Author Archives: Ourignatay targetlaos

ພັນທະບັດດັ່ງກ່າວ ຈະຈຳໜ່າຍຜ່ານ 3 ບໍລິສັດຫຼັກຊັບ

ກະຊວງການເງິນ (ຕາງໜ້າລັດຖະບານ) ຈະຈັດຈໍາໜ່າຍພັນທະບັດ ລັດຖະບານ ມີມູນຄ່າລວມທັງໝົດ 1.000 ຕື້ກີບ ໂດຍໄດ້ແບ່ງອອກຕາມອາຍຸການ ດັ່ງນີ້: ອາຍຸ 1 ປີ, ວັນທີ 16 ທັນວາ 2019 ຄົບກຳນົດເວລາໄຖ່ຖອນ ແລະ ອັດຕາດອກເບ້ຍ 5,30%ຕໍ່ປີ. • ອາຍຸ 3 ປີ, ວັນທີ 16 ທັນວາ 2021 ຄົບກຳນົດເວລາໄຖ່ຖອນ ແລະ ອັດຕາດອກເບ້ຍ 6,80% ຕໍ່ປີ. • ອາຍຸ 5 ປີ, ວັນທີ 16 ທັນວາ 2023 ຄົບກຳນົດເວລາໄຖ່ຖອນ ແລະ ອັດຕາດອກເບ້ຍ 6,95% ຕໍ່ປີ. • ອາຍຸ 7 ປີ, ວັນທີ 16 ທັນວາ 2025 ຄົບກຳນົດເວລາໄຖ່ຖອນ ແລະ ອັດຕາດອກເບ້ຍ 7,10% ຕໍ່ປີ. ການຈ່າຍດອກເບ້ຍ ...

Read More »

ສສກ ກວດຜ່ານ-ຮັບຮອງຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືແບບໃໝ່.

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ເປີດກອງປະຊຸມກວດຜ່ານ ແລະ ຮັບຮອງຫຼັກສູດ, ປື້ມແບບຮຽນ ແລະ ປື້ມຄູ່ມືຄູຊັ້ນປະຖົມສຶກສາປີທີ 1 ກຽມນຳໃຊ້ໃນສົກຮຽນ 2019-2020. ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ. ໃນວັນທີ 4-6 ທັນວາ 2018 ຜ່ານມາ ທີ່ເຮືອນພັກຄູນຊັບ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ. ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເຄທີ ສະມິດ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ມີບັນດາຜູ້ອຳນວຍການ-ຮອງອຳນວຍການສູນ, ຜູ້ອຳນວຍການວິທະຍາໄລ, ຊ່ຽນຊຽນຈາກປະເທດອົດສະຕຣາລີ, ຫົວໜ້າ-ຮອງຫົວໜ້າພະແນກ, ຄະນະບໍດີຈາກມະຫາວິທະຍາໄລແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານ ແລະ ວິຊາການ ຈາກຂະແໜງການສຶກສາທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ. ອ່ອນແກ້ວ ນວນນະວົງ ...

Read More »

