CEO ຄົນດັງຂອງໂລກ ທີ່ປະສົບຄວາມສຳເລັດ ຄິດແບບໃດ? ກັບການກົງຕໍ່ເວລາ….

ທຸກມື້ນີ້!!! ທ່ານມາເຮັດວຽກກົງຕໍ່ເວລາ ຫຼືບໍ່?

ເຊື່ອວ່າຫຼາຍໆຄົນ ຖ້າເວົ້າເລື່ອງການກົງຕໍ່ເວລາແມ່ນເກືອບວ່າຈະບໍ່ມີແມ່ນບໍ່? 555 ຖ້ານັດໝາຍພົບປະກັນເລື່ອງໃດເລື່ອງໜຶ່ງ ບໍ່ວ່າຈະເປັນເລື່ອງທຳມະດາ ຫຼືເລື່ອງວຽກງານ ແນ່ນອນ ມັກຈະມີຄົນໃດຄົນໜຶ່່ງມາຊ້າ, ມາບໍ່ທັນ ຈົນເຮັດໃຫ້ເສຍເວລາກັນໄປຕື່ມ…… ແລະ ຄົນລາວບາງຄົນອາດບໍ່ສົນໃຈເລື່ອງຂອງການກົງຕໍ່ເວລາເປັນປະຈຳ ແລະ ຖ້າເຮົາບໍ່ໄດ້ໃສ່ໃຈ ເລື່ອງນີ້ຈຶ່ງກາຍເປັນນິໄສຂອງຄົນລາວຫຼາຍຄົນ.

ເມື່ອເປັນແນວນີ້ ບາງຄົນທີ່ໄດ້ມີໂອກາດເຮັດວຽກນຳບໍລິສັດກັບຕ່າງຊາດຈຶ່ງອາດປັບຕົວບໍ່ທັນ ແລະ ຕ້ອງໃຊ້ເວລາໃນການປັບຕົວດົນ ເພາະຢູ່ຕ່າງປະເທດ ການກົງຕໍ່ເວລາແມ່ນເປັນເລື່ອງສຳຄັນທີ່ສຸດ.

ແລ້ວຄົນຕ່າງປະເທດໃຫ້ຄວາມສຳຄັນກັບເລື່ອງນີ້ຊໍາໃດ?

ມີ CEO ຄົນໜຶ່ງອາໄສຢູ່ໃນ New York  ມີການເດີນທາງ ໄປເຮັດວຽກແບບລົດຕິດເປັນແບບທຳມະດາປົກກະຕິຢູ່ແລ້ວທີ່ອາໄສຢູ່ໃນຕົວເມືອງໃຫຍ່. ແຕ່ມີອາທິດໜຶ່ງບໍລິສັດຂອງລາວ ໄດ້ມີການຈັດກອງປະຊຸມຄັ້ງໃຫຍ່ ແຕ່ບັງເອີນມື້ນັ້ນລົດຕິດທີ່ສຸດ ແລະ CEO ລາວກໍບໍ່ໄດ້ກຽມຕົວ ທີ່ຈະອອກຈາກເຮືອນກ່ອນເວລາປົກກະຕິ ລົດຂອງລາວຄ່ອຍໆເຄື່ອນໄປຕາມເສັ້ນທາງ ແລະ ລາວກຳລັງຈະຮອດບໍລິສັດອີກ 300 ແມັດ ແຕ່ເວລາຂອງລາວກັບເຫຼືອພຽງ 15 ນາທີເທົ່ານັ້ນກ່ອນກອງປະຊຸມ ຈະເລີ່ມຂຶ້ນ ເຊິ່ງຖ້າ ລໍຖ້າໃຫ້ລົດເຄື່ອນທີ່ໄປກໍອາດຈະເຮັດໃຫ້ລາວຕ້ອງເຂົ້າປະຊຸມຊ້າເກືອບ ເຄິ່ງຊົ່ວໂມງ.

ແຕ່ຖ້າສົມມຸດຖ້າທ່ານເປັນ CEO ຄົນນັ້ນທ່ານຈະເຮັດແນວໃດ?.

