Author Archives: Targetlaos Editor

ແຈ້ງການ!!! ເຖິງ 80 ວິສາຫະກິດໃນລາວ ໃຫ້ສົ່ງເອກະສານລາຍງານການເງິນ ດ່ວນ….

ແຈ້ງການຈາກກະຊວງການເງິນ ນະຄອນຫລວງວຽງຈັນ ລົງ ວັນທີ 11/12/2018 ວ່າດ້ວຍເລື່ອງ ການສົ່ງເອກະສານລາຍງານການເງິນ (ບົດສະຫຼຸບບັນຊີ) ປະຈຳປີ 2017 ຫ້ອງການກະຊວງການເງິນ ຂໍແຈ້ງເຕືອນມາຍັງທ່ານວ່າ: ເພື່ອປະຕິບັດຕາມ ມາດຕາ 48 ຂອງກົດໝາຍວ່າດ້ວຍການບັນຊີ ແລະ ມາດຕາ 21 ຂອງຄຳແນະນຳວ່າດ້ວຍການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການບັນຊີ ເຊິ່ງໄດ້ກຳນົດໃຫ້ຫົວໜ່ວຍຖືບັນຊີວິສາຫະກິດ ຕ້ອງສົ່ງເອກະສານລາຍງານການເງິນ  ພາຍໃນກຳນົດເວລາ 3  ເດືອນ ນັບແຕ່ມື້ປິດບັນຊີປະຈຳປີ ໃຫ້ຂະແໜງການເງິນ (ກົມບັນຊີ ແລະ ກົມສ່ວຍສາອາກອນ) ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານບັນຊີ ຫຼື ການຖືບັນຊີ ພ້ອມທັງເພື່ອຄຸ້ມຄອງ ແລະ ກວດກາທາງດ້ານສ່ວຍສາອາກອນ. ຜ່ານການກວດກາໃນຕົ້ນປີ 2018 ຮອດປັດຈຸບັນ ຍັງມີບໍລິສັດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກົມສ່ວຍສາອາກອນ ທີ່ບໍ່ທັນສົ່ງເອກະສານລາຍງານການເງິນ ຈຳນວນ 80 ບໍລິສັດ ແລະ ບໍລິສັດສົ່ງເອກະສານລາຍງານການເງິນແລ້ວ ແຕ່ບໍ່ມາພົວພັນສະໜອງຂໍ້ມູນ ໃຫ້ກົມບັນຊີ ຈຳນວນ 25 ບໍລິສັດ ດັ່ງນີ້:

Read More »

Bill Gates ສະເໜີໃຫ້ເກັບພາສີຫຸ່ນຍົນແພງຂຶ້ນ ເພື່ອປ້ອງກັນຄົນຕົກວຽກເພີ່ມ….

