ເທຣນທຸລະກິດອາຫານກັບເຄື່ອງດື່ມໃນປີ 2030 ນະວັດຕະກໍາອາຫານ (Food Innovation) ຈະເປັນອະນາຄົດຂອງອາຫານໂລກ…

ເປັນຫຍັງ ເຮົາຈຶ່ງຕ້ອງມາສ້າງຄວາມເຂົ້າໃຈກ່ຽວກັບເທຣນອາຫານ ແລະ ພຶດຕິກໍາຂອງຄົນທີ່ປ່ຽນໄປ ພ້ອມກັບນະວັດຕະກໍາທີ່ຈະເກີດຂຶ້ນຕະຫຼອດ 10 ປີ ຕໍ່ຈາກນີ້?, ໃນມຸມມອງຂອງຜູ້ບໍລິໂພກທົ່ວໆໄປ ການແຜ່ລະບາດຂອງ COVID-19 ໄດ້ປ່ຽນແປງໃນສ່ວນຂອງພຶດຕິກໍາການກິນຂອງເຮົາໄປແນວໃດແດ່? ເພາະປັດຈຸບັນ ເຮົາໃສ່ໃຈໃນເລື່ອງຂອງອາຫານການກິນໃຫ້ມັນຖືກສຸຂະອະນາໄມຫຼາຍກວ່າເມື່ອກ່ອນແຕ່ກໍມີຄົນຫຼາຍຄົນທີ່ຕ້ອງວ່າງງານກະທັນຫັນເຮັດໃຫ້ເຮົາເຫັນພາບຄົນທີ່ຂາດແຄນທາງດ້ານອາຫານ.

ຄວາມຈິງແລ້ວພາວະທີ່ເກີດຄົນຈົນໃນລະດັບອົດຢາກມີສູງຂຶ້ນເລື້ອຍໆໃນທົ່ວໂລກ, ໂດຍສະເພາະໃນອາຊີ ແລະ ອາຟຣິກາ ເຊິ່ງຄົນກຸ່ມນີ້ເປັນຄົນທີ່ຜະລິດອາຫານກວ່າ 70% ຂອງຊັບພະຍາກອນອາຫານໂລກໃຫ້ເຮົາກິນ ແຕ່ເຂົາເອງມີລາຍໄດ້ປະມານ 2$ ຕໍ່ມື້ (ປະມານ 18.000 ກີບ). ນອກຈາກນັ້ນ, ໃນມຸມມອງຂອງຜູ້ປະກອບການຫຼາຍປະເທດທົ່ວໂລກທີ່ມີຂ່າວການຕິດເຊື້ອຂອງຄົນງານໃນໂຮງງານ ຫຼືອຸປະສັກເຮັດໃຫ້ການສະໜອງອາຫານເກີດການຢຸດສະງັກ ເພາະບໍ່ສາມາດໃຊ້ຄົນຜະລິດຕໍ່ໄດ້.