ຍອດເງິນບໍລິຈາກ ເພື່ອການປັບປຸງພື້ນຖານໂຄງລ່າງພຣະທາດອີງຮັງຫຼາຍກວ່າ 900 ລ້ານແລ້ວ

ໃນງານລ້ຽງລະດົມທຶນຂອງແຂວງສະຫວັນນະເຂດ ໃນການປັບປຸງພື້ນຖານໂຄງລ່າງ ບໍລິເວນພຣະທາດອີງຮັງ ເພື່ອກະກຽມໃຫ້ແກ່ງານເທສະການກອງເຂົ້າໃຫຍ່ ໄຫວ້ພຣະທາດ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວ ລາວ 2018 ທີ່ແຂວງສະຫວັນນະເຂດ ຈັດຂຶ້ນໃນຄໍ່າຄືນຂອງ ວັນທີ 4 ທັນວາ 2018 ນີ້, ທີ່ພັດຕະຄານດາວຮຸ່ງ 1 ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດ ພ້ອມຄະນະ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການຕ່າງໆ, ບັນດາຫົວໜ່ວຍທຸລະກິດ, ບໍລິສັດ, ຫ້າງຮ້ານ, ນັກທຸລະກິດໃນທົ່ວແຂວງ ເຂົ້າຮ່ວມປະກອບທຶນ. ທ່ານ ຄໍາພູນ ຕຸໄພທູນ ຮອງເຈົ້າແຂວງ ທັງເປັນປະທານຈັດງານເທສະການກອງເຂົ້າໃຫຍ່ ໄຫວ້ພຣະທາດອີງຮັງ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ທີ່ແຂວງສະຫວັນນະເຂດ ໄດ້ຂຶ້ນກ່າວຈຸດປະສົງ ແລະ ຄວາມຈໍາເປັນໃນການລະດົມທຶນຄັ້ງ ນີ້ວ່າ: ເນື່ອງຈາກພື້ນຖານໂຄງລ່າງບໍລິເວນພະທາດອີງຮັງທີ່ ຈະຈັດງານຂຶ້ນບໍ່ມີຄວາມສະດວກ ສະບາຍໃຫ້ແກ່ແຂກກໍ ຄືນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ຽວຊົມ ສັກກະລະບູຊາພຣະທາດ, ດັ່ງນັ້ນ ເພື່ອປັບປຸງໃຫ້ມີຄວາມສະດວກສະບາຍ ເຮັດໃຫ້ຜູ້ຄົນທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາກາບໄຫວ້ ບູຊາພຣະທາດອີງຮັງ, ມາທ່ຽວຊົມຢ່າງຫຼວງຫຼາຍ ແລະ ສ້າງຄວາມປະທັບໃຈໃຫ້ ນັກທ່ອງທ່ຽວຢາກກັບມາອີກ. ໃນງານລ້ຽງລະດົມທຶນຄັ້ງນີ້ ...

Read More »

ທ່ານ ຄໍາແພງ ໄຊສົມແພງ ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄົນພິການ

ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຜ່ານຮ່າງກົດໝາຍ ວ່າດ້ວຍຄົນພິການ ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 12 ພາກ, 15 ໝວດ ແລະ 91 ມາດຕາ. ການສ້າງກົດໝາຍວ່າດ້ວຍຄົນພິການນີ້, ເປັນການສ້າງຄັ້ງທຳອິດ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຄຸ້ມຄອງ ແລະ ພັດທະນາວຽກງານຄົນພິການ ແນໃສ່ເສີມສ້າງໃຫ້ຄົນພິການ ມີສ່ວນຮ່ວມຢ່າງເຕັມສ່ວນໃນສັງຄົມ ແລະ ມີຊີວິດການເປັນຢູ່ ນັບມື້ດີຂຶ້ນເທື່ອລະກ້າວ. ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ໄລຍະຜ່ານມາ ເຖິງວ່າລັດຖະບານໄດ້ເອົາໃຈໃສ່ຕໍ່ວຽກງານຄົນພິການ ໂດຍໄດ້ກຳນົດນະໂຍບາຍ ແລະ ນິຕິກຳຕ່າງໆ ເພື່ອຄຸ້ມຄອງ ແລະ ພັດທະນາຄົນພິການ, ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຄົນພິການ ໃນຍຸກເຊື່ອມໂຍງກັບພາກພື້ນ ແລະ ...

Read More »