ດັ່ງທີ່ເຮົາພໍຮູ້ແລ້ວວ່າ ໃນອະນາຄົດອັນໃກ້ໆນີ້ ຫຸ່ນຍົນ ກຳລັງຈະເຂົ້າມາມີບົດບາດແທນທີ່ການເຮັດວຽກຂອງຄົນ. ຖ້າວ່າ ຫຸ່ນຍົນສາມາດເຮັດວຽກໄດ້ມີປະສິດທິພາບ ຫຼາຍກວ່າຄົນ ຮອດຕອນນັ້ນແລ້ວ ບໍລິສັດຈຳນວນຫຼາຍ ຍັງຈະຕ້ອງການຄົນມາເຮັດວຽກນຳອີກບໍ່? ບັນຫານີ້, ກຳລັງເປັນກະແສທີ່ຖືກເວົ້າຫຼາຍທີ່ສຸດໃນປັດຈຸບັນ ໃນທົ່ວໂລກ ເພາະວ່າໄລຍະເວລາທີ່ຜ່ານມາ ແຕ່ລະບໍລິສັດໄດ້ເລີ່ມມີການຫຼຸດຈຳນວນພະນັກງານລົງເປັນທີ່ຮຽບຮ້ອຍແລ້ວ. Bill Gates ມະຫາເສດຖີອັນດັບໜຶ່ງຂອງໂລກ ໄດ້ໃຫ້ຄວາມເຫັນກ່ຽວກັບເລື່ອງນີ້ວ່າ:  ສຳລັບຄວາມຄິດທີ່ຈະນຳຫຸ່ນຍົນມາຊ່ວຍເຮັດວຽກນັ້ນເປັນເລື່ອງດີ ເພາະຈະບໍ່ໄດ້ໃຫ້ຄົນໄປເສຍເວລາກັບສິ່ງທີ່ບໍ່ຈຳເປັນ ແລະ ມີເວລາໃນການເຮັດສິ່ງອື່ນໆໄດ້ເພີ່ມຂຶ້ນ.  ນອກຈາກນີ້,  Bill Gates  ກໍຍັງບໍ່ເຫັນດີກັບການທີ່ ໂລກຍັງຈະສະລໍການພັດທະນາຫຸ່ນຍົນ ທີ່່ໄດ້ຊ່ວຍກັນພັດທະນາຂຶ້ນມາຈົນທຸກມື້ນີ້, ເຖິງແມ່ນວ່າຫຸ່ນຍົນກຳລັງເຂົ້າມາຍາດວຽກຂອງຄົນ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ຫຸ່ນຍົນຈະເຂົ້າມາເຮັດໃຫ້ຄົນບໍ່ມີວຽກໄດ້. ໃນເມື່ອທຸກມື້ນີ້ເຮົາມີການເກັບພາສີ  ຈາກສ່ວນຂອງການລົງທຶນ ແລະ ສ່ວນຂອງແຮງງານ ຢູ່ແລ້ວ, ໃນອະນາຄົດຈະບໍ່ມີໃຜຫ້າມຊື້ຫຸ່ນຍົນສຳລັບໃຊ້ການຜະລິດສິນຄ້າໄດ້ ຫຼື ເວົ້າງ່າຍໆກໍຄື ຖ້າບໍລິສັດໃດຢາກຊື້ຫຸ່ນຍົນເຂົ້າມາເຮັດວຽກແທນຄົນກໍສາມາດເຮັດໄດ້ ແຕ່ພາສີແຮງງານຫຸ່ນຍົນແມ່ນຈະມີລາຄາແພງກວ່າແຮງງານຄົນ. ສະນັ້ນ, ລະບົບພາສີ ຈະຊ່ວຍກົດດັນໃຫ້ບໍລິສັດຢາກຈ້າງຄົນເພີ່ມຂຶ້ນຫຼາຍກວ່າ ເຊິ່ງລະບົບພາສີໃນຕອນນີ້, ກຳລັງຢູ່ໃນທິດທາງທີ່ກົງກັນຂ້າມກັບແນວຄວາມຄິດນີ້ຂອງ Bill Gates ຢ່າງຊັດເຈນ.  ແຕ່ ຖ້າແນວຄວາມຄິດຂອງ Bill Gates ນີ້ ໄດ້ຖືກນຳໄປໃຊ້ກໍອາດຈະເປັນເລື່ອງດີສຳລັບຄົນເຮັດວຽກ. ແຕ່ເລື່ອງນີ້ ອາດຈະບໍ່ຖືກໃຈກັບຜູ້ປະກອບການ ເພາະວ່າອາດຈະເຮັດໃຫ້ກຳໄລຫຼຸດລົງ ຈາກນະໂຍບາຍພາສີທີ່ເປັນຢູ່ ສຸດທ້າຍແລ້ວ ພາສີຫຸ່ນຍົນ ...

Read More »

ເປີດໂອກາດໃຫ້ກັບນັກທຸລະກິດອອນໄລເຂົ້າຮ່ວມເຝິກອົບຮົມຟຣີີ…ສະໝັກດ່ວນ.

