ປະເທດຝຣັ່ງ ໄດ້ອະນຸມັດເງິນ 2 ລ້ານເອີໂຣ ຊ່ວຍຄວບຄຸມ ໂຄວິດ-19 ອາຊີຕາເວັນອອກສ່ຽງໃຕ້

ອົງ­ການ​ຝຣັ່ງ​ເພື່ອ​ການ​ພັດ­ທະ­ນາ (AFD) ອະ­ນຸ­ມັດ​ເງິນ​ຊ່ວຍ­ເຫຼືອ​ເພີ່ມ​ຕື່ມ 2 ລ້ານ​ເອີ​ໂຣ ເພື່ອ​ນຳ​ໃຊ້​ໃນ​ໂຄງ­ການ ECOMORE II ທີ່​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂດຍ​ສະ​ຖາ​ບັນປັສ​ເຕີ ປະ­ຈຳ​ລາວ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່​ບັນ­ດາ​ປະ­ເທດ​ອ້ອມ​ຂ້າງ​ໃນ​ພາກ​ພື້ນ ໂດຍມີ​ເປົ້າ​ໝາຍ​ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ລະ­ບົບ​ເຝົ້າ​ລະ­ວັງຫ້ອງການ​ວິ­ເຄາະ ແລະ ການ​ຕອບ​ໂຕ້​ການ​ລະ­ບາດ​ຂອງໂຄວິດ-19 ຢູ່​ປະ­ເທດ​ອາ­ຊີ​ຕາ­ເວັນ​ອອກ­ສ່ຽງ​ໃຕ້.

​ເງິນ​ຊ່ວຍ­ເຫຼືອ​ຄັ້ງ​ນີ້​ຈະ​ຊ່ວຍ​ໃນ​ການ​ເຊື່ອມ​ໂຍງ​ການ​ສະ­ໜັບ­ສະ­ໜູນ​ໂດຍ​ກົງ​ໃນ​ວຽກ​ງານ​ການ​ລະ­ບາດ​ຂອງ​ພະ­ຍາດໂຄວິດ-19 ໃນ 5 ປະ­ເທດ​ຄູ່​ຮ່ວມ​ໃນ​ພາກ​ພື້ນ ຄື: ມຽນ​ມາ, ກຳ​ປູເຈຍ, ລາວ, ຟີ​ລິບ​ປິນ ແລະ ຫວຽດ­ນາມ.

​ອົງ­ການ AFD ໄດ້​ຖະແຫຼງວ່າ ໂດຍອີງ​ຕາມ​ຂໍ້​ລິ​ເລີ່ມ​ຮ່ວມ​ກັນ​ຕ້ານ​ພະ­ຍາດໂຄວິດ-19 ເພື່ອ​ສຸ­ຂະ­ພາບ​ຂອງ​ທຸກ​ຄົນ (COVID-19-Health in Common) ທີ່​ໄດ້​ປະ­ກາດໃນ​ວັນ​ທີ 9 ເມ­ສາ 2020 ໄດ້​ມີ​ການ​ອະ­ນຸ­ມັດ​ເງິນ​ຊ່ວຍ­ເຫຼືອ​ເພີ່ມ​ຕື່ມ ໃນວັນ​ທີ 28 ເມ­ສາ ທີ່ຜ່ານ​ມາ ໃຫ້​ໂຄງ­ການ​ທີ່​ປະ­ສານ​ງານ​ໂດຍ​ສະ​ຖາ​ບັນ​ປັສ​ເຕີ ເພື່ອ​ສະ­ໜັບ­ສະ­ໜູນ​ຊ່ວຍເຫຼືອ​ບັນ­ດາ​ຫ້ອງ​ວິ­ເຄາະ​ຂອງ​ປະ­ເທດ​ມຽນ​ມາ, ກຳ­ປູ­ເຈຍ, ລາວ, ຟີ​ລິບ​ປິນ ແລະ ຫວຽດນາມ ແນ­ໃສ່​ສະ­ກັດ​ກັ້ນ​ການ​ລະບາດ​ຂອງ​ພະ­ຍາດໂຄວິດ-19 ເຊິ່ງ​ມີ​ຄວາມ​ຈຳ­ເປັນ​ທີ່​ຕ້ອງ​ໄດ້​ເຮັດ​ໃຫ້ການ​ລະ­ບາດ​ຂອງ​ພະ­ຍາດ​ນີ້ ໃນ​ພາກ​ພື້ນ​ອາ­ຊີ​ຕາເວັນ​ອອກ­ສ່ຽງ​ໃຕ້​ຊ້າ​ລົງ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ.

ຫ້ອງ​ວິ­ເຄາະ​ຂອງ​ບັນ­ດາ​ປະ­ເທດ​ທີ່​ກ່າວ​ມາ​ຂ້າງ​ເທິງ ຈະ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ໂດຍ​ກົງ​ໃນ​ການ​ຕອບ​ໂຕ້​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ເຊັ່ນ: ເພີ່ມ​ຄວາມ​ສາ­ມາດ​ດ້ານ​ອຸ­ປະ­ກອນ, ຊື້​ເຄື່ອງ​ກວດ​ວິ­ເຄາະ, ເຄື່ອງ​ປ້ອງ​ກັນ​ສຳ­ລັບ​ພະ­ນັກ­ງານ​ວິ­ຊາ​ການ, ການ​ເສີມ​ສ້າງ​ຊັບ­ພະ­ຍາ­ກອນ​ມະ­ນຸດ, ຖ່າຍ​ທອດ​ຄວາມ​ຮູ້-ຄວາມ​ສາ­ມາດ ພັດ­ທະ­ນາ​ຍຸດ​ທະ​ສາດ​ການ​ວິເຄາະ​ເຊື້ອ​ພະ­ຍາດ ແລະ ອື່ນໆ ໂດຍ​ການ​ຮ່ວມ​ມື​ກັບ​ສະ​ຖາ​ບັນ​ຄົ້ນຄວ້າ​ເພື່ອ​ການ​ພັດ­ທະ­ນາ ເພື່ອ​ຕິດ­ຕາມ​ເຝົ້າ​ລະ­ວັງ​ການ​ລະບາດ​ຂອງ​ເຊື້ອ​ພະ­ຍາດ. ສຳ­ລັບ ສປປ ລາວ ສະ​ຖາ​ບັນ​ປັສ​ເຕີ​ລາວ ຈະ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ຕາມ​ການ​ສະ­ເໜີ​ຂອງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຂອງ​ລາວ ເພື່ອ​ຕອບ​ໂຕ້​ການ​ລະ­ບາດ​ຂອງ​ພະ­ຍາດ ໂຄວິດ-19.

ທີ່ມາ: file:///C:/Users/AcerAMD/Downloads/LAO%20-%20Sante%CC%81%20en%20Commun%20-%20ECOMORE%20II.PDF

 

 

Comments