Report

30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ທະນາຄານ ຮ່ວມພັດທະນາ.

ໃນໄລຍະ 30 ປີ ຜ່ານມາທະນາຄານ ຮ່ວມພັດທະນາ ໄດ້ພັດທະນາຕົນເອງໃຫ້ມີຄວາມເຂັ້ມແຂງທາງດ້ານການເງິນ, ມີຄວາມແຂງແກ່ນທາງດ້ານການບໍລິການລູກຄ້າ ແລະ ການບໍລິຫານມີນະໂຍບາຍທີ່ເຂັ້ມແຂງ, ເຮັດໃຫ້ທະນາຄານຮ່ວມພັດທະນາ ກ້າວໄປສູ່ຄຸນນະພາບໃໝ່ ທີ່ໄດ້ມາດຕະຖານສາກົນ,ໄດ້ຂະຫຍາຍຕານ່າງການບໍລິການໄປທົ່ວປະເທດ ເຊິ່ງມີຈໍານວນ 60 ໜ່ວຍບໍລິການ ເພີ້ມຂຶ້ນ 15 ເທົ່າຕົວ ໄດ້ປ່ຽນແປງຮູບແບບການບໍລິຫານຢ່າງມືອາຊີບ ຊຶ່ງໄດ້ເອົາໃຈໃສ່ວຽກງານການບໍລິການໃຫ້ເປັນທີ່ປະທັບໃຈຂອງລູກຄ້າທຸກລະດັບ, ເຮັດໃຫ້ JDB ກາຍເປັນທະນາຄານທີ່ທັນສະໄໝໄດ້ມາດຕະຖານສາກົນ, ໄດ້ຮັບການຢັ້ງຢືນ ISO 9001: 2015 ໃນດ້ານການບໍລິການເພື່ອບໍລິຫານ ແລະ ຈັດການຄຸນນະພາບໃນວຽກງານການບໍລິການລູກຄ້າທຸກລະດັບຢ່າງປະທັບໃຈ. ວິໄສທັດ: ທ່ານ ບຸນສະຫວ່າງ ພິລາໄຊພິທັກ ໄດ້ເບິ່ງທິດທາງການຂະຫຍາຍຕົວຂອງເສດຖະກິດ ແລະ ການເງິນຂອງໂລກບົນພື້ນຖານການປະຕິວັດອຸດສະຫະກໍາຄັ້ງທີ 4 ຂອງໂລກ ຫຼື ເອີ້ນວ່າຍຸກ Digital 4.0ເຊິ່ງມັນເປັນແນວທາງການພັດທະນາຂອງ JDBໃຫ້ກ້າວເປັນທະນາຄານທີ່ນໍາໜ້າທາງດ້ານເຕັກໂນໂລຊີ ທັນຍຸກທັນສະໄໝຢູ່ໃນ ສປປ ລາວ ແລະ ຢູ່ໃນພາກພື້ນສາມາດຮອງຮັບກັບສະພາບການແຂ່ງຂັນໄດ້ເພື່ອຮັບໃຊ້ການບໍລິການລູກຄ້າໄດ້ຢ່າງສະດວກສະບາຍ ລູກຄ້າສາມາດນໍາໃຊ້ໄດ້ທຸກຂອດບໍລິການຂອງ JDB ໄດ້, ໂດຍບໍ່ຈໍາເປັນເຂົ້າມາຫາໜ່ວຍບໍລິການຂອງທະນາຄານ, ມຸ່ງເນັ້ນໃຫ້ເປັນສັງຄົມທີ່ບໍ່ໃຊ້ເງິນສົດ “Cash less Society”ເທື່ອລະກ້າວ ເພື່ອໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍດັ່ງກ່າວທະນາຄານ ...

