Report

ລັດຖະບານ ເລັ່ງແກ້ໄຂ ຟື້ນຟູ ໄພພິບັດ ແລະ ນໍ້າຖ້ວມ ໃຫ້ກັບຄືນສູ່ສະພາບປົກກະຕິດ່ວນ….

ຈາກ​ເຫດ­ການ​ສັນ​ເຂື່ອນ D ຫຼື Saddle dam D ຂອງ​ເຂື່ອນ​ໄຟ­ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ແຕກ​​ໃນ​ຄ່ຳ​ຄືນ​ວັນ​ທີ 23 ກໍ­ລະ­ກົດ 2018 ເຮັດ​ໃຫ້​ນ້ຳຈຳ­ນວນ 500 ລ້ານ​ກວ່າ​ແມັດ​ກ້ອນ ໄຫຼ​ລົງ​ສູ່​ເມືອງ​ສະ­ໜາມ​ໄຊ ແຂວງ​ອັດ​ຕະ​ປື ​ຢ່າງ​ໄວ­ວາ, ​ເຫດ­ການ​​ດັ່ງ­ກ່າວ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຊີ­ວິດ ແລະ ຊັບ​ສິນ​ຂອງ​ປະ­ຊາ­ຊົນ​ເປັນ​ຈຳ­ນວນ​ມະ­ຫາ­ສານ ໂດຍ​ສະ­ເພາະ​ແມ່ນ​ເມືອງ​ສະ­ໜາມ​ໄຊ ​ທີ່​ເປັນ​ເມືອງ​ຕັ້ງ​ຢູ່​ລຸ່ມ​ສັນ​ເຂື່ອນ D ອັນ​ໄດ້​ເຮັດ​ໃຫ້​ປະ­ຊາ­ຊົນ​ຢູ່​ໃນ 13 ບ້ານ​ໄດ້​ຮັບ​ຜົນ​ກະ­ທົບ​ຢ່າງ​ກະ­ທັນ­ຫັນ ໃນ​ນັ້ນ ມີ​ຈຳ­ນວນ 6 ບ້ານ​ທີ່​ເປັນ​ບ້ານ​ລຽບ​ຕາມ​ສາຍ​ນ້ຳ​ເຊ​ປຽນ ໄດ້​ຮັບ​ຜົນ​ກະ­ທົບ 100% ມີ​ປະ­ຊາ­ຊົນ​ທີ່​ຖືກ​ຜົນ​ກະ­ທົບ ແລະ ເສຍ​ຫາຍ​ໜັກ 1.611 ຄອບ­ຄົວ 7.095 ຄົນ, ເຫດການຄັ້ງນີ້​ມີ​ຜູ້​ເສຍ​ຊີ­ວິດ ແລະ ສູນ­ຫາຍ​ ສັດ­ລ້ຽງ ແລະ ພື້ນ​ທີ່​ກະ­ສິ­ກຳ ​ຂອງ​ປະ­ຊາ­ຊົນ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍ ແລະ ປະ­ຊາ­ຊົນ​ແຂວງ​ຈຳ­ປາ​ສັກ ກໍໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ເຫດ­ການ​ນີ້​ຈຳ­ນວນ​ໜຶ່ງ. ຍ້ອນ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ຂອງ ​ພັກແລະລັດ ກອງ​ປະ­ຊຸມ​ກົມ​ການ­ເມືອງ ຄັ້ງ​ວັນ​ທີ 30 ກໍ­ລະ­ກົດ 2018 ໄດ້​ເຫັນ​ດີ​ໃຫ້​ລັດ­ຖະ­ບານ​ແຕ່ງ­ຕັ້ງ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ກວດ­ກາ​ເຫດ­ການ​ດັ່ງ­ກ່າວ ມາ​ຮອດ​ວັນ​ທີ ...

