ຫວຽດນາມ ສະເໜີຫລາຍວິທີ ໃນການຊ່ວຍເຫລືອ ເພື່ອສະກັດກັ້ນການລະບາດເຊື້ອພະຍາດ COVID-19

ຄະນະຜູ້ແທນກະຊວງສາທາລະນະສຸກຫວຽດນາມ ໄດ້ປະສານສົມທົບກັບເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງ ເພື່ອຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນການສະກັດກັ້ນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ COVID-19.

ກະຊວງສາທາລະນະສຸກຫວຽດນາມ ໄດ້ຈັດກອງປະຊຸມທາງໄກ ກັບຄະນະຜູ້ຊ່ຽວຊານ ເພື່ອຊ່ວຍເຫລືອ
ປະເທດລາວ ໃນການສະກັດກັ້ນການລະບາດຂອງເຊື້ອພະຍາດ COVID-19.

ພາຍຫລັງມາຮອດປະເທດລາວ, ຄະນະຜູ້ແທນກະຊວງສາທາລະນະສຸກ ໄດ້ປະສານສົມທົບກັບເຈົ້າໜ້າທີ່ເພື່ອປະຕິບັດມາດຕະການສະກັດກັ້ນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ COVID-19. ໃນວັນທີ 11-13 ພຶດສະພາ 2021, ຄະນະຜູ້ແທນໄດ້ມີແຜນການເຄື່ອນໄຫວ ເຮັດວຽກຢູ່ພະແນກສາທາລະນະສຸກ ແຂວງ ຈຳປາສັກ, ຮັບຟັງການລາຍງານສະພາບການລະບາດຂອງພະຍາດ ຢູ່ແຂວງຈຳ ປາສັກ. ພ້ອມດຽວກັນ, ກໍໄດ້ປຶກສາຫາລືກ່ຽວກັບມາດຕະການທີ່ໄດ້ ແລະ ກຳລັງຈັດຕັ້ງປະຕິບັດໃນການສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດຂອງແຂວງ; ປຶກສາຫາລືບັນຫາຄົນເຂົ້າເມືອງ ແລະການກັກກັນແຍກປ່ຽວ; ແລກປ່ຽນປະສົບການ ແລະ ບົດຮຽນຈາກການຕອບໂຕ້ກັບການສະກັດກັ້ນ ແລະຄວບຄຸມການລະບາດຂອງເຊື້ອພະຍາດ COVID-19 ຢູ່ເມືອງດານັ໋ງ, ກວ໋າງນາມ, ແລະ ກວາງງ໊າຍ; ປະສົບການການວິເຄາະກວດຫາເຊື້ອໃນຊຸມຊົນຂອງຫວຽດນາມ.

ປະເທດລາວກຳລັງຈັດຕັ້ງປະຕິບັດ ການລ໋ອກດາວຕາມຄຳສັ່ງເລກທີ 15/ນຍາ ຂອງນາຍົກລັດ ຖະມົນຕີ, ໄດ້ປີດການເຂົ້າອອກລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ບ້ານຕໍ່ບ້ານ. ຕໍ່ກັບສະພາບການທີ່ກຳລັງມີການຜັນແປຢ່າງສັບສົນ ຂອງການລະບາດຢູ່ແຂວງຈຳປາສັກຂອງລາວ, ຄະນະຜູ້ແທນກະຊວງສາທາລະນະສຸກຫວຽດນາມ ໄດ້ແບ່ງອອກເປັນ 2 ກຸ່ມ ຄື: ທີມງານປ້ອງກັນນຳໂດຍ ທ່ານ ດຣ ຫງວຽນ ກົງ ແຄງ ເປັນຫົວໜ້າທີມ, ເຊິ່ງມີໜ້າທີ່ຮັບຜິດຊອບໃນການເຝົ້າລະວັງພະຍາດລະບາດ, ການກວດຫາເຊື້ອ, ການກຳນົດເປົ້າໝາຍທີ່ຕ້ອງກັກກັນແຍກປ່ຽວ, ວຽກງານວິເຄາະຫາເຊື້ອພະຍາດ, ການສັກຢາຢາວັກຊິນ, ແລະ ສຸຂະອະນາໄມສິ່ງແວດລ້ອມ; ທີມງານຄຸ້ມຄອງການປິ່ນປົວແມ່ນນຳໂດຍທ່ານ ດຣ ເວືອງ ແອັ໋ງ ເຢືອງ ເປັນຫົວໜ້າທີມ ມີໜ້າທີ່ຮັບຜິດຊອບໃນການຮັບປະກັນຄວາມປອດໄພໃຫ້ແກ່ໂຮງໝໍ ແລະ ສະຖານທີ່ກວດ ແລະ ປິ່ນປົວພະຍາດເພື່ອສະກັດກັ້ນກັບພະຍາດ COVID-19; ຄວາມສາມາດໃນການປິ່ນປົວ ແລະຄຸ້ມຄອງຜູ້ຕິດເຊື້ອ COVID-19.

