ຍີ່ປຸ່ນ!!! ມີຕູ້ ATM ທີ່ມີ AI ຊ່ວຍເຕືອນ ກວດຄົນທີ່ບໍ່ປະຕິບັດຕາມຂໍ້ຫ້າມຂອງການໃຊ້ບໍລິການ…..

ໃນປະເທດຍີ່ປຸ່ນ ນັບວ່າເປັນປະເທດທີ່ມີນະວັດຕະກຳລໍ້າໜ້າໄປອີກປະເທດໜຶ່ງຂອງໂລກແລ້ວ. ແຕ່ກໍຍັງລໍ້າໜ້າທັນສະໄໝໄປອີກ ເມືອບໍ່ດົນມານີ້ ກໍເລີ່ມມີຕູ້ ATM ທີ່ມີ AI ດ້ວຍ ຈະມີກ້ອງໃນຕູ້ສົ່ງຮູບພາບໄປໃຫ້ AI ປະມວນຜົນຫຼອດເວລາ ເຊິ່ງຈະຊ່ວຍເຮັດໜ້າທີ່ຫຼາຍຢ່າງຄື: ເຕືອນໃຫ້ປົດໝວກ, ປົດແວ່ນຕາ ແລະ ຜ້າມຸບປາກອອກ  ຖ້າບໍ່ປະຕິບັດຕາມຄຳສັ່ງ ຕູ້ຈະໃຊ້ການບໍ່ໄດ້  ຫຼື ຄົນທີ່ມັກກົດຕູ້ໄປນຳ ລົມໂທລະສັບໄປນຳ ກໍຈະມີການເຕືອນຢູ່ໜ້າຈໍຕູ້ ໃຫ້ລະວັງໂອນເງິນໃຫ້ກັບແກ້ງຄໍລັບຊັນ ແລະ ໃນອະນາຄົດອາດສາມາດກວດສອບຜູ້ຕອງສົງໃສ ເປັນໂຈນ ແລະ ມີການສົ່ງໃບໜ້າໄປທຽບອອນໄລ໌ກັບຖານຂໍ້ມູນອາດຊະຍາກອນ ແລ້ວແຈ້ງຕຳຫຼວດທັນທີ່ຖ້າພົບຜູ້ຕ້ອງສົງໃສ .

ດັ່ງນັ້ນ,  ຜູ້ຜະລິດຄື ບໍລິສັດ Hitachi-Omron Terminal Solutions Corp ໃນເມືອງ ນາໂງຍ່າ ເຊິ່ງພ້ອມຈະຂາຍຕູ້ ແລະ ລະບົບໃຫ້ທະນາຄານຕ່າງໆຕໍ່ໄປອີກ.

ຖ້າມີຕູ້ແບບນີ້ ຢູ່ບ້ານເຮົາກໍຄືຈະດີ ເພາະສັງເກດເຫັນຫຼາຍໆຕູ້  ATM  ໃນບ້ານເຮົາ ມີຄົນມັກງ່າຍ ບໍ່ປົດໝວກກັນນ໋ອກ, ຜ້າມຸບປາກ ແລະ ແວ່ນຕາ ເລື້ອຍໆ ເປັນເຫດໃຫ້ມີໂຈນງັດຕູ້ໄດ້  ອີກຢ່າງກໍຈະມາຊ່ວຍເລື່ອງຄວາມປອດໄພ ກວດສົງໃສວ່າແມ່ນໂຈນໄດ້ອີກ.

ຂໍ້ມູນຈາກ:   japantoday.com/category/crime/japan’s-1st-ai-powered-atm-developed-to-combat-money-transfer-fraud

ຮູບພາບ: bloomberg.com/news/articles/2017-06-28/macau-atms-need-face-time-before-payout-to-help-follow-the-money

Comments