ມື້ນີ້!!! ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວຫາຍດີອີກ 82 ຄົນ

ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ຮສ ດຣ ບົວເທບ ພູມີນ ຮອງຫົວໜ້າກົມປິ່ນປົວ ແລະ ຟືນຟູໜ້າທີການ ກະຊວງສາທາລະນະສຸກ ໄດ້ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ໄດ້ຖະແຫລງຂ່າວປະຈຳວັນ ທີ 14 ພຶດສະພາ 2021.

ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ກ່າວວ່າ: ໃນວັນທີ 13 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1. 200ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 16 ຕົວຢ່າງ (15ຄົຍແມ່ນກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກ ແລະ ອີກ1ຄົນ ແມ່ນກໍລະນີຕິດເຊື້ອພາຍໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ). ເຮັດໃຫ້ຈໍານວນຜູ້ຕິດເຊື້ອສະສົມທັງໝົດ ເປັນ 1.498 ຄົນ, ເສຍຊີວີດໃໝ່ 1 ຄົນ(ເສຍຊິວິດສະສົມທັງໝົດ 2 ຄົນ).

ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວດີ ທັງໝົດ 513 ຄົນ (ໃໝ່ 82 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ; ຍັງນອນສືບຕໍ່ ຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 983 ຄົນ.

ສຳລັບ ຜູ້ທີ່ຖືກກຳນົດໃຫ້ອອກໂຮງໝໍ ເພື່ອໄປສືບຕໍ່ຕິດຕາມອາການຂອງຕົນຢູ່ເຮືອນແມ່ນ ໃຫ້ປະຕິບັດຕາມຄຳແນະນຳຂອງແພດ ຄື:


ແຍກຕົນເອງອອກຈາກຄົນໃນຄອບຄົວ ເປັນເວລາ 7 ວັນ ແລະ ບໍ່ໃຊ້ສິ່ງຂອງຮ່ວມກັນ
ວັດແທກ ແລະ ບັນທຶກອຸນຫະພູມທຸກວັນ ເຊົ້າ-ແລງ
ຕິດຕາມອາການຂອງຕົນ, ຖ້າຫາກ ຮູ້ສຶກບໍ່ສະບາຍ, ໃຫ້ທ່ານຮີບຮ້ອນໄປພົບແພດຢູ່
ສະຖານທີ່ບໍລິການໃກ້ບ້ານທ່ານ.

ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ກ່າວເນັ້ນວ່າ: ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ ເປັນຕົ້ນແມ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫຼີກລ້ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ້ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້.

ແຫຼ່ງຂ່າວ: https://laoedaily.com.la/2021/05/14/94662/

Comments