Author Archives: Paeng KC

ປະເທດຝຣັ່ງ ໄດ້ອະນຸມັດເງິນ 2 ລ້ານເອີໂຣ ຊ່ວຍຄວບຄຸມ ໂຄວິດ-19 ອາຊີຕາເວັນອອກສ່ຽງໃຕ້

ອົງ­ການ​ຝຣັ່ງ​ເພື່ອ​ການ​ພັດ­ທະ­ນາ (AFD) ອະ­ນຸ­ມັດ​ເງິນ​ຊ່ວຍ­ເຫຼືອ​ເພີ່ມ​ຕື່ມ 2 ລ້ານ​ເອີ​ໂຣ ເພື່ອ​ນຳ​ໃຊ້​ໃນ​ໂຄງ­ການ ECOMORE II ທີ່​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂດຍ​ສະ​ຖາ​ບັນປັສ​ເຕີ ປະ­ຈຳ​ລາວ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່​ບັນ­ດາ​ປະ­ເທດ​ອ້ອມ​ຂ້າງ​ໃນ​ພາກ​ພື້ນ ໂດຍມີ​ເປົ້າ​ໝາຍ​ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ລະ­ບົບ​ເຝົ້າ​ລະ­ວັງຫ້ອງການ​ວິ­ເຄາະ ແລະ ການ​ຕອບ​ໂຕ້​ການ​ລະ­ບາດ​ຂອງໂຄວິດ-19 ຢູ່​ປະ­ເທດ​ອາ­ຊີ​ຕາ­ເວັນ​ອອກ­ສ່ຽງ​ໃຕ້. ​ເງິນ​ຊ່ວຍ­ເຫຼືອ​ຄັ້ງ​ນີ້​ຈະ​ຊ່ວຍ​ໃນ​ການ​ເຊື່ອມ​ໂຍງ​ການ​ສະ­ໜັບ­ສະ­ໜູນ​ໂດຍ​ກົງ​ໃນ​ວຽກ​ງານ​ການ​ລະ­ບາດ​ຂອງ​ພະ­ຍາດໂຄວິດ-19 ໃນ 5 ປະ­ເທດ​ຄູ່​ຮ່ວມ​ໃນ​ພາກ​ພື້ນ ຄື: ມຽນ​ມາ, ກຳ​ປູເຈຍ, ລາວ, ຟີ​ລິບ​ປິນ ແລະ ຫວຽດ­ນາມ. ​ອົງ­ການ AFD ໄດ້​ຖະແຫຼງວ່າ ໂດຍອີງ​ຕາມ​ຂໍ້​ລິ​ເລີ່ມ​ຮ່ວມ​ກັນ​ຕ້ານ​ພະ­ຍາດໂຄວິດ-19 ເພື່ອ​ສຸ­ຂະ­ພາບ​ຂອງ​ທຸກ​ຄົນ (COVID-19-Health in Common) ທີ່​ໄດ້​ປະ­ກາດໃນ​ວັນ​ທີ 9 ເມ­ສາ 2020 ໄດ້​ມີ​ການ​ອະ­ນຸ­ມັດ​ເງິນ​ຊ່ວຍ­ເຫຼືອ​ເພີ່ມ​ຕື່ມ ໃນວັນ​ທີ 28 ເມ­ສາ ທີ່ຜ່ານ​ມາ ໃຫ້​ໂຄງ­ການ​ທີ່​ປະ­ສານ​ງານ​ໂດຍ​ສະ​ຖາ​ບັນ​ປັສ​ເຕີ ເພື່ອ​ສະ­ໜັບ­ສະ­ໜູນ​ຊ່ວຍເຫຼືອ​ບັນ­ດາ​ຫ້ອງ​ວິ­ເຄາະ​ຂອງ​ປະ­ເທດ​ມຽນ​ມາ, ກຳ­ປູ­ເຈຍ, ລາວ, ຟີ​ລິບ​ປິນ ແລະ ຫວຽດນາມ ແນ­ໃສ່​ສະ­ກັດ​ກັ້ນ​ການ​ລະບາດ​ຂອງ​ພະ­ຍາດໂຄວິດ-19 ເຊິ່ງ​ມີ​ຄວາມ​ຈຳ­ເປັນ​ທີ່​ຕ້ອງ​ໄດ້​ເຮັດ​ໃຫ້ການ​ລະ­ບາດ​ຂອງ​ພະ­ຍາດ​ນີ້ ໃນ​ພາກ​ພື້ນ​ອາ­ຊີ​ຕາເວັນ​ອອກ­ສ່ຽງ​ໃຕ້​ຊ້າ​ລົງ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ. ຫ້ອງ​ວິ­ເຄາະ​ຂອງ​ບັນ­ດາ​ປະ­ເທດ​ທີ່​ກ່າວ​ມາ​ຂ້າງ​ເທິງ ຈະ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ໂດຍ​ກົງ​ໃນ​ການ​ຕອບ​ໂຕ້​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ເຊັ່ນ: ເພີ່ມ​ຄວາມ​ສາ­ມາດ​ດ້ານ​ອຸ­ປະ­ກອນ, ຊື້​ເຄື່ອງ​ກວດ​ວິ­ເຄາະ, ເຄື່ອງ​ປ້ອງ​ກັນ​ສຳ­ລັບ​ພະ­ນັກ­ງານ​ວິ­ຊາ​ການ, ...