ທີມງານຄຸ້ມຄອງການປິ່ນປົວໄດ້ລົງກວດກາຕົວຈິງຢູ່ພາກສະໜາມ ແລະ ສຳຫລວດສະຖານະການຢູ່ບັນດາໂຮງໝໍ ເຊິ່ງປະກອບ ມີ: ໂຮງໝໍແຂວງຈຳປາສັກ (ນະຄອນປາກເຊ); ໂຮງໝໍເມືອງໂພນທອງ (ເມືອງໂພນທອງ); ໂຮງໝໍສະໜາມ ເມືອງປາກເຊ; ໂຮງໝໍ 106 ນະຄອນປາກເຊ ກ່ຽວກັບແຜນການຮັບມືຂອງບັນດາໂຮງໝໍດັ່ງກ່າວ ເມື່ອມີການລະບາດຂອງເຊື້ອພະຍາດ COVID-19; ການກວດພະຍາດ ແລະ ແຍກຄົນເຈັບທີ່ເຂົ້າມາປິ່ນປົວ; ວຽກງານກາບົ່ງມະຕິ, ການແນະນໍາວິທີການປິ່ນປົວທີ່ນໍາໃຊ້ໃນປັດ ຈຸບັນ.

ສຳລັບວຽກງານຮັກສາປິ່ນປົ່ວ, ຄະນະຜູ້ຊ່ຽວຊານຂອງກະຊວງສາທາລະນະສຸກ ໄດ້ສະເໜີ ແລະແນະນຳສະຖານທີ່ການແພດຕ່າງໆ ເພື່ອສ້າງແຜນການລວມຂອງຄະນະສະເພາະກິດ ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ COVID-19 ແຕ່ລະຂັ້ນ, ຕ້ອງມີແຜນຕອບສະໜອງທີ່ສອດຄ່ອງກັບລະດັບຕ່າງໆ ຂອງການລະບາດທີ່ຈະເກີດຂຶ້ນ; ທາງເຂົ້າປະຕູໂຮງໝໍ ຄວນມີປ້າຍເຕືອນບ່ອນທີ່ກຳລັງປິ່ນປົວ COVID-19 ເພື່ອບໍ່ໃຫ້ປະຊາຊົນເຂົ້າໄປໂດຍພາລະການ ແລະ ມີເສັ້ນລວດສີ ເຫລືອງມັດໃສ່ປະຕູທາງເຂົ້າໂຮງໝໍ; ຕິດຕັ້ງກ້ອງວົງຈອນປິດໃນຫ້ອງປິ່ນປົ່ວຄົນເຈັບ ແລະ ປະຕູໂຮງໝໍ ເພື່ອຕິດຕາມຄົນເຈັບຢ່າງສະດວກ ແລະ ຕິດຕາມເມື່ອຄົນເຂົ້າ – ອອກ ໂຮງໝໍໂດຍພາລະການ; ຕັ້ງປ້ອມຍາມຢູ່ປະຕູເຂົ້າ ເພື່ອຄວບຄຸມຄົນເຂົ້າອອກ ແລະ ໃນກໍລະນີສຸກເສີນສາມາດແນະນຳແຍກຄົນເຈັບ; ປະກອບເຄື່ອງພົ່ນຢາຂ້າເຊື້ອ ສຳລັບລົດທີ່ເຂົ້າອອກ ແລະ ສົ່ງຄົນເຈັບອອກຈາກໂຮງໝໍ; ມີການແຍກເສັ້ນທາງ, ແນະນຳລະອຽດເພື່ອໃຫ້ລົດສຸກເສີນ ສາມາດປະຕິບັດຕາມຄຳແນະນຳໃນການສົ່ງຄົນເຈັບເຂົ້າໄປເຂດປິ່ນປົວ. ນອກຈາກນີ້, ຄະນະຍັງໄດ້ແນະນຳໃຫ້ທ້ອງຖິ່ນ ຕ້ອງເຊື່ອມຕໍ່ລະບົບເຕັກໂນໂລຢີຂໍ້ມູນຂ່າວສານທາງໄກ ເພື່ອເຊື່ອມຕໍ່ການປຶກສາຫາລືກັບໜ່ວຍງານໂຮງໝໍແຂວງອື່ນໆ ແລະ ລາຍງານຜົນໄດ້ຮັບປະຈຳວັນ; ຕ້ອງການເພີ່ມຊັບພະຍາກອນມະນຸດ ເພື່ອການປິ່ນປົວຜູ້ຕິດເຊື້ອ COVID-19, ມີຄຳແນະນຳໃນການແກ້ໄຂການຕິດເຊື້ອໃນການປິ່ນປົວຄົນເຈັບ COVID-19.

