ຄະນະແພດແລະຊ່ຽວຊານຈາກ ສສ ຫວຽດນາມ ຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ

ວັນທີ 11ພຶດສະພາ 2021 ຜ່ານມານີ້ ທີ່ໂຮງແຮມຈຳປາສັກແກຣນ ແຂວງຈຳປາສັກມີພິທີຕ້ອນຮັບຄະນະແພດແລະຊ່ຽວຊານຈາກ ສສ ຫວຽດນາມທີ່ເດີນ ທາງມາຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ເຊິ່ງໃຫ້ກຽດຕ້ອນຮັບຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າຈຳປາສັກ, ຫົວໜ້າຄະນະສະເພາະກິດຂັ້ນແຂວງ, ມີທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ, ບັນດາຕາງໝ້າຄະນະສະເພາະກິດພ້ອມດ້ວຍພະນັກງານແພດໝໍຂອງແຂວງເຂົ້າຮ່ວມ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ການລົງເຄື່ອນໄຫວຂອງຄະນະແພດແລະ ຄະນະແພດຊ່ຽວຊານຂອງ ສສຫວຽດນາມໃນຄັ້ງນີ້ມີຈຳນວນ 18 ທ່ານ, ນໍາໂດຍ ທ່ານ ເວືອງແອ໋ງເຢືອງ ຮອງກົມຄຸ້ມຄອງກວດແລະປີ່ນປົວພະຍາດ, ຄະນະແພດຈາກກະຊວງສາທາລະນະສຸກ ຈຳນວນ5 ທ່ານ ນໍາໂດຍທ່ານ ດຣ ປະນອມ ຟອງມະນີ ຮອງຫົວໜ້າກົມອະນາໄມແລະສົ່ງ ເສີມ ສຸຂະພາບກະຊວງສາທາລະນະສຸກ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ໃນໂອກາດດັ່ງກ່າວ ກໍ່ໄດ້ມີການພົບປະກັບການນຳຂັ້ນແຂວງ,ປະຊຸມຮ່ວມກັບຄະນະສະເພາະກິດຂອງແຂວງ ແລະໄດ້ຮັບຟັງການ ລາຍງານເຖິງສະພາບການຈັດຕັ້ງປະຕິບັດຕົວຈິງຂອງແຂວງຈຳປາສັກໃນໄລຍະຜ່ານມາໃຫ້ແກ່ຄະນະແພດຮັບຊາບ,ເພື່ອຕີລາຄາຄືນອັນດີ,ອັນຄົງຄ້າງບົດຮຽນທີ່ຖອດ ຖອນໄດ້ເພື່ອວາງແຜນໃນການຈັດຕັ້ງປະຕິບັດການປ້ອງກັນ, ຄວບຄຸມການລະຍາດຂອງພະຍາດໂຄວິດ-19ໃຫ້ແທດເໝາະກັບສະພາບຕົວຈິງໃນຕໍ່ໝ້າ

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

Comments