ສິ່ງທີ່ທ່ານຈະໄດ້ຮຽນຮູ້ຄື: – ເຂົ້າໃຈໂຄງການພັດທະນາການຄ້າທາງເອເລັກໂທນິກໃນພາກພື້ນຂອງສະຖາບັນແມ່ນນ້ຳຂອງຂ່ອນແກນ – ຮຽນຮູ້ຄວາມຮູ້ພື້ນຖານຂອງການຄ້າທາງເອເລັກໂທນິກໂດຍສະເພາະແມ່ນພາກຫົວໜ່ວຍທຸລະກິດ ແລະ ຊົນນະບົດ – ສ້າງແຜນທຸລະກິດ ແລະ ອອກແບບທຸລະກິດແບບໃໝ່ – ເຂົ້າໃນເລື່ອງນະໂຍບາຍການຄ້າທາງເອເລັກໂທນິກຂອງປະເທດ – ເຄື່ອງມືທາງດ້ານການຕະຫຼາດທີ່ຈະຊ່ວຍສ້າງໂອກາດໃນດ້ານການຄ້າ ຟຣີ ❗ເຂົ້າຮ່ວມຟຮີ ‼ບໍ່ມີຄ່າລົງທະບຽນ ສະໜັບສະໜູນຫຼັກໂດຍ: ສະຖາບັນແມ່ນ້ຳຂອງ (Mekhong Institute) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈັດໂດຍ: ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ບໍລິສັດ Me Asia ແລະ ອາໂກລາວ ກຸຣບ. ເປີດໂອກາດໃຫ້ກັບນັກທຸລະກິດອອນໄລເຂົ້າຮ່ວມງານເຝິກອົບຮົມ ? ວັນທີ 19-20 ທັນວາ 2018 ສະຖານທີ່: Toh X ໂຕະເອັກຊ ? ຂໍ້ມູນເພິ່ມເຕິມ ຕິດຕໍ່ລົງທະບຽນ ? 021 416 266 / 5838 8885 ວັອດແອັບ ...

Read More »

ນະຄອນຫຼວງ ສະເໜີໃຫ້ ລັດຖະບານ ຊ່ວຍແກ້ໄຂໜີ້ໄຟຟ້າ 42 ຕື້ກີບ-ນໍ້າປະປາ 227 ຕື້ກີບ…..

ນະຄອນຫຼວງ ໃຫ້ ລັດຖະບານ ຊ່ວຍແກ້ໄຂໜີ້ໄຟຟ້າ-ນໍ້າປະປາ ໃນນັ້ນມີ ໜີ້ສິນຄ່າໄຟຟ້າ ທາງຫຼວງ 42 ຕື້ກີບ, ໜີ້ສວນສາທາລະນະ 266 ຕື້ກີບ ແລະ ໜີ້ນໍ້າປະປາສາທາລະນະ 227 ຕື້ກີບ !!! ,ເປັນໜີ້ສະສົມ . ນະຄອນຫຼວງວຽງຈັນ (ນວ) ໄດ້ສະເໜີກະຊວງການເງິນກໍຄື ລັດຖະບານລາວ ແກ້ໄຂໜີ້ສິນຫຼາຍໂຄງການເປັນຕົ້ນ ໜີ້ສິນຄ່າໄຟຟ້າທາງຫຼວງ 42 ຕື້ກີບ, ໜີ້ສວນສາທາລະນະ 266 ຕື້ກີບ ແລະ ໜີ້ນໍ້າປະປາສາທາລະນະ 227 ຕື້ກີບ ພ້ອມທັງສະເໜີສ້າງຕັ້ງການເງິນຂັ້ນບ້ານ ແລະ ໃຫ້ກະຊວງການເງິນມອບຕົວເລກລາຍຮັບງົບປະມານປະຈໍາປີທີ່ເໝາະສົມຕື່ມອີກ ແລະ ບັນຫາສໍາຄັນອື່ນໆ ແຕ່ຮອງນາຍົກລັດຖະມົນຕີ ໃຫ້ການຊີ້ນໍາວ່າ: “ສໍາລັບໜີ້ສິນໄຟຟ້າທີ່ຄ້າງຈ່າຍໃນຜ່ານມາໃຫ້ ນວ ເປັນຜູ້ຮັບຜິດຊອບເອງ ແລະ ສ່ວນບັນຫາອື່ນໆຈະນໍາໄປພິຈາລະນາແກ້ໄຂຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ”. ໃນກອງປະຊຸມພົບປະລະຫວ່າງຄະນະປະຈໍາພັກ ນວ ແລະ ຄະນະພັກກະຊວງການເງິນ, ວັນທີ 7 ທັນວາ 2018, ໄດ້ປຶກສາຫາລືຫຼາຍບັນຫາທີ່ສໍາຄັນໃນ ນວ ເປັນຕົ້ນ ບັນຫາໜີ້ສິນໂຄງການ ການລົງທຶນຂອງລັດທີ່ ນວ ...

