ພຶດຕິກໍາຂອງລູກຄ້າສະໄໝນີ້!!! ລອງຢູ່ຮ້ານ ຊື້ຢູ່ເວັບແທ້ ຫຼືບໍ່?

ເພາະຄົນປັດຈຸບັນມັກໃນຄວາມສະດວກສະບາຍຫຼາຍຂຶ້ນ! ຈຶ່ງເຮັດໃຫ້ຈໍານວນຂອງຜູ້ປະກອບການທາງ Online ຫຼາຍຂຶ້ນໄປນໍາ…ແຕ່ທ່ານຢ່າລືມວ່າ ລູກຄ້າກໍມັກຈະຊື້ສິນຄ້າທີ່ໄດ້ທົດລອງ ແລະ ໄດ້ສຳຜັດກ່ອນສະເໝີ.

ຜູ້ປະກອບການສ່ວນຫຼາຍຄິດວ່າ ມີພຽງໜ້າຮ້ານ Online ກໍພຽງພໍ ເພາະສາມາດຕອບໂຈດ Life Style ຂອງລູກຄ້າຍຸກນີ້ທີ່ຮັກມັກຄວາມສະດວກສະບາຍ ບໍ່ຢາກເສຍເວລາເດີນທາງໄປຮ້ານຄ້າ, ຕໍ່ຄິວຈ່າຍເງິນ ຫຼືແຍ້ກັນກັບຜູ້ຄົນ ແຕ່ຈາກຜົນການວິໄຈຂອງລູກຄ້າຂອງ Criteo ບໍລິສັດດ້ານເຕັກໂນໂລຊີ ລະບຸວ່າ ລູກຄ້າຫຼາຍກວ່າ 76% ຕ້ອງການທົດລອງສິນຄ້າກ່ອນຊື້ ແລະ ຖ້າປະທັບໃຈຈະສັ່ງຊື້ສິນຄ້ານັ້ນຜ່ານຊ່ອງທາງ Online.

ສໍາລັບພຶດຕິກໍາສັ່ງຊື້ສິນຄ້າຂ້າມຊ່ອງທາງນັ້ນ 17% ຂອງລູກຄ້າທີ່ຊື້ສິນຄ້າຜ່ານ Online ແລະ ຈະໄປຮັບສິນຄ້າທີ່ໜ້າຮ້ານ Offline,   15% ຕັດສິນໃຈຊື້ສິນຄ້າຜ່ານຊ່ອງທາງ Online ຫຼັງຈາກເຫັນສິນຄ້າຕົວຈິງໃນຮ້ານ Offline ມາກ່ອນ ແລະ  11% ສັ່ງສິນຄ້າຜ່ານ Smart Phone ຂະນະທີ່ຢູ່ໃນຮ້ານຂອງສິນຄ້ານັ້ນໆ.  ເຊິ່ງເຫດຜົນຂອງນັກ Shopping ທີ່ມັກສັ່ງຊື້ສິນຄ້າຜ່ານຊ່ອງທາງ Online ແທນການຊື້ຜ່ານຮ້ານ Offline,  68% ບອກວ່າສົ່ງຄືນສິນຄ້າໄດ້ຟຣີ,  64% ມີສ່ວນຫຼຸດຢູ່ຕະຫຼອດ, 47% ຮູບສິນຄ້າໜ້າສົນໃຈ, 44% ສິນຄ້າເທິງເວັບມີເອກະລັກຫຼາຍກວ່າ ແລະ 33% ມີວິທີໃຊ້ສິນຄ້າບອກຢູ່ເທິງເວັບທີ່ຂາຍເຄື່ອງນັ້ນໆ.

ເມື່ອຮູ້ແບບນີ້ແລ້ວ ຜູ້ປະກອບການທີ່ມີໜ້າຮ້ານ Offline ທີ່ຄິດວ່າໜ້າເຊື່ອຖື ກວ່າການຂາຍ Online, ສ່ວນຜູ້ທີ່ມີໜ້າຮ້ານ Online ກໍຄິດວ່າສາມາດຕອບໂຈດຄວາມສະດວກສະບາຍຂອງຄົນຍຸກໃໝ່ໄດ້ຢູ່ແລ້ວ ບໍ່ຈໍາເປັນທີ່ຈະຕ້ອງມີໜ້າຮ້ານ Offline ກໍໄດ້; ຜູ້ປະກອບການທ່ານໃດທີ່ຄິດແບບນີ້ ຂໍແນະນໍາວ່າຄວນທີ່ຈະປັບປ່ຽນຄວາມຄິດໃໝ່ໄດ້ແລ້ວ ເພາະໂລກມັນພັດທະນາຢູ່ຕະຫຼອດ 24 ຊົ່ວໂມງ ພຶດຕິກໍາຂອງຜູ້ບໍລິໂພກກໍປ່ຽນໄປຕະຫຼອດ 24 ຊົ່ວໂມງເຊັ່ນກັນ ຖ້າຢາກຈະນໍາພາທຸລະກິດຂອງທ່ານໃຫ້ລອດ ຕ້ອງນໍາເທຣນຂອງຜູ້ບໍລິໂພກໃຫ້ທັນ.

ຂອບໃຈທີ່ມາ: www.smethailandclub.com

Comments