Read More »

ລ້ານຊ້າງ ປະກັນໄພ ບໍລິສັດຮັບໃຊ້ສັງຄົມ ບໍລິການປະກັນໄພທີ່ມີຄຸນນະພາບສູງ

ໃນສະບັບເດືອນເມສາ ໄດ້ຮັບກຽດສໍາພາດທ່ານ ໂດ໋ ດັງ ຄາງ (DO DANG KHANG) ຜູ້ອໍານວຍການໃຫຍ່ບໍລິສັດລ້ານຊ້າງ ປະກັນໄພ ມະຫາຊົນ (LAP) ເຊິ່ງທ່ານຈະໄດ້ແນະນໍາໃຫ້ຊາບເຖິງຄວາມເປັນມາພ້ອມທັງວິໄສທັດ ແລະ ພາລະກິດຂອງລ້ານຊ້າງປະກັນໄພ ລວມທັງການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດຕະຫຼອດໄລຍະ 9 ປີຜ່ານມາ. ກະລຸນາແຈ້ງໃຫ້ພວກເຮົາຮູ້ກ່ຽວກັບຄວາມເປັນມາຂອງບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ? ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ (LANEXANG ASSURANCE) ໄດ້ສ້າງຕັ້ງຂຶ້ນໃນປີ 2010, ໂດຍການຮ່ວມມືຈາກຜູ້ຖືຫຸ້ນລະຫວ່າງທະນາຄານ ພັດທະນາລາວ (LDB)ແລະ ກຸ່ມບໍລິສັດປະກັນໄພໄປສະນີຫວຽດນາມ (PTI), ເຊິ່ງແຕ່ລະຝ່າຍໄດ້ປະກອບສ່ວນ 50% ຂອງທຶນຈົດທະບຽນ. ລ້ານຊ້າງປະກັນໄພໄດ້ມີການເຄື່ອນໄຫວໃນຂົງເຂດປະກັນໄພທົ່ວໄປ. ພວກເຮົາມີຄວາມໂຊກດີທີ່ໄດ້ສືບທອດປະສົບການ ແລະ ເຕັກໂນໂລຊີຈາກ PTI ເຊິ່ງເປັນບໍລິສັດປະກັນໄພອັນດັບຕົ້ນໆຂອງຫວຽດນາມ ກໍຄືການນຳໃຊ້ຄວາມເຊື່ອໝັ້ນ ແລະ ເຄືອຄ່າຍທີ່ກ້ວາງຂວາງທົ່ວປະເທດຂອງທະນາຄານພັດທະນາລາວ. ການໄດ້ສືບທອດມູນເຊື້ອຈາກຜູ້ຖືຫຸ້ນທັງສອງຝ່າຍໃນຂົງເຂດປະກັນໄພ ແລະ ທະນາຄານທີ່ໄດ້ເປັນພື້ນຖານອັນໝັ້ນຄົງເພື່ອສ້າງຕັ້ງບໍລິສັດປະກັນໄພທົ່ວໄປຢູ່ແຖວໜ້າໃນຕະຫຼາດລາວ. ພາລະກິດຂອງ ລ້ານຊ້າງປະກັນໄພ ແມ່ນຫຍັງ? ຕໍ່ກັບພາລະກິິດຂອງຕົນ, ພວກເຮົາມີຄວາມເຊື່ອໝັ້ນວ່າ ການບໍລິການປະກັນໄພທີ່ມີຄຸນນະພາບສູງ ແມ່ນຈຳເປັນຕ້ອງມີຄວາມພ້ອມໃນການໃຫ້ບໍລິການຢູ່ສະເໝີ  ແລະ ພວກເຮົາສັນຍາວ່າຈະສະໜອງຜະລິດຕະພັນຄຸນນະພາບສູງໃຫ້ແກ່ທຸກທ່ານບໍ່ວ່າຈະຢູ່ຈຸດໃດຂອງປະເທດລາວ. ຕໍ່ກັບຕາໜ່າງເຄືອຄ່າຍທີ່ກວ້າງຂວາງທົ່ວປະເທດ ໄດ້ຊ່ວຍໃຫ້ພວກເຮົາສາມາດຮັບປະກັນໄດ້ເຖິງການບໍລິການຂອງຕົນວ່າມີຄຸນນະພາບຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ. ວິໄສທັດ ຂອງລ້ານຊ້າງປະກັນໄພ ...

