ນາຍົກອັງກິດ Boris Johnson ເຈັບຫົວນຳປະຊາຊົນອີກແລ້ວ (ດ້ວຍຄວາມເປັນຫ່ວງແທ້ໆ).

ຜູ້ປະທ້ວງຈຳນວນຫຼາຍ ໄດ້ອອກມາປະທ້ວງລັດຖະບານອັງກິດ ພາຍຫຼັງທີ່ໄດ້ປະກາດມາດຕະການໃຫມ່ ກໍຄື ປະຊາຊົນທຸກຄົນ ທີ່ອອກໄປທີ່ສາທາລະນະ ເປັນຕົ້ນແມ່ນ ບັນດາຮ້ານຄ້າ ແລະ ຫ້າງຊັບພະສິນຄ້າຕ່າງໆ ຕ້ອງໄດ້ໃສ່ໜ້າກາກປ້ອງກັນ (ກ່ອນໜ້ານີ້ ຈຳກັດການໃສ່ໜ້າກາກ ສະເພາະຕອນທີ່ນຳໃຊ້ລະບົບຂົນສົ່ງສາທາລະນະ).ການຊຸມນຸມເລີ່ມຂຶ້ນໂດຍກຸ່ມທີ່ຮ້ອງຕົນເອງວ່າ Keep Britain Free ຊຶ່ງອ້າງໃນເວັບໄຊທາງການວ່າສະໜັບສະໜູນ “ສິດເສລີພາບໃນການສະແດງອອກ ເສລີພາບແຫ່ງການເລືອກ ແລະ ເສລີພາບແຫ່ງຄວາມຄິດ” ເຖິງຢ່າງໃດກໍ່ຕາມ ປະກົດວ່າ ມີຜູ້ຊຸມນຸມຈໍານວນໜຶ່ງ ຍັງໃສ່ໜ້າກາກມາຊຸມນຸມ, ຊຶ່ງສ້າງຄວາມສັບສົນຢູ່ບໍ່ໜ້ອຍ (ເພາະມາຊຸມນຸມຮຽກຮ້ອງເພື່ອບໍ່ໃສ່ໜ້າກາກ No mask ແຕ່ພັດໃສ່ໜ້າກາກ). Johnson ຍັງບອກຕື່ມວ່າ ຜູ້ຝ່າຝຶນ ຈະຖືກເຈົ້າໜ້າທີ່ປັບໄໝສູງສຸດ 100 ປອນ (ປະມານ 1,1 ລ້ານກີບ



)#BorisJohnson ເຄີຍຕິດເຊື້ອ Covid ມາກ່ອນ ແລະ ຮັກສາຫາຍດີແລ້ວ.

Comments