Read More »

ອູ່ຮັ່ນ ຕໍ່ຕ້ານກັບໂຄວິດ-19 ກວດເຊື້ອ ປະຊາຊົນ 11 ລ້ານຄົນ

ໃນວັນທີ 12 ພຶດສະພາ 2020  ສຳນັກຂ່າວຕ່າງປະເທດ BBC & CNN  ລາຍງານວ່າ ທາງການເມືອງອູ່ຮັ່ນ ມົນທົນຫູເປ່ຍ ຂອງຈີນ ກຽມດຳເນີນມາດຕະການຕໍ່ຕ້ານສະກັດກັ້ນການກັບຄືນມາລະບາດຂອງເຊື້ອໄວຣັດໂຄວິດ-19 ຄັ້ງໃຫຍ່ ກຽມກວດຫາເຊື້ອໃຫ້ແກ່ປະຊາຊົຍໃນເມືອງອູ່ຮັນ ປະມານ 11 ລ້ານຄົນ ຫຼັງຈາກພົບຜູ້ຕິດເຊື້ອລາຍໃຫມ່ 6 ຄົນໃນເມືອງອູ່ຮັນ ທີ່ມີຄວາມກ່ຽວຂ້ອງພົວພັນກັນ. ເຊິ່ງກ່ອນໜ້ານີ້ ທາງການຈີນໄດ້ປະກາດໃຊ້ມາດຕະການລ໋ອກດາວຢ່າງເຄັ່ງຄັດ ແລະ ດົນນານເຖິງ 76 ວັນ ກ່ອນຈະເປີດລ໋ອກດາວເນື່ອງຈາກບໍ່ພົບຜູ້ຕິດເຊື້ອຕໍ່ເນື່ອງ. ທັງນີ້, ທາງການເມືອງອູ່ຮັນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃຫມ່ ມາຕັ້ງແຕ່ວັນທີ 3 ເມສາ 2020 ຫຼັງຈາກໄດ້ດຳເນີນມາດຕະການລ໋ອກດາວປິດເມືອງອູ່ຮັ່ນ ເຊິ່ງເປັນສູນກາງການລະບາດຂອງເຊື້ອໂຄວິດ-19 ມາດົນນານເຖິງ 11 ອາທິດ ແລະ ໄດ້ເລີ່ມປົດລ໋ອກໃນວັນທີ 8 ເມສາ ກ່ອນຈະເລີ່ມມາພົບຜູ້ຕິດເຊື້ອລາຍໃຫມ່ ທີ່ມີຄວາມກ່ຽວຂ້ອງພົວພັນກັນ ເນື່ອງຈາກວ່າ ຢ້ານເຊື້ອໂຄວິດຈະກັບຄືນມາລະບາດອີກຄັ້ງ.