Read More »

ພັດທະນາເສດຖະກິດ-ສັງຄົມ ຕິດພັນກັບວຽກງານສາມສ້າງ

ຍຸດທະສາດ ພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025) ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແມ່ນຍຸດທະສາດບຸກທະລຸ ເພື່ອຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາໃນປີ 2020, ສ້າງໄລຍະຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາຢ່າງສົມບູນ ໃຫ້ໄດ້ໃນປີ 2025, ສືບຕໍ່ສ້າງພື້ນຖານທີ່ໜັກແໜ້ນ ເພື່ອກ້າວສູ່ປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ໃນປີ 2030. ຍຸດທະສາດ ພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ກໍານົດທິດທາງລວມ, ຄາດໝາຍສູ້ຊົນ ແລະ ຈຸດສຸມຍຸດທະສາດທີ່ເປັນບູລິມະສິດໄວ້ 6 ຍຸດທະສາດ.ເຊິ່ງໜຶ່ງໃນນັ້ນແມ່ນ: ຍຸດ​ທະ​ສາດ ການ​ພັດທະນາ​ເສດຖະກິດ ​ເຮັດ​ໃຫ້ນະຄອນຫຼວງວຽງ​ຈັນ ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ, ຊຶ່ງມີຕົວຊີ້ວັດສໍາຄັນຄື: ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ລວມຍອດຜະລິດຕະພັນພາຍໃນເພີ່​ມຂຶ້ນຫຼາຍ​ກ່ວາ 10% ຕໍ່ປີ, ລາຍໄດ້ຂອງພົນລະເມືອງ ບັນລຸໄດ້ຫຼາຍ​ກ່ວາ 9.000 ໂດລາ/ຄົນ/ປີ, ລື່ນປີ 2015 (ບໍ່ຫຼຸດ 2 ເທົ່າ). ຫັນ​ປ່ຽນ​ເສດຖະກິດ​ເຄິ່ງທໍາມະ​ຊາດ​ໄປ​ສູ່​ການ​ຜະລິດ​ສິນຄ້າ, ສ້າງ​ໂຄງ​ປະກອບເສດຖະກິດ​ຜະລິດ​ສິນຄ້າ ​​ໄປສູ່​ລະບົບເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​, ໂຄງປະກອບເສດຖະກິດ ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກໍາ-ທັນສະໄໝ ແລະ ຍືນຍົງ, (ຜ່ານ​ຜ່າ​ໄດ້ຄວາມ​ບອບ​ບາງ​ດ້ານ​ການ​ເງິນ (HEG), ມີຖະນາການເງິນສາມາດປັນເຈົ້າຕົນເອງຢ່າງໜັກແໜ້ນ; ​ແກ້​ໄຂ​ໜີ້​ສິນ​ສາທາລະນະຢູ່​ໃນ​ເກນປົກກະຕິ. ...

Read More »

ສ້າງແຮງງານມີຄຸນນະພາບ ສາມາດແຂ່ງຂັນ-ແກ້ງແຍ້ງ

ສະບັບເດືອນມີນາ ນີ້ ພວກເຮົາໄດ້ຮັບກຽດສໍາພາດຂຶ້ນປົກຂອງ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງທ່ານຈະໄດ້ສະເໜີໃຫ້ຊາບເຖິງວິໄສທັດການພັດທະນາແຕ່ນີ້ເຖິງປີ 2030 ພ້ອມທັງຍຸດທະສາດພັດທະນາ ວຽກງານໃນໄລຍະ 10 ປີ ໂດຍສະເພາະແມ່ນການພັດທະນາທາງດ້ານສີມືແຮງງານ ແລະ ການຄຸ້ມຄອງແຮງງານ ແລະ ອື່ນໆ. -ວິໄສທັດການພັດທະນາ ແຕ່ນີ້ເຖິງປີ 2030 ແລະ ຍຸດທະສາດພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະ 10 ປີ ວາງເປົ້າໝາຍໄວ້ແນວໃດ? ການພັດທະນາສີມືແຮງງານ ແລະ ຈັດຫາງານ; ວຽກງານຄຸ້ມຄອງແຮງງານ; ວຽກງານປະກັນສັງຄົມ ມີບາດກ້າວຂະຫຍາຍຕົວ ແລະ ມີສິ່ງທ້າທາຍແນວໃດ? ຂ້າພະເຈົ້າ ຕາງໜ້າໃຫ້ຄະນະພັກ ຄະນະກະຊວງ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍສະແດງຄວາມຂອບໃຈມາຍັງ ບັນນາທິການວາລະສານທາເກັດ ທີ່ໃຫ້ຄວາມສົນໃຈຕໍ່ກັບວຽກງານຂອງກະຊວງ ທີ່ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍ,ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ...

