ້ານກ້ວຍອຸດົມ, ເມືອງປາກຊັນ ຫ່າງຈາກເທສະບານແຂວງບໍລິຄຳໄຊ ໄປທາງທິດເໜືອຕາມທາງເລກ 13 ໃຕ້ປະມານ 10 ກິໂລແມັດ, ຊຶ່ງຫ່າງຈາກທາງເລກ 13 ໃຕ້ 2.860 ແມັດ. ສໍາລັບຝັ່ງປະເທດໄທຈຸດເລີ່ມຕົ້ນໂຄງການຢູ່ທີ່ຖະໜົນໝາຍເລກ 222 ກິໂລແມັດທີ 123 + 430 ໃນເຂດອໍາເພີບຶງການ ມີລວງຍາວທັງໝົດ 12.038 ແມັດ. ຂົວມິດຕະພາບ 5 ປາກຊັນ-ບຶງການ ຕາມແຜນເບື້ອງຕົ້ນແມ່ນຈະເລີ່ມກໍ່ສ້າງ ເດືອນ ມີນາ 2019 ແຕ່ດ້ວຍສາເຫດຫຼາຍປະການ ລັດຖະບານຂອງສອງປະເທດຈຶ່ງໄດ້ເລື່ອນການກໍ່ສ້າງອອກໄປເປັນປີ 2020, ສັນຍາລັກ ເສົາກາງນ້ຳ ຂົວມິດຕະພາບ 5 ມີສັນຍາລັກໂດດເດັ່ນດ້ວຍຮູບແຄນລາວ ຊຶ່ງສຽງແຄນເຊື້ອຊາດລາວໄດ້ຖືກຮັບຮອງເປັນມໍລະດົກດ້ານວັດທະນະທໍາ, ນາມມະທໍາຂອງມວນມະນຸດ ໂດຍອົງການອຸຍແນັສໂກ ຮັບຮອງໃນວັນທີ 7 ທັນວາ 2017. ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ໄດ້ແຈ້ງໃຫ້ຊາບເມື່ອບໍ່ດົນຜ່ານມານີ້ວ່າ:….(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 163 ...

Read More »

ແຂວງບໍ່ແກ້ວ ເສດຖະກິດສືບຕໍ່ຂະຫຍາຍຕົວ 7,4%

ສະບັບຕົ້ນປີ 2020 ພວກເຮົາໄດ້ຮັບກຽດສໍາພາດທ່ານ ປອ ບົວຄົງ ນາມມະວົງ ເລຂາພັກແຂວງ,ເຈົ້າແຂວງໆບໍ່ແກ້ວ ເຊິ່ງທ່ານໄດ້ແຈ້ງໃຫ້ຮູ້ເຖິງວິໄສທັດ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນສົກປີ 2019-2020 ພ້ອມທັງການກະກຽມດ້ານຕ່າງໆ ໃຫ້ແກ່ກອງປະຊຸມໃຫຍ່ສາມຂັ້ນຂອງພັກ ແລະ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI. -ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ມີບາດກ້າວຂະຫຍາຍຕົວແນວໃດ? -ບັນຍາກາດການລົງທຶນ ແລະ ການຮ່ວມມືກັບຕ່າງປະເທດ ມີບາດກ້າວຂະຫຍາຍຕົວແນວໃດ? ໃນປີ 2019 ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຍັງສືບຕໍ່ຂະຫຍາຍຕົວດ້ວຍຈັງຫວະດີໃນລະດັບ 7,4%,ລວມຍອດຜະລິດຕະພັນພາຍໃນບັນລຸ 3.181,82 ຕື້ກີບ,ທຽບໃສ່ແຜນການປີປະຕິບັດໄດ້ 98,33% ສະເລ່ຍລາຍຮັບຕໍ່ຫົວຄົນພົນລະເມືອງແມ່ນ1.900 ໂດລາ/ຄົນ/ປີ. ໂຄງປະກອບເສດຖະກິດ-ສັງຄົມໄດ້ມີການເພີ່ມຂຶ້ນ ແລະ ຫັນປ່ຽນໄປໃນທາງທີ່ຕັ້ງໜ້າ ໃນນັ້ນຂະແໜງກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 6,3%ກວມ 36,86%,ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 6,5%ກວມ 20,15%,ຂະແໜງບໍລິການເພີ່ມຂຶ້ນ 9,3% ກວມ 42,99% ຂອງGDP. ສະພາບການລົງທຶນທົ່ວສັງຄົມເພື່ອການພັດທະນາ ປະຕິບັດໄດ້ທັງໝົດ 796,64 ຕື້ກີບເຊິ່ງປະກອບມີ 4 ແຫຼ່ງທຶນຄື: ການລົງທຶນຂອງລັດມີ 109 ໂຄງການມູນຄ່າ 99,55 ຕື້ກີບໃນນັ້ນທຶນພາຍໃນ ...

