Author Archives: Ourignatay targetlaos

ຈໍາປາສັກ ເຜີຍແຜ່ການນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນທີ່ທັນສະໄໝ

ກອງປະຊຸມເຜີຍແຜ່ການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (Tax Ris) ໃຫ້ແກ່ບັນດາວິສາຫະກິດ ແຂວງຈໍາປາສັກ ຈັດຂຶ້ນໃນທ້າຍເດືອນ ພະຈິິກ 2018 ຜ່ານມານີ້ຢູ່ທີ່ຫ້ອງວ່າການແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈໍາປາສັກ, ມີພະແນກການອ້ອມຂ້າງແຂວງ, ຜູ້ອໍານວຍການ, ຕາງໜ້າຜູ້ອໍານວຍການລັດວິສາຫະກິດ, ບໍລິສັດ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.ການເຜີຍແຜ່ຈະດໍາເນີນໄປເຖິງວັນທີ 7 ທັນວາ 2018. ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນກສ່ວຍສາອາກອນ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (Tax Ris) ແມ່ນເປັນລະບົບການຄຸ້ມຄອງລາຍຮັບສ່ວຍສາອາກອນລະບົບໃໝ່, ທັນສະໄໝ ທີ່ໃຊ້ແທນລະບົບ (Tmis). ທັງນີ້ກໍເພື່ອແນໃສ່ປັບປຸງການບໍລິການສ່ວຍສາອາກອນໃຫ້ດີຂຶ້ນ, ເປັນລະບົບທີ່ເພີ່ມຄວາມໂປ່ງໃສ ໃນການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ, ເລັງໃສ່ໃຫ້ຜູ້ມອບອາກອນ ສາມາດມອບດ້ວຍຕົນເອງຢູ່ສໍານັກງານຫົວໜ່ວຍທຸລະກິດ ແທນການເຂົ້າມາມອບຢູ່ສໍານັກງານສ່ວຍສາອາກອນ ເຊິ່ງຈະສ້າງຄວາມສະດວກ, ວ່ອງໄວທັນສະໄໝ ຮັບປະກັນຄວາມຖືກຕ້ອງ, ຄົບຖ້ວນ ແລະ ສາມາດກວດກາປະຫວັດການຊໍາລະອາກອນດ້ວຍຕົນເອງ ໂດຍຜ່ານສ່ອງທາງຕ່າງໆທີ່ລະບົບໄດ້ກໍານົດໄວ້. ທ່ານ ສຸກກະເສີມ ສີຫານຸວົງ ໃຫ້ຮູ້ຕື່ມວ່າ: ການນໍາໃຊ້ລະບົບ (Tax Ris) ແມ່ນເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດ ຫັນການຈັດເກັບາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ມີຄວາມຮັດກຸມ, ຖືກຕ້ອງ, ຄົບຖ້ວນ, ...

Read More »

ຖະແຫຼງການຮ່ວມ ລະຫວ່າງ ສອງລັດຖະບານລາວ-ກຳປູເຈຍ

ໃນວັນທີ 5 ທັນວາ 2018 ພາຍຫຼັງສຳເລັດການພົບປະສອງຝ່າຍ ລະຫວ່າງ ສອງລັດຖະບານ ລາວ-ກຳປູເຈຍ, ໄດ້ມີຖະແຫຼງການຮ່ວມ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ, ເຊິ່ງທັງສອງຝ່າຍ ຕ່າງກໍໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ກໍຄືສອງລັດຖະບານ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ບົນພື້ນຖານເຄົາລົບອະທິປະໄຕ, ຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ. ສອງຝ່າຍໄດ້ເຫັນດີ ໃຫ້ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດຕາມເນື້ອໃນສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ເຊັນກັນຜ່ານມາ ໃຫ້ນັບມື້ແຕກດອກອອກຜົນຫຼາຍຂຶ້ນ, ໂດຍຜ່ານກົນໄກການຮ່ວມມືສອງຝ່າຍ ຄື: ຄະນະກໍາມະການຮ່ວມມືວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC), ກໍຄື ກົນໄກຮ່ວມມືອື່ນໆ. ພ້ອມນັ້ນ, ຍັງໄດ້ເຫັນດີເປັນເອກະພາບ ຊຸກຍູ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈ ...

Read More »

ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ເຂົ້າຮ່ວມ ພິທີລົງນາມເອກະສານ ການຮ່ວມມື

ໃນວັນທີ 5 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກໍາປູເຈຍ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນການລົງນາມເອກະສານ ກ່ຽວກັບການຮ່ວມມືລະຫວ່າງສອງລັດຖະບານ ລາວ-ກຳປູເຈຍ ໃນຂົງເຂດວັດທະນະທຳ ແລະ ສິລະປະກຳ, ການສຶກສາ, ກະສິກຳ ແລະ ດ້ານພະລັງງານໄຟຟ້າ. ຂໍ້ມູນຈາກ: ຂປລ.