Read More »

“ອິຊຶມິ” ສ້າງໃຫ້ເດັກນ້ອຍເກັ່ງຄະນິດສາດ, ຄິດໄລ່ໄວ ແລະ ສະໝອງໄວ…

ທ່ານ ທັດສະຫວັນ ແຮມມະນີ (ຄູເຊັ່ງ) ຜູ້ອໍານວຍການສູນພັດທະນາການສຶກສາ ອິຊຶມິ (IZUMI) ຫຼືເປັນທີ່ຮູ້ກັນດີໃນນາມຜູ້ລິເລີ່ມສ້າງຕັ້ງໂຮງຮຽນອັດສະຣິຍະ “ຊິຈິດະ” (SHICHIDA) ໄດ້ເປີດໃຈກັບທາງວາລະສານເຖິງແຮງຈູງໃຈກ່ອນທີ່ຈະຫັນອາຊີບມາເປັນຄູເພື່ອຖ່າຍທອດຄວາມຮູ້ຄວາມສາມາດໃຫ້ກັບເດັກນ້ອຍລາວ ສ້າງໃຫ້ເດັກນ້ອຍລາວມີທັກສະນະ ມີສະໝອງທີ່ສະຫຼາດ ຫຼັກແຫຼມ. ສໍາລັບປະຫວັດສ່ວນຕົວໂດຍສັງເຂບຂອງ “ຄູເຊັ່ງ” ທ່ານໄດ້ໃຫ້ຮູ້ວ່າ:ກ່ອນມາເຮັດໂຮງຮຽນສອນເພີ່ມສ້າງເດັກອັດສະລິຍະ “ຊິຈິດະ” ແລະ ໂຮງຮຽນສອນເພີ່ມ “ລູກຄິດ ອິຊຶມິ” ສ້າງເດັກນ້ອຍໃຫ້ເກັ່ງຄະນິດສາດ, ຄິດໄລ່ໄວ ແລະ ສະໝອງໄວນີ້, ຂ້າພະເຈົ້າເຄີຍເປັນວິສະວະກອນຂຽນໂປແກຣມອອກແບບລະບົບໂທລະສັບອິນເຕີເນັດ ທີ່ບໍລິສັດ OKI ຢູ່ Tokyo ມາເປັນເວລາ 3 ປີ ແລະ ເປັນຜູ້ຈັດການຝ່າຍເຕັກໂນໂລຊີ ຢູ່ບໍລິສັດ NTT Communication ສາຂາປະເທດລາວ ຮັບຜິດຊອບກ່ຽວກັບວຽກງານ ອິນເຕີເນັດ ແລະ ໂທລະຄົມມະນາຄົມ ເປັນເວລາ 2 ປີ ກ່ອນຈະຕັດສິນໃຈມາລົງທຶນເຮັດທຸລະກິດໂຮງຮຽນ. -ສິ່ງໃດທີ່ສ້າງແຮງບັນດາໃຈໃຫ້ທ່ານໄດ້ມາເປີດສູນ ອິຊຶມິ ແຫ່ງນີ້? ຂ້າພະເຈົ້າ ຢາກເຫັນເດັກນ້ອຍລາວໃນວັນນີ້ ເຕີບໃຫຍ່ຂຶ້ນໄປເປັນຄົນທີ່ມີຄຸນະພາບສູງ ແລະ ມີສະຕິປັນຍາເປັນເລີດໃນວັນຂ້າງໜ້າ ເພື່ອນໍາໃຊ້ຊັບພະຍາກອນທາງດ້ານມັນສະໝອງເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຄືດັ່ງທີ່ປະເທດຈະເລີນສີວິໄລ ...

Read More »

