ເປີດຮັບສະໝັກ!! ປະກວດແນວຄິດພັດທະນາແອັບພິເຄຊັນເພື່ອສັງຄົມລາວ.

ງານດີໆແບບນີ້ຫາໃສບໍ່ໄດ້ອີກແລ້ວ!!!! ວົງການເຕັກໂນໂລຊີ ແລະ ໄອທີລາວກຳລັງຈະກ້າວໄກ.  ສະນັ້ນ, ຖ້ທ່ານເປັນຄົນໜຶ່ງທີ່ມີໄອເດຍດີໆໃນການທີ່ຈະສ້າງແອັບພິເຄຊັນ ເພື່ອສັງຄົມລາວເຮົາ ໃນຫົວຂໍ້ໃດໜຶ່ງ   ພາຍໃຕ້ 5 ຫົວຂໍ້ນີ້ຄື: ການສຶກສາ, ກະສິກຳ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ການສື່ສານ. ກໍຂໍເຊີນທຸກທ່ານນຳເອົາແນວຄິດນັ້ນ ມາຮ່ວມປະກວດໃນ ໂຄງການປະກວດແນວຄວາມຄິດ ພັດທະນາແອັບພລິເຄຊັນເພື່ອສັງຄົມລາວ

ເພື່ອຊິງລາງວັນມູນຄ່າ $200, ທັງໝົດ 5 ຮາງວັນ ຈາກ 5 ຫົວຂໍ້ ແລະ ຫົວຂໍ້ທີ່ຊະນະເລີດຍັງຈະໄດ້ສືບຕໍ່ພັດທະນາເປັນແອັບພລິເຄຊັນເພື່ອຊິງລາງວັນໃນຮອບຕໍ່ໄປ.

ການແຂ່ງຂັນແມ່ນມີການຄັດເລືອກຈາກການລົງທະບຽນເພື່ອຮ່ວມ Workshop ແລະ ຮຽນຮູ້ຈາກຜູ່ຊ່ຽວຊານເພື່ອກະກຽມບົດນຳສະເໜີ ແນວຄວາມຄິດ ແລະ ປ້ອງກັນຕໍ່ໜ້າຄະນະກຳມະການໃນຮອບຕັດສິນ.

ລົງທະບຽນໄດ້ແລ້ວ ເລີ່ມແຕ່ວັນທີ 16 – 30 ຕຸຸລາ 201

https://goo.gl/forms/FCsWMfGoluDSFPqu2

ໂຄງການປະກວດແນວຄວາມຄິດ ພັດທະນາແອັບພລິເຄຊັນເພື່ອສັງຄົມລາວພາຍໃຕ້ 5 ຫົວຂໍ້: ການສຶກສາ, ກະສິກຳ, ສາທາລະນະສຸກ, ການທ່ອງທ່ຽວ ແລະ…

Posted by Social Impact Challenge on Tuesday, October 16, 2018

Comments