ພາບປະກອບເທົ່ານັ້ນ


ຈາກບັນຫາດັ່ງກ່າວ, ມັນເຮັດໃຫ້ເທຣນຂອງການກິນ plant-based meat ຫຼືຊີ້ນທີ່ເຮັດມາຈາກພືດເຕີບໂຕແບບກ້າວກະໂດດໃນຊ່ວງທີ່ຜ່ານມາຫຼາຍ ເພາະການຜະລິດຊີ້ນທຽມຈະໃຊ້ພືດ 100%. ພ້ອມກັນນັ້ນ, ຍັງມີອີກຫຼາກຫຼາຍເຫດຜົນທີ່ຈະມາສົງໄສວ່າ ເປັນຫຍັງເຮົາຄວນຫັນມາໃສ່ໃຈເລື່ອງອະນາຄົດຂອງການກິນຕໍ່ຈາກນີ້ ຈາກສະຖິຕິພົບວ່າ ແທ້ໆແລ້ວໂລກຂອງເຮົາມີພືດທີ່ກິນໄດ້ກວ່າ 3 ແສນຊະນິດ, ແຕ່ທີ່ເຮົາບໍລິໂພກກັນຢູ່ມີພຽງ 150 ຊະນິດ ແລະ ຫຼາຍກວ່າ 75% ຂອງການບໍລິໂພກໃນທຸກມື້ນີ້ ຄົນເຮົາກິນພືດຜັກພຽງ 12 ຊະນິດ ເທົ່ານັ້ນ, ຖືໄດ້ວ່າເຮົາມີໂອກາດທີ່ຈະໄດ້ນໍາເອົາພືດພັກທີ່ກິນໄດ້ຕ່າງໆ ຫຼື ສັດທາງເລືອກຊະນິດອື່ນໆ ມາເປັນອາຫານໃນອະນາຄົດໄດ້ອີກຫຼາຍ ກ່ອນທີ່ສັດ ຫຼື ພືດທີ່ເຮົານິຍົມກິນຈະສູນພັນໄປ.


ການປ່ຽນແປງຄັ້ງນີ້ ກໍຕ້ອງປ່ຽນແປງຕັ້ງແຕ່ຕົ້ນນໍ້າ ຄືຄົນທີ່ປູກຜັກລ້ຽງສັດ, ເຮັດສວນເຮັດໄຮ່ ເພາະໃນປີ 2030 ໄດ້ມີການຄາດການໄວ້ວ່າ ຄົນຫຼາຍກວ່າ 2 ໃນ 3 ຂອງໂລກ ຈະຍ້າຍມາຢູ່ໃນເມືອງກັນໝົດແລ້ວ ນັ້ນໝາຍຄວາມວ່າ ຕໍ່ໄປຕາມຊົນນະບົດເກືອບຈະບໍ່ມີແຮງງານຜະລິດອາຫານເລີຍ. ດັ່ງນັ້ນ, ມາເບິ່ງເທຣນອາຫານທີ່ຈະເກີດຂຶ້ນໃນຊ່ວງ 10 ປີຕໍ່ຈາກນີ້ ເພື່ອໃຫ້ເຮົາໄດ້ຮັບຮູ້ ແລະ ກຽມພ້ອມກັບອານາຄົດທີ່ຈະເກີດຂຶ້ນ ໂດຍຂໍ້ມູນນີ້ອ້າງອີງມາຈາກລາຍງານຂອງທາງບໍລິສັດ Mintel ກັບໜ່ວຍງານ Future Food Institute.

1. ແບນທີ່ໃສ່ໃຈກັບບັນຫາສຸຂະພາບ ແລະ ສິ່ງແວດລ້ອມເຖິງຈະໄດ້ຮັບການຍອມຮັບຈາກຜູ້ບໍລິໂພກໃນຍຸກຕໍ່ຈາກນີ້.