Read More »

ການເລືອກຕະຫຼາດສະເພາະກຸ່ມ ຈະຊ່ວຍສ້າງຄຸນຄ່າໃຫ້ແບຣນ

Niche Market  ຫຼື ຕະຫຼາດເພາະເຈາະຈົງກຸ່ມເປົ້າໝາຍ ຈະສາມາດສ້າງຄຸນຄ່າໃຫ້ແບຣນໄດ້ແບບໃດ? ສິ່ງທີ່ນັກການຕະຫຼາດທົ່ວໄປຕ້ອງການຄື ເປັນທຸກໆຢ່າງສຳລັບທຸກໆຄົນໃຫ້ໄດ້ ແຕ່ໃນຄວາມເປັນຈິງແລ້ວ ຖ້າເຮົາສາມາດເລືອກເຮັດໃນສິ່ງທີ່ແຕກຕ່າງອອກໄປ ໂດຍຕັ້ງເປົ້າໝາຍສົນໃຈແຕ່ກຸ່ມໆລູກຄ້າດຽວ ແມ່ນຈະດີກວ່າສຳລັບທຸລະກິດ ຫຼື ແບຣນ ເຊິ່ງການເຮັດໃຫ້ຕົວເຮົາແຕກຕ່າງນັ້ນ ສາມາດເຮັດໄດ້ດ້ວຍການຫາ Content ຫຼື ເນື້ອຫາ ແລະ ສິນຄ້າທີ່ເໝາະກັບຕະຫຼາດສະເພາະກຸ່ມເທົ່ານັ້ນ. ຄວາມຊ່ຽວຊານສະເພາະດ້ານສຳຄັນແບບໃດ? ຄືກັບ Blogger ທີ່ຈະພະຍາຍາມສະແດງຕົວຕົນໃນຕະຫຼາດ ເພື່ອສະແດງເຖິງການຂຽນໃນເລື່ອງທີ່ຕົວເອງມີຄວາມຊ່ຽວຊານ ຫຼື ສົນໃຈພິເສດ ນີ້ກໍຄືເປັນການສ້າງຄວາມສຳພັນຜ່ານ Content ແນ່ນອນວ່າຜູ້ອ່ານກໍຈະໄດ້ຮັບປະໂຫຍດຈາກປະສົບການ ແລະ ຂໍ້ມູນທີ່ທ່ານມີ.  ແຕ່ຖ້າທ່ານບໍ່ມີ Content ທີ່ສາມາດສະເໜີເຖິງຄວາມຊ່ຽວຊານສະເພາະດ້ານໃດດ້ານໜຶ່ງ ກໍຄືກັບການທ່ານບໍ່ໄດ້ນຳສະເໜີສິ່ງໃດເລີຍ.  ດັງນັ້ນ, ຜູ້ຂຽນເອງກໍຕ້ອງຄົ້ນຄວ້າ ແລະ ພະຍາຍາມຕັ້ງຄຳຖາມກ່ຽວກັບສິ່ງທີ່ທ່ານບໍ່ຮູ້ໃຫ້ຫຼາຍຂຶ້ນເຊັ່ນ: ຖ້າທ່ານສົນໃຈ ແລະ ມີຄວາມມັກໃນເລື່ອງອາຫານ ທ່ານຈະສາມາດຂຽນເລື່ອງ ແລະ ລຳດັບຄວາມຄິດກ່ຽວກັບອາຫານໄດ້ຢ່າງງ່າຍດາຍ. ແຕ່ຖ້າທ່ານຕ້ອງການຂຽນ  Content ກ່ຽວກັບລົດ ເພາະວ່າທ່ານ ຕ້ອງການເປັນ Partner ໃນອະນາຄົດກັບບໍລິສັດລົດ. ແຕ່ໃນຄວາມຈິງແລ້ວທ່ານນັ້ນກໍບໍ່ຮູ້ຫຍັງກ່ຽວກັບລົດເລີຍ ແລ້ວຜູ້ອື່ນໆທີ່ຕິດຕາມຈະໄດ້ຫຍັງຈາກເຮົາ. ສຸດທ້າຍແລ້ວ ຜູ້ຕິດຕາມອ່ານກໍຈະຮູ້ສຶກເສຍອາລົມອ່ານ Content  ທີ່ບໍ່ໄດ້ບອກຫຍັງເລີຍ, ທ່ານເຄີຍຮູ້ສຶກບໍ່ວ່າ ເມືອຄິຼກເຂົ້າໄປອ່ານເນື້ອໃນແລ້ວ ແຕ່ບໍ່ມີຫຍັງເປັນຕານຳເອົາມານຳໃຊ້ໄດ້ເລີຍ ແລະ  ບໍ່ນ່າຈະເສຍເວລາເຂົ້າມາອ່ານເລີຍ ຫຼາຍໆທ່ານອາດເຂົ້າໃຈຄວາມຮູ້ສຶກນີ້. ຄວາມຊ່ຽວຊານບໍ່ໄດ້ເປັນເລື່ອງຍາກສຳລັບໃນອົງກອນ. ...