Read More »

ກອງປະຊຸມ ສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ໄຂ​ຂຶ້ນ​ເປັນ​ທາງ​ການ ວັນ​ທີ 7 ພະ­ຈິກ ເຖິງວັນທີ 6 ທັນວາ 2019 ຢູ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ຍັງ ວໍ­ລະ​ຈິດ ເລ­ຂາ­ທິ­ການ​ໃຫຍ່ ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ, ປະ­ທານ​ປະ­ເທດ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ​ບັນ­ດາ​ຄະ­ນະ​ລັດ­ຖະ­ບານ ອະ­ດີດ​ການ​ນຳ ພັກ-ລັດ ແຂກ​ຖືກ​ເຊີນ ແລະ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ແຕ່​ລະ​ເຂດ​ເລືອກ​ຕັ້ງໃນທົ່ວປະເທດ. ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ພິ­ຈາ­ລະ­ນາ ຕົກ­ລົງ​ຫຼາຍ​ບັນ­ຫາ​ສຳ­ຄັນ​ພື້ນຖານ​ຂອງ​ປະ­ເທດ​ຊາດ ຄື: ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ການ​ສະ­ເໜີ​ແຕ່ງຕັ້ງ​ສະ­ມາ­ຊິກ​ລັດ­ຖະ­ບານ ຕາມ​ການ​ສະ­ເໜີ​ຂອງ​ທ່ານ​ນາ­ຍົກ​ລັດ​ຖະ​ມົນຕີ ຮັບ​ຟັງ ແລະ ພິ­ຈາ­ລະ­ນາ ບົດ​ລາຍ​ງານ​ລັດ­ຖະ­ບານ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແຜນ​ງົບ­ປະ­ມານ ແລະ ແຜນ​ເງິນ­ຕາ ປະ­ຈຳ​ປີ 2019 ແລະ ທິດ​ທາງ​ແຜນ­ການ​ປະ­ຈຳ ປີ 2020 ພິ­ຈາ­ລະ­ນາ ແລະ ...

Read More »

ເສດຖະກິດ ແຂວງຄໍາມ່ວນ ສືບຕໍ່ຂະຫຍາຍຕົວສະເລ່ຍ 6,74%.

ສະບັບປິດທ້າຍປີ 2019 ພວກເຮົາໄດ້ຮັບກຽດສໍາພາດທ່ານ ໂອໄດ ສຸດາພອນ ກໍາມະການສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງໆຄໍາມ່ວນ ເຊິ່ງທ່ານໄດ້ແຈ້ງໃຫ້ຮູ້ເຖິງການພັດທະນາເສດຖະກິດ-ສັງຄົມໂດຍລວມຂອງແຂວງ ພ້ອມທັງວິໄສທັດ ແລະ ການແກ້ໄຂສິ່ງທ້າທາຍຕ່າງໆເພື່ອເຮັດໃຫ້ການພັດທະນາຂອງແຂວງບັນລຸຜົນໄປຕາມທິດທາງ ແລະ ຄາດໝາຍຕັ້ງໄວ້ , ທັງເປັນການດຶງດູູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ. ການພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ​ແຂວງ​ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ແນວ​ໃດ? ໂດຍລວມແລ້ວ ແຂວງຄໍາມ່ວນກໍເປັນແຂວງໜຶ່ງທີ່ມີການພັດທະນາເສດຖະກິດ-ສັງຄົມ ດີຂຶ້ນເປັນກ້າວໆໃນແຕ່ລະປີ ເຖິງວ່າສະພາບພາຍໃນປະເທດ ແລະ ພາກພື້ນ ເວົ້າລວມ, ຢູ່ພາຍໃນແຂວງ ເວົ້າສະ ເພາະ ຈະພົບກັບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນ ຄວາມຫຍຸ້ງຍາກທາງດ້ານງົບປະມານ, ການແກ້ໄຂຜົນກະທົບຈາກໄພທໍາມະຊາດ, ບັນຫາພະຍາດອະຫິວາໝູ ອາຟຣິກາ ແລະ ໄຂ້ຍຸງລາຍລະບາດ ແຕ່ພວກເຮົາກໍໄດ້ພ້ອມກັນຜ່ານຜ່າ ແລະ ແກ້ໄ​ຂ ສາມາດຮັບປະກັນໃຫ້ແຂວງຄໍາມ່ວນ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ ໂດຍພື້ນຖານ, ດ້ານເສດຖະກິດ ໃນ 9 ເດືອນຜ່ານມາ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍອັດຕາ 6,74% ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 8.176,75 ຕື້ກີບ ລາຍຮັບສະເລ່ຍຕໍ່ຄົນ 2.148 ໂດລາສະຫະລັດ/ຄົນ/ປີ ທຽບກັບ ...