Read More »

ແຂວງຊຽງຂວາງ ສຸມໃສ່ພັດທະນາຢ່າງຮອບດ້ານ

ໃນສະບັບເດືອນກັນຍາ ພວກເຮົາໄດ້ຮັບກຽດການໃຫ້ສໍາພາດຂຶ້ນປົກຂອງທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ປະທານສະພາປະຊາຊົນແຂວງ ທ່ານຈະໄດ້ສະເໜີໃຫ້ຮູ້ກ່ຽວກັບທ່າແຮງໃນການພັດທະນາ – ສິ່ງພົ້ນເດັ່ນຂອງແຂວງ, ລວມທັງວິໄສທັດໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງ ພາຍຫຼັງທີ່ທ່ານຂຶ້ນຮັບໜ້າທີ່ໃໝ່ ແລະ ການກະກຽມຄວາມພ້ອມໃນການເປັນເຈົ້າພາບງານແຂ່ງຂັນກິລາແຫ່ງຊາດຄັ້ງທີ 11 ໃນທ້າຍປີນີ້. -ສິ່ງພົ້ນເດັ່ນ ແລະ ເປັນທ່າແຮງຂອງແຂວງມີດ້ານໃດແດ່? -ແຂວງຊຽງຂວາງ ຕັ້ງຢູ່ພາກເໜືອຂອງປະເທດ ມີເນື້ອທີ່ 15.000 ກວ່າຕາລາງກິໂລແມັດ, ເປັນເຂດພູດອຍ 90% ທ່າແຮງການພັດທະນາຂອງແຂວງຊຽງຂວາງ ມີ 3 ອັນໃຫຍ່ຄື: 1: ການລ້ຽງສັດໃຫຍ່ເປັນສິນຄ້າ ເຊິ່ງເປັນມູນເຊື້ອຂອງປະຊາຊົນຊາວແຂວງຊຽງຂວາງ ອີງຕາມຂໍ້ມູນທີ່ເກັບກໍາໄດ້ຈາກພະນັກງານປະຕິວັດອະວຸໂສ ໃຫ້ຮູ້ວ່າ: ກ່ອນສົງຄາມແຂວງຊຽງຂວາງມີງົວ,ຄວາຍ ຫຼາຍກວ່າ 300.000ກວ່າໂຕ ພາຍຫຼັງສົງຄາມທໍາລາຍຢຸດຕິມາຮອດປີ 1975 ທົ່ວແຂວງຍັງເຫຼືອ ງົວ,ຄວາຍ ພຽງແຕ່ 1.500 ກວ່າໂຕ ແລະ ມາຮອດປັດຈຸບັນນີ້ທົ່ວແຂວງມີ ງົວ,ຄວາຍ 212.000 ກວ່າໂຕ ໃນນັ້ນມີຄວາຍ 56.000 ກວ່າໂຕ ງົວພື້ນເມືອງ 150.400 ກວ່າໂຕ ງົວພັນຊີ້ນ 600 ກວ່າໂຕ ງົວພັນນົມ ...

Read More »

ແມ່ຍິງລາວ ມີມູນເຊື້ອການເປັນຜູ້ປະກອບການ ມາດົນນານແລ້ວ.

ສໍາລັບແນວຄວາມຄິດຂອງຂ້າພະເຈົ້າແລ້ວ ແມ່ຍິງລາວເຮົາກໍມີຄວາມຮູ້; ຄວາມສາມາດບໍ່ໄດ້ ດ້ອຍໜ້າຊາດອື່ນໃນໂລກ ຖ້າວ່າມີຄວາມຕັ້ງໃຈຢາກເຮັດທຸລະກິດ ຫຼື ຖ້າຫາກມັກຮັກໃນສິ່ງໃດແລ້ວແມ່ນ ສາມາດເລີ່ມໄດ້ແຕ່ນ້ອຍເລີຍ ໂດຍສາມາດເລີ່ມແຕ່ຕອນຍັງຮຽນໜັງສືຢູ່ກະໄດ້ຖ້າຫາກແມ່ຍິງເຮົາຮູ້ຈັກ ການຊື້-ຂາຍ ທໍາມາຫາກິນຄອບຄົວກໍຈະມີຂໍ້ສະດວກ. ປັດຈຸບັບນີ້ແມ່ຍິງໄດ້ມີການສຶກສາຮຽນຮູ້ສູງໆເທົ່າທຽມເພດຊາຍມີຄວາມກ້າຫານກ້າສະແດງອອກມີຄວາມອົດທົນສາມາດເຮັດໄດ້ທຸກວຽກງານທີ່ເພດຊາຍເຮັດໄດ້ ເຊິ່ງມັນແຕກຕ່າງກັບສະໄໝກ່ອນ. ແມ່ຍິງລາວມີມູນເຊື້ອຄວາມເປັນຜູ້ປະກອບການດົນນານມາແລ້ວ ເຊິ່ງເຮົາຈະສັງເກດເຫັນວ່າຢູ່ຕາມຕະຫຼາດ ສ່ວນຫຼວງຫຼາຍຈະແມ່ນແມ່ຍິງເຮັດຄ້າຂາຍຍ່ອຍ ໂດຍໃຊ້ຄວາມອົດທົນຄວາມດຸໜັ່ນເພື່ອຫາລ້ຽງຄອບຄົວ ແລະ ເລື່ອງການບໍລິຫານການເງິນຂ້າພະເຈົ້າເຫັນວ່າແມ່ຍິງມີຄວາມລະອຽດອ່ອນທີ່ສຸດ….. ແມ່ຍິງລາວຈະກ້າວສູ່ສາກົນ ໄດ້ຕ້ອງມີປັດໃຈໃດແດ່? (ລາຍລະອຽດ ທ່ານສາມາດຊອກຕິດຕາມອ່ານວາລະສານທາເກັດ ສະບັບ 148 ເດືອນພະຈິກ 2018 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍບ່ອນສະຖານທີ່ໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) Lao women have a long tradition of operating as entrepreneurs In my opinion, Lao women ...