Read More »

ຂ່າວດີ!!! ລາຄານໍ້າມັນປັບລົງອີກທົ່ວປະເທດ ມື້ອື່ນຕອນເຊົ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ລາຄາໃຫມ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 14 ພຶດສະພາ 2020 ເວລາ 6 ໂມງເຊົ້າ ໃນຂອບເຂດທົ່ວປະເທດ ການປັບລາຄາຄັ້ງນີ້ແມ່ນໄດ້ເພີ່ມຄັງແຮ ແອັດຊັງພິເສດ 400 ກີບ/ລິດ, ແອັດຊັງທຳມະດາ 575 ກີບ/ລິດ ແລະ ກາຊວນ 300 ກີບ/ລິດ ປັບລາຄານໍ້າມັນເຊື້ອໄຟ ແອັດຊັງພິເສດ ປັບລົງ 1.550 ກີບ/ລິດ ແອັດຊັງທຳມະດາ ປັບລົງ 1.070 ກີບ/ລິດ ແລະ ກາຊວນ ປັບລົງ 490 ກີບ/ລິດ

Read More »

ຮ້ານອາຫານແສງລາວ ແລະ ເລີປາແດກ ແບບຢ່າງຮ້ານອາຫານ ທີ່ປອດໂຄວິດ-19

ໜ່ວຍງານກວດກາສະເພາະກິດ COVID-19 ຂອງເມືອງໄຊເສດຖາ ສົມທົບກັບ ບ້ານນາໄຊ ປະຕິບັດຕາມຄຳສັ່ງ ໄດ້ລົງກວດບັນດາຫ້າງຮ້ານ ແລະ ທຸລະກິດທີ່ຈະດຳເນີນການໄດ້ໃນໄລຍະໂຄວິດ-19 ລະບາດຢູ່ ແຕ່ຕ້ອງມີເງື່ອນໄຂ ແລະ ມາດຕະການທີ່ຈະສາມາດເປີດບໍລິການໄດ້ ຕາມຄຳແນະນຳ​ ກ່ຽວກັບເງື່ອນໄຂ ​ແລະ ມາດຕະການສຳລັບການເຄື່ອນໄຫວ ຂອງພາກທຸລະກິດໃນໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19​ ຕາມທີໄດ້ກຳນົດ ໃນຄຳແນະນຳ 031/ສພກ,ລົງວັນທີ​ 21​ເມສາ​ 2020 ດັ່ງນີ້: ມີສະຖານທີ່ບໍ່ແອອັດ ເວລານັ່ງກິນອາຫານຕ້ອງມີໄລຍະຫ່າງ 1 ແມັດຂຶ້ນ ພະນັກງານ ຕ້ອງມີຜ້າອັດປາກ-ດັງ, ບ່ອນລ້າງມື, ສະບູ ຫຼື ເຈວລ້າງມື ແລະ ໃສ່ຖົງມື ທຸກຄັ້ງໃນການບໍລິການ ຕ້ອງມີຈຸດກວດອຸນຫະພູມ ແລະ ສະໜອງເຈວລ້າງມື ໃຫ້ພະນັກງານ ແລະ ແຂກທີ່ເຂົ້າມາບໍລິການ ຢູ່ທາງເຂົ້າ-ອອກ ຖ້າພົບຜູ້ທີ່ມີອາການໄຂ້ (ອຸນຫະພູມສູງກວ່າ 37,5 ອົງສາ) ຫຼື ໄອ, ຈາາມ , ຫາຍໃຈຍາກ ແມ່ນບໍ່ອະນຸຍາດໃຫ້ເຂົ້າ ແລະ ຕ້ອງແຈ້ງແພດຫມໍ ຫຼື ໂທຫາສາຍດ່ວນ 166 ...