Read More »

ຄວາມສັດຊື່ຕໍ່ລູກຄ້າ ຄືປັດໃຈຫຼັກສູ່ຄວາມສໍາເລັດ ຂອງທົ່ງລະຫາສິນ  

ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ນັກພັດທະນາດີເດັ່ນແຫ່ງຊາດ,ຜູ້ປະກອບການ ແມ່ຍິງອາຊຽນ ດີເດັ່ນ ປະຈໍາປີ 2019 (AWEN) ໄດ້ເປີດໃຈໃຫ້ຮູ້ເຖິງບົດຮຽນ, ປະສົບການ 20 ກວ່າປີ ໃນການດໍາເນີນທຸລະກິດຜ້າຝ້າຍຍ້ອມຄາມ ເຊິ່ງເປັນພູມປັນຍາ ສືບທອດຈາກຜູ່ເປັນແມ່ ທີ່ເປັນຊາວ ບ້ານລະຫານໍ້າ ເມືອງສອງຄອນ ແຂວງ ສະຫວັນນະເຂດ ຈົນສາມາດສົ່ງອອກໄປ ຈໍາໜ່າຍໃນປະເທດຍີ່ປຸ່ນ ແລະ ເອີຣົບ. -ກ່ອນຈະມາເປັນທົ່ງລະຫາສິນ? ທົ່ງລະຫາສິນ ຫຼື ຊື່ເດີມທົ່ງສະຫວັນໄຊ ຖືກສ້າງຕັ້ງຂຶ້ນໂດຍທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ແລະ ຄູ່ສົມຣົດ ທ່ານ ບຸນທົງ ຍົດໝັ້ນຄົງ ເຊິ່ງທັງສອງຜົວ-ເມຍ ແມ່ນເປັນພະນັກງານສັງກັດລັດມາກ່ອນ ທີ່ຈະຫັນມາເຮັດທຸລະກິດແບບຄອບຄົວ SMEs ໂດຍສືບສານມາຈາກບັນພະບູລຸດ ແລະ ການຮິບໂຮມພູມປັນຍາຂອງເຜົ່າຜູ່ໄທຊາວລະຫານໍ້າ ທີ່ມີມູນເຊື້ອໃນການຕໍ່າແຜ່ນ,ການຍ້ອມສີທໍາມະຊາດ ໂດຍສະເພາະແມ່ນ “ການຍ້ອມຄາມ”. –ປະຫວັດຫຍໍ້ສ່ວນຕົວ? ຂ້າພະເຈົ້າເຄີຍສັງກັດທີ່ກົມພົວພັນຕ່າງປະເທດ ຂອງສູນກາງຊາວໜຸ່ມ ປປລາວ ໄດ້ກີ້ງເກືອກລີເລືອກັບວຽກງານປຸກລະດົມ-ຂົນຂວາຍຊາວໜຸ່ມ, ປີ 1986-87 ໄດ້ຍ້າຍລົງໄປກັບຄອບຄົວ ໄປຢູ່ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ເຊິ່ງໄປເຮັດໜ້າທີ່ຂົນຂວາຍວຽກງານເຍົາວະຊົນຂັ້ນເມືອງ,ພາຍຫຼັງຈິນຕະນາການໃໝ່ ...