ຄະນະຜູ້ແທນຊ່ຽວຊານ ກະຊວງສາທາລະນະສຸກຫວຽດນາມ ໄດ້ສະເໜີ ແລະ ແບ່ງປັນວິທີແກ້ໄຂເພື່ອປັບປຸງຄວາມສາມາດໃນການວິເຄາະກວດຫາເຊື້ອ ເຊັ່ນ: ການວິເຄາະຕົວຢ່າງທີ່ລວບລວມເພື່ອເພີ່ມຄວາມສາມາດ ແລະ ຈຳນວນຕົວຢ່າງທີ່ຖືກວິເຄາະຫາເຊື້ອ; ຝຶກອົບຮົມສະມາຊິກຂອງຄະນະສະເພາະກິດເພື່ອສະກັດກັ້ນ ແລະຄວບຄຸມການລະບາດຂອງເຊື້ອພະຍາດ COVID-19 ຢູ່ໃນບ້ານ ກ່ຽວກັບຂັ້ນຕອນໃນການກວດກາ ແລະ ຕິດຕາມຜູ້ທີ່ສົງໃສວ່າຕິດເຊື້ອ COVID-19 ຢູ່ໃນເຂດກັກກັນ. ພ້ອມດຽວກັນນີ້, ກໍ່ສະເໜີໃຫ້ທ້ອງຖິ່ນສ້າງຕັ້ງ ແລະ ຝຶກອົບຄະນະສະເພາະກິດ ເພື່ອສະກັດກັ້ນ ແລະ ຄວບຄຸມການລະ ບາດຂອງເຊື້ອພະຍາດ COVID-19 ຢູ່ໃນບ້ານ ແລະ ໝູ່ບ້ານໃນແຕ່ລະເຂດ; ຂະຫຍາຍ ແລະ ນຳໃຊ້ໃບປິ່ວໂຄສະນາ ກ່ຽວກັບການປ້ອງກັນ ແລະ ຕ້ານພະຍາດ COVID-19 ພາຍໃຕ້ການຊີ້ນຳຂອງກະຊວງສາທາລະນະສຸກລາວ ແລະ ຄຳແນະນຳສະເພາະ ສຳລັບກຸ່ມເຝົ້າລະວັງ ແລະ ກຸ່ມສ່ຽງ; ການເກັບຮັກສາຂໍ້ມູນ ກ່ຽວກັບຜູ້ທີ່ໄດ້ຮັບການສັກຢາວັກແຊງCOVID-19 ຢູ່ໃນບ້ານ ເພື່ອການເຜີຍແຜ່ໂຄ ສະນາສ້າງຄວາມເຂັ້ມແຂງໃຫ້ວຽກງານສັກຢາວັກແຊງ ແລະ ຕິດຕາມຜູ້ທີ່ໄດ້ຮັບການສັກຢາວັກແຊງ; ເພີ່ມທະວີການຕິດຕາມກວດກາ, ໃຫ້ຄວາມຊ່ວຍເຫລືອບັນດາແຂວງ, ນະຄອນໃນເຂດທີ່ຖືກລ໋ອກດາວ ແລະ ການຕິດຕາມຢູ່ໃນຊຸມຊົນ.

ນອກຈາກນັ້ນ, ໃນວັນທີ 14-15 ພຶດສະພາ ຄະນະຜູ້ຊ່ຽວຊານຂອງກະຊວງສາທາລະນະສຸກ ຈະສືບຕໍ່ສຳຫລວດສະພາບຕົວຈິງ ຢູ່ບັນດາທ້ອງຖິ່ນ ທີ່ສອງຝ່າຍໄດ້ຕົກລົງເຫັນດີໃນການສ້າງແຜນການເຮັດວຽກ. ຄາດວ່າ ໃນວັນທີ 15 ພຶດສະພາ, ຄະນະຜູ້ແທນຈະໄດ້ຈັດກອງປະຊຸມ ກັບການນໍາພະແນກສາ ທາລະນະສຸກ, ການນຳ ແລະ ພະນັກງານວິຊາການຂອງສະຖານການແພດຈຳນວນໜຶ່ງ ທີ່ຄະນະຜູ້ແທນໄດ້ໄປຢ້ຽມຢາມ ແລະ ເຮັດວຽກນໍາ. ພ້ອມດຽວກັນນີ້, ເຮັດວຽກຮ່ວມກັບການນຳຂອງການປົກຄອງແຂວງຈຳປາສັກ ເພື່ອແລກປ່ຽນບັນດາມາດຕະການສະກັດກັ້ນ ແລະ ຄວບຄຸມການລະບານດຂອງເຊື້ອພະຍາດ COVID-19 ສຳລັບຄົນເຂົ້າເມືອງ; ມາດຕະການສະກັກກັ້ນ ແລະຄວບຄຸມການຕິດເຊື້ອ SARS-CoV-2 ໃນຊຸມຊົນ; ມາດຕະການໃນການເຜີຍແຜ່ໂຄສະນາ ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19; ແນະນຳຂັ້ນຕອນການຈັດການບັນທຶກທາງການແພດ; ເງື່ອນໄຂການອອກໂຮງໝໍສຳລັບຄົນເຈັບ ທີ່ກຳລັງຮັບການປິ່ນປົວພະຍາດ COVID -19.

ແຫຼ່ງຂ່າວ: ຂປລ

Comments