ຜູ້ບໍລິໂພກໃນຍຸກຕໍ່ຈາກນີ້ ຈະເປັນຮຸ້ນທີ່ຕ້ອງການໃຫ້ສິນຄ້າອອກມາປ່ຽນແປງບັນຫາທາງສັງຄົມຢ່າງຈິງຈັງ ທັງເລື່ອງສຸຂະພາບ, ການໃຊ້ຊີວິດ ແລະ ບັນຫາສິ່ງແວດລ້ອມຕ່າງໆ. ຕົວຢ່າງຫຼາຍໆ ແບຣນໃຫຍ່ ກໍໄດ້ມີມາດຕະການອອກມາເຄື່ອນໄຫວກ່ຽວກັບເລື່ອງນີ້ແລ້ວເຊັ່ນ: Nestle, Arla Foods ແລະ Unilever ທີ່ໃຫ້ຄວາມຮ່ວມມືເລື່ອງຄວາມຍືຍຍົງໃນດ້ານຕ່າງໆເຊັ່ນ: ການເອົາໃຈໃສ່ອາຫານປະເພດສັດ, ເງື່ອນໄຂແຮງງານ ແລະ ການຈໍາກັດປະລິມານການປ່ອຍແກສທີ່ສົ່ງຜົນໃຫ້ເກີດສະພາວະເຮືອນແກ້ວເປັນຕົ້ນ. ດັງນັ້ນ, ຍີ່ຫໍ້ຂອງສິນຄ້າໃນອະນາຄົດ ຈະບໍ່ໃຊ້ແຕ່ຊື່ ຫຼືໂລໂກ້ອີກຕໍ່ໄປ, ແຕ່ຍີ່ຫໍ້ຂອງສິນຄ້າໃນອະນາຄົດຕ້ອງມີຊີວິດ ແລະ ຄວາມເຊື່ອທີ່ຈະຕ້ອງສະແດງອອກມາໃຫ້ຜູ້ບໍລິໂພກເຫັນເຖິງຄວາມເຊື່ອໝັ້ນວ່າ ແບຣນຈະແກ້ບັນຫາທີ່ເກີດຂຶ້ນໄດ້ຈັ່ງໃດແດ່.

2. Smart Diets ການລິໂພກຢ່າງມີປະສິດທິພາບ ທັງການນໍາເຕັກໂນໂລຊີ ເຂົ້າມາໃຊ້ເພື່ອເປັນການທົດສອບໃນສ່ວນຂອງການເຮັດວຽກຂອງຮ່າງກາຍ ແລະ ຈິດໃຈ.

happy russian family of two having healthy lunch with veggies at home

ໃນປີ 2030 ຜູ້ບໍລິໂພກຈະເຂົ້າໃຈການກິນທີ່ເໝາະກັບຮ່າງກາຍຕົນເອງຫຼາຍຂຶ້ນ, ຈາກການກວດສອບຜ່ານທາງຊີວະວິທະຍາຕ່າງໆ, ບໍ່ວ່າຈະເປັນການໃຊ້ເຄື່ອງມື track ແບບ apple watch ຄືດັ່ງທີ່ເຮົາໃຊ້ທຸກມື້ນີ້ ໃນອະນາຄົດຕໍ່ຈາກນີ້, ມັນອາດຈະສາມາດກວດຈັບ ແລະ ປະມວນຜົນໄດ້ລະອຽດຫຼາຍຂຶ້ນເລື້ອຍໆ. ລວມເຖິງການກວດສອບສານອາຫານທີ່ເໝາະສົມກັບເຮົາຈາກການກວດຜ່ານ DNA ວ່າເຮົາເໝາະສົມ ຫຼືບໍ່ເໝາະກັບການກິນອາຫານປະເພດໃດ. ເວົ້າໄດ້ວ່າຍຸກຕໍ່ຈາກນີ້, ເຕັກໂນໂລຊີຈະເຂົ້າມາຊ່ວຍໃຫ້ເຮົາຮູ້ຈັກຕົວຕົນເຮົາຫຼາຍກວ່າໄລຍະຫຼາຍຮ້ອຍຫຼາຍພັນປີທີ່ຜ່ານມາ ມັນເລີຍເຮັດໃຫ້ເກີດການ personalize ອາຫານສໍາລັບບຸກຄົນຫຼາຍຂຶ້ນ, ຍົກຕົວຢ່າງເຊັ່ນ ຕອນນີ້ໄດ້ມີການຮ່ວມມືກັນລະຫວ່າງຮ້ານ YO! Sushi ກັບ DNA Fit ໃນການອອກແບບອາຫານຍີ່ປຸ່ນທີ່ເໝາະສົມກັບ DNA ຂອງຄົນກິນແຕ່ລະຄົນຈາກການກວດສອບຜ່ານຊຸດກວດສອບຂອງ DNA Fit ເພື່ອໃຫ້ຄົນກິນໄດ້ກິນໃນສິ່ງທີ່ເໝາະສົມກັບຕົວເອງຫຼາຍທີ່ສຸດ
ເຊັ່ນໃນຈີນກໍມີ Nestle China’s XiaoAI ເປັນ Smart Speaker ທີ່ປຽບເໝືອນຜູ້ຊ່ວຍດ້ານໂພຊະນາການສ່ວນຕົວຂອງເຮົາຢູ່ໃນເຮືອນເລີຍ ໂດຍມັນຈະເກັບຂໍ້ມູນການກິນຂອງເຮົາໄວ້ ແລະ ປະມວນຜົນອອກມາພ້ອມກັບແນະນໍາເມນູ ທີ່ເຮົາຄວນຈະສັ່ງມາກິນໃນແຕ່ລະວັນໄດ້ອີກດ້ວຍ.