Read More »

ເຂດພັກອາໄສ ເອກກະໄມ ໃນ ກຸງເທບໄດ້ສ້າງຄວາມຟົດຟື້ນໃຫ້ແກ່ພື້ນທີ່ຕົວເມືອງ

ເຂດພັກອາໄສ ເອກກະໄມ ໃນ ກຸງເທບໄດ້ສ້າງຄວາມຟົດຟື້ນໃຫ້ແກ່ພື້ນທີ່ຕົວເມືອງ ໂດຍຜ່ານການນໍາສະເໜີທີ່ພັກອາໄສທີ່ທັນສະໄໝທີ່ສຸດ ແລະ ແທດເໝາະກັບສະພາບຊີວິດໃນຕົວເມືອງ ພ້ອມຄວາມສະດວກສະບາຍໃນການເຂົ້າເຖິງການຄົມມະນາຄົມຂົນສົ່ງໃນຮູບແບບຕ່າງໆ, ບໍ່ວ່າຈະເປັນລົດສ່ວນໂຕໄປຈົນເຖິງລົດໄຟຟ້າ BTS ໃນເສັ້ນທາງຫຼັກຕ່າງໆ, ການເຂົ້າເຖິງພື້ນທີ່ທີ່ເຕັມໄປດ້ວຍກິດຈະກໍາໃນຊຸມຊົມທີ່ມີຫ້າງຮ້ານຄ້າທີ່ຫຼາກຫຼາຍ, ຮ້ານອາຫານ, ຮ້ານກາເຟ, ສູນອອກກໍາລັງກາຍ, ພື້ນທີ່ເຮັດວຽກ, ໂຮງຮຽນ ແລະ ອື່ນໆ. ບໍ່ໜ້າແປກໃຈເລີຍທີ່ພື້ນທີ່ດັ່ງກ່າວໄດ້ຮັບຄວາມສົນໃຈມາເປັນເວລາດົນນານຈາກຄົນຕ່າງປະເທດ ແລະ ຜູ້ພັກອາໄສທ້ອງຖິ່ນ, ລວມມີບຸກຄົນທົ່ວໄປ, ຄູ່ຮັກ ແລະ ຄອບຄົວທີ່ມີລູກ. ໃນປັດຈຸບັນ, ມັນໄດ້ກາຍເປັນທີ່ຕັ້ງທີ່ເໝາະສົມທີ່ສຸດໃຫ້ແກ່ຫ້ອງພັກສຸດຫຼູແຫ່ງທໍາອິດພາຍໃຕ້ແບຣນ XT, ໂຄງການສົ່ງເສີມຄຸນນະພາບຊີວິດໂດຍ Sansiri, ຜູ້ພັດທະນາການບໍລິການດ້ານອະສັງຫາລິມາຊັບເຕັມຮູບແບບຊັ້ນນໍາຂອງປະເທດໄທ. ໂດຍມີທີ່ຕັ້ງຫ່າງຈາກສະຖານີ BTS ໃນຖະໜົນສຸຂຸມວິດປະມານ 1.5ກມ, ເຮັດໃຫ້ XT EKKAMAI ໄດ້ກາຍເປັນໜຶ່ງໃນສາມໂຄງການ XT ທີ່ເຂັ້ມແຂງທີ່ສຸດຂອງບໍລິສັດ. ໂດຍແນເປົ້າໝາຍໃສ່ກຸ່ມຄົນໃນຍຸກ Millennial, ອາຄານທີ່ພັກ 38 ຊັ້ນທີ່ປະກອບມີຫ້ອງພັກ 537 ຫ້ອງພ້ອມດ້ວຍຮູບແບບການຈັດວາງທີ່ເປັນລັກສະນະສະເພາະຕົວ, ພື້ນທີ່ສິ່ງອໍານວຍຄວາມສະດວກຮ່ວມກັນ ແລະ ນະວັດຕະກໍາດ້ານເຕັກໂນໂລຊີຕ່າງໆ, ເຮັດໃຫ້ໂຄງການນີ້ສາມາດນໍາສະເໜີຄວາມແປກໃໝ່ສູ່ຕະຫຼາດໄດ້. ທ່ານ Poomipak Julmanichoti, ຮອງປະທານຝ່າຍພັດທະນາໂຄງການ ແລະ ທຸລະກິດລະຫວ່າງປະເທດຂອງ Sansiri, ...

