ຢ່າລາອອກຈາກວຽກປະຈຳ ເພາະຄຳວ່າ ‘ຢາກເປັນນາຍຕົວເອງ’

ຍັງລອຍນໍ້າບໍ່ເປັນ ຢ່າຟ້າວໂດດນ້ຳ

ເບື່ອຊີວິດລູກຈ້າງຊໍ່າໃດ ກໍ່ຢ່າຮີບຮ້ອນ ລາອອກມາເປີດກິດຈະການ

ທຸລະກິດຄ້າຂາຍ ບໍ່ແມ່ນເລື່ອງງ່າຍ ແຕ່ເຖີງຈະບໍ່ງ່າຍກໍ່ສຳເລັດໄດ້ ຫາກຕັ້ງໃຈ

ການເຮັດທຸລະກິດ ມັນມີຄວາມຮັບຜິດຊອບສູງກວ່າການແຕ່ງຕົວອອກໄປເຮັດວຽກແລ້ວຮັບເງິນທ້າຍເດືອນ

ຕອນເຮັດວຽກເຮົາອາດສູ້ແຕ່ກັບວຽກງານ ຫຼື ເພື່ອນຮ່ວມງານ ບໍ່ດີ ພຽງບໍ່ເທົ່າໃດຄົນ

ເປັນເຈົ້າຂອງທຸລະກິດຕ້ອງສູ້ກັບທຸກຄົນ, ທຸກຢ່າງ, ແມ້ແຕ່ສູ້ກັບໂຕເອງ

ການເຮັດທຸລະກິດ ເປີດກິດຈະການມັນຄືກັບການລອຍນໍ້າເລີຍ. ມື້ນີ້ຖ້າເຈົ້າຍັງເປັນ ລູກນ້ອງທີ່ດີຂອງໃຜບໍ່ໄດ້ ແລະ ມື້ນີ້ຖ້າເຈົ້າຍັງເປັນ ພະນັກງານທີ່ດີຂອງບໍລິສັດບໍ່ໄດ້

ເປັນໄປບໍ່ໄດ້ເລີຍ ທີ່ເຈົ້າຈະເປັນເຈົ້າຂອງຮ້ານ, ເຈົ້າຂອງທຸລະກິດທີ່ດີໄດ້, ຫຼາຍຄົນທີ່ຮີບຮ້ອນ ລາອອກ ມາເປີດກິດຈະການຕາມຄວາມຝັນ ສຸດທ້າຍ ຜິດຫວັງພັງ ບໍ່ເປັນທ່າ, ເພາະລອຍນໍ້າຍັງບໍ່ແຂງ ແລ້ວຮີບໂດດລົງທະເລແຫ່ງຊີວິດແທ້ໆ

ขยัน2.png

ຄົນບາງຄົນຂາຍເຄື່ອງມາທັງຊີວິດ ຍັງຕອບບໍ່ໄດ້ເລີຍວ່າ:  ເປົ້າໝາຍຂອງທຸລະກິດຄືຫຍັງ​ ?

ຮູ້ພຽງແຕ່ວ່າເປີດຮ້ານໄປວັນໆ ຂາຍເຄື່ອງໄປວັນໆ ດີກວ່າເປັນລູກຈ້າງເຂົາ

ກ່ອນຈະຂີ່ບິກໄບ້ໄດ້ ມັນກໍ່ຕ້ອງເລີ່ມຈາກຂີ່ລົດຖີບມາກ່ອນ

ມື້ໃດ ທີ່ເຈົ້າເກັ່ງໃນສາຍງານທີ່ເຮັດ ຈົນບໍ່ມີໃຜກ້າຈ້າງ

ເມື່ອໃດ ທີ່ເຈົ້າສຳເລັດໃນໜ້າທີ່ວຽກງານ ທີ່ເຈົ້າຮັບຜິດຊອບໄດ້ຢ່າງດີ

ເມື່ອນັ້ນຈະມີຄຳຕອບລໍຖ້າເຈົ້າຢູ່ ວ່າພ້ອມທີ່ຈະເປັນເຈົ້າຂອງທຸລະກິດ ຫຼື ບໍ່ ?

ເຈົ້າຕ້ອງປະສົບຄວາມສຳເລັດ ໃນອາຊີບທີ່ເຈົ້າເຮັດໃຫ້ໄດ້ກ່ອນ ແລ້ວຈື່ງອອກໄປສ້າງຄວາມສຳເລັດໃໝ່

ຢ່າເຮັດຄືກັບຄົນທົ່ວໄປ ທີ່ລາອອກໄປເປີດຮ້ານ, ເປີດກິດຈະການ ພຽງເພາະບໍ່ຢາກເປັນລູກຈ້າງໃຜ

ພຽງເພາະ ເບື່ອເຈົ້ານາຍ, ເບື່ອເພື່ອນຮ່ວມງານ ເພາະຖ້າຄິດແບບນີ້ເຈົ້າກໍ່ຕ້ອງ ພັງ ຄືກັບຄົນກ່ອນໜ້ານີ້.

 

ຖ້າມື້ນີ້ຍັງເປັນລູກຈ້າງທີ່ດີບໍ່ໄດ້ ເຈົ້າຈະບໍ່ມີວັັນເປັນເຈົ້າຂອງທຸລະກິດທີ່ດີໄດ້. ຄົນສຳເລັດລະດັບໂລກຫຼາຍຄົນ ເລີ່ມຕົ້ນຈາກການເປັນລູກຈ້າງທີ່ດີກ່ອນ

ເປັນເດັກເສີບທີ່ເຊັດໂຕະໃຫ້ສະອາດບໍ່ໄດ້ ກໍ່ຢ່າຫວັງຈະເປັນເຈົ້າຂອງຮ້ານອາຫານທີ່ດີໄດ້ ສ່ຳໂຕະນ້ອຍໆຍັງເຊັດບໍ່ທົ່ວ ຈະດູແລຮ້ານທັງຮ້ານໄດ້ທົ່ວເຖິງແນວໃດ

ບາງຄົນເກີດ ແລະ ໃຫຍ່ມານຳທະເລ ຍັງລອຍນໍ້າບໍ່ເປັນເລີຍ ເພາະສະນັ້ນ, ຖ້າຍັງລອຍນໍ້າບໍ່ເປັນ, ລອຍບໍ່ແຂງ, ຢ່າຟ້າວໂດດລົງນໍ້າ, ຫຼິ້ນສະລອຍນໍ້າຕື້ນໆໄປກ່ອນ.

ຂອບໃຈ ເພສ Soukseed             ແລະ ທີ່ມາ: =>http://www.pigdaily.com/3211/

ຢ່າລາອອກວຽກປະຈຳພຽງເພາະຄຳວ່າ ‘ຢາກເປັນນາຍຕົວເອງ’

Comments