Read More »

ອ່ານດ່ວນ!!!! ຖ້າຢາກຂໍ ນະໂຍບາຍສິນເຊື່ອ ສຳລັບຜູ້ທີ່ຖືກຜົນກະທົບຈາກໂຄວິດ-19

ທະນາຄານແຫ່ງ ສປປ ລາວ ອອກ ຄໍາແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍ ນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບ ໂຄວິດ-19 !!!

Read More »

20 ຂໍ້ຄິດ ຈາກ Jack Ma ຄວນຮູ້ໄວ້ ໃນການໃຊ້ຊີວິດ!!!

ຄວນຊື້ເຮືອນກ່ອນລົດ ເພາະເຮືອນຈະເພີ່ມມູນຄ່າ ແຕ່ລົດມູນຄ່າຈະຫຼຸດລົງ. ໄລຍະເຮັດວຽກໃຜເກັບເງິນໄດ້ກ່ອນ  ຈະຮັ່ງມີໄວກວ່າ ແລະ ສິ່ງສໍາຄັນຕ້ອງໄດ້ຈື່ໄວ້ວ່າ ຊີວິດບໍ່ມີໜີ້ຍ່ອມດີທີ່ສຸດ. ບໍ່ຄວນຄິດວ່າຕົນເອງເຮັດຫຍັງໄດ້ພຽງຢ່າງດຽວ. ເລືອກວຽກທີ່ມັກມັນກໍດີ ແຕ່ອາຊີບນັ້ນສາມາດລ້ຽງຊີບຕົນເອງ ແລະ ຄອບຄົວໄດ້ແທ້ ຫຼື ບໍ່ໄດ້. ດອກເບ້ຍນັ້ນ ມະຫາໂຫດຄວນຮີບຜ່ອນໃຫ້ໝົດ ກ່ອນທີ່ເຮົາຈະເຖົ້າແລ້ວຜ່ອນບໍ່ໄຫວ. ການເກັບເງິນເປັນຂັນໄດຂັ້ນທໍາອິດ ຂັ້ນຕໍ່ມາຕ້ອງຮູ້ຈັກລົງທຶນ ແລະ ມີທີ່ປຶກສາໄວ້ເປັນໝູ່. ຊີວິດແທ້ວັດກັນທີ່ຜົນງານ ຈົ່ງໃສ່ໃຈໃນພາສາອັງກິດ ແລະ ພາສາຈີນ. ການຕັ້ງໃຈຮຽນ ແລະ ເຮັດກິດຈະກຳຕ່າງໆມີຄວາມສໍາຄັນພໍໆກັນ. ຫາເປົ້າໝາຍຊີວິດໃຫ້ພົບໄວທີ່ສຸດ ເພາະມັນເປັນເຄື່ອງນໍາທາງຊີວິດຂອງເຈົ້າ. ຢ່າພາຍະຍາມເປັນສັດຕູກັບໃຜໃນໂລກນີ້ ເພາະເຮົາບໍ່ຮູ້ວ່າມື້ໜຶ່ງເຂົາອາດຈະຍິ່ງໃຫ່ຍຈົນກັບມາທໍາລາຍເຮົາໄດ້. ຄວນມີວຽກເຮັດຫຼາຍກວ່າ 1 ຢ່າງ ເພາະຄວາມໝັ້ນຄົງບໍ່ເຄີຍມີຢູ່ໃນໂລກໃບນີ້. ສຸຂະພາບເປັນເລື່ອງສໍາຄັນ ຈົ່ງຮັກຕົນເອງໃຫ້ຫຼາຍ ເມື່ອເຮົາຍັງເປັນໄວລຸ້ນໝຸ່ມສາວ ຢ່າໃຊ້ຊີວິດໃຫ້ໜັກເກີນໄປ. ເລືອກຄູ່ຊີວິດຢ່າເບິ່ງແຕ່ຂໍ້ດີ ແຕ່ຕ້ອງເບິ່ງວ່າເຮົາຈະຮັບຂໍ້ເສຍຂອງເຂົາໄດ້ຫຼາຍປານໃດ. ແຟນ ສາມີ ແລະ ພັນລະຍາຍັງເລີກກັນໄດ້ ແຕ່ຄວາມເປັນພໍ່, ແມ່ ລູກນັ້ນເລີກກັນບໍ່ໄດ້ ຄວນເບິ່ງແຍງຄອບຄົວໃຫ້ດີໆ. ລອງຫາເວລາຢູ່ວ່າງໆ ໂດຍບໍ່ຕ້ອງເຮັດຫຍັງ ຢ່າແບກໂລກໄວ້ຄົນດຽວ ວຽກບໍ່ແມ່ນທຸກຢ່າງຂອງຊີວິດ. ເມື່ອມີໂອກາດເຂົ້າມາໃນຊີວິດ ຢ່າຟ້າວປະຕິເສດເພາະເຖິງຈະລົ້ມເລວກໍ່ຖືວ່າເປັນປະສົບການ. ພະຍາຍາມສ້າງເນື້ອສ້າງໂຕໃຫ້ໄວທີ່ສຸດ ຕອນທີ່ຍັງມີກຳລັງເຫື່ອແຮງເປັນໝຸ່ມ ເປັນສາວ ...