Read More »

ມາຮູ້ຈັກ!!! ຄາຖາເງິນລ້ານ 5 ຂໍ້ ຈາກໜຸ່ມນັກທຸລະກິດ ໄຟແຮງ ແຊງທາງໂຄ້ງຂອງລາວ.

ເມື່ອກ່າວເຖິງຮ້ານຂາຍຄໍາ ພູວົງ ຫຼາຍທ່ານຈະຮູ້ດີ ແຕ່ຖ້າກ່າວເຖິງ “ອາເລັກ” ຫຼາຍທ່ານຄົງຈະບໍ່ຄຸ້ຍເຄີຍກັບຊື່ນີ້, ດັ່ງນັ້ນວາລະສານສະບັບນີ້ພວກເຮົາໄດ້ມີໂອກາດສໍາພາດນັກທຸລະກິດໜຸ່ມ ໄພແຮງ ແຊງທາງໂຄ້ງ ຜູ້ຕໍ່ຍອດທຸລະກິດຂອງຮ້ານຂາຍຄໍາ ພູວົງ ແລະ ກິດຈະການໃນກຸ່ມພູວົງ ໃຫ້ກວ້າງຂວາງກວ່າເກົ່າ. ຈັນທະວົງ ພະມີສິດ ອາຍຸ 31 ປີ “ອາເລັກ” ເປັນລູກຊາຍຄົນທີສອງຂອງທ່ານ ພູວົງ ພະມີສິດ ຮຽນຈົບປະລິນຍາຕີ ສາຍບໍລິຫານທຸລະກິດ ອັນຍະມະນີ ຈາກ ສ.ອາເມລິກາ ທີ່ໂຮງຮຽນ gemological institute of America ໃນປີ 2008 ຫຼັງຈາກຈົບມາກໍມາຊ່ວຍວຽກທຸລະກິດພໍ່ ເຊິ່ງແມ່ນຮ້ານ ຄໍາພູວົງ ພາຍຫຼັງທີ່ມາເບິ່ງກິດຈະການພ້ອມ ເອື້ອຍທີ່ຮຽນຈົບມາພ້ອມກັນ ປັດຈຸບັນເຮັດໃຫ້ທຸລະກິດຮ້ານຂາຍຄໍາພູວົງ ຂະຫຍາຍໄດ້ 7 ສາຂາ ແລະ ຈະຂະຫຍາຍຕື່ມອີກຕາມຕົວເມືອງໃຫຍ່ຂອງບັນດາແຂວງໃນປະເທດຕື່ມອີກ.    *ແນວຄວາມຄິດລິເລີ່ມການຂະຫຍາຍສາຂາ? ເຫດຜົນທີ່ຂະຫຍາຍກໍເພື່ອເປັນການຄວບຄຸມຄຸນນະພາບຂອງສິນຄ້າ ແລະ ອີກເຫດຜົນໜຶ່ງກໍແມ່ນເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າຮ້ານຄໍາພູວົງ ໃນທົ່ວປະເທດ. ຜ່ານມາກໍມີລູກຄ້າຈໍານວນໜຶ່ງມາຊື້ຄໍາຮ້ານເຮົາເພື່ອໄປຈໍາໜ່າຍ ແລະ ກໍມີຈໍານວນໜຶ່ງສວຍໂອກາດແອບອ້າງ ດັ່ງນັ້ນເຮັດໃຫ້ພວກເຮົາມີແນວຄິດທີ່ຈະຂະຫຍາຍທຸລະກິດໃຫ້ເປັນລະບົບຂຶ້ນ ເພື່ອປ້ອງກັນການແອບອ້າງ. *ກ່ຽວກັບຄຸນນະພາບ ແລະ ມາດຕະຖານຂອງແຕ່ລະສາຂາເຮົາຄຸ້ມຄອງແນວໃດ? ຜ່ານມາທາງພວກເຮົາກໍໄດ້ມີການລອງຜິດ ...