Read More »

ລັດຖະມົນຕີ ຮສສ ຕ້ອນຮັບປະທານກິດຕິມະສັກ ອົງການ ເອັສໂອເອັສ ສາກົນ.

ວັນທີ 4 ທັນວາ 2018 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກຳມະການຄຸ້ມຄອງ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ (SOS) ໄດ້ຕ້ອນຮັບ ທ່ານ ເຮວມຸດ ກຸຕິນ ປະທານກິດຕິມະສັກ ອົງການເອັສໂອເອັສ ສາກົນ, ພ້ອມດ້ວຍຜູ້ອຳນວຍການໂຄງການ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ເພື່ອປຶກສາຫາລື ພິທີມອບຫຼຽນກາສູງສຸດ ໃຫ້ທ່ານນາຍົກລັດຖະມົນຕີ ປະທານກິດຕິມະສັກ ຄະນະກຳມະການຄຸ້ມຄອງ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ໃນວັນທີ 9 ກຸມພາ 2019. ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ເຮວມຸດ ກຸຕິນ ທີ່ໄດ້ເດີນທາງມາປຶກສາຫາລືວຽກງານສຳຄັນດັ່ງກ່າວ, ພ້ອມທັງສະແດງຄວາມຂອບອົກຂອບໃຈ ມາຍັງອົງການ ເອັສໂອເອັສ ສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ຊ່ວຍເຫຼືອ ...

Read More »

ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້ ໂດຍໄດ້ຮັບການຕ້ອນຮັບ ຈາກທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ. ໃນວັນດຽວກັນ ເວລາ 14:30 ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ພ້ອມດ້ວຍຄະນະ ຈະໄດ້ເດີນທາງໄປພົບປະກັບທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ຫຼັງຈາກນັ້ນ, ເວລາ 15:30 ຈະໄດ້ເດີນທາງໄປພົບປະກັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ຂໍ້ມູນຈາກ: ຂປລ.

Read More »

ຊົມເຊີຍ ນັກຮຽນຊັ້ນມ 4 ສາມາດຍາດໄດ້ຫຼຽນທອງແດງ ໃນການແຂ່ງຂັນ Humanoid Mission

ນັກຮຽນລາວ ສ້າງຊື່ສຽງໃຫ້ກັບປະເທດຊາດ ອີກແລ້ວ ໂດຍສາມາດຍາດໄດ້ຫຼຽນທອງແດງ ຈາກການແຂ່ງຂັນໃນງານ 5 International Youth Robot Competition (IYRC) 2018 ທີ່ປະເທດໄທ. ການແຂ່ງຂັນຫຸ່ນຍົນຊາວໜຸ່ມສາກົນ ປີທີ 5 International Youth Robot Competition (IYRC) ເຊິ່ງຈັດຂຶ້ນຢູ່ບາງກອກປະເທດໄທ ລະຫວ່າງວັນທີ 30 ພະຈິກຫາວັນທີ 1 ທັນວາ 2018 ໄດ້ສໍາເລັດລົງດ້ວຍຜົນສໍາເລັດທີ່ຍິ່ງໃຫຍ່ ໂດຍມີນັກຮຽນເກືອບ 600 ຄົນຈາກ 25 ປະເທດທີ່ເດີນທາງເຂົ້າຮ່ວມໃນ 11 ລາຍການຂອງແຂ່ງຂັນໃນຄັ້ງນີ້ ໃນນັ້ນກໍມີຕົວແທນນັກຮຽນລາວເຂົ້າຮ່ວມ ແລະ ສາມາດຍາດໄດ້ລາງວັນຫຼຽນທອງແດງ 1 ລາງວັນ ເປັນຂອງຂວັນສະເຫຼີມສະຫຼອງວັນຊາດໃນປີນີ້. ການແຂ່ງຂັນນານາຊາດໃນຄັ້ງນີ້ ເປັນຄັ້ງທໍາອິດທີ່ ສປປ ລາວ ໄດ້ສົ່ງນັກສຶກສາເຂົ້າຮ່ວມຈໍານວນ 5 ຄົນ ຍິງ 1 ຄົນ ໃນ 5 ລາຍການຄື: ການແຂ່ງຂັນ Bowling Item RecycleAnimal Kingdom Soccer ...

Read More »

ສານອວຍພອນວັນຊາດ ສປປ ລາວ ຄົບຮອບ 43 ປີ.

ສານອວຍພອນວັນຊາດ ໃນວັນທີ 4 ທັນວາ 2018, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ປຣັກ ໂຊ ຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ສົ່ງສານອວຍພອນວັນຊາດ ເຖິງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫລວງວຽງຈັນ. ເນື້ອໃນສານລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ທ່ານ ແລະ ເພື່ອນມິດປະຊາຊົນ ແຫ່ງ ສປປ ລາວ ...

Read More »

ເລີ່ມການກໍ່ສ້າງອາຄານຮຽນ ມ.ສ ຫຼັກ 35 ເມືອງປາກຊ່ອງ.

