7 ຄຸນສົມບັດຂອງຫົວໜ້າ ທີ່ລູກນ້ອງຈະຮັກ

ຜູ້ບໍລິຫານທີິ່ດີ ບໍ່ພຽງແຕ່ຕ້ອງເກັ່ງໃນເລື່ອງວຽກງານ ການວິເຄາະການຕະຫຼາດ ແລະ ການວາງແຜນທຸລະກິດເທົ່ານັ້ນ ແຕ່ຈະຕ້ອງເກັ່ງບໍລິຫານບຸກຄະລາກອນໃຫ້ໄດ້ພ້ອມ ເພາະທຸລະກິດບໍ່ມີທາງຈະຂັບເຄື່ອນໄດ້ດີ ຖ້າບໍ່ໄດ້ໃຈລູກນ້ອງ.

  1. ມີຄວາມເປັນຜູ້ນຳ (Leadership): ການສະແດງອອກເຖິງຄວາມຮັບຜິດຊອບຕໍ່ຜົນງານ ຫຼື ວຽກງານທີ່ເກີດຂຶ້ນຈາກສະມາຊິກຂອງຕົນ ແລະ ສາມາດດຶງດູດຈິດໃຈໃຫ້ຜູ້ອື່ນປະຕິບັດຕາມແຜນງານທີ່ກຳນົດໄວ້ດ້ວຍຄວາມເຕັມໃຈ ແລະ ເປັນທີ່ຍອມຮັບຂອງສະມາຊິກທຸກຄົນ.
  2. ມີຄວາມຍຸຕິທຳ (Fair): ຄວາມສະເໝີພາບໃນການຕັດສິນໃຈ ຫຼື ໃຫ້ຄວາມສຳຄັນກັບຄົນໃດ ຫຼື ສິ່ງໃດ ໂດຍບໍ່ບ່ຽງຊ້າຍ-ຂວາຫຼື ຝ່າຍໃດຝ່າຍໜຶ່ງເດັດຂາດ ຮັບຝັງທັງສອງຢ່າງເປັນກາງ ແລະ ຕັດສິນຢ່າງເດັດຂາດ.
  3. ມີຄວາມຮັບຜິດຊອບ (Responsibility): ຕໍ່ໜ້າທີ່ວຽກງານຂອງຕົນຢ່າງເຄັ່ງຄັດ, ກ້າຮັບຜິດຊອບຜົນງານຕ່າງໆທີ່ເກີດຂຶ້ນ ທັງດີ ແລະ ບໍ່ດີ, ເອົາໃຈໃສ່ວຽກງານ, ຊ່ວຍເຫຼືອລູກນ້ອງທີ່ຕົນຮັບຜິດຊອບ ແລະ ເຮັດວຽກຂອງຕົນຢ່າງເຕັມຄວາມສາມາດ, ເຊິ່ງບໍ່ແມ່ນການໂຍນວຽກໃຫ້ແຕ່ລູກນ້ອງເຮັດພຽງຝ່າຍດຽວ ແຕ່ຕົນຕ້ອງເປັນຄົນໃຫ້ການຊ່ວຍເຫຼືອ ແລະ ແນະນຳ.
  4. ເປີດໃຈຮັບຟັງຄວາມຄິດເຫັນ (Problem solving): ຕ້ອງຍອມຮັບ ແລະ ເຂົ້າໃຈ ວ່າຄົນເຮົາແຕ່ລະຄົນ, ຕ່າງບ່ອນມາ, ຕ່າງການສຶກສາ, ການລ້ຽງດູ ຍ່ອມມີຄວາມຄິດທີ່ແຕກຕ່າງກັນ ແລະ ຄົນທຸກຄົນຍ່ອມມີຄວາມຄິດເປັນຂອງຕົນເອງ ແລະ ສິດທິທີ່ຈະສະເໜີຄວາມຄິດເຫັນຂອງຕົນເອງ ການຈະຄິດໄດ້ກວ້າງນັ້ນຈະຕ້ອງອາໄສການລະດົມສະໝອງ (Brain storming) ຫຼື ປ່ຽນຄວາມຄິດເຫັນ, ການສົນທະນາ ຫຼື ການສະແດງເຫດຜົນ ເຊິ່ງຕ້ອງອາໄສຫຼາຍໆຄົນຊ່ວຍກັນຄິດ.
  5. ໃຫ້ຄວາມຊ່ວຍເຫຼືອ ແລະ ສະໜັບສະໜູນ (Support):ການມີນໍ້າໃຈ, ໂອບອ້ອມອາລີ, ການສົ່ງເສີມ ໃຫ້ຜູ້ອື່ນໄດ້ຮັບຄວາມສະດວກສະບາຍ ຫຼື ຄວາມເປັນຢູ່ທີ່ດີຂຶ້ນກວ່າປັດຈຸບັນ ຫົວໜ້າຕ້ອງສະແດງຄວາມຈິງໃຈ ແລະ ບໍ່ຫວັງຜົນຕອບແທນ.
  6. ການພັດທະນາສະມາຊິກໃນທີມ (Team development): ການປັບປຸງ ແລະ ເພີ່ມພູນຄວາມເຂົ້າໃຈ, ປະສົບການ ແລະ ທັກສະດ້ານຕ່າງໆ ທີ່ຈຳເປັນເພື່ອໃຫ້ສະມາຊິກໃນທີມທຸກຄົນສາມາດປະຕິບັດງານໄດ້ດີຂຶ້ນ ແລະ ມີຄວາມກ້າວໜ້າຫຼາຍຂຶ້ນ ທັງເພື່ອຕົວຂອງພະນັກງານ ແລະ ເພື່ອໜ່ວຍງານ.
  7. ບໍ່ຖືຕົວ ແລະ ໃຫ້ກຽດລູກນ້ອງ (Respectation): ການປະຕິບັດຕໍ່ບຸກຄົນອື່ນ ໂດຍການໃຫ້ຄວາມເຄົາລົບໃນສິດທິ ແລະ ໃຫ້ກຽດ ໂດຍຄຳນຶ່ງເຖິງ ກົດລະບຽບ, ມາລະຍາດ ແລະ ປະເພນີຕ່າງໆ ເລີ່ມຈາກການເຫັນຄຸນຄ່າຂອງຄວາມເປັນຄົນ, ຕ້ອງເອົາໃຈເຂົາມາໃສ່ໃຈເຮົາ ເຮົາຢາກໃຫ້ເຂົາດີກັບເຮົາເທົ່າໃດ ເຮົາກໍຕ້ອງເຮັດດີກັບເຂົາຫຼາຍກວ່ານັ້ນ.