Read More »

ຈາກອາຊີບກໍາມະກອນ… ກາຍເປັນເຈົ້າຂອງທຸລະກິດ..

ເມື່ອເອີ່ຍເຖິງທ່ານ ເກຍ ອູ໊ສິດທິເດດ ຫຼື “ເຮຍເກຍ” ຫຼາຍທ່ານຄົງຮູ້ຈັກດີ ໂດຍສະເພາະກໍແມ່ນປະຊາຊົນໃນບ້ານ ຄໍາປ່າແໜ ແລະ ບ້ານ ປ່າກ້ວຍ ເມືອງຈໍາພອນແຂວງສະຫວັນນະເຂດທີ່ຈົດຈໍາໄດ້ດີທີ່ສຸດ ເພາະທ່ານເປັນຜູ້ໜຶ່ງທີ່ຍື່ນມື ແລະ ສະຫຼະແຮງຊັບສ່ວນຕົວຫຼາຍພັນລ້ານກີບເພື່ອໄປຊ່ວຍເຫຼືອ, ພັດທະນາ, ປັບປຸງຊີວິດການເປັນຢູ່ຂອງພວກເຂົາເຈົ້າຫຼາຍຮ້ອຍຊີວິດຫຼຸດພົ້ນອອກຈາກອາຊີບຂໍທານໃຫ້ມີທີ່ຢູ່ອາໄສຖາວອນ, ມີອາຊີບທີ່ໝັ້ນຄົງ, ມີຊັບສິນເປັນຂອງຕົນເອງ, ມີຊີວິດການເປັນຢູ່ທີ່ດີຂຶ້ນພ້ອມທັງສາມາດເຂົ້າເຖິງການສຶກສາ ແລະ ສາທາລະນະສຸກໄດ້ສະດວກສະບາຍຫຼາຍຂຶ້ນ. ທ່ານ ເກຍ ອູ໊ສິດທິເດດ ໄດ້ເລົ່າໃຫ້ຟັງເຖິງປະຫວັດຄວາມເປັນມາ, ການຕໍ່ສູ້ຊີວິດເພື່ອຫາລ້ຽງຕົນເອງ ແລະຄອບຄົວຈົນກວ່າຈະມີວັນນີ້ວ່າ: ຊຸມປີ 1964 ຕົນເອງໄດ້ປົບໜີສົງຄາມ ແລະ ຫຼົບຊ້ອນຢູ່ດົງປ່າຕືບເຂດຊາຍແດນລາວ-ຫວຽດນາມ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ເພາະຢ້ານເຮືອບິນຝ່າຍກົງກັນຂ້າມຖິ້ມລະເບີດໃສ່ ໃນນັ້ນເວລານັ້ນຕົນເອງມີອາຍຸ 7 ປີ ແລະ ໄດ້ຮຽນໜັງສືຢູ່ໃນປ່າເປັນເວລາ 10 ປີ (ຈົບຊັ້ນປ4) ພໍ່ແມ່ໃນເວລານັ້ນແມ່ນມີອາຊີບເຮັດໄຮ່ເຮັດສວນລ້ຽງຊີບ, ປີ 1974 ສົງຄາມຍຸຕິຈຶ່ງໄດ້ອອກມາຢູ່ບ້ານ ທ່າໂຂ່ງ ເມືອງ ເຊໂປນ ຄອບຄົວພໍ່ແມ່ຂອງຕົນເອງຈຶ່ງໄດ້ປະກອບອາຊີບຄ້າຂາຍເຄື່ອງຍ່ອຍ, ຕົກມາຮອດຊຸມປີ 1976  ຕົນເອງຈຶ່ງຍົກຍ້າຍເຂົ້າຢູ່ສະຫວັນນະເຂດ ມາເຮັດວຽກເປັນກໍາມະກອນຮັບຈ້າງ, ປີ 1978 ໄດ້ເຮັດທຸລະກິດຮັບຈ້າງຂົ້ວໝາກກາເຟໃຫ້ບໍລິສັດການຄ້າແຂວງ, ພ້ອມຊື້ເຄື່ຶງຍ່ອຍທີ່ຈໍາເປັນຝາກເມືອໃຫ້ພໍ່ແມ່ຄ້າຂາຍທີ່ເຊໂປນ, ...

Read More »