ໃນວັນທີ 15 ພຶດສະພາ 2021, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ໄດ້ຝຶກອົບຮົມການຄຸ້ມຄອງກໍລະນີພະຍາດ ໂຄວິດ-19 ໃຫ້ແກ່ນັກສຶກສາແພດທີ່ຈະລົງໄປປະຈຳຢູ່ໂຮງໝໍພາກສະໜາມ, ເຊິ່ງແພດທີ່ລົງປະເຮັດໜ້າທີ່ຢູ່ພາກສະໜາມ ຈະຕ້ອງໄດ້ຮຽນຮູ້ກ່ຽວກັບການຈັດລະດັບຄວາມຮ້າຍແຮງຂອງພະຍາດ, ການຄຸ້ມຄອງກໍລະນີພະຍາດ, ການປະຕິບັດການກັນການຕິດເຊື້ອແບບມາດຕະຖານ, ກັນການຕິດເຊື້ອຕາມເສັ້ນທາງຕິດຕໍ່, ການໃສ່ຊຸດປ້ອງກັນຕົນເອງ ແລະ ມາດຕະການອື່ນໆເພື່ອໃຫ້ພະນັກ ງານແພດມີຄວາມປອດໄພຈາກການຕິດເຊື້ອໃນສະຖານທີ່ປິ່ນປົວ.



ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