make a boss loved by their staff

A good boss not only needs to be good at their work, market analysis, and business planning but also must be good at managing their employees because a business cannot operate well without its staff.

  1. Leadership: Leadership means showing a degree of responsibility towards results and the work performed by one’s team and this can motivate others to implement plans as specified wholeheartedly and in such a way that is acceptable to all team members.
  2. Fairness: Being fair in decision making means attaching equal importance to all sides and operating a strict non-bias policy while listening to both sides impartially before coming to an absolute decision.
  3. Responsibility: This means taking stringent responsibility over one’s duties and having the courage to take responsibility for whatever the result may be while doing one’s best in one’s work, helping one’s employees to be responsible, and working to the fullest extent of one’s abilities. One has to assist and advise too rather than merely delegating work.
  4. Problem solving: This means that you have to accept and understand each person, their background, their education, their upbringing, and their mentality because everyone has their own ideas and the right to express them. To gain a broad spectrum of ideas, one can hold brain storming sessions, exchange ideas, discuss issues, and give supported arguments and these rely on having many people contributing their thoughts.
  5. Support: Having compassion and giving support and encouragement makes people feel comfortable and makes them feel better. A boss has to show sincerity without hoping for anything in return.
  6. Team development: Developing and building the necessary know-how, experience, and skills in each team member can improve the work performed and help them to advance – both for the sake of the employees themselves and for the team as a whole.

Not being high-handed and showing respect: In one’s treatment of others, we have to have respect for their rights and dignity and consider social rules, manners, and customs, all of which begin with recognizing the value of others. We have to see things from their point of view. If we want them to be good to us, then we have to be even better towards them.

Comments