3. ການກະເສດທີ່ມີການນໍາເຕັກໂນໂລຊີມາໃຊ້ ເພື່ອເພິ່ມປະສິດທິພາບ.

ພາບປະກອບເທົ່ານັ້ນ

ໃນອະນາຄົດຄົນຈະມີຄວາມໝັ້ນໃຈໃນການກິນອາຫານທີ່ມາຈາກຂະບວນການທາງວິທະຍາສາດ ຫຼືຫ້ອງແລັບຫຼາຍຂຶ້ນ ຖ້າສິນຄ້າສາມາດຢ້ັງຢືນໄດ້ວ່າມັນປອດໄພ ແລະ ບໍ່ສົ່ງຜົນອັນຕະລາຍຕໍ່ເຂົາໃນໄລຍະຍາວ, ແຕ່ຄົນໃນຍຸກຕໍ່ຈາກນີ້ຈະຫັນໄປບໍລິໂພກທີ່ເປັນອາຫານ ຫຼືວັດຖຸດິບທີ່ຍັງບໍ່ໄດ້ແປຮູບໜ້ອຍທີ່ສຸດຫຼາຍຍິ່ງຂຶ້ນເຊັ່ນ: ຄົນຈະເລືອກການກິນຜັກທີ່ເປັນ non-GMO ຫຼາຍກວ່າ ແລະ ໃນອະນາຄົດການປູກພືດຜັກຈາກເກົ່າທີ່ເຮົາຕ້ອງປູກໃນພື້ນທີ່ຕ່າງແຂວງຫຼາຍໆ ມັນຈະກາຍເປັນການຫັນມາປູກຜັກໃນຮົ່ມ, ຕາມຕົວເມືອງ ອາຄານຕ່າງໆ ຫຼືໃນຫ້ອງຂອງເຮົາເອງຫຼາຍຂຶ້ນ ແທນທີ່ເຮົາຈະໄປຊື້ມາກິນເລີຍ. ເວົ້າໄດ້ວ່າກໍຄ້າຍຄືກັນກັບເທຣນຂອງຊ່ວງນີ້ທີ່ຄົນເລີ່ມຫັນມາປູກຕົ້ນໄມ້ປະດັບ ຫຼື ພືດທີ່ສາມາດປູກກິນເອງໄດ້ແບບງ່າຍໆ ທີ່ບ້ານກັນຫຼາຍຂຶ້ນ, ເພາະເຮົາຈະສົນໃຈໃນແຫຼ່ງທີ່ມາຂອງວັດຖຸດິບວ່າມັນປອດໄພກັບເຮົາແທ້ຫຼາຍຂຶ້ນ ເຮັດໃຫ້ການກະເສດໃນອານາຄົດຕ້ອງມີການຕວດສອບໄດ້ທັງຜູ້ສະໜອງເຊັ່ນວ່າວັດຖຸດິບມາຈາກໃສ ຜ່ານຫຍັງມາແດ່ນັ້ນເລີຍເຮັດໃຫ້ການກະເສດໃນອະນາຄົດຕ້ອງມີການນໍາເທດໂນໂລຢີ້ມາໃຊ້ນັ້ນເອງ

4. ລະບົບບໍລິການດ້ານອາຫານແບບບໍ່ມີຮອຍຕໍ່ການບໍລິການໃນອານາຄົດບໍ່ວ່າຈະເປັນຮ້ານອາຫານ ຫຼື ເປັນບໍລິການສົ່ງອາຫານທີ່ບ້ານເຮົາຈະໄດ້ເຫັນປະສົບການໃໝ່ໆ ທີ່ເກີດຂຶ້ນແບບ Real Time.