ພິທີວາງສິລາລືກ ໂຄງການກໍ່ສ້າງອາຄານຮຽນຂອງໂຮງຮຽນມັດທະຍົມສົມບູນ ຫຼັກ 35 (ອີ່ຕູ້) ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2018 ຜ່ານມາໂດຍການໃຫ້ກຽດເຂົ້າຮ່ວມຂອງ   ທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ, ທ່ານ ຫງວຽນ ວັນ ຮາຍ ຕາງໜ້າກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ 4 ແຂວງພາກໃຕ້ລາວ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການຂອງແຂວງ, ການນໍາຂອງເມືອງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. ທ່ານ ບຸນທອງຫຼອມ ຄໍາພົມມີ ອໍານວຍການ ມ.ສ ຫຼັກ 35 ໄດ້ກ່າວວ່າ: ໂຄງການກໍ່ສ້າງອາຄານຮຽນດັ່ງກ່າວ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກແຂວງບິງດິ້ງ ສສ ຫວຽດນາມ ມູນຄ່າ 10 ຕື້ດົ້ງ (3.673.405.056 ກີບ)  ເຊິ່ງເປັນອາຄານເປຕົງເສີມເຫຼັກ 2 ຊັ້ນ, ມີ 10 ຫ້ອງຮຽນ, 2 ...

Read More »

ຊີວະປະຫວັດຫຍໍ້ : ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮຸນ ແຊນ

ຊີວະປະຫວັດຫຍໍ້ ຊື່: ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮຸນ ແຊນ (Samdech Akka Moha Sena Padei Techo HUN Sen) ເກີດເມື່ອວັນທີ: 05 ສິງຫາ 1952 (ວັນເກີດແຈ້ງໃນໜັງສືທາງການ 04 ເມສາ 1951) ບ່ອນເກີດ: ບ້ານ ພາມກໍຊາ, ເມືອງ ຊະຕຶງຕຣັງ, ແຂວງ ກຳປົງຈາມ ຄອບຄົວ: ສົມຣົດ ແລະ ມີລູກ 06 ຄົນ ຫຼັງຈາກສຳເລັດການສຶກສາຊັ້ນປະຖົມ ທີ່ ໂຮງຮຽນປະຖົມທ້ອງຖິ່ນ, ໃນປີ 1965 ສົມເດັດ ຮຸນເຊັນ ໄດ້ເຂົ້າ ມາໃນນະຄອນຫຼວງພະນົມເປັນ ເພື່ອຮຽນສຶກສາຕໍ່ໃນຊັ້ນມັດທະຍົມຕອນຕົ້ນ ທີ່ ໂຮງຮຽນ Lycee Indra Devi. ທ່ານໄດ້ອາໄສຢູ່ ວັດ Neakavoan. ໃນປີ 1970, ກຳປູເຈຍ ໄດ້ເກີດສົງຄາມ, ເພື່ອຕອບສະໜອງຄໍາຮ້ອງຂໍຂອງເຈົ້າຊາຍ ...

Read More »

ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ຄືບໜ້າ ແລະ ສໍາເລັດການວາງຄານໂຕທໍາອິດ

ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດ, ແລວທາງລົດໄຟທີ່ຜ່ານແຂວງອຸດົມໄຊ 126.6 ກິໂລແມັດ ໃນນີ້ປະກອບມີ 09 ສະຖານນີ,ແຕ່ໄລຍະທຳອິດແມ່ນກໍ່ສ້າງພຽງ 3 ສະຖານນີຄື: ສະຖານີເມືອງນາໝໍ້, ສະຖານີເມືອງໄຊ ແລະ ສະຖານີເມືອງງາ. ຈຸດກໍ່ສ້າງຂົວ ໃໝ່ 60 ແຫ່ງ, ຄວາມຍາວລວມ 12.695 ກິໂລແມັດ ກວມອັດຕາສ່ວນ 34.33 %ຂອງຂົວທັງໝົດ, ມີອຸມົງ 32 ອຸມົງ, ຄວາມຍາວລວມ 84,869 ແມັດ, ກວມອັດຕາສ່ວນ ເທົ່າກັບ 44.00 % ຂອງອຸໂມງທັງໝົດ. ການຈັດຕັ້ງປະຕິບັດການກໍ່ສ້າງອຸມົງທາງລົດໄຟມາຮອດປະຈຸບັນ ສາມາດສັງລວມດັ່ງນີ້: – ສັນຍາທີ່ 1 : ມີຄວາມຍາວ 35.10 Km ເລີ່ມແຕ່ ກມ 16+900 ຫາ ກມ 52+000 ສາມາດເຈາະອຸໂມງໄດ້ 20ຈຸດກໍ່ສ້າງ, ໃນຈຳນວນ 8 ອຸມົງ, ຄວາມຍາວລວມ 14,897 ...

Read More »