ຜູ້ປະກອບການ ທີ່ພົບຄວາມທ້າທາຍຈາກການແຂ່ງຂັນຍຸກແຫ່ງເຕັກໂນໂລຊີ

ວາລະສານທາເກັດສະບັບນີ້ ຈະນໍາພາທ່ານຜູ້ອ່ານມາຮູ້ຈັກກັບຜູ້ປະກອບການຈໍາໜ່າຍປີ້ເຮືອບິນ ຊຶ່ງເປັນວິສາຫະກິດໜຶ່ງ ທີ່ປະເຊີນໜ້າກັບຄວາມທ້າທາຍຈາກການແຂ່ງຂັນພາຍໃຕ້ຍຸກແຫ່ງການພັດທະນາຂອງເຕັກໂນໂລຊີ ທີ່ມີຫຼາຍທາງເລືອກໃຫ້ແກ່ຜູ້ຊົມໃຊ້ໃນການຈອງປີ້ເຮືອບິນ ຜ່ານ”ເວັບໄຊ໌” ແລະ “ແອັບພຼີເຄເຊິນ” ຂອງສາຍການບິນ

.

ຫຼາຍຄົນອາດຈະເຄີຍໄດ້ເຫັນປ້າຍບໍລິສັດ ແລະ ໄດ້ເຄີຍໃຊ້ບໍລິການຂອງບໍລິສັດ  All Time Travel Service ທີ່ບໍລິການຈອງ ແລະ ຈໍາໜ່າຍປີ້ຍົນທົ່ວໂລກ, ພ້ອມທັງໃຫ້ປຶກສາດ້ານການຂໍ VISA ສະເພາະປະເທດ ສະຫະລັດອາເມຣິກາ ແລະ ການາດາ. ທ່ານນາງ ວີ ສີໃສແກ້ວ, ເປັນຜູ້ສ້າງຕັ້ງ ແລະ ບໍລິຫານບໍລິສັດດັ່ງກ່າວ ມາແຕ່ປີ 2004 ໂດຍພື້ນຖານແມ່ນຮຽນຈົບ ບໍລິຫານທຸລະກິດ ຈາກ ວິທະຍາໄລ   ຄອມເຊັນເຕີ ແລະ ພາຍຫຼັງຮຽນຈົບ ກໍໄດ້ເຂົ້າເຝິກອົບຮົມ ແລະ ເຮັດວຽກດ້ານໂຮງແຮມ ໄລຍະໜຶ່ງ ຊຶ່ງເປັນພື້ນຖານໃຫ້ຕົນເອງມັກຮັກໃນວຽກການບໍລິການ. ຈາກນັ້ນ, ກໍປ່ຽນມາເຮັດວຽກຢູ່ນໍາບໍລິສັດ ການບິນໄທ ສາຂາວຽງຈັນ, ມີຕໍາແໜ່ງເປັນເລຂານຸການໃຫ້ແກ່ GM ຂອງການບິນໄທ ເປັນເວລາ 5 ປີ; ຕອນນັ້ນເຮັດວຽກເປັນເລຂາເຄິ່ງມື້ ເຮັດມາ 3 ປີ ຈຶ່ງເຮັດໃຫ້ຕົນເອງຮູ້ສຶກສົນໃຈເລື່ອງການຂາຍປີ້ຍົນ;  ກໍເລີຍເລີ່ມສຶກສາຢ່າງຈິງຈັງກ່ຽວກັບລະບົບການຂາຍປີ້ຍົນເພື່ອໃຫ້ເຂົ້າໃຈຫຼາຍຂຶ້ນ ແລະ ກໍໄດ້ມີໂອກາດເຂົ້າຮ່ວມເຝິກອົບຮົມ ແລະ ສອບເສັງທາງດ້ານສາຍການບິນ ກໍສາມາດຜ່ານໄດ້ທຸກຂັ້ນຕອນ. ຈາກນັ້ນ, ກໍຕັດສິນໃຈມາເປີດເປັນບໍລິສັດ ຂາຍປີ້ຍົນ All Time Travel Service ໂດຍນໍາໃຊ້ປະສົບການ ແລະ ເຂົ້າໃຈເປັນຢ່າງດີໃນດ້ານນີ້ ບວກກັບຄວາມມັກຮັກໃນວຽກການບໍລິການ. ປັດຈຸບັນບໍລິສັດ All Time Travel Service ແມ່ນມີທັງໝົດ 3 ສາຂາ ຄື ສາຂາທີ 1 ຕັ້ງຢູ່ຖະໜົນດົງປ່າລານ (ບ້ານຝາຍ), ສາຂາທີ 2 ​ແມ່ນຢູ່ ທາດດໍາ ຂ້າງສະຖານທູດອາເມຣິກາ, ສາຂາທີ 3 ແມ່ນ ຢູ່ສະຖານທູດອາເມຣິກາຫຼັງໃໝ່ (ຫຼັກ 8).