Read More »

ຈາກົວ-ແລນໂຣເວີ ນໍາເອົານະວັດຕະກໍາທີ່ມີຄຸນນະພາບສູງໃຫ້ລູກຄ້າຊາວລາວໄດ້ຊົມໃຊ້. 

ວາລະສານສະບັບເດືອນ ຕຸລາ ພວກເຮົາໄດ້ຮັບກຽດການໃຫ້ສໍາພາດຂອງທ່ານ ALISTAIR SCOTT ຜູ້ອຳນວຍການຝ່າຍຂາຍປະຈຳພາກພຶ້ນ Jaguar Land Rover ເອເຊຍປາຊີຟິກຜູ້ນຳເຂົ້າ ເຊິ່ງທ່ານຈະຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງຕະຫຼາດຈໍາໜ່າຍລົດ JAGUAR LANDROVER ໃນ ສປປ ລາວ ພາຍຫຼັງທີ່ບໍລິສັດແມ່ໃນປະເທດອັງກິດໄດ້ເຂົ້າ ມາເປີດຕົວຢ່າງເປັນທາງການແຕ່ຊຸມປີ 2011 ເພື່ອນໍາເອົານະວັດຕະກໍາທີ່ມີຄຸນນະພາບສູງມາດຕະຖານເອີຣົບມາໃຫ້ລູກຄ້າຊາວລາວໄດ້ຊົມໃຊ້. ພິເສດລົດແຕ່ລະລຸ້ນທີ່ນໍາເຂົ້າມາໃນ ສປປ ລາວ ແມ່ນຖືກອອກແບບມາໂດຍສະເພາະເພື່ອໃຫ້ແທດເໝາະກັບມາດຕະຖານຂອງນໍ້າມັນເຊື້ອໄຟລາວ. JAGUAR LAND ROVER ເລີ່ມເຂົ້າມາຈໍາໜ່າຍໃນປະເທດລາວຄັ້ງທໍາອິດເມື່ອປີໃດ? Land Rover ລາວ ດໍາເນີນທຸລະກິດດ້ານການຂາຍລົດ Land Rover ມາຕັ້ງແຕ່ປີ 2011 ແລະ ເລີ່ມຂາຍລົດ Jaguarໃນປີ 2015. ໃນປີ 2016, Land Rover ລາວ ໄດ້ເປີດຫ້ອງ ວາງສະແດງທີ່ທັນສະໄໝຂຶ້ນໃນນະຄອນຫຼວງວຽງຈັນເພື່ອວາງສະແດງລົດທັງສອງຍີ່ຫໍ້ພາຍໃນສະຖານທີ່ດຽວກັນ. ບັນດາລົດທີ່ທ່ານຂາຍໃນ ລາວ ມີຫຍັງແຕກຕ່າງກັບລົດປະເພດດຽວກັນທີ່ຂາຍໃນຕະຫຼາດອື່ນ ຫຼື ບໍ່? ແມ່ນແລ້ວ: ເຖິງແມ່ນວ່າພວກເຮົາຈະພະຍາຍາມແບ່ງປັນລັກສະນະ, ຕົວເລືອກ ແລະ ຈຸດພິເສດທັງໝົດໄປທົ່ວທຸກຕະຫຼາດເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃນການຜະລິດແລ້ວກໍຕາມ, ແຕ່ພວກເຮົາກໍຍັງຈໍາເປັນຕ້ອງໄດ້ສ້າງຈຸດພິເສດທີ່ແຕກຕ່າງໃຫ້ແກ່ຕະຫຼາດລາວ ໂດຍອີງຕາມສິດ ແລະ ...