Read More »

ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍ ສຳນັກງານຜູ້ຕາງໜ້າ ສປປ ລາວ ປະຈໍາຕ່າງປະເທດ

ໃນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ເຊິ່ງກົດໝາຍສ້າງໃໝ່ ທີ່ສະເໜີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 10 ພາກ, 12 ໝວດ ແລະ 65 ມາດຕາ. ໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ສະຫຼຸບຄືນການປະກອບຄຳຄິດຄຳເຫັນເປັນເວລາ 1 ວັນເຕັມ ຂອງບັນດາ ສສຊ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບເປັນພື້ນຖານ ທາງດ້ານໂຄງສ້າງ ແລະ ເນື້ອໃນ ແຕ່ເພື່ອເຮັດໃຫ້ຮ່າງກົດໝາຍດັ່ງງກ່າວ ມີຄວາມຈະແຈ້ງ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນນັ້ນ, ບັນດາ ສສຊ ໄດ້ມີຄຳເຫັນຫຼາຍບັນຫາສຳຄັນ ເປັນຕົ້ນ ແມ່ນ ຊື່ຂອງກົດໝາຍ ຄວນປັງປຸງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ການປົກປ້ອງ ...

Read More »

ຜູ້ປະກອບການ ທີ່ພົບຄວາມທ້າທາຍຈາກການແຂ່ງຂັນຍຸກແຫ່ງເຕັກໂນໂລຊີ

ວາລະສານທາເກັດສະບັບນີ້ ຈະນໍາພາທ່ານຜູ້ອ່ານມາຮູ້ຈັກກັບຜູ້ປະກອບການຈໍາໜ່າຍປີ້ເຮືອບິນ ຊຶ່ງເປັນວິສາຫະກິດໜຶ່ງ ທີ່ປະເຊີນໜ້າກັບຄວາມທ້າທາຍຈາກການແຂ່ງຂັນພາຍໃຕ້ຍຸກແຫ່ງການພັດທະນາຂອງເຕັກໂນໂລຊີ ທີ່ມີຫຼາຍທາງເລືອກໃຫ້ແກ່ຜູ້ຊົມໃຊ້ໃນການຈອງປີ້ເຮືອບິນ ຜ່ານ”ເວັບໄຊ໌” ແລະ “ແອັບພຼີເຄເຊິນ” ຂອງສາຍການບິນ . ຫຼາຍຄົນອາດຈະເຄີຍໄດ້ເຫັນປ້າຍບໍລິສັດ ແລະ ໄດ້ເຄີຍໃຊ້ບໍລິການຂອງບໍລິສັດ  All Time Travel Service ທີ່ບໍລິການຈອງ ແລະ ຈໍາໜ່າຍປີ້ຍົນທົ່ວໂລກ, ພ້ອມທັງໃຫ້ປຶກສາດ້ານການຂໍ VISA ສະເພາະປະເທດ ສະຫະລັດອາເມຣິກາ ແລະ ການາດາ. ທ່ານນາງ ວີ ສີໃສແກ້ວ, ເປັນຜູ້ສ້າງຕັ້ງ ແລະ ບໍລິຫານບໍລິສັດດັ່ງກ່າວ ມາແຕ່ປີ 2004 ໂດຍພື້ນຖານແມ່ນຮຽນຈົບ ບໍລິຫານທຸລະກິດ ຈາກ ວິທະຍາໄລ   ຄອມເຊັນເຕີ ແລະ ພາຍຫຼັງຮຽນຈົບ ກໍໄດ້ເຂົ້າເຝິກອົບຮົມ ແລະ ເຮັດວຽກດ້ານໂຮງແຮມ ໄລຍະໜຶ່ງ ຊຶ່ງເປັນພື້ນຖານໃຫ້ຕົນເອງມັກຮັກໃນວຽກການບໍລິການ. ຈາກນັ້ນ, ກໍປ່ຽນມາເຮັດວຽກຢູ່ນໍາບໍລິສັດ ການບິນໄທ ສາຂາວຽງຈັນ, ມີຕໍາແໜ່ງເປັນເລຂານຸການໃຫ້ແກ່ GM ຂອງການບິນໄທ ເປັນເວລາ 5 ປີ; ຕອນນັ້ນເຮັດວຽກເປັນເລຂາເຄິ່ງມື້ ເຮັດມາ 3 ປີ ...

Read More »

ອາຊີບນອກສະຖາບັນ ໃນຍຸກ 4.0.