ພົງສະຫວັນ ປະກັນໄພ (ເອພີເອ) ເປັນບໍລິສັດປະກັນໄພທີ່ສ້າງຕັ້ງຂຶ້ນໂດຍຄົນລາວ 100%

ສະບັບເດືອນ ກຸມພາ ນີ້ ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ ທ່ານ ໂດມິນິກ ວິວລ່ຽມສ໌, ຜູ້ອຳນວຍການໃຫຍ່ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ. ທ່ານມີປະສົບການການເຮັດວຽກປະກັນໄພມາກວ່າ 20 ປີ ຢູ່ຫຼາຍປະເທດໃນຂົງເຂດອາຊຽນກ່ອນທີ່ຈະມາດຳລົງຕຳແໜ່ງຜູ້ອຳນວຍການທີ່ ເອພີເອ. ໃນໂອກາດນີ້, ທ່ານ ໂດມິນິກ ຖືໂອກາດນຳສະເໜີວິໄສທັດ ແລະ ພາລະກິດໃນການພັດທະນາທຸລະກິດຂອງເອພີເອ ປະກັນໄພ ເພື່ອກ້າວສູ່ການເປັນຜູ້ນຳດ້ານການໃຫ້ບໍລິການປະກັນໄພໃນ ສປປ ລາວ. ປະຫວັດຄວາມເປັນມາຂອງບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ. ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ, ເປັນທີ່ຮູ້ຈັກໃນອີກຊື່ໜຶ່ງວ່າບໍລິສັດ ເອພີເອ ປະກັນໄພ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2016, ບໍລິສັດດັ່ງກ່າວເປັນພາກສ່ວນໜຶ່ງຂອງກຸ່ມບໍລິສັດ ພົງສະຫວັນ ແລະ ເປັນບໍລິສັດ ປະກັນໄພຄົບວົງຈອນທີ່ເປັນຂອງເອກະຊົນຄົນລາວ 100% ຢູ່ ສປປ ລາວ. ບໍລິສັດປະກັນໄພຄົບວົງຈອນໄດ້ຮັບອະນຸຍາດໃຫ້ຂາຍການປະກັນໄພທົ່ວໄປ (ລົດ, ຊັບສິນ, ການເດີນທາງ ແລະ ອື່ນໆ) ແລະການປະກັນຊີວິດ, ນັບແຕ່ ບໍລິສັດ ...

Read More »

ຈຸດປະສົງຫຼັກຂອງສະມາຄົມຈີນ ແມ່ນເພື່ອເຕົ້າໂຮມຄວາມສາມັກຄີ.

ທ່ານນາງ ແສງເດືອນ ອ່າງຄໍານາກສະຫວັດ ປະທານສະມາຄົມຈີນ ນະຄອນຫຼວງວຽງຈັນ ຊຸດທີ 21 ທັງເປັນເຈົ້າຂອງທຸລະກິດໂຮງແຮມອ່າງຄໍາ ແລະ ຕະຫຼາດສີໄຄ ໄດ້ໃຫ້ສໍາພາດກ່ຽວກັບຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະມາຄົມຈີນ ຕະຫຼອດໄລຍະ 80 ກວ່າປີ ທີ່ຜ່ານມາວ່າ: -ຕົ້ນກໍາເນີດ ແລະ ຄວາມເປັນມາຂອງສະມາຄົມຈີນໃນລາວ? ໃນສະໄໝກ່ອນໄດ້ມີຜູ້ເຖົ້າ ຜູ້ແກ່ ຍົກຍ້າຍມາຈາກເມືອງຈີນແຕ່ເຂດສິບສອງປັນນາ ແລ້ວກໍເຄື່ອນຍ້າຍລົງມາຕາມແຂວງຕ່າງໆຂອງລາວ ຈົນມາຮອດນະຄອນຫຼວງວຽງຈັນ ຈິ່ງຕັ້ງຫຼັກປັກຖານເພື່ອຫາລ້ຽງຊີບ, ອາຊີບສ່ວນໃຫຍ່ແມ່ນຄ້າຂາຍ ຫຼັງຈາກນັ້ນກໍມີຊາວຈີນພາກັນລັ່ງໄຫຼເຂົ້າມານັບມື້ນັບຫຼາຍຂຶ້ນເລື້ອຍໆເພາະການຄ້າຂາຍນັບມື້ຂະຫຍາຍຕົວດີຂຶ້ນ. ເມື່ອມີການພົວພັນທີ່ດີນໍາກັນ ຄວາມສໍາພັນລະຫວ່າງປະຊາຊົນສອງຊາດກໍມີການຂະຫຍາຍຕົວ ກາຍເປັນເພື່ອນມິດ ຈົນເຖິງກາຍເປັນການສ້າງຄອບຄົວ ເປັນແກ່ວເປັນດອງກັນ ແລະ ມີລູກມີຫຼານສືບເຊື້ອສາຍນັບມື້ນັບຫຼາຍຂຶ້ນ. ດັ່ງນັ້ນຜູ້ອະວຸໂສຂອງຊາວຈີນ ຈຶ່ງໄດ້ມີຄວາມເປັນຫ່ວງວ່າ: ເມື່ອມີຄົນຈີນອາໄສຢູ່ໃນປະເທດລາວຫຼາຍຂຶ້ນ ຈະຄຸ້ມຄອງເບິ່ງແຍງຊ່ວຍເຫຼືອກັນແນວໃດ? ໂດຍສະເພາະແມ່ນຈະຮັກສາຄວາມສາມັກຄີ ປອງດອງກັນໄດ້ແນວໃດ? ດັ່ງນັ້ນ ໃນປີ 1937 ເພິ່ນຈຶ່ງໄດ້ສ້າງຕັ້ງສະມາຄົມຈີນຂຶ້ນມາ ຊຶ່ງເປົ້າໝາຍຫຼັກຂອງສະມາຄົມແມ່ນເພື່ອເຕົ້າໂຮມຄວາມສາມັກຄີຂອງຊາວຈີນ ທີ່ຕັ້ງຖິ່ນຖານໃນນະຄອນຫຼວງ ເພື່ອເບິ່ງແຍງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊັ່ນວ່າ: ການເຈັບເປັນ,ການເສຍຊີວິດ,ການໃຫ້ຄໍາປຶກສາ ແລະ ອື່ນໆ. ຕໍ່ມາທາງສະມາຄົມເພິ່ນຈຶ່ງເລັງເຫັນອະນາຄົດວ່າ: ລູກຫຼານຊາວຈີນ ຍັງບໍ່ທັນມີໂຮງຮຽນ ສອນພາສາຈີນ ແລະ ...