Read More »

ລັດຖະບານ ຈະຫັນການຈັດເກັບລາຍຮັບເຂົ້າສູ່ລະບົບທັນສະໄໝ ກວດກາໄດ້.

ວຽກງານຂະແໜງ ສ່ວຍສາອາກອນ ເປັນຖານລາຍຮັບທີ່ສໍາຄັນໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ສະນັ້ນເພື່ອເຮັດໃຫ້ການຈັດເກັບລາຍຮັບບັນລຸຕາມແຜນການທີ່ວາງໄວ້ ແລະ ເພື່ອແນໃສ່ເຮັດໃຫ້ການຈັດເກັບລາຍຮັບສ່ວຍສາອາກອນມີຄວາມທັນສະໄໝ,ວ່ອງໄວ ແລະ ໂປ່ງໃສ ເລີ່ມແຕ່ທ້າຍເດືອນ ກຸມພາ 2018 ເປັນຕົ້ນມາ ໂດຍ​ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ກົມ​ສ່ວຍ​ສາ​ອາກອນ, ທາງ​ສ່ວຍ​ສາ​ອາກອນ ​ນະຄອນ​ຫຼວງ​ວຽງ​ຈັນ (ນວ) ໄດ້​ລົງ​ຊຸກຍູ້​ຕິດຕາມລະບົບ​ການ​ຕິດ​ຕັ້ງ ແລະ ເຊື່ອມ​ຕໍ່ຂໍ້​ມູນ​ບັນທຶກ​ການ​ຂາຍ (POS) ແລະ ການ​ບໍລິການ (CRS) ເປັນຕົ້ນແມ່ນຕິດຕາມ, ກວດກາ ການປະຕິບັດຕາມກົນໄກການຄິດໄລ່ອາກອນມູນຄ່າເພີ່ມສົ້ນເຂົ້າແບບກໍານົດ ຕາມຄໍາແນະນໍາເພີ່ມຂອງກະຊວງການເງິນເລກທີ 4170/ກງ, ລົງວັນທີ 28/11/2017 ຢູ່ຕາມບັນດາ​ຫົວໜ່ວຍ​ທຸລະ​ກິດ​ທີ່​ໄດ້​ຮັບການ​ຕິດຕັ້ງລະບົບຜ່າມມາ​ໃນ 5 ເມືອງຄື: ເມືອງ​ຈັນທະບູ​ລີ, ໄຊ​ເຊດ​ຖາ, ສີ​ໂຄດ​ຕະບອງ, ສີສັດຕະ​ນາກ ແລະ ເມືອງ​ໄຊ​ທານີ ແລະ ຍັງ​ຈະ​ສືບຕໍ່​ຂະຫຍາຍ​ການຕິດຕັ້ງໄປ​ເລື້ອຍໆ ທັງ​ນີ້ ເພື່ອ​ເຮັດ​ໃຫ້ການ​ຈັດ​ເກັບ​ລາຍ​ຮັບ​ສ່ວຍ​ສາ​ອາກອນ ​ຫັນເຂົ້າສູ່ຄວາມທັນສະໄໝ,ວ່ອງໄວ ແລະ ຫຼຸດຊ່ອງຫວ່າງປະກົດການຫຍໍ້ທໍ້ຕ່າງໆ. ໃນຕົ້ນເດືອນກໍລະກົດ 2018 ຜ່ານມານີ້ທາງຫ້ອງການສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ກໍໄດ້ເປີດຂະບວນການ 3 ຂັ້ນຕອນໃນການໃຫ້ບໍລິການແບບວ່ອງໄວ ແລະ ໂປ່ງໃສຂອງພະນັກງານ-ລັດຖະກອນສ່ວຍສາອາກອນ (ນວ) ເພື່ອແນໃສ່ເຮັດໃຫ້ການຈັດເກັບລາຍຮັບງົບປະມານປີ 2018 ໃຫ້ໄດ້ຕາມແຜນການ. ພ້ອມກັນນີ້ກໍເພືື່ອແນໃສ່ປັບປຸງກົນໄກ ...

Read More »