10 ສາເຫດຂອງການຂໍຢ່າຮ້າງໃນ ສປປ ລາວ

ປັດຈຸບັນ, ສາເຫດໃໝ່ທີ່ມາແຮງທີ່ສຸດໃນການຢ່າຮ້າງອີກຢ່າງໜຶ່ງກໍຄື ການຕິດເກມ ອີງຕາມການລາຍງານຂອງປະເທດອັງກິດໃຫ້ຮູ້ວ່າ ມີສາມີພັນລະຍາຫຼາຍກວ່າ 200 ຄູ່ ໃນອັງກິດ ໃຫ້ເຫດຜົນຂອງການຢ່າຮ້າງວ່າເປັນເພາະ “ຕິດເກມ” ໂດຍການໃຫ້ຂໍ້ມູນຈາກ ເວັບໄຊ  Divorce Online   ແລະ ເກມ Fortnite ແມ່ນເປັນອັນດັບທຳອິດເຖິງ 5% ຈາກຄູ່ສາມີພັນລະຍາທັງໝົດ ແລະ ເປັນເກມໄດ້ຮັບຄວາມນິຍົມດາວໂຫຼດຈາກ  Android  ເຖິງ 15 ລ້ານຄັ້ງ. ການສຳຫຼວດນີ້ໄດ້ທົດລອງກັບກຸ່ມຕົວຢ່າງ 4.665 ຄູ່ໃນປະເທດອັງກິດ ໃນປີ 2018 ເທົ່ານັ້ນ.  ໂດຍກ່ອນໜ້ານີ້ແມ່ນຈະເປັນບັນຫາ ຢາເສບຕິດ ຫຼື ການພະນັນ ສ່ວນການຕິດອອນໄລ໌ ຫຼື ເກມ ແມ່ນຫາກໍ່ເກີດຂຶ້ນວ່າງບໍ່ເທົ່າໃດປີມານີ້.

ແຕ່ສຳລັບໃນ ສປປ ລາວ ແລ້ວ ຖ້າຜົວ ຫຼື ເມຍຕ້ອງການຢ່າຮ້າງແມ່ນຕ້ອງ ມີ 10 ສາເຫດ ຕາມກົດໝາຍຄອບຄົວ (ສະບັບປັບປຸງ) ເລກທີ 98/ສພຊ, ລົງວັນທີ 26/07/2008 ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ ແລະ ປະກາດໃຊ້ໂດຍລັດຖະດໍາລັດເລກທີ 112/ປປທ, ລົງວັນທີ 18 ສິງຫາ 2008 ຂອງປະທານປະເທດແຫ່ງ ສປປ ລາວ,​ ມາດຕາ 20 (ໃໝ່) : ສາເຫດຂອງການຂໍຢ່າຮ້າງ 

ຜົວ ຫຼື ເມຍ ຈະຂໍຢ່າຮ້າງກັນໄດ້ ເມື່ອມີ ສາເຫດໃດໜຶ່ງດັ່ງນີ້:

  1. ທຳມິດສະຈານ
  2. ໃຊ້ຄວາມຮຸນແຮງ ຫຼື ປ່ອຍດ່າດ້ວຍຄວາມຫຍາບຊ້າຕໍ່ກັນ ຫຼື ຕໍ່ພໍ່ແມ່ ແລະ ຍາດພີ່ນ້ອງ ຫຼື ມີການປະພຶດທີ່ບໍ່ເໝາະສົມຢ່າງຮ້າຍແຮງເຊັ່ນ: ຕິດເຫຼົ້າ,​ຕິດຢາເສບຕິດ ຢ່າງໜັກໜ່ວງ ຫຼື ຫຼິ້ນການພະນັນເປັນອາຈິນ, ຫຼິ້ນກິນຟຸມເຟືອຍ.
  3. ໜີໄປໂດຍບໍ່ຄອບກັນ ແລະ ບໍ່ໄດ້ສົ່ງຂ່າວຄາວ ຫຼື ສົ່ງຊັບມາລ້ຽງຄອບຄົວ ເປັນເວລາ ສາມປີຂຶ້ນໄປ.
  4. ຜົວໄປບວດເປັນພິກຂຸ, ສາມະເນນ ຫຼື ພໍ່ຂາວ ຫຼື ເມຍໄປບວດແມ່ຂາວ ເກີນກວ່າ ສາມປີ ໂດຍບໍ່ມີຄວາມເຫັນດີນຳກັນ.
  5. ເປັນຜູ້ຫາຍສາບສູນ ຕາມຄຳຕັດສິນຂອງສານ ໃນກໍລະນີທີ່ຜົວ ຫຼື ເມຍນັ້ນ ຫາກໜີຈາກຄອບຄົວໂດຍບໍ່ຮູ້ບ່ອນຢູ່ ຫຼື ຮູ້ຂ່າວຄາວເປັນເວລາສອງປີ ຫຼື ໃນກໍລະນີທີ່ເກີດອຸບັດຕິເຫດ ຫາກບໍ່ຮູ້ຂ່າວຄາວເປັນເວລາຫົກເດືອນ
  6. ຸືກສານຕັດສິນລົງໂທດ ຕັດອິດສະລະພາບແຕ່ຫ້າປີຂຶ້ນໄປ.
  7. ເປັນພະຍາດ ຊຶ່ງອັນຕະລາຍຢ່າງຮ້າຍແຮງ ທີ່ບໍ່ສາມາດຈະຢູ່ນຳກັນໄດ້
  8. ເປັນຄົນບ້າເສຍຈິດ ຕົນບໍ່ສາມາດຢູ່ນຳກັນໄດ້
  9. ບໍ່ສາມາດຮ່ວມປະເວນີທາງເພດ
  10. ບໍ່ສາມາດດຳລົງຊີວິດເປັນຜົວເມຍກັນຕໍ່ໄປໄດ້ ຍ້ອນສາເຫດຕ່າງໆເຊັ່ນ: ບໍ່ສັດຊື່ຕໍ່ກັນ,​ທໍລະມານຈິດໃຈກັນ.

 

ຂໍ້ມູນຈາກ: www.digitalagemag.com

ກົດໝາຍວ່າດ້ວຍຄອບຄົວ.

Comments