ກອງປະຊຸມ ຄະນະກໍາມະການ ແຫ່ງຊາດ ດ້ານໂພຊະນາການ ປະຈໍາປີ 2018

ສະຫະພາບເອີຣົບ ຮ່ວມກັບ ອົງການ ຢູນີເຊບ ແລະ ລັດຖະບານ ສປປ ລາວໄດ້ຈັດກອງປະຊຸມ ແຫ່ງຊາດ ດ້ານໂພສະນາການ ຄັ້ງທີ IV ແລະ ກອງປະຊຸມ ຄະນະກໍາມະການແຫ່ງຊາດ ດ້ານໂພສະນາການ ປະຈໍາປີ 2018 ຂຶ້ນໃນວັນທີ 7 ທັນວາ 2018 ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍອົງການຈັດຕັ້ງສາກົນ ບັນດາກະຊວງກ່ຽວຂ້ອງ ແລະ ພະນັກງານວິຊາການ. ໃນກອງປະຊຸມໄດ້ເຊັນສັນຍາທີ່ຈະເສີມຂະຫຍາຍການປະຕິບັດດ້ານໂພຊະນາການ ແລະ ເສີມຂະຫຍາຍຄວາມພະຍາຍາມຈະເຮັດໃຫ້ປະເທດລາວ ທີ່ມີຄວາມຈະເລີນຮຸ່ງເຮືອງ ທີ່ມີປະຊາກອນທີ່ມີສຸຂະພາບດີ. ໂພສະນະການແມ່ນການຄັດເລືອກອາຫານ,ກຽມອາຫານ ແລະ ການຍ່ອຍ ເພື່ອໃຫ້ຮ່າງກາຍດູດຊຶມ,ການກິນອາຫານເພື່ອສຸຂະພາບ ສາມາດຫຼີກບັນຫາການເຈັບເປັນໄດ້ຫຼາຍຢ່າງ. ການກິນໂດຍບໍ່ມີຄວາມຮູ້ ຍ່ອມເປັນເຫດໃຫ້ເຈັບໄຂ້ໄດ້ປ່ວຍ ແລະ ສຸຂະພາບຊຸດໂຊມໄດ້ງ່າຍ ເນື່ອງຈາກການຂາດສານອາຫານ. ຄວາມຮູ້ໃນເລື່ອງໂພສະນາການ ຊ່ວຍໃຫ້ຄົນອາຍຸຍືນຍາວ,ຊ່ວຍໃຫ້ສູງຂຶ້ນ ແລະ ນໍ້າໜັກເພີ້ມຂຶ້ນ. ດັ່ງນັ້ນອາຫານເປັນສິ່ງຈໍາເປັນຕໍ່ຊີວິດ ຄວາມຮູ້ເລື່ອງອາຫານ ແລະ ໂພສະນາການ ເປັນສິ່ງທີ່ຊ່ວຍໃຫ້ຊີວິດສົມບູນ ແລະ ເປັນເລື່ອງທີ່ປະຊາຊົນທຸກຄົນຄວນເອົາໃຈໃສ່, ພະຍາຍາມກິນອາຫານໃຫ້ຄົບທັງ 5 ໝວດຢ່າງພຽງພໍ. ...

Read More »

ຂ່າວດີ !!! ປັບລົງອີກແລ້ວລາຄານໍ້າມັນຂາຍຍ່ອຍ ທົ່ວປະເທດ.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 1728/ອຄ.ກຄພນ ລົງວັນທີ 7 ທັນວາ 2018 ເລື່ອງ: ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ລາຄາໃໝ່ແມ່ນໃຫ້ເລີ່ມປະຕິບັດ ວັນທີ 10 ທັນວາ 2018 ເວລາ 6ໂມງ00 ໃນຂອບເຂດທົ່ວປະເທດ, ສໍາລັບນໍ້າມັນແອ໊ດຊັງພິເສດ 270 ກີບ/ລິດ,ນໍ້າມັນແອ໊ດຊັງທໍາມະດາ 240 ກີບ/ລິດ,ນໍ້າມັນກາຊວນ 190 ກີບ/ລິດ. ຂອບໃຈພາບປະກອບຈາກ: ອິນເຕີເນັດ.

Read More »

ທ່ານ ປອ ອາດສະພັງທອງ ສີພັນດອນ ພົບປະໂອ້ລົມພະນັກງານການເງິນ ແຂວງຫຼວງນໍ້າທາ

ໃນໂອກາດທີ່ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງນໍ້າທາ ໃນວັນທີ 6 ທັນວາ 2018 ຢູ່ທີ່ຫ້ອງປະຊຸມພະແນກການເງິນ ແຂວງ ຫຼວງນໍ້າທາ ທ່ານ ປອ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ພົບປະໂອ້ລົມ ພະນັກງານອ້ອມຂ້າງພະແນກການເງິນແຂວງ ຫຼວງນໍ້າທາ ທ່ານ ກອນແສງ ຄັນທະວົງ ຮອງຫົວໜ້າພະແນກການເງິນ ແຂວງຫຼວງນໍ້າທາ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຊຶ່ງສາມາດປະຕິບັດໄດ້ແລ້ວ 75% ຂອງແຜນການປີ. (ລາຍລະອຽດຕິດຕາມຊົມຄຣິບຂ່າວ)…. ຮອງລັດຖະມົນຕີ ກະຊວງການເງີນ ໂອລົມແລະເຮັດວຽກຢູ່ພະແນກການເງີນແຂວງຫຼວງນ້ຳທາ Posted by ໂທລະພາບ ແຂວງຫຼວງນ້ຳທາ on Friday, December 7, 2018 ຂອບໃຈຂໍໍ້ມູນຈາກ: ໂທລະພາບແຂວງຫຼວງນໍ້າທາ.

