ຈີນຄິດລະບົບສາກໄຟໄວແບບສຸດໆແຕ່ປອດໄພແນ່ນອນ ພຽງ 20 ນາທີສາກແບັດເຕີຣີ 4.000 mAh ເຕັມ 100%…

ໂທລະສັບ Smart Phone ເປັນອຸປະກອນທີ່ມີການໃຊ້ງານເລື້ອຍໆ ຈົນເກືອບຈະກາຍເປັນໜຶ່ງໃນອະໄວຍະວະທີ່ສໍາຄັນຂອງຄົນເຮົາໄປແລ້ວ ຈາກການສົມທຽບໃນອະດີດໂທລະສັບ Smart Phone 3G ສາກໃຫ້ເຕັມ 100% ຈະສາມາດຢູ່ໄດ້ປະມານ 1 ມື້ແລ້ວຈະນໍາໄປສາກຕອນກາງຄືນ , ແຕ່ໃນຍຸກ 4G ມີການໃຊ້ງານຫຼາຍຂຶ້ນເລື້ອຍໆ ຂະໜາດພຽງເຄິ່ງມື້ກໍຕ້ອງນໍາກັບໄປສາກຄືນອີກ.

ຫຼາຍຄ່າຍໂທລະສັບ Smart Phone ຈຶ່ງພະຍາຍາມອ້າງວ່າ ຕົນເອງມີແບັດເຕີຣີ ທີ່ທົນທານຕໍ່ການໃຊ້ງານໄດ້ຢ່າງຍາວນານ, ແຕ່ໃນຄວາມເປັນຈິງແບັດເຕີຣີທີ່ທົນທານແມ່ນແບັດເຕີຣີຂະໜາດໃຫຍ່ ທີ່ມີປະລິມານບັນຈຸໄຟຟ້າສູງ, ແຕ່ກໍມີຂໍ້ດ້ອຍໃນເລື່ອງຂອງການສາກທີ່ຕ້ອງໃຊ້ເວລາດົນຫຼາຍຂຶ້ນ, ຄ່າຍໂທລະສັບຈຶ່ງພະຍາຍາມຄິດຄົ້ນເຕັກໂນໂລຊີ ໃນການສາກໄຟໃຫ້ມີຄວາມໄວສູງຂຶ້ນທັງໃນຮູບຂອງ Quick Charge, SuperCharge ຫຼື Fast Charge.

ໂດຍ OPPO ໃນປະເທດຈີນໄດ້ຄິດຄົ້ນແບັດເຕີຣີ ຂະໜາດ 4.000mAh ພ້ອມດ້ວຍເຕັກໂນໂລຊີ Flash Charge ທີ່ຮອງຮັບການສາກສູງເຖິງ 125 ວັດ ເຊິ່ງສູງທີ່ສຸດໃນຕະຫຼາດ. ໃນຂະນະທີ່ iPhone11 Pro Max ຮອງຮັບການສາກໄວສູງສຸດ 18 ວັດ, ສ່ວນ Huawei ລຸ້ນດີໆຮອງຮັບການສາກໄວສູງສຸດ 22,5 ວັດ, ດ້ານ Samsung Galaxy Note10+ ຮອງຮັບການສາກໄວສູງສຸດ 25 ວັດ, ໃນຂະນະທີ່ OnePlus 7 Pro ແບຣນລູກຂອງ OPPO ຮອງຮັບການສາກໄວສູງສຸດທີ່ 30 ວັດ.

ສໍາລັບເຕັກໂນໂລຊີ Flash Charge ທີ່ຮອງຮັບການສາກສູງເຖິງ 125 ວັດຈະສາມາດສາກໄດ້ເຖິງ 41% ພາຍໃນໄລຍະເວລາພຽງ 5 ນາທີເທົ່ານັ້ນ ແລະ ສາມາດສາກເຕັມ 100% ໄດ້ພາຍໃນ 20 ນາທີ, ຍິ່ງໄປກວ່ານັ້ນການສາກໄວຍັງບໍ່ສົ່ງຜົນກະທົບຕໍ່ແບັດເຕີຣີເນື່ອງຈາກ OPPO ບອກວ່າ ອາຍຸການໃຊ້ງານຂອງແບັດເຕີຣີອາຍຸທີ່ຍາວນານໂດຍສາມາດສາກໄດ້ເຖິງ 800 ຮອບ ເຊິ່ງແບັດເຕີຣີຍັງຢູ່ໃນສະພາບເຖິງ 80% ເສີຍຫາຍພຽງ 20% ເທົ່ານັ້ນ.

ລວມໄປເຖິງການອອກແບບຊິບປະມວນຜົນອັດສະລິຍະ ສໍາລັບໃນການກວດວັດອຸນຫະພູມຂອງແບັດເຕີຣີ ໂດຍຊິບດັ່ງກ່າວຈະຮັກສາອຸນຫະພູມຂອງແບັດເຕີຣີ ແລະ ອຸປະກອນຕ່າງໆ ຂອງໂທລະສັບ ໃຫ້ມີຄວາມຮ້ອນຢູ່ທີ່ລະດັບບໍ່ເກີນ 40 ອົງສາ C ໃນລະຫວ່າງການສາກ, ຊ່ວຍຫຼຸດໂອກາດທີ່ແບັດເຕີຣີຈະເສື່ອມໄວ ແລະ ປ້ອງກັນການເກີດເຫດໄຟຟ້າລັດວົງຈອນຫາກເຄື່ອງ ຫຼື ແບັດເຕີຣີ ມີອຸນຫະພູມສູງເກີນໄປ. ຄວາມລັບຂອງ OPPO ໃນການສາກໄວຄັ້ງນີ້, ເກີດຈາກການຕິດຕັ້ງລະບົບ SuperVOOC ທີ່ມີຊື່ສຽງໃນເລື່ອງຂອງການສາກໄຟຢ່າງວ່ອງໄວນັ້ນເອງ.

ແຫຼ່ງຂໍ້ມູນ: https://www.marketingoops.com/news/brand-move/new-flash-charging-tech/

Comments