ສປປ ລາວ ສົ່ງຄົນຈີນ ທີ່ຕົກຄ້າງຢູ່ລາວ ຊ່ວງໂຄວິດ 300 ກວ່າຄົນ ກັບຄືນປະເທດ

ເນື່ອງຈາກ 3-4 ເດືອນຜ່ານມາໄດ້ມີການລະບາດຂອງເຊື້ອພະຍາດໂຄວິດ-19 ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ມີຜູ້ຕິດເຊື້ອທົ່ວໂລກແລ້ວຫຼາຍກວ່າ 4 ລ້ານຄົນ ດັ່ງນັ້ນຈຶ່ງເຮັດໃຫ້ຫຼາຍປະເທດໄດ້ລັອກດາວປະເທດຂອງຕົນ ໂດຍຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ ພ້ອມປິດໝົດທຸກການຄົມມະນາຄົມຂົນສົ່ງທັງທາງບົກ, ນໍ້າ ແລະ ອາກາດ.

ດັ່ງນັ້ນຈຶ່ງເຮັດໃຫ້ມີຄົນຕ່າງປະເທດຕົກຄ້າງຢູ່ພາຍໃນປະເທດຂອງຕົນຈຳນວນຫຼາຍ ແລະ ປະເທດລາວເຮົາກໍເຊັ່ນດຽວກັນ ຫຼ້າສຸດ ວັນທີ 19 ພຶດສະພາ 2020 ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ຈັດຈັດສົ່ງແຮງງານ ແລະ ນັກທ່ອງທ່ຽວ ສັນຊາດຈີນທີ່ຕົກຄ້າງກັບຄືນປະເທດຈໍານວນ 300 ກວ່າຄົນ.

ທີ່ສຳຄັນປັດຈຸບັນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ປິດກິດຈະການຊົ່ວຄາວມາໄລຍະໜຶ່ງ ໂດຍສະເພາະແມ່ນເພື່ອປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

Cr: Laos 360°C / ລາວ 360 ອົງສາ

Comments