ໃນເມື່ອກ່ອນຄົນເດີນທາງຫຼາຍ, ແຕ່ທຸລະກິດປະເພດນີ້ຍັງມີບໍ່ຫຼາຍ ຈຶ່ງເຮັດໃຫ້ໂອກາດໃນການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດສູງ. ມາຮອດປັດຈຸບັນສັງເກດເຫັນວ່າທຸລະກິດຂາຍປີ້ຍົນຢູ່ບ້ານເຮົາ ແມ່ນເລີ່ມເກີດຂຶ້ນມາຫຼາຍ ທັງບໍລິສັດເກົ່າ ແລະ ເກີດໃໝ່, ຈຶ່ງເຮັດໃຫ້ມີການແຂ່ງຂັນສູງ; ພ້ອມນັ້ນ, ການແຂ່ງຂັນໃນທຸລະກິດປະເພດນີ້ ບໍ່ພຽງແຕ່ ຈາກຄູ່ແຂ່ງທຸລະກິດໂດຍກົງ, ແຕ່ເຮົາຕ້ອງໄດ້ແຂ່ງຂັນກັບ ເຕັກໂນໂລຊີທີ່ຊື້ຂາຍຜ່ານ”ອອນໄລ໌” ເຊັ່ນ “ເວັບໄຊ໌” ແລະ “ແອັບພຼີເຄເຊິນ” ເຊິ່ງເຮັດໃຫ້ ຜູ້ຊົມໃຊ້ສາມາດຈອງປີ້ຍົນໄດ້ແບບສະດວກສະບາຍຂຶ້ນ, ສະນັ້ນ, ພວກເຮົາ ຈຶ່ງຕ້ອງໄດ້ພະຍາຍາມປັບຍຸດທະສາດທຸລະກິດຢ່າງຕໍ່ເນື່ອງ ໂດຍສະເພາະ ເນັ້ນໜັກໃສ່ໝາກຫົວໃຈຂອງທຸລະກິດເຮົາ ກໍຄື ການໃຫ້ບໍລິການລະດັບມືອາຊີບ ເພື່ອສາມາດຕອບສະໜອງຄວາມຕ້ອງການໃຫ້ແກ່ລູກຄ້າ ແລະ ຄວາມພໍໃຈສູງສຸດ; ພ້ອມນັ້ນ, ຈຸດແຂງທີ່ເຮົາມີ ຄື ການມີປະສົບການທີ່ຫຼາຍກວ່າສິບສີ່ປີ ແລະ ພະນັກງານທີ່ໄດ້ຮັບການເຝິກອົບຮົມຢ່າງດີທີ່ພ້ອມໃຫ້ ບໍລິການ ໂດຍມີບໍລິການຫຼັງການຂາຍ 24 ຊົ່ວໂມງ ແລະ ການແກ້ໄຂບັນຫາຕ່າງໆ ເພື່ອສ້າງຄວາມ  ໝັ້ນໃຈ ແລະ ໄວ້ວາງໃຈໃຫ້ກັບລູກຄ້າ ຊຶ່ງຍັງມີລູກຄ້າກຸ່ມໜຶ່ງທີ່ຕ້ອງການປຶກສາຫາລື, ສົນທະນາສອບຖາມກ່ຽວກັບ ຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆ ເພື່ອຕັດສິນໃຈຊື້ປີ້ຍົນ ຫຼາຍກວ່າ ທີ່ຈະຊື້ຜ່ານ”ອອນໄລ໌”.  ພວກເຮົາກໍຈະເປີດ “ເວັບໄຊ໌” ເພື່ອຕອບໂຈດໃຫ້ແກ່ລູກຄ້າໃນຍຸກປັດຈຸບັນ ແລະ ໃຫ້ຄວາມສະດວກຕື່ມ. ຖ້າຫາກມີບັນຫາຫຍັງ ເຂົາກໍຍັງສາມາດໂທຫາພະນັກງານໃນບໍລິສັດຂອງເຮົາໄດ້. ລູກຄ້າຂອງພວກເຮົາ ສາມາດໝັ້ນໃຈໄດ້ເລີຍວ່າອອກປີ້ນໍາເຮົາແລ້ວ ຈະໄດ້ຮັບການບໍລິການຕັ້ງແຕ່ຕົ້ນຈົນຈົບ. ນະໂຍບາຍຂອງບໍລິສັດພວກເຮົາ ແມ່ນວ່າ ຖ້າເກີດຂໍ້ຜິດພາດໃດໆກໍຕາມ ບໍ່ວ່າຈະເປັນທາງລູກຄ້າເອງ ຫຼື ທາງບໍລິສັດເຮົາເອງ ແມ່ນຈະພະຍາຍາມແກ້ໄຂໃຫ້ໄວທີ່ສຸດ ເພື່ອຫຼີກຄວາມເສຍຫາຍໃຫ້ມີໜ້ອຍສຸດ, ສ່ວນເລື່ອງວ່າໃຜຜິດໃຜຖືກ ແມ່ນຈຶ່ງມາເວົ້າກັນພາຍຫຼັງ

.

