ຈຳປາສັກ ກຽມຂະຫຍາຍໂຮງໝໍພາກສະໜາມ ຮອງຮັບກໍລະນີຕິດເຊື້ອໂຄວິດໃໝ່

ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ທັງເປັນຜູ້ປະຈຳການ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ຂັ້ນແຂວງ ໄດ້ໃຫ້ສຳພາດກັບນັກຂ່າວ ສຳນັກຂ່າວສານປະເທດລາວ ໃນວັນທີ 7 ກໍລະກົດ 2021 ນີ້ວ່າ: ປັດຈຸບັນ, ແຂວງຈຳປາສັກ ກຽມຂະຫຍາຍໂຮງໝໍພາກສະໜາມ ຕື່ມອີກ 2 ແຫ່ງ ເພື່ອຮອງຮັບຄົນເຈັບທີ່ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍ 106 ແລະ ວິທະຍາໄລການເງິນພາກໃຕ້ ເນື່ອງຈາກຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ພາຍໃນແຂວງມີຈຳນວນເພີ່ມຂຶ້ນ, ເຊິ່ງນັບແຕ່ຕົ້ນປີ 2021 ຫາ ວັນທີ 7 ກໍລະກົດ 2021 ມີຜູ້ຕິດເຊື້ອທັງໝົດ 571 ຄົນ, ຍິງ 273 ຄົນ (ຕິດເຊື້ອໃນຊຸມຊົນ 118 ຄົນ ແລະ ຕິດເຊື້ອນໍາເຂົ້າຈາກແຮງງານກັບມາແຕ່ປະເທດເພື່ອນບ້ານ 453 ຄົນ), ໃນນັ້ນ ມີຜູ້ຕິດເຊື້ອຕ່າງແຂວງ 190 ຄົນ ປະກອບມີ: ສາລະວັນ 154 ຄົນ, ສະຫວັນນະເຂດ 18 ຄົນ, ນະຄອນຫລວງ 9 ຄົນ, ຄໍາມ່ວນ 6 ຄົນ, ບໍລິຄໍາໄຊ, ເຊກອງ ແລະ ແຂວງວຽງຈັນ ແຂວງລະ 1 ຄົນ. ມາຮອດປັດຈຸບັນ, ປິ່ນປົວຫາຍດີສະສົມ 371 ຄົນ, ຍັງສືບຕໍ່ປິ່ນປົວຈໍານວນ 200 ຄົນ ຢູ່ສູນປິ່ນປົວເມືອງໂພນທອງ ແລະ ໂຮງໝໍພາກສະໜາມຫລັກ 21.ທ່ານ ໂສມ ບຸດຕະກຸນ ໃຫ້ຮູ້ຕື່ມວ່າ: ແຮງງານລາວທີ່ເຂົ້າມາ ຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກ ສະສົມປີ 2021 ຮອດປັດຈຸບັນ ມີທັງໝົດ 11.090 ຄົນ ໃນນັ້ນ ຈໍາປາສັກ 7.044 ຕ່າງແຂວງ 4.046 ຄົນ. ສໍາລັບແຮງງານທີ່ເຂົ້າມາຈໍາກັດບໍລິເວນທີ່ສູນຫລັກ 21 ປະຈຸບັນມີ 1.020 ຄົນ, ຍິງ 432 ຄົນ.

May be an image of ໜຶ່ງຄົນຂຶ້ນໄປ, ຜູ້ຄົນກຳລັງຢືນຢູ່ ແລະ outdoors

ໃນຂະນະດຽວກັນ, ທ່ານ ດຣ ລັດສະໝີ ສີພັນ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ແຂວງຈຳປາສັກ ໄດ້ກ່າວວ່າ: ປັດຈຸບັນ, ແຮງງານລາວທີ່ເຂົ້າມາຢູ່ສູນກັກກັນມີຈຳນວນຫລາຍ ມື້ໜຶ່ງມີເຖິງ 100 ຫາ 200 ຄົນ ເຮັດໃຫ້ພວກເຮົາມີຄວາມຫຍຸ້ງຍາກຫລາຍ ເນື່ອງຈາກສະຖານທີ່ຮອງຮັບບໍ່ພຽງພໍ, ເຄື່ອງອຸປະໂພກ ແລະ ເຄື່ອງໃຊ້ຕ່າງໆທີ່ຈຳເປັນກໍບໍ່ພຽງພໍ ເປັນຕົ້ນ ສາດ, ໝອນ, ມຸ້ງ, ນ້ຳຢາຂ້າເຊື້ອ, ສະບູ ແລະ ອື່ນໆ. ສໍາລັບ ຢູ່ສູນປິ່ນປົວ 2 ແຫ່ງ ທີ່ປິ່ນປົວຜູ້ທີ່ມີອາການເບົາບາງ ຫາຮ້າຍແຮງ ກໍພົບຄວາມຫຍຸ້ງຍາກຄືກັນ ເພາະວ່າຈຳນວນຜູ້ຕິດເຊື້ອກໍມີທ່າອ່ຽງເພີ່ມຂຶ້ນ ເຮັດໃຫ້ສູນປິ່ນປົວດັ່ງກ່າວເຕັມ. ສະນັ້ນ, ພວກເຮົາຈຳເປັນຕ້ອງໄດ້ຂະຫຍາຍ ໂຮງໝໍພາກສະໜາມເພີ່ມຕື່ມ ເພື່ອຮອງຮັບຄົນເຈັບທີ່ຕິດເຊື້ອໃໝ່, ແຕ່ກໍຍັງມີຄວາມຕ້ອງການ ສາດ, ໝອນ, ມຸ້ງ ແລະ ອຸປະ ກອນຮັບໃຊ້ທີ່ຈຳເປັນຕ່າງໆ ເພື່ອຮັບໃຊ້ຢູ່ໃນໂຮງໝໍພາກສະໜາມດັ່ງກ່າວ.

May be an image of ທ້ອງຟ້າ
May be an image of outdoors

Comments