Panasonic ກຽມປິດໂຮງງານຢູ່ໄທ ຍ້າຍໄປຫວຽດນາມ

ພານາໂຊນິກ (Panasonic) ກຽມປິດໂຮງງານການຜະລິດເຄື່ອງໃຊ້ໄຟຟ້າໃນປະເທດໄທ ໃນເດືອນກັນຍານີ້ ແລະ ຈະຍ້າຍຖານການຜະລິດໄປປະເທດຫວຽດນາມ ພ້ອມຕັ້ງເປັນສູນກາງການຜະລິດໃຫຍ່ຫວັງຫຼຸດຕົ້ນທຶນ.

ວັນທີ 21 ພຶດສະພາ 2020 ນິກເຄອິ ອາຊຽນລີວິວ ເວັບໄຊເສດຖະກິດຂອງຍີ່ປຸ່ນລາຍງານວ່າ: ພາ​ນາ​ໂຊ​ນິກ ຜູ້​ຜະລິດ ​ເຄື່ອງ​ໃຊ້​ໄຟຟ້າ ກຽມ​ປິດ​ໂຮງງານ​ ຜະລິດ ​ເຄື່ອງ​ໃຊ້ ​ໄຟຟ້າ ຂະໜາດ​ໃຫຍ່​ ແຫ່ງ​ໜຶ່ງ ​ຢູ່​ປະເທດໄທ ພາຍ​ໃນ ​ໄຕ​ມາດ 3 ຂອງ​ ປີ​ນີ້ ​ແລະ ຈະຕັ້ງ​ໂຮງງານ ຂະໜາດ​ໃຫຍ່​ກວ່າ ​ໃນ​ຫວຽດນາມ ​ເພື່ອ​ເພີ່ມ​ປະສິດທິພາບ ​ການ​ຜະລິດ.

ສຳລັບ ​ໂຮງງານ ​ດັ່ງກ່າວ ​ໃນ​ໄທ ຈະ​ຢຸດ​ຜະລິດ​ ເຄື່ອງ​ຊັກ​ຜ້າ ​ໃນ​ເດືອນ​ກັນຍາ ​ແລະ ຕູ້​ເຢັນ ​ໃນ​ເດືອນ​ຕຸລາ ກ່ອນ​ປິດ​ ອາຄານ ​ໂຮງງານໃນ​ເດືອນ​ມີນາ​ປີໜ້າ. ຂະນະ​ດຽວ​ກັນ ສູນ​ວິ​ໄຈ ​ແລະ ພັດທະນາ ທີ່ຢູ່​ ອາຄານ ​ໃກ້​ກັນ ກໍ​ຈະ​ປິດ​ລົງ​ ອີກ​ດ້ວຍ.

ສາ​ເຫດ​ທີ່​ຍ້າຍ ການ​ຜະລິດ ​ໄປ​ຍັງ​ ຫວຽດນາມ ຄາດ​ວ່າ ຈະ​ຊ່ວຍ​ຫຼຸດ ​ຕົ້ນທຶນ ການ​ຜະລິດ ​ໃຫ້​ແກ່ ບໍລິສັດ​ໄດ້​ ລະດັບ​ໜຶ່ງ ​ເພາະ​ຕົ້ນທຶນ​ການຈັດ​ຊື້ ອາ​ໄຫຼ່ ​ແລະ ຊິ້ນ​ສ່ວນ ອຸປະກອນ ​ໃນ​ຫວຽດນາມ ຕ່ຳ​ກວ່າ ​ຢູ່ປະເທດໄທ ​ເຊິ່ງ ຫຼາຍ​ປີ ຜ່ານມາ ບັນດາບໍລິສັດ​ ຂ້າມ​ຊາດ ​ເປັນຕົ້ນ ຊຳ​ຊຸງ, ​ແອ​ລຈີ ​ແລະ ຜູ້​ຜະລິດ ​ຈາກ​ຍີ່ປຸ່ນ ຈຳນວນ​ຫຼາຍ ​ໄດ້ເລີ່​ມຍ້າຍ ​ຖານ​ການ​ຜະລິດ​ເຂົ້າ​ໄປ​ ຍັງ​ຫວຽດນາມ.

ປັດຈຸບັນ, ​ພະ​ນັກ​ງານ ຂອງ​ ພາ​ນາ​ໂຊ​ນິກ ​ໃນ​ໄທ ລວມມີ​ 800 ຄົນ ຈະ​ຖືກ​ອອກ​ຈາກ​ຕຳ​ແໜ່​ງ ​ແຕ່​ຈະ​ໄດ້​ຮັບ​ ການ​ຊ່ວຍ​ເຫຼືອ​ ດ້ານ​ຕ່າງໆ ລວມທັງ​ ການຊອກຫາ​ ຕຳ​ແໜ່​ງງານ ທີ່​ເໝາະ​ສົມ ພາຍ​ໃນ​ອົງການ​ຕໍ່​ໄປ. ປັດຈຸບັນ, ທາງ​ບໍລິສັດ ໄດ້ຕັ້ງ​ເປົ້າໝາຍ ​ຫຼຸດ​ຄ່າ​ໃຊ້​ຈ່າຍ​ ລົງ​ໃຫ້​ໄດ້ ປະມານ 930 ລ້ານ​ໂດ​ລາ​ສະຫະລັດ ພາຍ​ໃນ​ປີ​ງົບ ປະມານ 2022.

ທີ່ມາ: www.prachachat.net

Comments