Read More »

4 ບ້ານຖືກຮັບຮອງເປັນບ້ານພັດທະນາ ຢ່າງສົມບູນ.

ພິທີປະກາດຮັບຮອງເອົາບ້ານ ໜອງສະພັງ,ບ້ານ ແກ້ງແຮດ, ບ້ານ ເຄືອເຂົາກາດ ແລະ ບ້ານ ກະຈຸ ຂອງເມືອງ ໄຊບູລີ ເປັນບ້ານພັດທະນາ ໄດ້ຈັດຂຶ້ນໃນທ້າຍເດືອນ ພະຈິກ 2018 ທີ່ສະໂມສອນຂອງ ຫ້ອງວ່າການປົກຄອງເມືອງ ໄຊບູລີ ແຂວງ ສະຫວັນນະເຂດ. ໃຫ້ກຽດເຂົ້າຮ່ວມເປັນປະທານ ໃນພິທີຄັ້ງນີ້ ໂດຍ ມີ ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງ ສະຫວັນນະເຂດ, ທ່ານ ບຸນ ຍົງ ຈັນນີຍະວົງ ກຳມະການພັກແຂວງ ເລຂາພັກເມືອງເຈົ້າ ເມືອງໄຊບູລີ ພ້ອມດ້ວຍຄະນະນຳຂອງເມືອງ, ພາກສ່ວນ ປກຊ-ປກສ ກໍໄດ້ເຂົ້າຮ່ວມ. ໃນພິທີ, ທ່ານ ດຳດີ ຮຽງວົງສາ ນາຍບ້ານເຄືອເຂົາກາດ ໄດ້ເປັນຕົວແທນໃຫ້ກັບນາຍ ບ້ານທັງ 4 ບ້ານດັ່ງກ່າວ ຂຶ້ນຜ່ານບົດລາຍງານການຈັດ ຕັ້ງປະຕິບັດຄຳສັ່ງແນະນຳ ເລກທີ 03/ກມສພ ລົງວັນທີ 30 ພຶດສະພາ 2011 ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາ ...

Read More »

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ຂອງຄູ່ຮ່ວມພັດທະນາ

ໃນວັນທີ 7 ທັນວາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸດລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນຂອງຄູ່ຮ່ວມພັດທະນາ ທີ່ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2018, ຊຶ່ງນໍາໂດຍ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ຄາລີນາ ອີມໂມເນັນ ຜູ້ປະ ສານງານອົງການສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະ ນາປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນຂອງຄູ່ຮ່ວມພັດທະນາ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2018, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຊຸກຍູ້ ແລະ ສົ່ງເສີມຂະຫຍາຍການຮ່ວມມືພົວພັນ ລະຫວ່າງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ, ໂດຍສະເພາະແມ່ນການສະໜັບສະໜູນ ...

Read More »

ນາງສາວ ML35 ຊະນະເລີດການປະກວດ

ການປະກວດນາງສາວລາວ ປະຈໍາປີ 2018 (Miss Laos 2018) ຮອບສຸດທ້າຍຈັດຂຶ້ນໃນວັນທີ 7 ທັນວາ 2018 ຜ່ານມາ, ຜົນການຕັດສິນໃຫ້ຄະແນນດັ່ງນີ້: ລາງວັນຊະນະເລີດ: ML35 ນາງ ສຸດທິດາ ອະນຸສິນ, ແຂວງສະຫວັນນະເຂດ. ຮອງອັນດັບ 01: ML14 ນາງ ກິ່ງຄໍາ ນິດສະຫວັນ, ແຂວງຫຼວງພະບາງ. ຮອງອັນດັບ 02: ML38 ນາງ ແກ້ວມຸກດາ ພີມພັກດີ, ແຂວງຈຳປາສັກ. ຮອງອັນດັບ 03: ML40 ນາງ ມະນີດາ ແໜ້ນຮວງມາລາ, ແຂວງສະຫວັນນະເຂດ. ຮອງອັນດັບ 04: ML39 ນາງ ເມທິນີ ຫຼວງປະເສີດ, ນະຄອນຫຼວງວຽງຈັນ. ຂອບໃຈຂໍ້ມູນ-ພາບຈາກ: ເຟສບຸກ

Read More »