ໂລກໝູນໄວຕະຫຼອດ! ເມື່ອກ່ອນຕອນຍັງນ້ອຍ ຕອນທີ່ອ້າຍຄູ-ເອື້ອຍຄູຖາມວ່າ ຖ້າໃຫຍ່ຂຶ້ນຫຼານຢາກເປັນຫຍັງ? ອາຊີບທີ່ວົນຢູ່ໃນຫົວກໍຄົງໜີບໍ່ພົ້ນ: ຄູ, ທະຫານ, ຕໍາຫຼວດ, ແພດ, ນັກບິນ ປະມານນີ້; ແລະ ພໍ່ແມ່, ປູ່ຍ່າຕານາຍກໍປູກຝັງເຮົາມາແຕ່ນ້ອຍວ່າ ຕ້ອງເປັນເຈົ້າເປັນນາຍ, ເຮັດວຽກນໍາລັດ ຫຼືເປັນມະນຸດເງິນເດືອນ ດ້ວຍເຫດຜົນທີ່ວ່າ ມີຄວາມໝັ້ນຄົງ, ສະຫວັດດີການດີ, ມີຄົນນັບຖື ແລະ ອື່ນໆ. ແຕ່ເຕັກໂນໂລຊີ ທີ່ເຮັດໃຫ້ວິຖີຊີວິດຂອງຄົນໃນໂລກນີ້ປ່ຽນໄປ ໄດ້ເກີດອາຊີບໃໝ່ໆ ທີ່ທັງອິດສະຫຼະ ແລະຄ່າຕອບແທນສູງ ແຖມຍັງເປັນໂຕເອງ ບໍ່ຕ້ອງຢູ່ໃນກົດເກນຂອງໃຜອີກ.  ເຊິ່ງບາງອາຊີບກໍບໍ່ໜ້າເຊື່ອວ່າຈະເປັນອາຊີບໄດ້ ແຕ່ກໍສາມາດສ້າງຊື່ສຽງ ແລະ ລາຍຮັບໄດ້ຢ່າງມະຫາສານ ຫາກເຈົ້າພັດທະນາຕົນເອງຫຼາຍພໍ; ຫຼາຍຄົນໃຊ້ Social ທັງເວັນທັງຄືນ ອ່ານທຸກ News Feed, ແຕ່ຮູ້ ຫຼືບໍ່ວ່າ ການອ່ານທຸກຢ່າງຂອງເຈົ້ານັ້ນມີຜົນຕໍ່ອາຊີບໃດແດ່? ມື້ນີ້ຜູ້ຂຽນເລີຍຢາກຈະມາແນະນໍາໃຫ້ຮູ້ຈັກກັບ 5 ອາຊີບ ໃນ Social ທີ່ບາງອາຊີບນັ້ນ ເຫຼືອເຊື່ອວ່າເປັນອາຊີບໄດ້ແນວໃດ? ແຕ່ມັນກໍເປັນໄປໄດ້? ມາເບິ່ງວ່າມີອາຊີບໃດແດ່? Online Seeding (Seeder): ຂາຍແບບນຽນໆ ນຽນຫຼາຍແພງຫຼາຍ Seeding ຫຼື ...