ຈະມີເມນູແນະນໍາສໍາລັບແຕ່ລະຄົນຂຶ້ນມາທັນທີ, ຫຼັງຈາກທີ່ທຸກຄົນເຂົ້າມາໃນຮ້ານອາຫານແລ້ວນັ່ງລົງທີ່ໂຕະຜ່ານການປະມວນຜົນຂອງລະບົບ AI, ຂັ້ນຕອນການເຮັດວຽກໃນເຮືອນຄົວ ການເສີບ ຫຼືການບໍລິການຕ່າງໆທີ່ເປັນການເຮັດຊໍ້າໆ ອາດຈະຖືກແທນທີ່ດ້ວຍຫຸ່ນຍົນ ຫຼືຕົວລະບົບຫຼາຍຍິ່ງຂຶ້ນ ເພືີ່ອເປັນການຫຼຸດຜ່ອນຕົ້ນທຶນ, ຫຼຸດຄວາມຜິດພາດ ແລະ ວິເຄາະຄວາມຕ້ອງການຂອງລູກຄ້າໃນຫຼາຍຂຶ້ນອີກດ້ວຍ. ແຕ່ເຖິງຢ່າງໃດ, ການບໍລິການກໍອາດຈະແຕກຕ່າງກັນອອກໄປໃນແຕ່ລະປະເທດ, ແຕ່ລະວັດທະນະທໍາ. ດັ່ງນັ້ນ, ເຮົາກໍຕ້ອງກັບມາເຮັດວຽກບ້ານເບິ່ງວ່າບໍລິການແບບໃດທີ່ເຮົາຈະນຳເອົາມາໃຊ້ ແລະ ພັດທະນາຕໍ່ໃຫ້ເໝາະສົມກັບພຶດຕິກໍາຂອງລູກຄ້າຂອງເຮົາໃນແຕ່ລະສະຖານທີ່, ຈຶ່ງຈະເຮັດໃຫ້ລູກຄ້າໄດ້ຮັບບໍລິການທີ່ຖືກໃຈຫຼາຍທີ່ສຸດນັ້ນເອງ.

ເລື່ອງຂອງ Food Innovation ທີ່ເບິ່ງຄືວ່າຈະເປັນເລື່ອງໄກຕົວ ແຕ່ແທ້ຈິງແລ້ວ ມັນຢູ່ໃກ້ຕົວເຮົາພຽງປາຍນິ້ວມືນີ້ເອງ, ໃນອະນາຄົດເຮົາອາດຈະໄດ້ເຫັນຫຍັງຫຼາຍໆຢ່າງ ປ່ຽນໄປ ແລະ ມີການປັບຕົວຢູ່ຕະຫຼອດຈະເຮັດໃຫ້ເຮົາສາມາດຢູ່ລອດ ແລະ ເຕີບໂຕຕໍ່ໄປໄດ້ ການປ່ຽນແປງບໍ່ໄດ້ເປັນສິ່ງທີ່ເປັນຕາຢ້ານ, ແຕ່ສິ່ງທີ່ເປັນຕາຢ້ານແທ້ ແມ່ນການທີ່ເຮົາບໍ່ກ້າທີ່ຈະປ່ຽນແປງ. ດັ່ງນັ້ນ, ຢ່າຖ້າໂອກາດ ແຕ່ອອກໄປຕາມຫາມັນແທນ.

ແຫຼ່ງຂໍ້ມູນ: Hungry Biz

Comments