ທະນາຄານທຸລະກິດ 21 ແຫ່ງ ທີ່ມີລູກຄ້າສິນເຊື່ອໄດ້ຮັບຜົນກະທົບຈາກໂຄວິດ-19

ທະນາຄານທຸລະກິດທັງໝົດ 43 ແຫ່ງ ແລະ ມີພຽງແຕ່ 21 ແຫ່ງ ທີີ່ໄດ້ລາຍງານໃຫ້ທະນາຄານ ແຫ່ງ ສປປ ລາວ ວ່າລູກຄ້າສິນເຊື່ອຂອງຕົນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19, ຫຼັງຈາກຄະນະສະເພາະກິດນະໂຍບາຍ ດ້ານເງິນຕາເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດ COVID-19 ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງທະ ນາຄານ ຫຼື ສະຖາບັນການເງິນ ໃຫ້ປະຕິບັດນະໂຍບາຍຜ່ອນຜັນຕໍ່ລູກຄ້າທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19.

ສ່ວນທະນາຄານທຸລະກິດ ອີກ 15 ແຫ່ງ ໄດ້ລາຍງານວ່າລູກຄ້າສິນເຊື່ອຂອງຕົນບໍ່ໄດ້ຮັບຜົນກະທົບ ແລະ ຍັງມີທະນາຄານທຸລະກິດ 5 ແຫ່ງທີ່ຍັງຢູ່ໃນຂັ້ນຕອນ ການຕິດຕາມລູກຄ້າ, ນອກນັ້ນ ຍັງມີທະນາຄານທຸລະກິດ ອີກ 2 ແຫ່ງ ທີ່ບໍ່ທັນໄດ້ລາຍງານຂໍ້ມູນມາຍັງກົມຄຸ້ມຄອງທະນາຄານທຸລະກິດ.

ຈໍານວນລູກຄ້າທີ່ໄດ້ຮັບຜົນກະທົບມີທັງໝົດ 4.918 ຄົນ ລວມເປັນມູນຄ່າ 13.009,30 ຕື້ກີບ (ກວມເອົາ 16,89% ຂອງ ຍອດເງິນກູ້ທົົ່ວລະບົບ). ໃນນັ້ນ, ໄດ້ຮັບການເລື່ອນຊໍາລະຕົ້ນທຶນ ແລະ ດອກເບ້ຍແລ້ວມູນຄ່າ 566,75 ຕື້ກີບ (ລູກຄ້າຈໍານວນ 202 ຄົນ), ປັບຫຼຸດຄ່າທໍານຽມ ດອກເບ້ຍມູນຄ່າ 92,08 ຕື້ກີບ (ລູກຄ້າຈໍານວນ 33 ຄົນ), ຢູ່ໃນຂັ້ນຕອນຕິດຕາມ ແລະ ພິຈາລະນາປະຕິບັດນະໂຍບາຍມູນຄ່າ 3.760,61 ຕື້ກີບ (ລູກຄ້າຈໍານວນ 419 ຄົນ), ແລະ ຍັງບໍ່ທັນໄດ້ພິຈາລະນາ ປະຕິບັດນະໂຍບາຍມູນຄ່າ 1.267,90 ຕື້ກີບ (ລູກຄ້າຈໍາ ນວນ 675 ຄົນ). ສໍາລັບຂໍ້ມູນ ຂອງສະຖາບັນການເງິນແມ່ນກໍາລັງສັງລວມ. ນອກນັ້ນຍັງຈະມີການສືບຕໍ່ສົມທົບກັບກະຊວງທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດແຜນອວ່າຍໜີ້ສາມແຈຕາມຂອບທີ່ລັດຖະບານໄດ້ຮັບຮອງໄວ້.

ຂ່າວ: ວຽງຈັນທາຍ

Comments