Read More »

ເປົ້າໝາຍສໍາຄັນ ໃນພາລະກິດຂອງພວກເຮົາແມ່ນ ນໍາພາລູກຄ້າໄປສູ່ການພັດທະນາ

ວາລະສານ ສະບັບເດືອນມັງກອນນີ້, ພວກເຮົາໄດ້ຮັບກຽດການໃຫ້ສໍາພາດ ທ່ານ Arnaud Caulier, ທີ່ຫາກໍ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການໃຫຍ່ ທະນາຄານ ລາວ-ຝຣັ່ງ ຈໍາກັດ (BFL) ຊຶ່ງທ່ານຈະມາແນະນໍາໃຫ້ຮຸ້ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງທະນາຄານ, ແຜນດໍາເນີນງານ ແລະ ວິໄສທັດ-ເປົ້າໝາຍຂອງ (BFL)ໃນ ສປປ ລາວ. ທ່ານຍົກໃຫ້ເຫັນວ່າ: BFL ໄດ້ພັດທະນາລະບົບທະນາຄານເອເລັກໂຕຣນິກຂຶ້ນເປັນຄັ້ງທໍາອິດໃນ ລາວ ໂດຍ ວາລະສານBanker. BFL ຖືກສ້າງຕັ້ງຂຶ້ນໃນປີ 2010 ເປັນທຸລະກິດຮ່ວມຫຸ້ນລະຫວ່າງກຸ່ມ BRED ທີ່ໃຫ້ບໍລິການລູກຄ້າມາແລ້ວຫຼາຍກວ່າ 1 ລ້ານຄົນໃນທົ່ວໂລກ, ມີພະນັກງານ 5.500 ຄົນ ແລະ ຫຸ້ນມູນຄ່າ 4 ຕື້ໂດລາ, ເຊິ່ງເປັນພາກສ່ວນໜຶ່ງຂອງ BPCE,ເປັນກຸ່ມທະນາຄານທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງປະເທດຝຣັ່ງ ແລະ ອັນດັບ 19 ໃນໂລກໃນດ້ານຊັບສິນ, ພ້ອມນີ້ຍັງໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL) ເຊິ່ງເປັນທະນາຄານການຄ້າຊັ້ນນໍາຂອງ ສປປ ລາວ. ດັ່ງນັ້ນ, BFL ຈຶ່ງມີລັກສະນະທຸລະກິດທີ່ປະສົມປະສານລະຫວ່າງເອກະລັກ ຂອງຝຣັ່ງ ແລະ ຄວາມເປັນໂຕຕົນຂອງທ້ອງຖິ່ນຢ່າງຊັດເຈນ. ຂໍໃຫ້ທ່ານຊ່ວຍອະທິບາຍຕື່ມວ່າເປັນຫຍັງກຸ່ມ BRED ຈຶ່ງມາລົງທຶນໃນລາວ? ກຸ່ມ ...