Read More »

ສ.ເກົາຫລີ ມອບເງິນ 6 ແສນໂດລາ ຊ່ວຍເຫຼືອລັດຖະບານລາວ ປ້ອງກັນໂຄວິດ-19

ໃນຕອນບ່າຍວັນທີ 11 ພຶດສະພາ 2020 ຜ່ານມາ,  ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຊິນ ຊອງຊູນ ເອກອັກຄະລາດຖະທູດ ສ.ເກົາຫລີ ພ້ອມດ້ວຍຄະນະ ໄດ້ມອບເງິນ 600,000 ໂດລາ ໃນ​ນັ້ນ​ເປັນ​ເງິນ­ສົດ 300.000 ໂດ​ລາ ສ່ວນ 300.000 ໂດ​ລາ ແມ່ນ​ຈະ​ຊ່ວຍ​ເປັນ​ອຸ­ປະ­ກອນ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ນອກຈາກນີ້,  ທ່ານ ຫລີຈຶຢົງ ອໍານວຍການ ທະນາຄານແຫ່ງປະເທດຈີນ ສາຂານະຄອນຫຼວງວຽງຈັນ ກໍໄດ້ເຂົ້າມອບເງິນ 500,000,000 ກີບ ໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອໃນວຽກງານສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ 19 ເຊິ່ງເປັນກຽດຮັບໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດຕ້ານ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ໄດ້ສະແດງຄວາມຂອບໃຈທຸກພາກສ່ວນ ທີ່ໄດ້ປະກອບສ່ວນສະໜັບສະໜູນຊ່ວຍເຫຼືອລັດຖະບານລາວໃນຄັ້ງນີ້ ແລະ ທາງຄະນະສະເພາະກິດ ຈະໄດ້ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.

Read More »

