ສະມາຄົມນັກຂ່າວ ຫາລືການກະກຽມ ສະເຫລີມສະຫລອງວັນສື່ມວນຊົນ ຄົບຮອບ 71 ປີ

ໃນວັນທີ 8 ກໍລະກົດ 2021, ສະມາຄົມສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກອງປະ ຊຸມປຶກສາຫາລື ເພື່ອກະກຽມຈັດກິດຈະກຳສະເຫລີມສະຫລອງ ວັນສື່ມວນຊົນລາວ ຄົບຮອບ 71 ປີ (13/8/1950-13/8/2021) ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ມີຮອງປະທານ ພ້ອມດ້ວຍຄະນະສະມາຄົມນັກຂ່າວ ເຂົ້າຮ່ວມ.

May be an image of 1 ຄົນ, ນັ່ງ ແລະ ໃນຮົ່ມ

ກອງປະຊຸມຄັ້ງນີ້, ຄະນະມາຄົມນັກຂ່າວ ແມ່ນໄດ້ແບ່ງຄວາມຮັບຜິດຊອບແຕ່ລະກິດຈະກຳ ໃຫ້ແຕ່ລະຄົນຮັບຜິດຊອບ, ເຊິ່ງການຈັດກິດຈະກຳສະເຫລີມສະຫລອງວັນສື່ມວນຊົນລາວ ໃນປີນີ້ ຈະໄດ້ຈັດສຳມະນາໃຫ້ແກ່ນັກສື່ມວນຊົນລາວຢູ່ສູນກາງ, ແຂ່ງຂັນຄຣິບວີດີໂອສັ້ນ ແລະ ແຂ່ງຂັນກິລາມິດຕະພາບ ໂດຍຮ່ວມກັບ ວິທະຍຸສາກົນແຫ່ງ ສປ ຈີນ (CRI) ປະຈຳ ສປປ ລາວ.

May be an image of 7 ຄົນ, people sitting, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ກ່າວວ່າ: ການຈັດກິດຈະກຳຄັ້ງນີ້, ກໍເພື່ອເປັນການລະນຶກເຖິງວັນສື່ມວນຊົນລາວ ຄົບຮອບ 71 ປີ ແລະ ທັງເປັນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີນໍາອີກ. ພ້ອມກັນນີ້, ກໍເພື່ອເຮັດໃຫ້ສັງຄົມ ແລະ ຖັນແຖວສື່ມວນຊົນ ເຫັນໄດ້ໝາກຜົນແຫ່ງການເຄື່ອນໄຫວຂອງສື່ມວນຊົນລາວໃນໄລຍະ 1 ປີ ຜ່ານມາ, ທັງເປັນການພັດທະ ນາວົງການສື່ໃຫ້ມີຄວາມເຕີບໃຫຍ່ ແລະ ທັນສະໄໝເປັນກ້າວໆ ໂດຍສະເພາະໃຫ້ນັກຂ່າວ ໄດ້ສະແດງອອກເຖິງວິໃສທັດ ໃນການພັດທະນາຕົນເອງ ໃຫ້ສົມກັບຖານະບົດບາດເປັນກະບອກສຽງຂອງພັກ-ລັດ.ນອກຈາກນີ້, ກໍເພື່ອເປັນການສ້າງຄວາມສາມັກຄີ, ແລກປ່ຽນ ແລະ ຖອດຖອນບົດຮຽນນຳກັນລະ ຫວ່າງຜູ້ເຮັດວຽກງານສື່ມວນຊົນລາວ ແລະ ສື່ມວນຊົນຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ແຫຼ່ງທີ່ມາ: ຂປລ

Comments