Read More »

  ການເຕີບໃຫຍ່ຂະຫຍາຍຕົວຂອງການບິນໄທ ໃນຕະຫຼາດໃນ ສປປ ລາວ

ໃນສະບັບເດືອນທັນວານີ້ ທາງວາລະສານ ໄດ້ຮັບກຽດການໃຫ້ສໍາພາດ ແລະ ຂຶ້ນປົກຂອງທ່ານນາງ ພາຣິນີ ຈັນທະຣະຄຸບ ຜູ້ຈັດການປະຈໍາ ສປປ ລາວ ເຊິ່ງທ່ານຈະແນະນໍາໃຫ້ຊາບເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການບິນໄທ ໂດຍສະເພາະແມ່ນແຜນການຕະຫຼາດໃນສປປ ລາວ. ທ່ານໄດ້ເປີດເຜີຍໃຫ້ຮູ້ວ່າ: ບໍລິສັດ ການບິນໄທ ຈໍາກັດ (ມະຫາຊົນ) ປີນີ້ແມ່ນຄົບຮອບ 58 ປີ , ເລີ່ມເຂົ້າມາດໍາເນີນທຸລະກິດ ໃນປະເທດລາວ ປີນີ້ແມ່ນຈະຄົບຮອບ 25 ປີ, ທີ່ຜ່ານມາ ທາງບໍລິສັດກໍໄດ້ດໍາເນີນການຂະຫຍາຍທຸລະກິດມາໂດຍຕະຫຼອດ ຈົນເຖິງປີ 2016 ທາງບໍລິສັດໄດ້ປ່ຽນເຮືອບິນໂບອິງ 737 – 400 ໄປນໍາໃຊ້ເຮືອບິນແອບັສ (A 330) ຂະໜາດ 300 ບ່ອນນັ່ງ ຊັ້ນທຸລະກິດປະມານ 36-42 ບ່ອນນັ່ງ. ເຊິ່ງເປັນເຮືອບິນມີຂະໜາດໃຫ່ຍທີ່ສຸດໃຊ້ໃນ ສປປ ລາວ.      *ແຜນການບິນໃນ ສປປ ລາວ? ຕັ້ງແຕ່ 17 ທັນວາ 2018 ສາຍການບິນໄທສະມາຍ ໂດຍການບິນໄທ ຈະເພິ່ມຖ້ຽວບິນອີກ 1 ຖ້ຽວບິນຕອນເຊົ້າ ...