ສຸດທ້າຍນີ້ຢາກຝາກເຖິງຜູ້ທີ່ຢາກຈະເຮັດທຸລະກິດດ້ານນີ້ຄື ຕ້ອງມີໃຈມັກຮັກໃນເລື່ອງຂອງການບໍລິການກ່ອນ, ເພາະເຮົາເອົາສິນຄ້າຄົນອື່ນມາຂາຍ ສິ່ງທີ່ເຮົາຂາຍແທ້ໆແມ່ນການບໍລິການ. ສິ່ງສໍາຄັນທີ່ສຸດ ຂອງການບໍລິການໃນທຸລະກິດນີ້ ກໍຄືການຊ່ວຍເຫຼືອ ແລະ ແກ້ໄຂບັນຫາການເດີນທາງຂອງລູກຄ້າໃຫ້ເຖິງຈຸດໝາຍປາຍທາງທີ່ສະດວກສະບາຍທີ່ສຸດ. ແນ່ນອນວ່າ ການເຮັດທຸລະກິດຕ້ອງມີຈັນຍາບັນ ແລະ ຄວາມຊື່ສັດຕໍ່ລູກຄ້າ ຈະເຮັດໃຫ້ຈະທຸລະກິດຈະເລີນຮຸ່ງເຮືອງໄດ້.

(ວາລະສານທາເກັດ ສະບັບ 149 ເດືອນທັນວາ 2018 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງທີ່ເປັນສະມາຊິກ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

All Time Travel Service…

In this issue of our magazine, we would like to introduce dear readers to air ticket entrepreneur which is another enterprise facing challenges in the era of advanced technology. This gives consumers choices for reserving air ticket via “website” and “application” of any airline.

Many people may have seen a company sign and heard of a service of All Time Travel Service who sells air ticket to anywhere in the world. The firm also provides VISA application service to the USA and Canada. Ms. Vi Sisaykeo, a founder who has been managing the company since 2004, graduated in business administration from Comcenter College and later attended a training and worked in hotel business for a while. Such experience made her more interested in the administrative work. Then, she later worked with the Thai Airways Company in Vientiane as a secretary to the General Manager for 5 years. She started to develop her interest in selling air tickets during the first 3 years of working for the company. She then decided to study deeper about the air ticket selling system to better her understanding. After that, she had a chance to attend a training and test on airline which she could pass it completely. Eventually, she decided to open her own air ticket agency named All Time Travel Service by applying her extensive experience and understanding in this area together with passion in administrative work. Currently, All Time Travel Service Company has 3 branches in total, such as first branch at Dongpalane (Faiy Village), second branch at That Dam close to the old US Embassy premise, and third branch near the new US Embassy compound (KM8).

Previously, while there were a large number of travelers, there were very few business of this kind. Giving this situation, the business promised a very high potential of success. Currently, it can be noticed that air ticket business in our country starts to grow in numbers with existed and newly-established firms combined making it very competitive. In addition, competition from this business does not only come from the same kind of business competitor, but also we have to compete with “online” technology, namely “website” and “application” enabling consumers to reserve air tickets with ease. Therefore, we have to keep adjusting our business strategy, especially emphasizing on the heart of our business which is professional service in order to meet customers’ demand and ensure their maximum satisfaction. Furthermore, we also have a strength in terms of 40-year experience and well-trained staff who are ready to serve and solve problems for customers with a 24-hour after-sale service in order to build confidence and trust among consumers. Some of them prefer consulting and inquiring information from us regarding terms and conditions before deciding to buy air tickets rather than purchasing it directly via “online” technology. In the near future, we will launch a “website” to respond and facilitate clients’ need. In case they have any difficulty, they can still call and discuss with our staff. Customers who buy tickets from us can be confident that they will be facilitated until the end of their journey. Our policy is to help solving any problem arisen as quickly as possible to minimize losses, does not matter who causes the problem which will be discussed later.

Finally, I would like to convey messages to those who want to do business in this area. They have to firstly love service work because what we really sell is service. The most important thing of this business is to help and find a way for others to reach their destination with utmost comfort. Definitely, business with ethics and honesty upon customers will be prosperous.

Comments