1 ເລືອກທີ່ຈະແຈ້ງເລຂາຮັບຮູ້ແລ້ວບອກວ່າ ຈະເຂົ້າປະຊຸມຊ້າໜ້ອຍໜຶ່ງ

2.  ນັ່ງລົດໄຟໄປ ຈົນຮອດບໍລິສັດຕາມປົກກະຕິ

ເປັນເລື່ອງທີ່ນ່າຕົກໃຈ ເພາະສິ່ງທີ່ CEO ຄົນນີ້ ແມ່ນເລືອກບໍ່ເຮັດທັງສອງທາງ

ແຕ່ລາວເລືອກທີ່ຈະລົງຈາກລົດ ແລ້ວແລ່ນໄປບໍລິສັດດ້ວຍເວລາທີ່ເຫຼືອ 15 ນາທີ ເພື່ອໃຫ້ທັນກອງປະຊຸມ ຫຼາຍໆຄົນອາດຈະຄິດວ່າ CEO ຄົນນີ້ອາດຈະຍັງບໍ່ໄດ້ເປັນເຈົ້າຂອງບໍລິສັດທີ່ໃຫຍ່ ຈຶ່ງຈຳເປັນທີ່ຈະຕ້ອງທຸ່ມເທໃຫ້ກັບບໍລິສັດແບບນີ້. ແຕ່ຄວາມເປັນຈິງແລ້ວ CEO ຄົນນີ້ກໍຄື Richard Branson ຜູ້ກໍ່ຕັ້ງ Virgin Group

ປັດຈຸບັນ, Richard Branson ມີຊັບສິນທັງໝົດ 5 ພັນລ້ານໂດລາສະຫະລັດ  ແລ້ວໃຜຈະໄປຄິດວ່າ ເປັນມະຫາເສດຖີພັນລ້ານໂດລາ ຈະຕ້ອງຟ້າວແລ່ນຈາກລົດໄປເຂົ້າປະຊຸມໃຫ້ທັນເວລາ ເພາະຖ້າມາຊ້າກໍຄືຈະບໍ່ກະທົບຫຍັງຕໍ່ທຸລະກິດຂອງລາວຢູ່ແລ້ວ

Richard Branson ກ່າວວ່າ: ການມາຊ້າ ບໍ່ກົງເວລາຕາມນັດໝາຍນັ້ນ ເຮັດໃຫ້ລາວຮູ້ສຶກບໍ່ສະບາຍໃຈ ເພາະການມາຊ້າຖືວ່າບໍ່ເຄົາລົບຕໍ່ເວລາຂອງຜູ້ອື່ນ ເພາະ ທີ່ລາວຢູ່ໃນຕໍແໜ່ງທີ່ເປັນຜູ້ນຳ.

ເພາະການມາໃຫ້ກົງຕໍ່ເວລາຈະເຮັດໃຫ້ລູກນ້ອງຮູ້ສຶກວ່າ ຫົວໜ້າເປັນຄົນມີການຈັດການທີ່ເປັນລະບຽບ ແລະ ໃຫ້ຄວາມສຳຄັນກັບການເຮັດວຽກ ສິ່ງເຫຼົ່ານີ້ຈະກາຍເປັນແບບຢ່າງທີ່ຖືກຕ້ອງສົ່ງຕໍ່ພາຍໃນອົງກອນ.

ສະແດງວ່າ ຄົນທີ່ປະສົບຄວາມສຳເລັດມັກຈະໃຫ້ຄວາມສຳຄັນກັບຄຳວ່າ ເວລາ ບໍ່ພຽງແຕ່ເວລາຂອງຕົນເອງເທົ່ານັ້ນ ແຕ່ລວມເຖິງເວລາຂອງຄົນອື່ນນຳ.

ສະຫຼຸບ: ເລື່ອງນ້ອຍໆທີ່ເຮົາເຈົ້າຂ້ອຍສ່ວນຫຼາຍຈະເບິ່ງຂ້າມ ແລະ ບໍ່ໃສ່ໃຈ ແຕ່ສຳລັບຄົນທີ່ປະສົບຜົນສຳເລັດອາດຈະເບິ່ງເປັນເລື່ອງສຳຄັນທີ່ສຸດ  ແລະ ໃນເມື່ອເລື່ອງນ້ອຍໆທີ່ສາມາດປ່ຽນແປງໄດ້ງ່າຍ ເປັນຫຍັງເຮົາທຸກຄົນບໍ່ລອງປ່ຽນຕັ້ງແຕ່ມື້ນີ້….

Ref. Virgin, CNBC

ທີ່ມາ: Market Tink

Comments