Read More »

ຜົນງານ ພົ້ນເດັ່ນຂອງລັດຖະບານ ຊຸດທີ VIII

   ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ໄຂຂຶ້ນໃນວັນທີ 20 ພະຈິກ ຫາ 21 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວປະຕິບັດວຽກງານ ພົ້ນເດັ່ນຂອງລັດຖະບານ ໃນໄລຍະຜ່ານມາ ແລະ ທິດທາງຈຸດສຸມໃນຕໍ່ໜ້າ ໃນນີ້ ສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ຂອງລັດຖະບານ ໃນເຄິ່ງສະໄໝຂອງແຜນການ 5 ປີ ຜ່ານມາ ທ່ານໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 2 ປີ 6 ເດືອນກວ່າ ທີ່ລັດຖະບານ ຊຸດທີ 8 ໄດ້ສຸມໃສ່ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ບັນລຸໄດ້ຄາດໝາຍໃນຫຼາຍດ້ານ, ເຖິງແມ່ນວ່າໃນໄລຍະຜ່ານມາ ສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງໄວວາ,ສັບສົນ ສະຫຼັບຊັບຊ້ອນຫຼາຍປະການ ຊຶ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ປະເທດ ຢ່າງຫຼີກບໍ່ໄດ້. ໃນເວລາດຽວກັນ ຢູ່ພາຍໃນປະເທດ ກໍມີຫຼາຍບັນຫາສະສົມມາຢ່າງຫຼວງຫຼາຍກ່າຍກອງ,ບໍ່ພຽງແຕ່ເທົ່ນນັ້ນ ໃນ 2 ປີ ຜ່ານມາ ປະເທດພັດປະສົບກັບໄພທໍາມະຊາດ ຢ່າງໜັກ ...

Read More »

25 ປີ ການບິນໄທ ສາຍການບິນ ຊັ້ນນໍາ ໃນ ສປປ ລາວ.

ໃນສະບັບເດືອນທັນວານີ້ ທາງວາລະສານ ໄດ້ຮັບກຽດການໃຫ້ສໍາພາດ ແລະ ຂຶ້ນປົກຂອງທ່ານນາງ ພາຣິນີ ຈັນທະຣະຄຸບ ຜູ້ຈັດການປະຈໍາ ສປປ ລາວ ເຊິ່ງທ່ານຈະແນະນໍາໃຫ້ຊາບເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການບິນໄທ ໂດຍສະເພາະແມ່ນແຜນການຕະຫຼາດໃນສປປ ລາວ. ທ່ານໄດ້ເປີດເຜີຍໃຫ້ຮູ້ວ່າ: ບໍລິສັດ ການບິນໄທ ຈໍາກັດ (ມະຫາຊົນ) ປີນີ້ແມ່ນຄົບຮອບ 58 ປີ , ເລີ່ມເຂົ້າມາດໍາເນີນທຸລະກິດ ໃນປະເທດລາວ ປີນີ້ແມ່ນຈະຄົບຮອບ 25 ປີ, ທີ່ຜ່ານມາ ທາງບໍລິສັດກໍໄດ້ດໍາເນີນການຂະຫຍາຍທຸລະກິດມາໂດຍຕະຫຼອດ ຈົນເຖິງປີ 2016 ທາງບໍລິສັດໄດ້ປ່ຽນເຮືອບິນໂບອິງ 737 – 400 ໄປນໍາໃຊ້ເຮືອບິນແອບັສ (A 330) ຂະໜາດ 300 ບ່ອນນັ່ງ ຊັ້ນທຸລະກິດປະມານ 36-42 ບ່ອນນັ່ງ. ເຊິ່ງເປັນເຮືອບິນມີຂະໜາດໃຫ່ຍທີ່ສຸດໃຊ້ໃນ ສປປ ລາວ.   *ແຜນການບິນໃນ ສປປ ລາວ? ຕັ້ງແຕ່ 17 ທັນວາ 2018 ສາຍການບິນໄທສະມາຍ ໂດຍການບິນໄທ ຈະເພິ່ມຖ້ຽວບິນອີກ 1 ຖ້ຽວບິນຕອນເຊົ້າ ເຊິ່ງຈະເຮັດໃຫ້ສາຍການບິນໄທ ...

Read More »