ອັດຕະປື ຮີບຮ້ອນສັກຢາວັກຊິນໃຫ້ປະຊາຊົນ ເພື່ອປ້ອງກັນພະຍາດໂຄວິດ-19

ແຂວງອັດຕະປື ຮີບຮ້ອນສຸມໃສ່ການສັກວັກຊິນກັນພະຍາດໂຄວີດ-19 ຢ່າງເປັນຂະບວນກວ້າງຂວາງ,ໂດຍແມ່ນທີມງານສັກຢາຂັ້ນແຂວງ, ຂັ້ນເມຶອງ ໄດ້ລົງເຄຶ່ອນໄຫວສັກວັກຊີນປອ້ງກັນການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ເມຶອງສະໝາມໄຊ, ປະກອບມີ 6 ຈຸດ ຄຶ: ຈຸດບ້ານດົງບາກ, ບ້ານແທ , ບ້ານຕະມໍຢອດ , ບ້ານໄຊດອນໂຂງ, ບ້ານປາກບໍ່ ແລະ ບ້ານແບ່ງວິໄລ , ເຊີ່ງເປັນຂະບວນການໃນການສັກວັກຊິນປ້ອງກັນພະຍາດໂຄວິດ 19 ເພື່ອໃຫ້ບັນລຸຕາມຕົວເລກເປົ້າໝາຍທີ່ວາງໄວ້ ໂດຍໄດ້ແຕ່ງຕັ້ງໜ່ວຍເຄື່ອນທີ່ບໍລິການສັກວັກຊິນໃຫ້ປະຊາຊົນແຕ່ວັນທີ 12 – 18 ພຶດສະພາ 2021, ທາງທີມງານແພດໝໍ ໄດ້ລົງໃຫ້ບໍລິການຢູ່ທີ່ 6 ຈຸດຂອງເມືອງສະໝາມໄຊ ແຂວງອັດຕະປື,ເຊິ່ງເຫັນວ່າຈຳນວນຜູ້ມາຮັບການສັກວັກຊິນ ແມ່ນຍັງມີໜ້ອຍເມື່ອທຽບໃສ່ບ້ານອື່ນທີ່ໄດ້ເຄື່ອນໄຫວຜ່ານມາ ສາເຫດອາດຍ້ອນວ່າປະຊາຊົນຍັງມີຄວາມກັງວົນເລື່ອງຜົນຂ້າງຄຽງ,ແຕ່ທາງອຳນາດການປົກຄອງບ້ານ ກໍ່ຈະໄດ້ສືບຕໍ່ເອົາໃຈໃສ່ປຸກລະດົມເຊີນຊວນປະຊາຊົນພາຍໃນບ້ານໃຫ້ອອກມາຮັບສັກວັກຊິນ ເພື່ອປ້ອງກັນພະຍາດໂຄວິດ 19 ໃຫ້ໄດ້ຄົບຕາມເປົ້າໝາຍ.

อาจเป็นรูปภาพของ 1 คน, กำลังนั่ง และกำลังยืน
อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังนั่ง

ໃນນັ້ນຍັງໄດ້ຮຽກຮ້ອງໃຫ້ປະຊົນຈົ່ງພ້ອມກັນໄປສັກວັກຊີນກັນພະຍາດໂຄວິດ-19 ໂດຍບໍ່ໄດ້ເສຍຄ່າ ຢູ່ຕາມສະ ຖານທີ່ໃກ້ບ້ານທ່ານໃນໂມງລັດຖະການ ເນື່ອງຈາກຜູ້ທີ່ສັກວັກຊີນ ຊ່ວຍໃຫ້ສາມາດມີພູມຄຸ້ມກັນປ້ອງກັນຈາກການຕິດເຊື້ອພະຍາດໂຄວິດໄດ້.ຂໍສະແດງຄວາມຍອ້ງຍໍຊົມເຊີຍມາຍັງ ອົງການ KOICA ທີ່ມີຄວາມເປັນຫວ່ງເປັນໄຍ ແລະເຫັນຄວາມສຳຄັນຕໍ່ຊີວິດ ແລະ ສຸຂະພາບຂອງປະຊາຊົນບັນດາເຜົ່າແຂວງອັດຕະປຶ ,ເຊີ່ງສະໝັບສະໜູນງົບປະມານໃນການລົງເຄຶ່ອນທີ່ໃນຄັ້ງນີ້.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง และผู้คนกำลังยืนอาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังนั่ง

ຂ່າວ: ບັງອອນ ສທຂ

Comments