ສປປ ລາວ ວາງແຜນສ້າງເຂື່ອນໄຟຟ້ານ້ຳຂອງ ທີ່ເມືອງ ຊະນະຄາມ

ເວັບໄຊຂອງຄະນະກໍາມະການ ອົງກອນ ແມ່ນໍ້າຂອງ ຫຼື MRC (Mekong River Commission) ລາຍງານເມື່ອວັນທີ 11​ ພຶດສະພາ 2020 ວ່າ ລັດຖະບານ ສປປ ລາວ ໄດ້ມີການກະກຽມ ການປຶກສາຫາລື ລ່ວງໜ້າ ເພື່ອ ສະເໜີ ໂຄງການ ເຂື່ອນແມ່ນໍ້າຂອງ ທີ່ເມືອງ ຊະນະຄາມ ເຊິ່ງໂຄງການ ດັ່ງກ່າວ ຈະເປັນ 1 ໃນ 6 ເຂື່ອນ ທີ່ ສປປ ລາວ ສະເໜີ ເພື່ອສ້າງຕາມແມ່ນໍ້າຂອງ, ເຂື່ອນທີ່ເມືອງຊະນະຄາມ ຈະມີກໍາລັງຕິດຕັ້ງ ທີ່ 684 ເມກາວັດ. ຈຸດທີ່ຕັ້ງຂອງ ເຂື່ອນນີ້ ແມ່ນລະຫວ່າງ ແຂວງໄຊຍະບູລີ ແລະ ແຂວງວຽງຈັນ ຂອງ ສປປລາວ, ເຊິ່ງຫ່າງຈາກ ຊາຍແດນ ລາວໄທ ເຂດ ແຂວງ ເລີຍ. ປະມານ 2 ກິໂລແມັດ. ຫ່າງຈາກ ...

Read More »

ສ ປປ ລາວ ສູນເສຍວິລະຊົນ ຜູ້ຍິ່ງໃຫຍ່ຂອງຊາດ ອາໄລຮັກຢ່າງສຸດຊຶ້ງ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ

ສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ (01 ພຶດສະພາ 1928 – 12 ພຶດສະພາ 2020), ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ.” ປະຫວັດໂດຍຫຍໍ້ “ສີສະຫວາດ ແກ້ວບຸນພັນ” ວິລະບຸລຸດແຫ່ງຊາດລາວ ໜຶ່ງໃນຜູ້ກໍ່ຕັ້ງກອງທັບປະຊາຊົນລາວ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດວັນທີ 1 ພຶດສະພາ 1928 ທີ່ບ້ານ ຫ້ວຍກະລຶມ ຕາແສງເມືອງ ປົວ ເມືອງຊໍາເໜືອ ແຂວງຫົວພັນ ມີເອື້ອຍນ້ອງຮ່ວມກັນ 3 ຄົນ. ຊິວີດຕອນຍັງນ້ອຍຂອງເພີ່ນກໍ່ເປັນຄືເດັກນ້ອຍທົ່ວໄປ ທີ່ໃຊ້ຊິວີດຕາມບ້ານນອກ ເປັນຊາວໄຮ່ນາ ຫາກິນຕາມທໍາມະຊາດ.​ ພໍ່ ແລະ ແມ່ ຂອງເພີ່ນແມ່ນເສຍຊິວີດ ຕັ້ງແຕ່ຕອນເພີ່ນອາຍຸ 14 ປີ. ທ່ານ ສີສະຫວາດ ຕ້ອງລ້ຽງນ້ອງ 3 ຄົນ ໂດຍອາໄສວັດເປັນບ່ອນຮຽນໜັງສື. ເມື່ອອາຍຸ 20 ປີ ທ່ານ ...

Read More »

ເງື່ອນໄຂ ແລະ ມາດຕະການ ສຳລັບການເຄື່ອນໄຫວຂອງທຸລະກິດ ໄລຍະການລະບາດໂຄວິດ-19

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ​ແລະແກ້ໄຂການລະບາດ​ຂອງພະຍາດໂຄວິດ-19​ ອອກຄຳແນະນຳ​ ກ່ຽວກັບການປັບປຸງເງື່ອນໄຂ​ແລະມາດຕະການສຳລັບການເຄື່ອນໄຫວ ຂອງພາກທຸລະກິດໃນໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19​ ຕາມທີໄດ້ກຳນົດ ໃນຄຳແນະນຳ 031/ສພກ,ລົງວັນທີ​ 21​ເມສາ​ 2020

Read More »