Read More »

ສິ່ງທີ່ເຮັດໃຫ້ນັກທຸລະກິດມືໃໝ່ ບໍ່ປະສົບຄວາມສໍາເລັດ…

ທ່ານມີອາຊີບໃນຝັນຂອງທ່ານບໍ່ ? ຖ້າທ່ານເປັນຄົນທີ່ມີອາຍຸ 30 ປີຂຶ້ນໄປ ທ່ານຈະເຄີຍມີອາຊີບ ທະຫານ, ຕຳຫຼວດ, ໝໍ, ສາວທະນາຄານ ແລະ ອື່ນໆ ທີ່ກ່ຽວພັນນຳພະນັກງານລັດ ຫຼື ບໍລິສັດເອກະຊົນ. ແຕ່ຖ້າມື້ນີ້, ທ່ານໄດ້ຖາມຄຳຖາມດຽວກັນນີ້ກັບເດັກນ້ອຍລຸ້ນໃໝ່ ໂດຍສະເພາະຄົນທີ່ກຳລັງຈະຮຽນຈົບ ຄວາມຝັນຂອງຄົນເຫຼົ່ານີ້ສ່ວນຫຼາຍແມ່ນຢາກເປັນ “ນັກທຸລະກິດ” ຫຼື “ເຈົ້າຂອງກິດຈະການ” ແຕ່ທ່ານຮູ້ຫຼືບໍ່ວ່າ ຕາມສະຖິຕິ ທຸລະກິດທຳອິດມີທ່າອ່ຽງບໍ່ປະສົບຜົນສໍາເລັດເຖິງ 90% ພາຍໃນເວລາ 3 ປີ ໝາຍຄວາມວ່າ: ມີຄວາມສ່ຽງລົ້ມລະລາຍເຖິງ 99% ຫຼັງຈາກທີ່ຜ່ານໄປ ອີກ 3 ປີ. ເມື່ອໄດ້ຍິນແນວນີ້, ທ່ານຍັງຄິດວ່າການເຮັດທຸລະກິດເປັນເລື່ອງທີ່ງ່າຍອີກບໍ່? ແລ້ວຍ້ອນຫຍັງຄົນສ່ວຍຫຼາຍຈຶ່ງພົບກັບການລົ້ມລະລາຍ ໃນທຸລະກິດທໍາອິດຂອງຕົນ? ເຮົາລອງມາຫາຄຳຕອບກັນ ຄວາມຈິງແລ້ວການເຮັດທຸລະກິດ ກໍຄືການແລ່ນໄລຍະໄກ ຫຼື ມາຣາທອນ (Marathon) ນັ້ນເອງ. ຜູ້ແລ່ນນອກຈາກຕ້ອງກະກຽມຮ່າງກາຍໃຫ້ພ້ອມກັບການແຂ່ງຂັນແລ້ວ ສິ່ງທີ່ສຳຄັນທີ່ສຸດຄືຕ້ອງກຽມໃຈ ແລະ ເຂົ້າໃຈ ກ່ອນລົງມືເຮັດ. ສະນັ້ນ, ເຮົາລອງມາລໍາດັບເບິ່ງວ່າ ມີຫຍັງແດ່ທີ່ນັກທຸລະກິດມືໃໝ່ມັກເຂົ້າໃຈຜິດ. “ເຈົ້າຂອງທຸລະກິດມີເວລາຫຼາຍ” ຫຼາຍຄົນຢາກເຮັດທຸລະກິດເພາະເຫັນວ່າ: ນັກທຸລະກິດມີເວລາຫຼາຍ ບໍ່ຕ້ອງເຂົ້າວຽກ 8-5 ...

Read More »