ເຈົ້າແຂວງຈຳປາສັກຕ້ອນຮັບຄະນະແພດ-ໝໍ ຊ່ຽວຊານ ຈາກ ສສ ຫວຽດນາມ

ແຫລ່ງຂ່າວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 15 ພຶດສະພາ 2021 ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ພ້ອມຄະນະ ໄດ້ຕ້ອນຮັບຄະນະແພດ-ໝໍ ຊ່ຽວຊານ ຈາກ ສສ ຫວຽດນາມ ນຳໂດຍ ທ່ານ ເຣື້ອງແອ໋ງເຢືອງ ຮອງກົມຄຸ້ມຄອງກວດ ແລະ ປິ່ນປົວ ພະຍາດ ສສ ຫວຽດນາມ, ມີຊ່ຽວຊານ ດ້ານຂະແໜງໄວຮັສ, ຈຸລິນຊີ, ຊ່ຽວຊານສະກັດກັ້ນພະຍາດຊຶມເຊື້ອ ແລະ ທິມແພດຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃນໂອກາດເດີນທາງມາຊ່ວຍແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ.

อาจเป็นรูปภาพของ 1 คน และกำลังยืน

ໂອກາດນີ້, ທ່ານ ເຣື້ອງແອ໋ງເຢືອງ ໄດ້ລາຍງານກ່ຽວກັບການແກ້ໄຂ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ ໂດຍໄດ້ເອົາໃຈໃສ່ຊ່ວຍ ເຫລືອໃນການຝຶກອົມຮົມ, ແນະນຳຂັ້ນຕອນ, ວິທີການ, ການສັກຢາວັກຊີນ ແລະ ການປິ່ນປົວ, ການຄຸ້ມຄອງ ແນະນໍາການປິ່ນປົວບໍ່ໃຫ້ຄົນເຈັບເສຍຊີວິດ, ການໃຫ້ຄວາມຮູ້ດ້ານວິຊາການ, ການຮັກສາ ແລະ ການຊອກຫາຜູ້ສໍາຜັດໃກ້ສິດກັບຜູ້ຕິດເຊື້ອ ເພື່ອປ້ອງກັນ ຄວບຄຸມ ການລະບາດຢູ່ໃນຊຸມຊົນ.

อาจเป็นรูปภาพของ 5 คน, ผู้คนกำลังยืน, ผู้คนกำลังนั่ง และสถานที่ในร่ม

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ໄດ້ສະແດງການຕ້ອນ ຮັບ ແລະ ຕີລາຄາສູງ ຕໍ່ຄະນະແພດ-ໝໍ ຊ່ຽວຊານ ຈາກ ສສ ຫວຽດນາມ ທີ່ເດີນທາງມາຊ່ວຍແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ. ພ້ອມກັນນັ້ນ, ໄດ້ສະແດງຄວາມຮູ້ບຸນຄຸນໄປຍັງ ລັດຖະບານ ສສ ຫວຽດນາມ ທີ່ຍາມໃດກໍໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ, ອວຍພອນແດ່ ສາຍພົວພັນຄວາມສາມັກຄີພິເສດ ແລະ ການຮວ່ມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງຕະຫລອດໄປ.

ຂ່າວ: ທັດຊະນະ

Comments